ຄວາມເຂັ້ມຂຸ້ນ ຂອງອາຍພິດເຮືອນແກ້ວ ໃນໂລກສ້າງສະຖິຕິສູງສຸດ ເປັນປະຫວັດສາດ

28/10/2026 20:10
ຂປລ ອີງຕາມ “ແຈ້ງການກ່ຽວກັບ ອາຍພິດເຮືອນແກ້ວ” ສະບັບຫລ້າສຸດ ທີ່ອົງການອຸຕຸນິຍົມໂລກ ເປີດເຜີຍໃນວັນທີ 27 ຕຸລານີ້ ສະແດງໃຫ້ເຫັນວ່າ: ປີ 2025, ຄວາມ ເຂັ້ມຂຸ້ນ ຂອງກາກບອນ ດິອ໊ອກຊິດ ແລະ ອາຍພິດເຮືອນແກ້ວ ຕົ້ນຕໍ ອື່ນໆ ໃນຊັ້ນບັນຍາກາດຂອງໂລກ ໄດ້ສ້າງສະຖິຕິສູງສຸດ ເປັນປະ​ຫວັດ​ສາດ ອີກ​ຄັ້ງ​, ສະແດງໃຫ້ເຫັນວ່າທ່າອຽງ ຈະ ເພີ່ມຂຶ້ນ ໃນໄລ ຍະຍາວ ຂອງອຸນຫະພູມໃນທົ່ວໂລກ ຍັງຄົງສືບຕໍ່ ຂະຫຍາຍຕົວຢູ່.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ອີງຕາມ “ແຈ້ງການກ່ຽວກັບ ອາຍພິດເຮືອນແກ້ວ” ສະບັບຫລ້າສຸດ ທີ່ອົງການອຸຕຸນິຍົມໂລກ ເປີດເຜີຍໃນວັນທີ 27 ຕຸລານີ້ ສະແດງໃຫ້ເຫັນວ່າ: ປີ 2025, ຄວາມ ເຂັ້ມຂຸ້ນ ຂອງກາກບອນ ດິອ໊ອກຊິດ ແລະ ອາຍພິດເຮືອນແກ້ວຕົ້ນຕໍອື່ນໆ ໃນຊັ້ນບັນຍາກາດຂອງໂລກ ໄດ້ສ້າງສະຖິຕິສູງສຸດ ເປັນປະ​ຫວັດ​ສາດ ອີກ​ຄັ້ງ​, ສະແດງໃຫ້ເຫັນວ່າທ່າອຽງ ຈະເພີ່ມຂຶ້ນ ໃນໄລ ຍະຍາວ ຂອງອຸນຫະພູມໃນທົ່ວໂລກ ຍັງຄົງສືບຕໍ່ ຂະຫຍາຍຕົວຢູ່.ຄຽງຄູ່ກັບມະນຸດ ນໍາໃຊ້ວັດຖຸເຊື້ອໄຟຟອດຊິວ ຢ່າງຕໍ່ເນື່ອງ ບວກກັບການຂະຫຍາຍຕົວ ຂອງປາກົດການເອນີໂນ ຮ້າຍແຮງທີ່ເກີດຂຶ້ນ ໃນປັດຈຸບັນນີ້, ຄາດວ່າຄວາມເຂັ້ມຂຸ້ນ ຂອງອາຍພິດເຮືອນແກ້ວ ໃນຊັ້ນບັນຍາກາດ ຍັງຈະສືບຕໍ່ເພີ່ມຂຶ້ນ ຢ່າງພົ້ນເດັ່ນໃນປີ 2026.ທ່ານ ໂຄ ບາເຣດ ຮອງເລຂາທິການໃຫຍ່ ອົງການອຸຕຸນິຍົມໂລກ ໃຫ້ຮູ້ ວ່າ: ເລື່ອງນີ້ໄດ້ເພີ່ມຄວາມອາດ ເປັນໄປໄດ້ຂອງການເກີດສະພາບອາກາດທີ່ຮຸນແຮງ ແລະ ຈະສ້າງຄວາມສ່ຽງທີ່ກ່ຽວຂ້ອງ ໃຫ້ແກ່ ເສດຖະກິດ-ສັງຄົມ ຂອງພວກເຮົາ. ກາກບອນດິອ໊ອກຊິດ ຈະຄົງຕົວ ຢູ່ໃນຊັ້ນ ບັນຍາກາດ ເປັນເວລາດົນນານ ເຊິ່ງຈະສົ່ງຜົນກະທົບ ຕໍ່ສະພາບອາກາດຂອງໂລກໃນຫລາຍສິບປີ ຈົນເຖິງຂັ້ນຫລາຍຮ້ອຍປີຕໍ່ໜ້າ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top