ພັກປະຊາຊົນ ປະຕິວັດລາວ ມີ 3 ອົງປະກອບສຳຄັນ

22/03/2023 15:42
Email Print 2579
ຂປລ ຂປລ. ພັກປະຊາຊົນປະຕິວັດລາວ ມີ 3 ອົງປະກອບ ທີ່ສຳຄັນຄື: ພັກເຮົາປະກອບດ້ວຍຫລັກການພື້ນຖານ ຂອງລັດທິມາກ-ເລນິນ; ພັກເຮົາສ້າງຂຶ້ນດ້ວຍໂຄງປະກອບການຈັດຕັ້ງຂອງພັກ ທີ່ໜັກແໜ້ນ, ໝັ້ນຄົງ ຕາມຫລັກການ ແລະ ທິດສະດີມາກ-ເລນິນ; ພັກເຮົາມີສະມາຊິກພັກ ທີ່ປະກອບດ້ວຍຊົນຊັ້ນຫລັກຂອງສັງຄົມ.

   ຂປລ. ພັກປະຊາຊົນປະຕິວັດລາວ ມີ 3 ອົງປະກອບ ທີ່ສຳຄັນຄື: ພັກເຮົາປະກອບດ້ວຍຫລັກການພື້ນຖານ ຂອງລັດທິມາກ-ເລນິນ; ພັກເຮົາສ້າງຂຶ້ນດ້ວຍໂຄງປະກອບການຈັດຕັ້ງຂອງພັກ ທີ່ໜັກແໜ້ນ, ໝັ້ນຄົງ ຕາມຫລັກການ ແລະ ທິດສະດີມາກ-ເລນິນ; ພັກເຮົາມີສະມາຊິກພັກ ທີ່ປະກອບດ້ວຍຊົນຊັ້ນຫລັກຂອງສັງຄົມ.
   ສະຫາຍ ທອງ​ລຸນ ສີ​ສຸ​ລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ
, ປະທານປະເທດ ແຫ່ງ ສປປ ລາວ ໄດ້ໂອ້ລົມ ຕໍ່ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI ຜ່ານມາວ່າ: ພັກເຮົາປະກອບດ້ວຍຫລັກການພື້ນຖານ ຂອງລັດທິມາກ-ເລນິນ ນັບແຕ່ເລີ່ມກໍ່ສ້າງພັກເປັນຕົ້ນມາ ແລະ ຕໍ່ມາພວກເຮົາ ໄດ້ຮັບເອົາແນວຄິດໄກສອນ ພົມວິຫານ ເຂົ້າເປັນສ່ວນປະກອບສຳຄັນຕື່ມເຕັມເຂົ້າເປັນເນື້ອແທ້ ແລະ ຫລັກມູນຂອງພັກ, ພັກເຮົາບໍ່ເຄີຍລັງເລ, ຄອນແຄນ ໃນການຢຶດຖືເອົາສິ່ງເຫລົ່ານີ້ ເປັນແນວຄິດທິດສະດີຂອງພັກ ນັບແຕ່ມື້ສ້າງຕັ້ງຈົນເທົ່າທຸກວັນນີ້; ພ້ອມກັນນີ້, ພັກເຮົາສ້າງຂຶ້ນດ້ວຍໂຄງປະ ກອບການຈັດຕັ້ງຂອງພັກ ທີ່ໜັກແໜ້ນ, ໝັ້ນຄົງ ຕາມຫລັກການ ແລະ ທິດສະດີມາກ-ເລນິນ ​ເຊິ່ງມີການປະດິດສ້າງເປັນແຕ່ລະໄລຍະ, ພັກເຮົາຮັບຮູ້ວ່າ ທິດສະດີ ມາກ-ເລນິນ ບໍ່ແມ່ນ ຄໍາພີ, ຕ້ອງມີການປະດິດສ້າງ. ນອກຈາກນີ້, ພັກເຮົາມີສະມາຊິກພັກ ທີ່ປະກອບດ້ວຍຊົນຊັ້ນຫລັກ ຂອງສັງຄົມ ຄື: ກມະກອນ, ຊາວກະສິກອນ, ນັກຮຽນຮູ້ປັນຍາຊົນປະຕິວັດ ທີ່ເປັນພົນລະເມືອງລາວ ທີ່ກ້າວໜ້ານັບມື້ນັບເຕີບໃຫຍ່ ຂະຫຍາຍຕົວຢູ່ໃນພັກເຮົາຕະຫລອດມາ.
   ສະຫາຍ ທອງ​ລຸນ ສີ​ສຸ​ລິດ ຍັງ​ໄດ້​ເນັ້ນ​ຕື່ມ​ວ່າ:  3 ອົງປະກອບດັ່ງກ່າວນັ້ນ
, ແມ່ນຈຸລັງຂອງພັກເຮົາ ແລະ ຈຸລັງນີ້ ປະກອບເປັນພັກປະຊາຊົນປະຕິວັດລາວ, ພັກເດີນຕາມລັດທິມາກ-ເລນິນ, ພັກນີ້ເຕີບໃຫຍ່ຂຶ້ນມາ ແລະ ນຳພາປະຊາຊົນເຮົາຕໍ່ສູ້ກອບກູ້ເອົາເອກະລາດ, ອຳນາດອະທິປະໄຕຂອງຊາດ ແລະ ສືບຕໍ່ນຳພາ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຈົນເທົ່າທຸກວັນນີ້. ພັກປະຊາຊົນປະຕິວັດລາວ ອາດຈະມີອັນຄ້າຍຄື ແລະ ມີອັນແຕກຕ່າງ ຈາກພັກກອມມູນິດ ແລະ ພັກກຳມະກອນ ຂອງປະເທດອື່ນໆ, ແຕ່ສິ່ງສຳຄັນ ພັກເຮົາໄດ້ເຕີບໃຫຍ່ຂຶ້ນດ້ວຍທາດແທ້ອັນບໍ່ປ່ຽນແປງ, ໜັກແໜ້ນຕໍ່ຫລັກການພື້ນຖານ, ປັບປຸງໃຫ້ແທດເໝາະກັບກາລະເທສະ, ຄ່ອງຕົວທາງດ້ານການວາງນະໂຍບາຍ, ສະດຸ້ງໄວທາງດ້ານການຊີ້ນຳປະຕິບັດ, ຜ່ານຜ່າໄດ້ທຸກເຫດການທີ່ຫລໍ່ແຫລມ, ສັບສົນ ທີ່ກະທົບຕໍ່ລະບົບແນວຄິດ, ຈິດໃຈ ຂອງພັກ. ການຜ່ານຜ່າໄດ້, ຜ່ານພົ້ນໄດ້ສິ່ງຕ່າງໆ ທີ່ກ່າວມານັ້ນ ຈຶ່ງເຮັດໃຫ້ພັກເຮົາ ໄດ້ຮັບການຍອມຮັບຈາກປະຊາຊົນ, ເປັນພັກທີ່ຍອມຮັບຈາກບັນດາພັກການເມືອງ ຂອງທົ່ວໂລກ (ນັບທັງພັກກຳອຳນາດ ຫລື ພັກບໍ່ກຳອຳນາດ ຂອງປະເທດຕ່າງໆ ທີ່ມີລະບົບການເມືອງ ທີ່ແຕກຕ່າງໃນທົ່ວໂລກ).

KPL

ຂ່າວອື່ນໆ

    • ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນການເມືອງ

      ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນ

      7/1/2025 2:22:16 PM

      ຂປລ. ໃນວັນທີ 1 ກໍລະກົດ 2025 ນີ້, ສະຖານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວມອບລົດໃຫຍ່ TOYOTS HIACE ປີ 2025 ຈຳນວນ 1 ຄັນ ມູນຄ່າ 40.000 ໂດລາສະຫະລັດ ໃຫ້ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຕາງໜ້າມອບໂດຍ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ ແລະ ຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

    • ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIIIການເມືອງ

      ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII

      7/1/2025 2:07:04 PM

      ຂປລ. ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຈັດກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII ໃນລະຫວ່າງ 30 ມິຖຸນາ- 1 ກໍລະກົດ 2025 ທີ່ສູນກິດຈະກໍາຄົບວົງຈອນຊາວໜຸ່ມ ສຊປລ ພາຍໃຕ້ການເປັນປະທານຂອງ ທ່ານ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ມີບັນດາຄະນະເລຂາທິການ, ຄະນະບໍລິຫານງານ, ຫົວໜ້າກົມ, ຮອງຫົວໜ້າກົມ, ເລຂາ ຄຊປປລ ກະຊວງ-ອົງການ, ນະຄອນຫລວງວຽງຈັນ, ບັນ ດາແຂວງ ເຂົ້າຮ່ວມ.

    • ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດການເມືອງ

      ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ

      7/1/2025 1:33:52 PM

      ຂປລ. ເມື່ອບໍ່ດົນມານີ້, ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດກອງປະຊຸມ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງແຮງງານລາວ ໄປເຮັດວຽກຢູ່ຕ່າງປະເທດ ພາຍໃຕ້ການເປັນປະທານ ຂອງ ທ່ານ ສຸລິຍາ ຄໍາວົງສາ ຮອງຫົວໜ້າ ກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ວຽງປຣະສິດ ທິບພະສຸດາ ຜູ້ປະສານງານ ອົງການແຮງງານ ສາກົນ (ILO) ປະຈໍາ ສປປ ລາວ

    • ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມການເມືອງ

      ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

      7/1/2025 1:18:47 PM

      ຂປລ. ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ນຳໂດຍ ສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໝຸ່ມ ກອງທັບປະຊາຊົນລາວ ແລະ ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ນໍາໂດຍ ສະຫາຍ ພັນເອກ ຫງຽວນວັນນິງ ຮອງຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ໄດ້ຢ້ຽມຢາມ ແລະ ພົບປະແລກ ປ່ຽນບົດຮຽນ ຢູ່ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

    • ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງການເມືອງ

      ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງ

      7/1/2025 12:59:39 PM

      ຂປລ. ໃນວັນທີ 30 ມິຖຸນາ 2025 ນີ້, ຫ້ອງວ່າການສູນກາງພັກ (ຫສພ) ຈັດເຜີຍແຜ່, ເຊື່ອມຊຶມມະຕິ 10 ຂອງສູນກາງພັກ ແລະ ປະກາດແຕ່ງຕັ້ງ ສະຫາຍ ບຸນທັນ ກຸສົນສະໜອງ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ, ແຕ່ງຕັ້ງ ສະຫາຍ ພູນໄຊ ພົມມີໄຊ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍ ຜູ້ປະຈຳການຄະນະເລຂາທິການສູນກາງພັກ

ads
ads

Top