ກອງປະຊຸມວ່າດ້ວຍນະວັດຕະກຳສີຂຽວ ພາຍໃຕ້ຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ ປີ 2026

28/10/2026 20:10
ຂປລ ກອງປະຊຸມ ວ່າດ້ວຍ ນະວັດຕະກຳ ສີຂຽວ ພາຍໃຕ້ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ປີ 2026 ໄດ້ຈັດຂຶ້ນທີ່ ເຂດບໍລິຫານພິເສດ ຮົງກົງ ຂອງ ສປ ຈີນ ພາຍໃຕ້ຫົວຂໍ້ "ການຮ່ວມມື ກັບບັນດາປະເທດ ໃນຊີກໂລກໃຕ້ (Global South) ເພື່ອການຫັນປ່ຽນສູ່ສີຂຽວ ແລະ ການຊຸກຍູ້ ການພັດທະນາ ແບບຍືນຍົງ ໃນທົ່ວໂລກ," ກອງປະຊຸມດັ່ງກ່າວ ມີຜູ້ເຂົ້າຮ່ວມ ເກືອບ 300 ຄົນ ຈາກຫລາຍກວ່າ 20 ປະເທດ.

ຂປລ. ກອງປະຊຸມ ວ່າດ້ວຍ ນະວັດຕະກຳ ສີຂຽວ ພາຍໃຕ້ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ປີ 2026 ໄດ້ຈັດຂຶ້ນທີ່ ເຂດບໍລິຫານພິເສດ ຮົງກົງ ຂອງ ສປ ຈີນ ພາຍໃຕ້ຫົວຂໍ້ "ການຮ່ວມມື ກັບບັນດາປະເທດ ໃນຊີກໂລກໃຕ້ (Global South) ເພື່ອການຫັນປ່ຽນ ສູ່ສີຂຽວ ແລະ ການຊຸກຍູ້ ການພັດທະນາ ແບບຍືນຍົງ ໃນທົ່ວໂລກ," ກອງປະຊຸມດັ່ງກ່າວ ມີຜູ້ເຂົ້າຮ່ວມ ເກືອບ 300 ຄົນ ຈາກຫລາຍກວ່າ 20 ປະເທດ. ໃນໂອກາດນີ້ ທ່ານ ຫວງຣັນຊີວ(Huang Runqiu), ລັດຖະມົນຕີ ກະຊວງນິເວດວິທະຍາ ແລະ ສິ່ງແວດລ້ອມ ຂອງ ສປ ຈີນ ໄດ້ກ່າວວ່າ: ຮອດທ້າຍປີ 2025, ບັນດາວິສາຫະກິດຈີນ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະລົງທຶນ ຢ່າງໜ້ອຍ 227 ຕື້ໂດລາສະຫະລັດ ເຂົ້າໃນໂຄງການຜະລິດ ແບບສີຂຽວ ໃນຕ່າງປະເທດ, ພ້ອມທັງ ດຳເນີນການ ຢ່າງຕັ້ງໜ້າ ໃນການຈັດຕັ້ງປະຕິບັດ "ໂຄງການທູດເສັ້ນທາງ ສາຍໄໝ ສີຂຽວ" (Green Silk Road Envoys Program) ແລະ "ຂໍ້ລິເລີ່ມ ການຮ່ວມມື ໃຕ້-ໃຕ້ ພາຍໃຕ້ ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ກ່ຽວກັບ ການປ່ຽນແປງດິນຟ້າອາກາດ", ພ້ອມທັງ ລົງນາມເອ ກະສານ ການຮ່ວມມື ຫລາຍກວ່າ 80 ສະບັບ ກັບຫລາຍກວ່າ 50 ປະເທດ. ຈາກນັ້ນ ທ່ານ ຢູຊານອູ(U Hsan Oo), ລັດຖະມົນຕີ ກະຊວງຊັບພະຍາກອນ ທຳມະຊາດ ແລະ ການອະນຸລັກ ສິ່ງແວດລ້ອມ ແຫ່ງສະຫະພາບ ມຽນມາ ໄດ້ກ່າວວ່າ: ບັນດາປະເທດ ໃນຊີກໂລກໃຕ້ ພວມຜະເຊີນກັບ ສິ່ງທ້າທາຍທີ່ນັບມື້ ນັບສັບຊ້ອນ. ພ້ອມທັງ ລະບຸຕື່ມວ່າ ເວທີປຶກສາຫາລືເຊັ່ນ ກອງປະຊຸມຄັ້ງນີ້ ເປັນໂອກາດສຳຄັນ ໃນການແລກປ່ຽນ ຄວາມຄິດເຫັນ ລະຫວ່າງ ຜູ້ກຳນົດນະໂຍບາຍ, ນັກລົງທຶນ, ຜູ້ໃຫ້ບໍລິການ ດ້ານເຕັກໂນໂລຊີ ແລະ ຜູ້ຊ່ຽວຊານ ເພື່ອສະສົມປະສົບການ ທີ່ສາມາດນຳໄປໝູນໃຊ້ໄດ້ຈິງ, ຊຸກຍູ້ການລົງທຶນ ແລະ ເສີມສ້າງການ ຮ່ວມມື ດ້ານເຕັກໂນໂລຊີ. ຈາກນັ້ນ ທ່ານ ອາຊີສ ອັບດູຄາກິມອບ(Aziz Abdukhakimov) ທີ່ປຶກສາປະທານາ ທິບໍດີ ອຸສເບກິສຖານ ດ້ານບັນຫາສິ່ງແວດລ້ອມ ແລະ ປະທານ ຄະນະກຳມະການ ແຫ່ງຊາດ ວ່າດ້ວຍ ນິເວດວິທະຍາ ແລະ ການປ່ຽນແປງ ດິນຟ້າອາກາດ ໄດ້ກ່າວວ່າ: ຂໍ້ລິເລີ່ມ "ໜຶ່ງແລວ ໜຶ່ງເສັ້ນທາງ" (Belt and Road Initiative - BRI) ບໍ່ພຽງແຕ່ ເປັນເວທີ ສຳລັບ ການຮ່ວມມື ດ້ານການຄ້າ ແລະ ເຄືອຂ່າຍເສັ້ນທາງ ຄົມມະນາຄົມ ເທົ່ານັ້ນ, ແຕ່ຍັງ ເປັນເວທີຍຸດທະສາດ ສຳລັບ ການແລກປ່ຽນ ເຕັກໂນໂລຊີສີຂຽວ, ນະວັດຕະກຳ ແລະ ການລົງທຶນອີກດ້ວຍ. ປະເທດ ອຸສເບກິສຖານ ຫວັງຈະນຳເອົາປະສົບການ ແລະ ເຕັກໂນໂລຊີ ທີ່ກ້າວໜ້າ ຂອງ ສປ ຈີນ ມາປະຍຸກໃຊ້ ໃນວຽກງານການຕ້ານ ການກາຍເປັນທະເລຊາຍ, ການສ້າງແນວປ່າປ້ອງກັນ ແລະ ການພັດທະນາ ອຸດສາຫະກຳໃຫ້ທັນສະໄໝ ຄວບຄູ່ກັບການ ຮັກສາສິ່ງແວດ ລ້ອມ. ທ່ານ ເຊວວິນ ຮາດ(Selwin Hart) ທີ່ປຶກສາພິເສດ ຂອງເລຂາທິການໃຫຍ່ ສະຫະປະຊາຊາດ ດ້ານການດຳເນີນງານ ກ່ຽວກັບ ສະພາບອາກາດ ແລະ ການຫັນປ່ຽນ ຢ່າງເປັນທຳ (Just Transition) ໄດ້ກ່າວຜ່ານວິດີໂອວ່າ: ຄວນມີການນຳໃຊ້ຂໍ້ລິເລີ່ມ "ໜຶ່ງແລວ ໜຶ່ງເສັ້ນທາງ" (BRI) ເພື່ອເຊື່ອມໂຍງເຕັກໂນໂລຊີ ພະລັງງານ ສະອາດ, ພື້ນຖານໂຄງລ່າງ ແລະ ຊັບພະຍາກອນ ທາງການເງິນ ເຂົ້າດ້ວຍກັນ, ທັງເປັນການປົດລັອກ ທ່າແຮງການພັດທະນາຂອງບັນດາປະເທດ ໃນຊີກໂລກໃຕ້ (Global South). ພ້ອມດຽວກັນນີ້, ທ່ານ ຍັງໄດ້ຮຽກຮ້ອງ ໃຫ້ທຸກຝ່າຍຮ່ວມມືກັນ ເພື່ອຊຸກຍູ້ໂຄງການຕ່າງໆ ຕັ້ງແຕ່ຂັ້ນຕອນການວາງແຜນ, ການຈັດຫາແຫລ່ງທຶນ ໄປຈົນເຖິງການຈັດຕັ້ງ ປະຕິບັດຕົວຈິງໃນພື້ນທີ່. ພາຍໃນກອງປະຊຸມ ຍັງໄດ້ມີການເຜີຍແຜ່ ບົດລາຍງານ ກ່ຽວກັບທິດທາງ ການພັດທະນາສີຂຽວ ຂອງບັນດາ ປະເທດໃນຊີກໂລກໃຕ້. ບົດລາຍງານສະເໜີແນະ ໃຫ້ເລັ່ງດຳເນີນມາດຕະການ ປັບຕົວແຕ່ເນີ່ນໆ ເນື່ອງຈາກ ການວາງແຜນລ່ວງໜ້າ ສາມາດສ້າງຜົນຕອບແທນ ທີ່ຮອບດ້ານ ແລະ ຍືນຍົງໃນໄລຍະຍາວ ໂດຍໃຊ້ຕົ້ນທຶນ ເບື້ອງຕົ້ນຕ່ຳກວ່າ.ທ່ານ ຈ້າວ ຢິງມິນ(Zhao Ying min), ປະທານພັນທະມິດສາກົນ ເພື່ອການພັດທະນາສີຂຽວ ພາຍໃຕ້ຂໍ້ລິເລີ່ມ "ໜຶ່ງ ແລວ ໜຶ່ງເສັ້ນທາງ" (Belt and Road Initiative International Green Development Coalition), ໄດ້ກ່າວວ່າ ປັດຈຸບັນພັນທະມິດດັ່ງກ່າວ ມີສະມາຊິກ 64 ພາກສ່ວນ ແລະ ມີຄູ່ຮ່ວມງານ ຈາກ ສປ ຈີນ ແລະ ຕ່າງປະເທດ ຫລາຍກວ່າ 190 ພາກສ່ວນ ທີ່ມາຈາກ ເກືອບ 50 ປະເທດ  ເຊິ່ງລວມມີ ໜ່ວຍງານ ທີ່ຮັບຜິດຊອບ ວຽກງານ ດ້ານສະພາບອາກາດ ແລະ ສິ່ງແວດລ້ອມ ຈາກ 26 ປະເທດຄູ່ຮ່ວມງານ; ນອກຈາກນີ້ ຍັງໄດ້ສ້າງຕັ້ງ ເວທີຮ່ວມມືຫລັກ 3 ດ້ານ ທີ່ກວມເອົາ ການຮ່ວມມື ດ້ານການລົງທຶນ ແລະ ການເງິນ, ເຄືອຂ່າຍຜູ້ຊ່ຽວຊານ ແລະ ການບໍລິການ ດ້ານຂໍ້ມູນຂະໜາດໃຫຍ່ (Big Data). ກອງປະຊຸມຄັ້ງນີ້ ຈັດຂຶ້ນຮ່ວມກັນໂດຍ ກະຊວງນິເວດວິ ທະຍາ ແລະ ສິ່ງແວດລ້ອມຈີນ ແລະ ສຳນັກງານ ສິ່ງແວດລ້ອມ ແລະ ນິເວດວິທະຍາ ຂອງເຂດບໍລິຫານພິເສດ ຮົງກົງ (HKSAR), ໂດຍມີອົງການ ພັນທະມິດສາກົນ ດ້ານການພັດທະນາສີຂຽວ ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”, ສູນຮ່ວມມື ດ້ານສິ່ງແວດລ້ອມ ກັບຕ່າງປະເທດ ຂອງກະຊວງ ນິເວດວິທະຍາ ແລະ ສິ່ງແວດ ລ້ອມຈີນ ແລະ ກົມປົກປ້ອງ ສິ່ງແວດລ້ອມ ຂອງເຂດບໍລິຫານ ພິເສດ ຮົງກົງ ເປັນຜູ້ຈັດຕັ້ງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top