ກຽມລົງຊ່ວຍ?

24/05/2023 12:54
Email Print 705
ຂປລ ພາກສ່ວນພະຍາກອນສະພາບອາກາດທັງເຮົາ ແລະ ປະເທດໃກ້ຄຽງ ຄາດຄະເນ ຫລື ພະຍາກອນສະພາບອາກາດໃນໄລ ຍະສອງສາມມື້ຕໍ່ໜ້າຈະມີຝົນຕົກບາງ ພື້ນທີ່, ຜູ້ເຮັດການປູກຝັງ ລ້ວນພາກັນດີໃຈ ເພາະນາທີ່ໄຖຮຸດໄວ້,​ ບາງບ່ອນເຮັດນາ ຫວ່ານ ໄຖແລ້ວກໍ່ຫວ່ານແນວເຂົ້າ ລໍຖ້າຝົນ, ແຕ່ຟ້າຝົນຊົນລະທາ ບໍ່ມາໂຜດ ຫລາຍພື້ນທີ່ຈຶ່ງກະແດ້ງ, ລວມທັງຜູ້ປູກມັນຕົ້ນ ຄອງຖ້າຝົນ ບໍ່ມາ ກໍ່ບໍ່ຊື່ນໃຈ ເພາະພາກັນຫວັງເອົາໄວ້ປີນີ້ຈະຂາຍມັນຕົ້ນໄດ້ເງິນພໍສົມຄວນ ຕາມລົງທຶນລົງແຮງ.



          ພາກສ່ວນພະຍາກອນສະພາບອາກາດທັງເຮົາ ແລະ ປະເທດໃກ້ຄຽງ ຄາດຄະເນ ຫລື ພະຍາກອນສະພາບອາກາດໃນໄລ ຍະສອງສາມມື້ຕໍ່ໜ້າຈະມີຝົນຕົກບາງພື້ນທີ່, ຜູ້ເຮັດການປູກຝັງ ລ້ວນພາກັນດີໃຈ ເພາະນາທີ່ໄຖຮຸດໄວ້,​ ບາງບ່ອນເຮັດນາ ຫວ່ານ ໄຖແລ້ວກໍ່ຫວ່ານແນວເຂົ້າ ລໍຖ້າຝົນ, ແຕ່ຟ້າຝົນຊົນລະທາ ບໍ່ມາໂຜດ ຫລາຍພື້ນທີ່ຈຶ່ງກະແດ້ງ, ລວມທັງຜູ້ປູກມັນຕົ້ນ ຄອງຖ້າຝົນ ບໍ່ມາ ກໍ່ບໍ່ຊື່ນໃຈ ເພາະພາກັນຫວັງເອົາໄວ້ປີນີ້ຈະຂາຍມັນຕົ້ນໄດ້ເງິນພໍສົມຄວນ ຕາມລົງທຶນລົງແຮງ.

ສະພາບອາກາດຮ້ອນເອົ້າ ກະທົບບໍ່ເວັ້ນອາຊີບໃດໆ, ແຕ່ຊາວກະສິກອນ ອ່າວໜັກກ່ອນໝູ່ ຍ້ອນວ່າໄດ້ລົງທຶນລົງແຮງໄປກ່ອນແລ້ວ ເປັນການກຽມ, ຍັງບໍ່ຮູ້ຝົນຈະມາເວລາໃດ, ຖ້າມີແຕ່ໄຖໄວ້ ກໍ່ຍັງອ່າວໄຄ, ແຕ່ຊຸມທີ່ຫວ່ານເຂົ້າໄວ້(ນາຫວ່ານ), ມັນຕົ້ນປູກໄວ້...ຖ້າຝົນ ຄອງແລ້ວຄອງອີກ ມື້ໃດຝົນຈະຕົກລົງມາ. ນັກວິ ຊາການດ້ານການກະສິກໍາ ຜູ້ກີ້ງເກືອກລີເລືອ ຊ່ວຍຊາວບ້ານໃນຂັ້ນຮາກຖານ ກໍ່ໃຈຈົດໃຈຈໍ່(ວ່າຊັ້ນ) ເພາະວ່າພໍ່ແມ່ປະຊາຊົນ ອາໄສພາຍເພິ່ງ, ຈະຫາວິທີແກ້ໄຂ ແລະ ຮັບສະພາບຄືແນວໃດ?

ບັນຫາສະພາບລົມຟ້າອາກາດ ແລ້ງ ແລະ ຖ້ວມ ລ້ວນກະທົບ ເມື່ອມັນເກີດຂຶ້ນ. ປະເທດເຮົາຍັງມີຂໍ້ຈໍາກັດໃນກາາຮັບມືບັນຫາ ກໍ່ຄືຈັ່ງວ່າອ່າວໜັກກວ່າໝູ່ ເມື່ອເກີດແລ້ງ ແລະ ຖ້ວມ. ການກຽມຕົວແມ່ນສໍາຄັນ, ສໍາຄັນກໍ່ແມ່ນຂໍ້ມູນຂ່າວສານ ການພະຍາກອນ ເພື່ອຫລຸດຜ່ອນຄວາມສ່ຽງ ເພາະຖ້າຮູ້ຂໍ້ມູນລ່ວງໜ້າ ກໍ່ສາມາດຫລີກຜົນກະທົບໄດ້ໃນລະດັບໜຶ່ງ, ຂັ້ນຮ້າຍແຮງ ກໍ່ເບົາບາງລົງແດ່, ສໍາຄັນອັນໜຶ່ງພາກລັດເຮົາ ຄວນໄດ້ສູ້ຊົນຊ່ວຍແທ້ໆ ເພາະຊາວກະສິກອນຈໍານວນບໍ່ໜ້ອຍ ຍັງເຮັດແບບດັ້ງເດີມ, ຕາມທີ່ພໍ່ແມ່ປູ່ຍ່າຕາຍາຍເຄີຍພາເຮັດມາ, ໃກ້ຮອດຍາມປູກ ຊຸມເພິ່ນກໍ່ວ່າຕ້ອງຍາດຟ້າຍາດຝົນ ເຊິ່ງອາດລືມສຶກ ສາຂໍ້ມູນ ອາກາດ ທີ່ດຽວນີ້ ເຖິງວ່າປະເທດໃດໜຶ່ງພາຍາກອນບໍ່ແມັ່ນ(ປານໃດ) ແຕ່ກໍ່ສາມາດສຶກສາປະເທດໃກ້ຄຽງກັນ. ຄວາມຈິງນັ້ນ ການພະຍາກອນອາກາດຕາມທີ່ຮູ້, ພາກສ່ວນກ່ຽວຂ້ອງຂອງທຸກປະເທດ ໄດ້ມີການພົວພັນ ເຊື່ອມຈອດກັນດ້ານຂໍ້ມູນຂ່າວສານ ໂດຍສະເພາະປະເທດທີ່ມີຊາຍແດນຕິດກັນ.

ບັນຫາໄພທໍາມະຊາດ ແມ່ນບໍ່ອາດຫລີກເວັ້ນໄດ້, ປະເທດໃດມີຄວາມກ້າວໜ້າທາງວິທະຍາສາດ ແລະ ປະສົບການຮັບມືໄພທໍາມະຊາດມາດົນ ກໍ່ມີບົດຮຽນກວ່າປະເທດທີ່ບໍ່ຄ່ອຍເກີດໄພ ຫລື ຍັງໄຮ້ເຄື່ອງມືພະຍາກອນທີ່ທັນສະໄໝແມັ່ນຢໍາ. ບັນຫາມີເພື່ອໃຫ້ແກ້, ບໍ່ຈໍາເປັນຕ້ອງໜີ, ເຖິງຈະໜີ ກໍ່ບໍ່ມົ້ມ ແໜງສູ້ຄິດເອົາ ວິກິດໃຫ້ເປັນໂອກາດ ເພື່ອຮັບມືບັນຫາໃນອະນາຄົດ. ຜູ້ປູກຝັງກໍ່ຕ້ອງຫັນປ່ຽນແນວຄວາມຄິດ ແລະ ວິທີປະຕິບັດ ການປູກຝັງ, ບໍ່ຫວັງແຕ່ອາໄສນໍ້າຝົນ, ປູກໃຫ້ມີທາງເລືອກ, ໃຊ້ນໍ້າຫລາຍ-ໜ້ອຍ ພືດປະເພດ? ບັນຫານີ້ອາໄສແຕ່ຜູ້ປູກຄິດ ກໍ່ບໍ່ສໍາເລັດ ມີລັກສະນະຍືນຍົງໄດ້, ລັດກ່ຽວຂ້ອງຄວນລົງຊ່ວຍ, ລົງທຶນລົງ ຮອນ ແລະ ລົງແຮງ-ສະຕິປັນຍາ ລົງໄປກີ້ງເກືອກລີເລືອແທ້, ໃຫ້ຊາວກະສິກອນ ເຊື່ອໝັ້ນແທ້ ເຂົາເຈົ້າຈຶ່ງຈະເຮັດນໍາ. ການຈະຮັບຮູ້ ແລະ ເຊື່ອໝັ້ນສັດທາກັນ ກໍ່ຕ້ອງໃຊ້ເວລາ(ພໍສົມຄວນ) ແລະເຮັດຕົວຢ່າງໃຫ້ເຂົາເຈົ້າໄດ້ເຫັນການປ່ຽນແປງແທ້ ເຂົາຈຶ່ງຈະເຊື່ອ ແລະເຮັດນໍາ. ຖ້າອາໄສແຕ່ທິດສະດີ ພຶດຕິກໍາບໍ່ມີກໍ່ເປັນ ນໍ້າເຕົ້າເປົ່າ ເຂົາເຈົ້າ ຜູ້ເຄີຍເຮັດແລ້ວຈົນຜົມແຊມເລົາ ກໍ່ຈະລັງໆເລໆ ຈະເຊື່ອ? ສຸດທ້າຍ ກໍ່ບໍ່ມີການຫັນປ່ຽນເກີດຂຶ້ນ.

ສະຫລຸບວ່າ ຖ້າຝົນຍັງບໍ່ມາທົ່ວເຖິງບ່ອນປູກຝັງ, ກະສິກອນ ກໍ່ຍັງຈະຕ້ອງນັ່ງອຸກໃຈ, ຜູ້ໃດມີຫລາຍທາງເລືອກກໍ່ຈະອ່າວໄຄ. ການລົງໄປຮາກຖານເພື່ອຊ່ວຍເຂົາເຈົ້າໃນແງ່ຄິດ ແງ່ຫວັງ, ທັງຊ່ວຍທາງພຶດຕິກໍາ ແລະ ອື່ນໆ ມີຫລາຍຄໍາເຫັນວ່າແມ່ນຈໍາເປັນ ເຊິ່ງຜ່ານມາກໍ່ໄດ້ເຮັດແລ້ວ ແລະ ຢາກໃຫ້ສືບຕໍ່ເຮັດໃຫ້ດີ ໃຫ້ ແທດເຖິງ ເພື່ອການຫັນປ່ຽນທີ່ດີ.


* ຄ້ອງໃໝ່


KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top