ບໍລິສັດ ຕ້າຖັງ (ລາວ) ໄຟຟ້ານ້ຳຕົກປາກແບງ ມອບວັດຖຸ-ປັດໄຈ ໃຫ້ປະຊາຊົນຜູ້ທຸກຍາກ

11/04/2023 16:12
Email Print 1575
ຂປລ ຂປລ. ໃນວັນທີ 11 ເມສາ 2023 ນີ້, ບໍລິສັດ ຕ້າຖັງ (ລາວ) ໄຟຟ້ານ້ຳຕົກປາກແບງ ຈຳກັດ ໄດ້ມອບເຄືື່ອງ ແລະ ປັດໄຈຈຳນວນໜຶ່ງ ເພື່ອແບ່ງເບົາ ແລະ ອວຍພອນປີໃໝ່ໃຫ້ແກ່ປະຊາຊົນຜູ້ທີ່ທຸກຍາກ ທີ່ບ້ານຈຳປາ ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ.

 

  ຂປລ. ໃນວັນທີ 11 ເມສາ 2023 ນີ້, ບໍລິສັດ ຕ້າຖັງ (ລາວ) ໄຟຟ້ານ້ຳຕົກປາກແບງ ຈຳກັດ ໄດ້ມອບເຄືື່ອງ ແລະ ປັດໄຈຈຳນວນໜຶ່ງ ເພື່ອແບ່ງເບົາ ແລະ ອວຍພອນປີໃໝ່ໃຫ້ແກ່ປະຊາຊົນຜູ້ທີ່ທຸກຍາກ ທີ່ບ້ານຈຳປາ ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ.
   ໂດຍບໍລິສັດໄດ້ຮັບຮູ້ວ່າ ປະຊາຊົນຈໍານວນໜຶ່ງໃນບ້ານຈຳປາ ຍັງມີຄວາມທຸກຍາກ ຈຶ່ງໄດ້ລະ ດົມພະນັກງານຂອງບໍລິສັດທັງໝົດ ໃຫ້ພ້ອມກັນປະກອບສ່ວນທັງວັດຖຸ ແລະ ປັດໄຈ ເຊິ່ງສາມາດລະ ດົມໄດ້ຈຳນວນໜຶ່ງປະກອບມີ: ເຄື່ອງນຸ່ງ
, ເກີບ, ບານເຕະ, ກະຕໍ້ ແລະ ອຸປະກອນການຮຽນເຊັ່ນ: ບິກ ແລະ ປຶ້ມຂຽນ ໂດຍໄດ້ມອບໃຫ້ອຳນາດການປົກຄອງບ້ານຈຳປາ ນຳໄປແຈກຢາຍໃຫ້ແກ່ປະຊາຊົນພາຍໃນບ້ານຕໍ່ໄປ.
   ໃນໂອກາດມອບເຄື່ອງແກ່ອຳນາດການປົກຄອງບ້ານຄັ້ງ​ນີ້, ຜູ້ຮັບຜິດຊອບຂອງບໍລິສັດດັ່ງກ່າວ ໄດ້ຍົກໃຫ້ເຫັນວ່າ: ການລະບາດພະຍາດ ໂຄວິດ-
19 ໄດ້ສ້າງຄວາມຫຍຸ້ງຍາກໃຫ້ແກ່ຊີວິດການເປັນຢູ່ຂອງປະຊາຊົນຫລາຍສົມຄວນ. ເມື່ອເຫັນເຖິງຄວາມຫຍຸ້ງຍາກດັ່ງກ່າວ ບໍລິສັດ ໃນຖານະທີ່ເຂົ້າມາລົງ ທຶນ ຢູ່ປະເທດລາວຫລາຍກວ່າ 10 ປີ ຈຶ່ງຢາກປະກອບສ່ວນຊ່ວຍເຫລືອສັງຄົມຕາມພັນທະທີ່ບໍລິສັດມີ ເພື່ອຊ່ວຍເຫລືອປະຊາຊົນຜູ້ທຸກຍາກ ສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ພ້ອມກັນປະກອບສ່ວນພັດທະນາເສດຖະກິດສັງຄົມ-ສັງຄົມຕໍ່ໄປ.

 

KPL

ຂ່າວອື່ນໆ

    • ສະຫຼຸບວຽກງານໂຄສະນາສຶກສາຄວາມສ່ຽງໄພຈາກລບຕ ຜ່ານລາຍການວິທະຍຸ ປະຈຳປີ 2026ວັດທະນະທຳ-ສັງຄົມ

      ສະຫຼຸບວຽກງານໂຄສະນາສຶກສາຄວາມສ່ຽງໄພຈາກລບຕ ຜ່ານລາຍການວິທະຍຸ ປະຈຳປີ 2026

      10/28/2026 9:50:28 AM

      ກອງປະຊຸມປະຈຳປີຂອງວຽກໂຄສະນາສຶກສາຄວາມສ່ຽງໄພຈາກລະເບີດບໍ່ທັນແຕກ (ລບຕ) ຜ່ານລາຍການວິທະຍຸກະຈາຍສຽງ ຈັດຂຶ້ນໃນວັນທີ 27 ຕຸລາ 2026 ຢູ່ເມືອງປາກຊັນ ແຂວງບໍລິຄຳໄຊ ໂດຍການເປັນປະທານຂອງ ທ່ານ ບຸນເພັງ ສີສະຫວັດ ຫົວໜ້າຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ, ທ່ານ ກອງຄຳ ດວງແກ້ວ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ, ມີ ທ່ານ ວັນນະສິນ ສິມມະວົງ ຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ, ທ່ານ ວຽງວັດທະນາ ຊະນະພານ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ, ມີຜູ້ຕາງໜ້າຄະນະໂຄສະນາອົບຮົມແຂວງ ແລະ ຫົວໜ້າຂະແໜງສື່ມວນຊົນຈາກ 12 ແຂວງທົ່ວປະເທດ ເຂົ້າຮ່ວມ.

    • ຫາລືຮັບຮອງຮ່າງເຄື່ອງມືວຽກງານຕິດຕາມກວດກາ ແລະ ປະເມີນຜົນໂຄງການພັດທະນາແມ່ຍິງວັດທະນະທຳ-ສັງຄົມ

      ຫາລືຮັບຮອງຮ່າງເຄື່ອງມືວຽກງານຕິດຕາມກວດກາ ແລະ ປະເມີນຜົນໂຄງການພັດທະນາແມ່ຍິງ

      10/28/2026 9:46:21 AM

      ກອງປະຊຸມປຶກສາຫາລືຮັບຮອງຮ່າງເຄື່ອງມືວຽກງານຕິດຕາມ, ກວດກາ ແລະ ປະເມີນຜົນໂຄງການພັດທະນາແມ່ຍິງ, ບັນດາຂະແໜງການທີ່ກ່ຽວພັນ ແລະ ໂຄງການຮ່ວມມືກັບຕ່າງປະເທດ ຈັດຂຶ້ນໃນວັນທີ 26 ຕຸລາ 2026 ໂດຍການເປັນປະທານຂອງ ທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ມີຄະນະປະທານ ສສຍລ, ຕາງໜ້າຈາກກົງຈັກຊ່ວຍວຽກສູນກາງສະຫະພັນແມ່ຍິງລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ຄະນະພະສົງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ່ ຮ່ວມໄຫ້ວພະ ສູດມົນເພື່ອສັນຕິພາບໂລກວັດທະນະທຳ-ສັງຄົມ

      ຄະນະພະສົງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ່ ຮ່ວມໄຫ້ວພະ ສູດມົນເພື່ອສັນຕິພາບໂລກ

      10/28/2026 9:45:05 AM

      ໃນວັນທີ 26 ຕຸລາ 2026 ນີ້, ຄະນະພະສົງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ່ ຄັ້ງທີ 11 ນໍາໂດຍພະອາຈານໃຫຍ່ມະຫາເວດມະເສ ໄນ ປະທານອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ ແລະ ພະອາຈານໃຫຍ່ ອິນຊູນ (Yin Shun) ຮອງປະທານຄະນະປະຈໍາສະມາຄົມພຸດທະສາສະໜາ ແຂວງກວາງຕຸ້ງ, ປະທານສະມາຄົມພຸດທະສາສະໜາ ເມືອງເສີນເຈິນ, ທັງເປັນປະທານຜູ້ກ່ໍຕ້ັງກອງປະຊຸມພຸດສາສະໜາ ໜານໄຫ່, ເຈ້ົາອະທິການວັດຫົງຟ້າ ສປ ຈີນ, ພ້ອມຄະນະພະສົງຈາກ 29 ປະເທດ ໄດ້ຮ່ວມພິທີໄຫວ້ພະສູດມົນເພື່ອສັນຕິພາບໂລກ ຢູ່ຕໍ່ໜ້າຮູບປັ້ນເຈ້ົາ ໄຊເສດຖາ ພະທາດຫລວງວຽງຈັນ ແລະ ວຽນທຽນບູຊາພະທາດຫລວງວຽງຈັນ ໂດຍມີບັນດາການນຳພັກ, ລັດ, ພຸດທະສາສະນິກະຊົນລາວບັນດາເຜ່ົາເຂ້ົາຮ່ວມ.

    • ສ້າງຄວາມເຂັ້ມແຂງໃຫ້ ສສຊ ເພດຍິງໃນການຕິດຕາມກວດກາ ແລະ ທົບທວນກົດໝາຍວັດທະນະທຳ-ສັງຄົມ

      ສ້າງຄວາມເຂັ້ມແຂງໃຫ້ ສສຊ ເພດຍິງໃນການຕິດຕາມກວດກາ ແລະ ທົບທວນກົດໝາຍ

      10/28/2026 9:42:51 AM

      ສະພາແຫ່ງຊາດ ຈັດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຊິກສະພາແຫ່ງຊາດເພດຍິງ ໃນຫົວຂໍ້: ການເຊື່ອມທັດສະນະບົດບາດຍິງ-ຊາຍ ເຂົ້າໃນການຕິດຕາມກວດກາ ແລະ ທົບທວນກົດໝາຍ ໃນວັນທີ 24-25 ຕຸລາ 2026 ໂດຍການເປັນປະທານຂອງ ທ່ານ ນາງ ທຸມມາລີ ວົງພະຈັນ ປະທານກຳມາທິການກົດໝາຍ ແລະ ຍຸຕິທຳ, ທັງເປັນປະທານຄະນະສະມາຊິກສະພາແຫ່ງຊາດ (ສສຊ) ເພດຍິງ, ມີບັນດາ ສສຊ ເພດຍິງຈາກສູນກາງ ແລະ 16 ເຂດເລືອກຕັ້ງ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

    • ຕະຫຼາດສົດໂນນຄໍ້ ກຽມພ້ອມຮອບດ້ານສະໜອງສິນຄ້າໃນໄລຍະບຸນອອກພັນສາ ປະຈຳປີ 2026ວັດທະນະທຳ-ສັງຄົມ

      ຕະຫຼາດສົດໂນນຄໍ້ ກຽມພ້ອມຮອບດ້ານສະໜອງສິນຄ້າໃນໄລຍະບຸນອອກພັນສາ ປະຈຳປີ 2026

      10/27/2026 8:33:39 PM

      ໃນໂອກາດບຸນອອກພັນສາ ປະຈຳປີ 2026 ນີ້, ຕະຫຼາດສົດໂນນຄໍ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ກະກຽມຄວາມພ້ອມຮອບດ້ານໃນການສະໜອງສິນຄ້າປະເພດຕ່າງໆ ເພື່ອຮອງຮັບຄວາມຕ້ອງການຂອງປະຊາຊົນໃນໄລຍະບຸນປະເພນີອອກພັນສາ, ພ້ອມທັງວາງມາດຕະການຄຸ້ມຄອງລາຄາສິນຄ້າ ແລະ ຄຸນນະພາບສິນຄ້າຢ່າງເຂັ້ມງວດ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ຜູ້ບໍລິໂພກ.

ads
ads

Top