ຫາລືການດຳເນີນທຸລະກິດແບບມີຄວາມຮັບຜິດຊອບ ໃນລາວ

27/03/2023 15:51
Email Print 14357
ຂປລ ຂປລ. ກະຊວງອຸດສະຫະກຳ ແລະ ການຄ້າ ຮ່ວມກັບຄູ່ຮ່ວມມືພັດທະນາ ຈັດກອງປະຊຸມ ວ່າດ້ວຍຫລັກການດຳເນີນທຸລະກິດ ຢ່າງມີຄວາມຮັບຜິດຊອບ ຄັ້ງທີ 4 ໃນທ້າຍອາທິດຜ່ານມາ ເພື່ອປຶກ ສາຫາລືກ່ຽວກັບແນວໂນ້ມ

 

     ຂປລ. ກະຊວງອຸດສະຫະກຳ ແລະ ການຄ້າ ຮ່ວມກັບຄູ່ຮ່ວມມືພັດທະນາ ຈັດກອງປະຊຸມ ວ່າດ້ວຍຫລັກການດຳເນີນທຸລະກິດ ຢ່າງມີຄວາມຮັບຜິດຊອບ ຄັ້ງທີ 4 ໃນທ້າຍອາທິດຜ່ານມາ ເພື່ອປຶກ ສາຫາລືກ່ຽວກັບແນວໂນ້ມ, ຜົນປະໂຫຍດ ແລະ ສິ່ງທ້າທາຍ ໃນການປະຕິບັດມາດຕະຖານສາກົນ ດ້ານການດຳເນີນທຸລະກິດແບບມີຄວາມຮັບຜິດຊອບ ໃນ ສປປ ລາວ. ພ້ອມກັນນີ້, ຍັງເປັນເວທີໃຫ້ແກ່ລັດຖະບານ ແລະ ຄູ່ຮ່ວມງານທີ່ບໍ່ສັງກັດລັດ ໄດ້ປຶກສາຫາລືມາດຕະຖານ ການດຳເນີນທຸລະກິດແບບມີຄວາມຮັບຜິດຊອບ ແລະ ຄົ້ນຄວ້າຫາແນວຄິດ ແລະ ແນວທາງຕ່າງໆ ໃນການຈັດຕັ້ງປະຕິບັດມາດຕະຖານເຫລົ່ານັ້ນ ທັງໃນລະດັບນະໂຍບາຍ ແລະ ລະດັບປະຕິບັດການໃນ ສປປ ລາວ.
     ໃນຊຸມປີຜ່ານມາ
, ສປປ ລາວ ໄດ້ກາຍມາເປັນໜຶ່ງໃນປະເທດ ທີ່ມີເສດຖະກິດຂະຫຍາຍໂຕໄວທີ່ສຸດ ໃນພາກພື້ນອາຊຽນ ແລະ ເປັນອັນດັບທີ 13 ໃນຂອບເຂດທົ່ວໂລກ ໂດຍມີອັດຕາການຂະ ຫຍາຍ ໂຕສະເລ່ຍປະມານ 8%. ເຖິງແມ່ນວ່າການຂະຫຍາຍໂຕຂອງເສດຖະກິດໃນ ສປປ ລາວ ຈະຖືກຂັບເຄື່ອນໂດຍການເຄື່ອນໄຫວທຸລະກິດເປັນສ່ວນໃຫຍ່ ທັງຍັງຊ່ວຍປູທາງໄປສູ່ຂະບວນການຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາກໍຕາມ, ແຕ່ກໍຕ້ອງແລກມາດ້ວຍຊັບພະຍາກອນທຳມະ ຊາດ ແລະ ຄວາມກົດດັນທີ່ສູງຂຶ້ນ ໃນການຕ້ອງປະຕິບັດມາດຕະຖານແຮງງານໃຫ້ໄດ້. ເພື່ອຮັບປະກັນໃຫ້ການເຄື່ອນໄຫວທຸລະກິດ ສືບຕໍ່ຂັບເຄື່ອນການພັດທະນາເສດຖະກິດຂອງ ສປປ ລາວ ແລະ ຂະ ບວນການຫລຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ ໂດຍບໍ່ສ້າງຄວາມເສຍຫາຍຕໍ່ສິ່ງແວດ ລ້ອມ ແລະ ຄວາມເປັນຢູ່ທີ່ດີຂອງປະຊາຊົນ, ສິ່ງສຳຄັນແມ່ນລັດຖະບານ ແລະ ພາກທຸລະກິດ ຈະຕ້ອງໄດ້ຮັບຮອງເອົາຫລັກການດຳເນີນທຸລະກິດ ຢ່າງມີຄວາມຮັບຜິດຊອບ.
     ທ່ານ ແສງພະນົມຈອນ ອິນທະສານ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ກອຄ ໄດ້ກ່າວວ່າ: ປັດໄຈສຳຄັນໃນການຫລຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ ແມ່ນຄວາມທົນທານຂອງປະເທດ ໃນການຜະເຊີນໜ້າກັບຜົນກະທົບທາງເສດຖະກິດ ແລະ ການປັບໂຕຕໍ່ສະພາບການຂອງໂລກທີ່ປ່ຽນແປງຢູ່ຕະຫລອດເວລາ. ເພື່ອຮັບປະກັນໃຫ້ ສປປ ລາວ ບໍ່ຖອຍຫລັງກັບຄືນສູ່ສະຖານະພາບດ້ອຍພັດທະນາອີກ ພາຍຫລັງທີ່ຫລຸດພົ້ນອອກມາແລ້ວນັ້ນ
, ຍຸດທະສາດແຫ່ງຊາດ ວ່າດ້ວຍການຫລຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ 2022 ຈຶ່ງໄດ້ໃຫ້ບຸລິມະສິດ ຕໍ່ການກະຈາຍຄວາມສ່ຽງດ້ານການສົ່ງອອກ ທັງໃນດ້ານສິນຄ້າ ແລະ ຕະຫລາດ, ການດຶງດູດການລົງທຶນທີ່ມີຄຸນນະພາບສູງ ແລະ ການຄຸ້ມຄອງຊັບພະຍາກອນທຳມະຊາດແບບຍືນຍົງ ໃນລະຫວ່າງ ແລະ ພາຍຫລັງຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາແລ້ວ. ເມື່ອຕະຫລາດຂະໜາດໃຫຍ່ຫລາຍແຫ່ງ ມີການຮັບ ຮອງເອົາກົດໝາຍກວດສອບທຸລະກິດພາກບັງຄັບຫລາຍຂຶ້ນ ແລະ ນັກລົງທຶນຕ່າງປະເທດ ກໍມີຄວາມສົນໃຈຫລາຍຂຶ້ນ ໃນການດຳເນີນທຸລະກິດ ທີ່ສ້າງຄວາມເສຍຫາຍຕໍ່ສິ່ງແວດລ້ອມ ແລະ ສັງຄົມໜ້ອຍລົງ, ສິ່ງສຳຄັນແມ່ນລັດຖະບານ ແລະ ພາກເອກະຊົນ ຈະຕ້ອງໄດ້ຊຸກຍູ້ໃຫ້ມີການຈັດຕັ້ງປະຕິບັດ ວາ ລະການດຳເນີນທຸລະກິດ ຢ່າງມີຄວາມຮັບຜິດຊອບໂດຍໄວ.
     ທ່ານນາງ ຣິຄາດາ ຣິເກີ ຜູ້ຕາງໜ້າອົງການ ສປຊ ເພື່ອການພັດທະນາ ກ່າວວ່າ: ແຜນການດຳເນີນງານແຫ່ງຊາດ ທີ່ກຳນົດບຸລິມະສິດອັນຊັດເຈນ ໃຫ້ແກ່ລັດຖະບານ ໃນການດັດປັບກົດໝາຍ
, ນະໂຍບາຍ ແລະ ຫລັກປະຕິບັດຕ່າງໆຂອງຕົນ ໃຫ້ສອດຄ່ອງກັບຫລັກການຊີ້ນຳຂອງ ອົງການ ສປຊ ຖືເປັນເຄື່ອງມືທີ່ມີປະສິດທິພາບ ໃນການດຶງດູດການລົງທຶນ, ການເຂົ້າເຖິງຕະຫລາດໃໝ່ທີ່ມີຄຸນນະ ພາບ ແລະ ເປັນການສ້າງລາຍໄດ້ດ້ວຍຊ່ອງທາງໃໝ່, ອົງການ ສປຊ ເພື່ອການພັດທະນາ ໄດ້ໃຫ້ການສະໜັບສະໜຸນການລິເລີ່ມ ແລະ ການສ້າງ ແຜນດຳເນີນງານແຫ່ງຊາດ ໃນທົ່ວທຸກພາກພື້ນ ລວມທັງໃນ ບັງກະລາເທດ ແລະ ເນປານ, ທີ່ແນໃສ່ຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນປີ 2026 ເຊັ່ນກັນ. ພວກເຮົາພ້ອມແລ້ວທີ່ຈະສະໜັບສະໜູນ ລັດຖະບານ ສປປ ລາວ ໃນຂະບວນການດັ່ງກ່າວ ເພື່ອຮັບປະກັນໃນການຫລຸດພົ້ນຈາກສະຖານະພາບດັ່ງກ່າວ.

KPL

ຂ່າວອື່ນໆ

    • ເປີດມະຫາກຳການທ່ອງທ່ຽວ ການສຶກສາມາເລເຊຍ ປະຈຳປີ 2026ເສດຖະກິດ

      ເປີດມະຫາກຳການທ່ອງທ່ຽວ ການສຶກສາມາເລເຊຍ ປະຈຳປີ 2026

      10/19/2026 10:43:44 AM

      ອົງການທ່ອງທ່ຽວມາເລເຊຍ ປະຈຳນະຄອນຫຼວງວຽງຈັນ ຮ່ວມກັບສະຖານທູດມາເລເຊຍ ປະຈຳ ລາວ ເປີດມະຫະກຳການທ່ອງທ່ຽວ ແລະ ການສຶກສາມາເລເຊຍ 2026 (Malaysia Travel and Education Fair 2026) ໃນລະຫວ່າງວັນທີ 17-18 ຕຸລາ 2026 ຢູ່ສູນການຄ້າພາກຊັນ ນະຄອນຫຼວງວຽງຈັນ ເພື່ອສົ່ງເສີມການທ່ອງທ່ຽວ, ການແລກປ່ຽນການສຶກສາ ແລະ ສົ່ງເສີມຮູບແບບການທ່ອງທ່ຽວ ຫຼື ກິດຈະກຳປີທ່ອງທ່ຽວມາເລເຊຍ 2026-2027 (Visit Malaysia 2026-2027) ໂດຍມີ ທູດມາເລເຊຍປະຈຳລາວ, ຫົວໜ້າກົມພັດທະນາການທ່ອງທ່ຽວ, ຫົວໜ້າກົມສົ່ງເສີມຕະຫຼາດການທ່ອງທ່ຽວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ຫົວໜ້າສະມາຄົມນັກທ່ອງທ່ຽວລາວ, ບັນດາທູດ, ຜູ້ປະກອບການດ້ານການທ່ອງທ່ຽວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ເບິ່ງຄືນການສຶກສາ ພິຈາລະນາ ຫົວຂໍ້: ສະຖິຕິ ແລະ ຕົວເລກຊີ້ບອກເສດຖະກິດ

      ເບິ່ງຄືນການສຶກສາ ພິຈາລະນາ ຫົວຂໍ້: ສະຖິຕິ ແລະ ຕົວເລກຊີ້ບອກ

      10/19/2026 10:17:39 AM

      ກົມປ່າໄມ້, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຈັດກອງປະຊຸມປຶກສາຫາລືລະດັບຊາດ ວ່າດ້ວຍໄມ້ປ່ອງ, ຫວາຍ ແລະ ເຄື່ອງປ່າຂອງດົງ (NTFPs) ໃນວັນທີ 16 ຕຸລາ 2026 ຢູ່ຕ່າງນະຄອນຫຼວງວຽງຈັນ

    • ເລີ່ມໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອແຮ່ ຢູ່ເມືອງໜອງບົກ ຄືນໃໝ່ເສດຖະກິດ

      ເລີ່ມໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອແຮ່ ຢູ່ເມືອງໜອງບົກ ຄືນໃໝ່

      10/14/2026 9:49:34 AM

      ກຸ່ມບໍລິສັດເຄມີແຫ່ງຊາດຫວຽດນາມ (Vinachem) ຮ່ວມກັບ ບໍລິສັດຮຸ້ນສ່ວນລົງທຶນດ້ານພະລັງງານ ແລະ ບໍ່ແຮ່ຫວຽດນາມ ຈັດພິທີລິເລີ່ມໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອແຮ່ຄືນໃໝ່ ດ້ວຍມູນຄ່າ 492 ລ້ານໂດລາສະຫະລັດ ໃນວັນທີ 12 ຕຸລາ 2026 ຢູ່ເມືອງໜອງບົກ ແຂວງຄຳມ່ວນ ໂດຍມີເປົ້າໝາຍຈະນຳໃຊ້ໂຮງງານທີ່ຖືກອອກແບບໃຫ້ມີກຳລັງການຜະລິດ ໂພແທັດຊຽມ ຄລໍໄຣດ໌ (Potassium Chloride) 500.000 ໂຕນຕໍ່ປີ ເຂົ້າສູ່ຂະບວນການຜະລິດພາຍໃນປີ 2028 ແລະ ຄາດວ່າຈະຮັບປະກັນການສະໜອງວັດຖຸດິບໃນໄລຍະຍາວໃຫ້ແກ່ອຸດສາຫະກຳຝຸ່ນເຄມີຂອງຫວຽດນາມ, ສົ່ງເສີມການພັດທະນາເສດຖະກິດທ້ອງຖິ່ນ ແລະ ປະກອບສ່ວນເຂົ້າໃນງົບປະມານຂອງລັດຖະບານລາວ.

    • ລັດຖະບານສົ່ງເສີມການນຳໃຊ້ລົດໄຟຟ້າ ແລະ ພະລັງງານໃໝ່ ເປັນປັດໄຈເພື່ອສ້າງຄວາມໝັ້ນຄົງທາງດ້ານເສດຖະກິດເສດຖະກິດ

      ລັດຖະບານສົ່ງເສີມການນຳໃຊ້ລົດໄຟຟ້າ ແລະ ພະລັງງານໃໝ່ ເປັນປັດໄຈເພື່ອສ້າງຄວາມໝັ້ນຄົງທາງດ້ານເສດຖະກິດ

      10/9/2026 10:19:54 PM

      ປັດຈຸບັນລັດຖະບານ ໄດ້ກຳນົດເປົ້າໝາຍສູ້ຊົນໃຫ້ມີອັດຕາການຊົມໃຊ້ລົດໄຟຟ້າໃຫ້ບັນລຸຢ່າງໜ້ອຍ 30% ຂຶ້ນໄປໃນປີ 2030 ແລະ ໄດ້ຍົກລະດັບການສົ່ງເສີມການນຳໃຊ້ລົດໄຟຟ້າ ແລະ ພະລັງງານໃໝ່ (EV) ເປັນຍຸດທະສາດເພື່ອສ້າງຄວາມໝັ້ນຄົງທາງດ້ານເສດຖະກິດ. ສະນັ້ນ, ການຫັນປ່ຽນໄປສູ່ການນຳໃຊ້ລົດໄຟຟ້າຈຶ່ງບໍ່ແມ່ນທາງເລືອກ ແລະ ທາງລອດໃນໄລຍະຍາວ, ທັງມີຄວາມຈຳເປັນໃນການຫຼຸດຜ່ອນການໄຫຼອອກຂອງເງິນຕາຕ່າງປະເທດ ເພື່ອຊື້ນໍ້າມັນເຊື້ອໄຟ ແລະ ຫັນມານຳໃຊ້ທ່າແຮງພະລັງງານໄຟຟ້ານໍ້າຕົກ ແລະ ພະລັງງານສະອາດທີ່ຜະລິດໄດ້ເອງພາຍໃນປະເທດແມ່ນຍຸດທະສາດທີ່ສຳຄັນຂອງການພັດທະນາຕາມທິດ ສອຈ.

    • ຮສສ ສຸມໃສ່ພັດທະນາສີມືແຮງງານ ສ້າງວຽກເຮັດງານທຳໃຫ້ປະຊາຊົນທັງພາຍໃນ-ຕ່າງປະເທດເສດຖະກິດ

      ຮສສ ສຸມໃສ່ພັດທະນາສີມືແຮງງານ ສ້າງວຽກເຮັດງານທຳໃຫ້ປະຊາຊົນທັງພາຍໃນ-ຕ່າງປະເທດ

      10/9/2026 10:07:26 PM

      ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ສຸມໃສ່ພັດທະນາສີມືແຮງງານ, ສົ່ງເສີມການຈັດຫາວຽກເຮັດງານທຳ, ການປະກອບອາຊີບອິດສະລະ ແລະ ການຈ້າງງານໃນຊົນນະບົດ ເພື່ອສ້າງໂອກາດດ້ານອາຊີບ ແລະ ລາຍໄດ້ໃຫ້ແຮງງານລາວ ພ້ອມທັງວາງມາດຕະການຄຸ້ມຄອງແຮງງານຕ່າງປະເທດ ແນໃສ່ແກ້ໄຂບັນຫາການຂາດແຄນແຮງງານ ແລະ ການລັກລອບເຂົ້າມາເຮັດວຽກຢ່າງບໍ່ຖືກຕ້ອງ.

ads
ads

Top