ລ້ຽງສົ່ງນັກສຶກສາລາວ ທີ່ໄດ້ຮັບທຶນໄປສຶກສາຢູ່ປະເທດຍີ່ປຸ່ນ

16/03/2023 16:58
Email Print 5554
ຂປລ ຂປລ. ສະຖານທູດຍີ່ປຸ່ນ ປະຈຳ ສປປ ລາວ ຈັດພິທີລ້ຽງສົ່ງ ນັກສຶກສາລາວ ຈຳນວນ 25ຄົນ ທີ່ກຳລັງກຽມຕົວຈະເດີນທາງ ໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ ພາຍໃຕ້ທຶນການສຶກສາ ຂອງກະຊວງສຶກສາທິການຍີ່ປຸ່ນ ຫລື MEXT ​ໂດຍມີ ທ່ານ ພຸດ ສິມມະລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທັງເປັນປະທານສະມາຄົມມິດຕະພາບ ລາວ-ຍີ່ປຸ່ນ, ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງ ແລະ ອະດີດນັກສຶກສາລາວ ທີ່ກັບມາຈາກຍີ່ປຸ່ນ ເຂົ້າຮ່ວມງານ​ລ້ຽງ.

ຂປລ. ສະຖານທູດຍີ່ປຸ່ນ ປະຈຳ ສປປ ລາວ ຈັດພິທີລ້ຽງສົ່ງ ນັກສຶກສາລາວ ຈຳນວນ 25ຄົນ ທີ່ກຳລັງກຽມຕົວຈະເດີນທາງ ໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ ພາຍໃຕ້ທຶນການສຶກສາ ຂອງກະຊວງສຶກສາທິການຍີ່ປຸ່ນ ຫລື MEXT ​ໂດຍມີ ທ່ານ ພຸດ ສິມມະລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທັງເປັນປະທານສະມາຄົມມິດຕະພາບ ລາວ-ຍີ່ປຸ່ນ, ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງ ແລະ ອະດີດນັກສຶກສາລາວ ທີ່ກັບມາຈາກຍີ່ປຸ່ນ ເຂົ້າຮ່ວມງານ​ລ້ຽງ.

ໂອກາດນີ້, ທ່ານ ໂຄບະຢະຊິ ເຄັນອິຈິ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ຕໍ່ນັກສຶກສາທີ່ໄດ້ຮັບທຶນໃນຄັ້ງນີ້, ພ້ອມທັງສະ​ເໜີໃຫ້ບັນດາ ນັກສຶກສາໄປຢ້ຽມຢາມສະຖານທີ່ຕ່າງໆ ຂອງປະເທດຍີ່ປຸ່ນ ແລະ ພົບປະແລກປ່ຽນກັບຄົນຍີ່ປຸ່ນ, ພ້ອມແນະນຳສະຖານທີ່ ທຳມະຊາດທີ່ສວຍງາມ ແລະ ວັດທະນາທຳ ທີ່ອຸດົມສົມບູນຂອງປະເທດລາວ. ພ້ອມນັ້ນ, ທ່ານທູດ ຍັງ​ເນັ້ນໃຫ້ນັກສຶກສາ ທຸກຄົນ ສືບສານບົດບາດການ ເປັນຂົວຕໍ່ລະຫວ່າງ ລາວ ແລະ ຍີ່ປຸ່ນ ໃນເວລາທີ່ສໍາເລັດການສຶກສາກັບມາ. ໃນໄລຍະ 30 ປີ ຜ່ານມາ, ລັດຖະບານຍີ່ປຸ່ນ ໄດ້ຮັບເອົານັກສຶກສາລາວ ໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ ຫລາຍກວ່າ 1.000 ຄົນ ​ໃນຫລາຍໂຄງການທຶນການສຶກສາ, ເຊິ່ງບັນດານັກສຶກສາຊຸດໃໝ່ນີ້ ໄດ້ຜ່ານການສອບເສັງຄັດເລືອກ ໂດຍສະຖານທູດຍີ່ປຸ່ນ ແລະ MEXT. ພ້ອມ​ທັງຫວັງວ່າທຸກຄົນຈະສາມາດເຂົ້າຮຽນ ໃນຫລັກສູດຕາມຄາດໝາຍຂອງຕົນ ທັງລະດັບປະລິນຍາໂທ, ປະລິນຍາຕີ, ຫລັກສູດຊັ້ນສູງເຕັກໂນໂລຊີ ແລະ ຫລັກສູດຊັ້ນສູງທົ່ວໄປ.

ໃນໂອກາດດຽວກັນນີ້, ຜູ້ໄດ້ຕາງໜ້າໃຫ້ນັກສຶກສາລາວ ທີ່ຈະເດີນທາງໄປສຶກສາຕໍ່ຢູ່ຍີ່ປຸ່ນ ​ໄດ້ສະແດງຄວາມຂອບໃຈການ​ຊ່ວຍ​ເຫລືອ ຂອງລັດຖະບານຍີ່ປຸ່ນ ທີ່ໄດ້ສະໜອງທຶນການສຶກສາ ໃຫ້ໃນຄັ້ງນີ້, ພ້ອມທັງປະຕິຍານຕົນວ່າ ຈະຕັ້ງໃຈ ແລະ ສຸມທຸກເຫື່ອແຮງ, ສະຕິປັນຍາຂອງຕົນເຂົ້າໃສ່ ການສຶກສາຄົ້ນຄວ້າ ທີ່ປະເທດຍີ່ປຸ່ນ ຢ່າງມີຜົນສຳເລັດ.

ຂ່າວ-ພາບ: ທະນູທອງ

KPL

ຂ່າວອື່ນໆ

    • ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາສຶກສາ-ກິລາ

      ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາ

      7/1/2025 1:26:32 PM

      ຂປລ. ສະມາຄົມການສຶກສາພາກເອກະຊົນ ຈັດຝຶກອົບຮົມການນໍາໃຊ້ ປັນຍາປະດິດ ຫລື AI ເພື່ອພັດທະ ນາວຽກງານການສຶກສາ ໃນວັນທີ 28 ມິຖຸນາ 2025 ຜ່ານມາ ຢູ່ນະຄອນຫລວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາແສນ ສີສະວົງ ປະທານສະມາຄົມ ການສຶກສາພາກເອກະຊົນ ແລະ ທ່ານ ສົມກຽດ ຜິວດໍາ ປະທານຜູ້ບໍລິຫານ ບໍລິສັດທີ່ປຶກສາທາງດ້ານ AI ປະເທດໄທ,

    • ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມສຶກສາ-ກິລາ

      ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມ

      6/6/2025 7:32:37 AM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ຈັດກອງປະຊຸມປຶກສາຫາລືກ່ຽວກັບຮ່າງຄຳແນະນຳ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສຳລັບຄູສອນຊັ້ນປະຖົມສຶກສາ ແບບເຊິ່ງໜ້າ ແລະ ແບບອອນລາຍ ເພື່ອທົບທວນຄືນ ແລະ ປັບປຸງຄຳແນະນຳດັ່ງກ່າວ ແລະ ເພື່ອຮັບປະກັນໃຫ້ການພັດທະນາ ວິຊາຊີບມີຄວາມເຂັ້ມແຂງ ເພື່ອຄູທຸກຄົນໃນທົ່ວປະເທດ

    • ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວສຶກສາ-ກິລາ

      ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວ

      5/27/2025 3:29:10 PM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ສະຖານເອກອັກຄະລັດຖະທູດອົດສະຕຣາລີ ປະ​ຈໍາ​ລາວ ຈັດ​ພິທີສະເຫລີມສະຫລອງ ການຈັດຕັ້ງປະຕິບັດແຜນງານ ປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ (ບີຄວາ) ຄົບຮອບ 10 ປີ ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ 2025 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບການສຶກສາ ແລະ ປັບປຸງການເຂົ້າເຖິງ ການສຶກສາຊັ້ນປະຖົມສຶກສາ ທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍໃນ ສປປ ລາວ ໂດຍສະເພາະ ຜູ້ທີ່ຢູ່ເຂດຫ່າງໄກສອກຫລີກ ແລະ ມີຄວາມຫຍຸ້ງຍາກ.

    • ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນສຶກສາ-ກິລາ

      ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນ

      5/13/2025 9:50:19 AM

      ຂປລ. ໃນທ້າຍອາທິດຜ່ານມານີ້, ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບ ຝ່າຍຂາຍ ແລະ ການຕະຫລາດ ບໍລິສັດ ເບຍລາວ ຈໍາກັດ ຈັດ ການແຂ່ງຂັນບານເຕະມິດຕະພາບ ໃນຮູບແບບ 4 ສາມັກຄີ ຊີງຂັນຜູ້ອຳນວຍການຝ່າຍຂາຍ ບໍລິສັດ ເບຍລາວ ຈຳກັດ ປະຈຳປີ 2025 ເພື່ອສ້າງຂະບວນການຮັດແໜ້ນຄວາມສາມັກຄີ, ທັງເປັນການສ້າງສາຍພົວພັນມິດຕະພາບລະຫວ່າງ 4 ພາກສ່ວນ ທັງພາກລັດ ແລະ ເອກະຊົນ ໃຫ້ແໜ້ນແຟ້ນ, ທັງໄດ້ແລກປ່ຽນບົດຮຽນ, ປະສົບການຕ່າງໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

ads
ads

Top