ສຳເລັດ ກອງປະຊຸມ ກາງສະໄໝ ຄະນະບໍລິ ຫານງານພັກແຂວງຈຳປາສັກ ສະໄໝທີ VIII

22/05/2023 11:50
Email Print 1009
ຂປລ ຂປລ. ກອງປະຊຸມ ຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ VIII ໄດ້ດຳເນີນມາເປັນເວລາ 5 ວັນ ເລີ່ມແຕ່ວັນທີ 16-20 ພຶດສະພາ 2023 ດ້ວຍບັນຍາກາດທີ່ສ້າງສັນ, ມີຄວາມໝາຍສຳຄັນອັນເລິກເຊິ່ງ ແລະ ສຳເລັດຜົນລົງຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້. ພາຍໃຕ້ການເຂົ້າຮ່ວມເປັນປະທານ ຂອງສະຫາຍ ນາງ ປານີ ຢາທໍ່ຕູ້

 

   ຂປລ. ກອງປະຊຸມ ຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ VIII ໄດ້ດຳເນີນມາເປັນເວລາ 5 ວັນ ເລີ່ມແຕ່ວັນທີ 16-20 ພຶດສະພາ 2023 ດ້ວຍບັນຍາກາດທີ່ສ້າງສັນ, ມີຄວາມໝາຍສຳຄັນອັນເລິກເຊິ່ງ ແລະ ສຳເລັດຜົນລົງຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້. ພາຍໃຕ້ການເຂົ້າຮ່ວມເປັນປະທານ ຂອງສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ຮອງປະທານ ປະເທດ ແຫ່ງ ສປປ ລາວ, ສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຈຳປາສັກ, ມີຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະຮັບຜິດຊອບຂັ້ນສູນກາງ-ຂັ້ນແຂວງ, ຜູ້ແທນທີ່ມາຈາກພາກສ່ວນອ້ອມຂ້າງແຂວງ, ເມືອງ ແລະ ນະຄອນ ເຂົ້າຮ່ວມ.
   ກອງປະຊຸມນີ້ ໄດ້ດຳເນີນຖືກຕ້ອງຕາມກົດລະບຽບຂອງພັກ ແລະ ຄຳສັ່ງ
, ຄຳແນະນຳຂອງສູນກາງພັກທຸກປະການ, ໄດ້ເສີມຂະຫຍາຍປະຊາທິປະໄຕ, ສິດເປັນເຈົ້າຂອງຕົນຕາມຫລັການຂອງພັກ ໃນການປະກອບຄໍາເຫັນ, ຕິຊົມກໍ່ສ້າງ ແລະ ລົງຄະແນນຄວາມໄວ້ວາງໃຈຕໍ່ບຸກຄົນຄະນະບໍລິຫານງານພັກແຂວງ, ຄົ້ນຄ້ວາ, ເຊື່ອມຊຶມບັນດາເນື້ອໃນເອກະສານສຳຄັນຂອງສູນກາງພັກ ອັນໄດ້ກາຍເປັນບ່ອນອີງພື້ນຖານທີ່ໜັກແໜ້ນໃຫ້ແກ່ການຄົ້ນຄ້ວາ, ລົງເລິກ, ວິເຄາະ, ໄຈ້ແຍກບັນຫາຕ່າງໆຂອງອົງຄະນະພັກ ໃນການນໍາພາແຕ່ລະຂົງເຂດວຽກງານຢ່າງເລິກເຊິ່ງ ຕະ ຫລອດໄລຍະແຫ່ງການນໍາພາ-ຊີ້ນຳ ຂອງຄະນະບໍລິຫານງານພັກແຂວງໃນ 2 ປີເຄິ່ງ ຜ່ານມາ.
   ສະຫາຍ ວິໄລວົງ ບຸດດາຄຳ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ຕີລາຄາວ່າ:  ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຂວງໃນຄັ້ງນີ້ ໄດ້ຢັ້ງຢືນເຖິງຄວາມເປັນເຈົ້າການປະຕິບັດໜ້າທີ່ການເມືອງຂອງຕົນດ້ວຍຄວາມຮັບຜິດຊອບສູງ
, ເປັນເຈົ້າການໃນການຄົ້ນຄ້ວາສົນທະນາປຶກສາຫາລື, ຕີລາຄາເປັນເອກະພາບຕໍ່ຫລາຍບັນຫາທີ່ເປັນພື້ນຖານພົວພັນເຖິງ ຄວາມຮັບຜິດຊອບໜ້າທີ່ການເມືອງຂອງອົງຄະນະພັກ ແລະ ໝາກຜົນ-ຜົນງານ ແລະ ດ້ານຄົງຄ້າງຂອງການຈັດຕັ້ງປະຕິບັດບັນດາຄາດໝາຍຈຸດສຸມໃນທຸກຂົງເຂດວຽກງານ ເຊິ່ງສະແດງໃຫ້ເຫັນເຖິງຄວາມເຂັ້ມແຂງ ແລະ ຄວາມບົກຜ່ອງບາງດ້ານໃນການນຳພາ-ຊີ້ນຳຂອງອົງຄະນະພັກແຂວງ ທີ່ພວກເຮົາພ້ອມກັນຮັບຮູ້ ເພື່ອຊອກເຫັນສາເຫດ, ປັດໄຈດ້ານຕ່າງໆ, ມີມາດຕະການ ແລະ ວິທີການປັບປຸງແກ້ໄຂໃນຕໍ່ໜ້າ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດບັນດາຄາດໝາຍທີ່ໄດ້ຮັບຮອງໃນກອງປະຊຸມຄັ້ງນີ້ ໄດ້ຮັບການສືບຕໍ່ນໍາພາ-ຊີ້ນໍາຈັດຕັ້ງປະຕິບັດໃຫ້ບັນລຸຕາມແຜນການທີ່ວາງໄວ້ ຊຶ່ງກອງປະຊຸມພາຍໃນ ໄດ້ພ້ອມກັນຮັບຟັງການສະເໜີຜ່ານກ່ຽວກັບບົດສຳຫລວດການເຄື່ອນ ໄຫວນໍາພາ-ຊີ້ນໍາຂອງຄະນະບໍລິຫານງານພັກແຂວງກາງສະໄໝ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕາມການແບ່ງງານ, ແບ່ງຄວາມຮັບຜິດຊອບຂອງແຕ່ລະສະຫາຍ ໃນແຕ່ລະຂົງເຂດການນຳພາໄລຍະຜ່ານມາ ສ່ອງແສງໄດ້ເຖິງຜົນສຳເລັດທີ່ສຳຄັນ ຫລາຍດ້ານຂອງການປະຕິບັດມະຕິກອງປະຊຸມໃຫຍ່ຂັ້ນຂອງຕົນ ກໍຄືສອງໜ້າທີ່ຍຸດທະສາດ ໃນພາລະກິດປ່ຽນແປງໃໝ່ຮອບດ້ານຢ່າງມີຫລັກການຂອງພັກ, ຄຽງຄູ່ກັນນັ້ນ ກໍໄດ້ພ້ອມກັນຮັບຮູ້ເຖິງບັນຫາດ້ານອ່ອນ, ຂໍ້ຂາດຕົກບົກຜ່ອງແຫ່ງການນຳພາ-ຊີ້ນໍາ ທີ່ຈະຕ້ອງປັບປຸງແກ້ໄຂ, ໄດ້ດຳເນີນຊີວິດການເມືອງ, ສໍາຫລວດກວດກາ, ປັບປຸງປົວແປງພາຍໃນພັກ ໂດຍສະເພາະບຸກຄົນຄະນະພັກ ແຕ່ລະສະຫາຍບຸກຄົນຄະນະບໍລິຫານງານພັກ ກໍໄດ້ຈິງໃຈສຳຫລວດກວດກາຕຳນິຕົນເອງ ກ້າຍົກຈຸດອ່ອນຂອງຕົນ ແລະ ຮັບເອົາຄໍາຕໍານິຕິຊົມຂອງເພື່ອນສະຫາຍດ້ວຍຄວາມຈິງໃຈ ເພື່ອນໍາໄປຄົ້ນຄວ້າ, ປັບປຸງຕົນເອງ, ບັນດາສະຫາຍກໍາມະການຄະນະບໍລິຫານງານພັກ ຍັງໄດ້ເອົາໃຈໃສ່ຕິດຕາມການສໍາຫລວດຕົນເອງ ຂອງເພື່ອນສະຫາຍຢ່າງຕັ້ງໜ້າ. ພ້ອມນັ້ນ, ກໍກ້າຫານຕິຊົມ ໂດຍຍົກໃຫ້ເຫັນດ້ານດີ, ຜົນສໍາເລັດ ແລະ ບັນຫາຂໍ້ຄົງຄ້າງ ທີ່ຕ້ອງໄດ້ເອົາໃຈໃສ່ແກ້ໄຂໃນຕໍ່ໜ້າ, ການປະກອບຄຳຄິດຄຳເຫັນ ມີລັກສະນະສ້າງສັນ ກົງໄປກົງມາ, ບົນຈິດໃຈຄວາມສາມັກຄີຮັກແພງ ເພື່ອນມິດສະຫາຍທີ່ຮ່ວມອຸດົມການດຽວກັນ, ການຕີລາຄາຈັດປະເພດ ແມ່ນຖືກຕ້ອງສອດຄ່ອງກັບສະພາບຄວາມເປັນຈິງຂອງແຕ່ລະສະຫາຍ.
   ກອງປະຊຸມກາງສະໄໝ ໄດ້ສຳເລັດຜົນຕາມລະດັບຄາດໝາຍ ທີ່ວາງໄວ້ທຸກປະການ ອັນເປັນການຢັ້ງຢືນເຖິງຄວາມສາມັກຄີເປັນເອກະພາບ ແລະ ຄວາມຮັບຜິດຊອບສູງຂອງພວກເຮົາໃນການຕົກລົງບັນຫາໃຫຍ່ໆ ທີ່ເປັນຍຸດທະສາດ ແລະ ສໍາຄັນຂອງພັກ. ພ້ອມນັ້ນ, ຍັງສ່ອງແສງໃຫ້ເຫັນເຖິງຄວາມບຸກບືນ ພະຍາຍາມ ແລະ ນ້ຳໃຈຮັບຜິດຊອບ ຂອງບັນດາສະຫາຍຜູ້ແທນທຸກພາກສ່ວນ ທີ່ໄດ້ຕັ້ງໜ້າກະກຽມບັນດາພື້ນຖານປັດໄຈຕ່າງໆ ແລະ ຮັບ ປະກັນເຮັດໃຫ້ກອງປະຊຸມຂອງພວກເຮົາສາມາດດຳເນີນໄປດ້ວຍຜົນສຳເລັດອັນຈົບງາມ.
  ໂອກາດນີ້
, ສະຫາຍ ນາງ ປານີ ຢາທໍ່ຕູ້ ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳ ໂດຍເນັ້ນໃຫ້ຄະນະພັກແຕ່ລະຂັ້ນ, ສະມາຊິກພັກແຕ່ລະສະຫາຍຂອງແຂວງຈຳປາສັກ ພ້ອມກັນສືບຕໍ່ເພີ່ມທະວີການຈັດຕັ້ງຜັນຂະຫຍາຍຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄັ້ງທີ VIII ແລະ ແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີ IX ຂອງແຂວງ ຕິດພັນກັບມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ 2 ວາລະແຫ່ງຊາດ ໃຫ້ບັນລຸຕາມຈຸດປະສົງ ແລະ  ຄາດໝາຍທີ່ວາງໄວ້; ຖືເອົາຜົນຂອງການທາບທາມຄວາມເຊື່ອໝັ້ນ ໄວ້ວາງໃຈ ແລະ ຜົນການດໍາເນີນຊີວິດການເມືອງພາຍໃນຄະນະບໍລິຫານງານພັກແຂວງ; ສືບຕໍ່ຍູ້ແຮງວຽກງານປັບປຸງພັກ, ກໍ່ສ້າງພະນັກງານ, ວຽກງານກວດກາ ແລະ ວຽກງານມະຫາຊົນຂອງພັກໃຫ້ແຂງແຮງ, ຜັນຂະຫຍາຍຈິດໃຈຂອງກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ແລະ ກອງປະຊຸມວຽກງານກວດກາທົ່ວປະເທດຄັ້ງທີ IV ຜ່ານມາ, ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ໃນວຽກງານພະນັກງານ; ສືບຕໍ່ສຸມໃສ່ການຈັດຕັ້ງຜັນຂະຫຍາຍຜົນສໍາເລັດຂອງກອງປະຊຸມກາງສະໄໝຄັ້ງນີ້ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດໃຫ້ເປັນຮູບປະທໍາຕົວຈິງ ໃນທຸກຂົງເຂດວຽກງານ.

ຂ່າວ: ທັດຊະນະ

ພາບ: ພູທິບສະຫວັນ

KPL

ຂ່າວອື່ນໆ

ads
ads

Top