ກຳປູເຈຍ ຕ້ອນຮັບນັກທ່ອງຕ່າງປະເທດ ເກືອບ 1,3 ລ້ານເທື່ອຄົນ

25/05/2023 19:06
Email Print 336
ຂປລ ລາຍງານ ຈາກ ກະຊວງການທ່ອງທ່ຽວ ຂອງ ກຳປູເຈຍ ເປີດເຜີຍວ່າ: ໃນໄຕມາດທຳອິດ ຂອງປີນີ້, ກຳປູເຈຍ ສາມາດ ດຶງດູດ ນັກທ່ອງທ່ຽວ ຕ່າງປະເທດ ລວມມີ 1,29 ລ້ານເທື່ອຄົນ, ເພີ່ມຂຶ້ນ 709 % ເມືອທຽບໃສ່ ໄລຍະດຽວກັນ ເມື່ອປີກາຍນີ້

ປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ລາຍງານ ຈາກ ກະຊວງການທ່ອງທ່ຽວ ຂອງ ກຳປູເຈຍເປີດເຜີຍວ່າ: ໃນໄຕມາດທຳອິດຂອງປີນີ້, ກຳປູເຈຍ ສາມາດ ດຶງດູດ ນັກທ່ອງທ່ຽວຕ່າງປະເທດ ລວມມີ 1,29 ລ້ານເທື່ອຄົນ​, ​ເພີ່ມຂຶ້ນ 709 % ເມືອທຽບໃສ່ ໄລຍະດຽວກັນ ເມື່ອປີກາຍນີ້ ທີ່ມີ 159.546 ​ເທື່ອຄົນ.  ໃນນັ້ນ ນັກທ່ອງທ່ຽວໄທ ຈັດເປັນອັນດັບ 1, ຖັດມາ ຫວຽດນາມແລະ ຈີນ  ປະມານ 424.241 ​ເທື່ອຄົນ ​, 207.527 ​ເທື່ອຄົນແລະ 132.665 ​ເທື່ອຄົນ ຕາມລຳດັບ.

ທ່ານ ທອງ​ຄູນ ລັດຖະມົນຕີ​ ກະຊວງ ການທ່ອງທ່ຽວ  ກຳປູ​ເຈຍ ຄາດວ່າ:  ​ຍອດຈຳນວນ ນັກ​ທ່ອງ​ທ່ຽວ ຕ່າງປະ​ເທດ ຈະເຂົ້າ​ມາຢ້ຽມຢາມ ​ປະເທດນີ້ ຫລາຍ​ກວ່າ 4 ລ້ານ​ເທື່ອ​ຄົນ. ຫລັງ​ຈາກ ຈີນ ປ່ຽນແປງ ມາດ​ຕະການ ຕ້ານ​ພະຍາ​ດ ​ໂຄ​ວິດ-19 ​ແລະ ກັບ​ມາ​ດຳ​ເນີນ​ ການທ່ອງທ່ຽວ ​ແບບ​ກຸ່ມຄະນະ​ ​ໃນ​ໄລຍະ ​ຕົ້ນ​ປີ​ນີ້. /

KPL

ຂ່າວອື່ນໆ

ads
ads

Top