ຜະລິດສື່ການຮຽນແບບໃໝ່ ຜ່ານຢູທູບ ສົ່ງເສີມການຮຽນ-ການສອນວິຊາພາສາອັງກິດ

16/03/2023 16:06
Email Print 335
ຂປລ ຂປລ. ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານ ອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ໄດ້ຜະລິດ ສື່ການຮຽນ-ການສອນແບບໃໝ່ ຜ່ານທາງຊ່ອງທາງຢູທູບ ທີ່ມີຊື່ວ່າ “ວິດີໂອສຳ ລັບການພັດທະນາຄູ (Teacher Development Videos)” ເພື່ອສົ່ງເສີມການຮຽນ-ການສອນ ວິຊາພາສາອັງກິດ ຊັ້ນປະຖົມສຶກສາປີທີ 4 ໃນໂຮງຮຽນຕ່າງໆ.

ຂປລ. ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານ ອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ໄດ້ຜະລິດ ສື່ການຮຽນ-ການສອນແບບໃໝ່ ຜ່ານທາງຊ່ອງທາງຢູທູບ ທີ່ມີຊື່ວ່າ ວິດີໂອສຳ ລັບການພັດທະນາຄູ (Teacher Development Videos)ເພື່ອສົ່ງເສີມການຮຽນ-ການສອນ ວິຊາພາສາອັງກິດ ຊັ້ນປະຖົມສຶກສາປີທີ 4 ໃນໂຮງຮຽນຕ່າງໆ.

ຫລັກສູດວິຊາພາສາອັງກິດ ສະບັບປັບປຸງໃໝ່ ຂອງຊັ້ນປະຖົມປີທີ 4 ແມ່ນໄດ້ຮັບການພັດທະນາ ໂດຍນໍາໃຊ້ ວິທີການເພື່ອການສື່ສານ ທີ່ຊ່ວຍໃຫ້ນັກຮຽນ ນຳໃຊ້ພາສາອັງກິດ ແລະ ສາມາດສື່ສານ ຕາມສະຖານະການຕົວຈິງ. ພ້ອມທັງເນັ້ນ ໃຫ້ມີການພັດທະນາທັກ ສະທາງດ້ານການຟັງ ແລະ ການເວົ້າ ເພື່່ອໃຫ້ນັກຮຽນ ມີໂອກາດນຳໃຊ້ ພາສາອັງກິດ ແລະ ພັດທະນາທັກສະການປາກເວົ້າ, ນັກຮຽນຈະໄດ້ຮັບ ການຊ່ວຍເຫລືອດ້ວຍການອ່ານ ແລະ ການຂຽນ.

ທ່ານ ນາງ ມະໂນລີ ດົງວັນ ຮອງຜູ້ອໍານວຍການສູນສົ່ງເສີມ ພາສາຕ່າງປະເທດ ໄດ້​ໃຫ້​ຮູ້ວ່າ: ຫລັງ​ຈາກ​ທີ່​ນັກ​ຮຽນ​ໄດ້​ຮຽນ​ຄຳ​ສັບ​ໃໝ່, ນັກ​ຮຽນ​ຈະ​ຕ້ອງ​ໄດ້​ຝຶກ​ ການ​ນຳ​ໃຊ້​ຄຳ​ສັບ​ເຫລົ່າ​ນັ້ນ ເພື່ອ​ທີ່​ຈະ​ສາ​ມາ​ດ ​ນຳ​ໃຊ້​ຄຳ​ສັບ​ໃໝ່​ເຫລົ່າ​ນັ້ນ​ ເຂົ້າ​ໃນ​ການ​ສົນ​ທະ​ນາ ໃນ​ຊີ​ວິດ​ຕົວ​ຈິງ​ຂອງ​ເຂົາ​ເຈົ້າ. ສະ​ນັ້ນ, ຜະ ລິດສື່ການຮຽນ-ການສອນແບບໃໝ່ ຜ່ານທາງຊ່ອງທາງ ຢູທູບ ຈຶ່ງ​ເປັນ​ຊ່ອງ​ທາງ​ໜຶ່ງ​ທີ່​ຈະ​ຊ່ວຍ​ ໃຫ້​ຄູ​ໄດ້​ເຂົ້າ​ເຖິງ ວິ​ທີ​ການ​ສິດ​ສອນ​ ເພື່ອ​ຊ່ວຍ​ໃຫ້​ການ​ຮຽນ​-ການ​ສອນ​ ​ບັນ​ລຸ​ຕາມ​ເປົ້າ​ໝາຍ​ທີ່​ວາງ​ໄວ້. ການຜະ ລິດຟາຍເປັນວິດີໂອ ຈະຊ່ວຍ​ໃຫ້ຄູ ຝຶກນັກຮຽນອອກສຽງ ໄດ້ຄືກັບສຽງຈິງ, ສາມາດສອນໃຫ້ນັກ ຮຽນໄດ້ອອກສຽງໃນພາສາອັງກິດ ທີ່ມີສຽງແຕກຕ່າງກັນ ແລະ ເຮັດໃຫ້ບົດຮຽນມີຄວາມມ່ວນຊື່ນ, ໃນປື້ມຄູ່ມື ຄູວິຊາພາສາອັງກິດຂອງຂັ້ນ ປ4 ລວມມີຄຳແນະນຳກ່ຽວກັບ ບັນດາຟາຍສຽງ ທີ່ນຳໃຊ້ ແລະ ລາຍລະອຽດຂອງສຽງ ທີ່ຢູ່ໃນວິຊາພາສາອັງກິດ ແລະ ວິຊາພາສາລາວ. ພ້ອມ​ກັນ​ນີ້, ສະຖາບັນຄົ້ນຄວ້າ ວິທະຍາສາດການສຶກສາ ໄດ້ເລີ່ມອັດສຽງ ເພື່ອປະກອບເຂົ້າໃນ ຫລັກສູດຊັ້ນປະຖົມສຶກສາປີທີ 5 ທີ່ກຳລັງຈະອອກມາໃນໄວໆນີ້.

KPL

ຂ່າວອື່ນໆ

    • ລ້ຽງສົ່ງນັກສຶກສາລາວ ທີ່ໄດ້ຮັບທຶນໄປສຶກສາຢູ່ປະເທດຍີ່ປຸ່ນສຶກສາ-ກິລາ

      ລ້ຽງສົ່ງນັກສຶກສາລາວ ທີ່ໄດ້ຮັບທຶນໄປສຶກສາຢູ່ປະເທດຍີ່ປຸ່ນ

      3/16/2023 4:58:44 PM

      ຂປລ. ສະຖານທູດຍີ່ປຸ່ນ ປະຈຳ ສປປ ລາວ ຈັດພິທີລ້ຽງສົ່ງ ນັກສຶກສາລາວ ຈຳນວນ 25ຄົນ ທີ່ກຳລັງກຽມຕົວຈະເດີນທາງ ໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ ພາຍໃຕ້ທຶນການສຶກສາ ຂອງກະຊວງສຶກສາທິການຍີ່ປຸ່ນ ຫລື MEXT ​ໂດຍມີ ທ່ານ ພຸດ ສິມມະລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທັງເປັນປະທານສະມາຄົມມິດຕະພາບ ລາວ-ຍີ່ປຸ່ນ, ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງ ແລະ ອະດີດນັກສຶກສາລາວ ທີ່ກັບມາຈາກຍີ່ປຸ່ນ ເຂົ້າຮ່ວມງານ​ລ້ຽງ.

    • ໄວໜຸ່ມລາວ 21 ຄົນ ເຂົ້າຮ່ວມໂຄງການແລກປ່ຽນໄວໜຸ່ມ ທີ່ຍີ່ປຸ່ນສຶກສາ-ກິລາ

      ໄວໜຸ່ມລາວ 21 ຄົນ ເຂົ້າຮ່ວມໂຄງການແລກປ່ຽນໄວໜຸ່ມ ທີ່ຍີ່ປຸ່ນ

      3/2/2023 9:08:26 AM

      ຂປລ. ໄວໜຸ່ມລາວ ຈຳນວນ 21 ຄົນ ໄດ້ເດີນທາງໄປປະເທດຍີ່ປຸ່ນ ເພື່ອເຂົ້າຮ່ວມແລກປ່ຽນ ບົດຮຽນກ່ຽວກັບ ເຕັກໂນໂລຊີ ວິທະຍາສາດ ແລະ ການຜະລິດ ໃນວັນທີ 28 ກຸມພາ ຜ່ານມາ ເຊິ່ງຈັດ ຂຶ້ນພາຍໃຕ້ ໂຄງການແລກປ່ຽນລະຫວ່າງ ຄົນສູ່ຄົນ ແນໃສ່ໄວໜຸ່ມ ລະຫວ່າງ ຍີ່ປຸ່ນ ແລະ ຂົງເຂດອາຊີ-ປາຊີຟິກ 2022 (JENESYS) ​ໂດຍໄດ້ຮັບການສະໜັບສະໜູນ ຈາກລັດຖະບານຍີ່ປຸ່ນ.

    • ໄລຍະ 30 ປີ ໂຮງຮຽນກຽດ ຕິສັກນາໆຊາດ ມີນັກຮຽນສໍາເລັດການສຶກສາ 14 ຮຸ່ນສຶກສາ-ກິລາ

      ໄລຍະ 30 ປີ ໂຮງຮຽນກຽດ ຕິສັກນາໆຊາດ ມີນັກຮຽນສໍາເລັດການສຶກສາ 14 ຮຸ່ນ

      3/2/2023 9:03:56 AM

      ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ໂຮງຮຽນກຽດຕິສັກນາໆຊາດ ​ໄດ້ສະເຫລີມສະຫລອງ ວັນສ້າງຕັ້ງຄົບ ຮອບ 30 ປີ, ຈາກຈຸດເລີ່ມຂອງໂຮງຮຽນ ທີ່ເປີດການຮຽນ-ການສອນຄັ້ງທໍາອິດ ມີນັກຮຽນພຽງ 20 ກວ່າຄົນ, ​ແຕ່ປັດຈຸບັນ ມີນັກຮຽນລາວ ແລະ ຕ່າງປະເທດ ເຂົ້າມາຮໍ່າຮຽນ 1.000 ກວ່າຄົນ ເຊິ່ງໄດ້ກາຍເປັນໂຮງຮຽນ ນານາຊາດທີ່ມີຊື່ສຽງ, ໄດ້ຮັບຄວາມນິຍົມ ອັນດັບຕົ້ນຂອງປະເທດ ແລະ ເປັນທີ່ຮັບຮູ້ໃນແຖວໜ້າຂອງອາຊຽນ, ມາ​ຮອດ​ປັດຈຸບັນ

    • ລັດຖະບານຍີ່ປຸ່ນ ຊ່ວຍສ້າງອາຄານຮຽນ ຢູ່ແຂວງຈຳປາສັກສຶກສາ-ກິລາ

      ລັດຖະບານຍີ່ປຸ່ນ ຊ່ວຍສ້າງອາຄານຮຽນ ຢູ່ແຂວງຈຳປາສັກ

      2/28/2023 4:03:49 PM

      ຂປລ. ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫລືອ ກໍ່ສ້າງອາຄານຮຽນ ແລະ ຫ້ອງນໍ້າໃໝ່ ຢູ່ໂຮງຮຽນມັດທະຍົມສົມບູນໂນນຍາງ ເມືອງສຸຂຸມາ ແຂວງຈຳປາສັກ ລວມມູນຄ່າປະມານ 104.000 ໂດລາສະຫະລັດ, ພ້ອມທັງສະໜອງ ອຸປະກອນ-ເຄື່ອງໃຊ້ ໃຫ້ໂຮງຮຽນດັ່ງກ່າວ ເພື່ອສົ່ງເສີມການສຶກສາຂອງນັກຮຽນ ແລະ ຄູອາຈານແຂວງຈຳປາສັກ, ທັງ​ເປັນ​ການປະກອບສ່ວນ ເຂົ້າໃນການປັບປຸງສະພາບແວດລ້ອມ ການສຶກສາ ແລະ ສະພາບສຸຂະອານະໄມ ຂອງໂຮງຮຽນດັ່ງກ່າວ.

    • ມອບ-ຮັບຊົ່ວຄາວອາຄານໂຮງຮຽນສາທິດ ວິທະຍາໄລຄູ ດົງຄຳຊ້າງສຶກສາ-ກິລາ

      ມອບ-ຮັບຊົ່ວຄາວອາຄານໂຮງຮຽນສາທິດ ວິທະຍາໄລຄູ ດົງຄຳຊ້າງ

      2/28/2023 3:17:14 PM

      ຂປລ. ພິທີມອບ-ຮັບຊົ່ວຄາວ ອາຄານໂຮງຮຽນສາທິດ ວິທະຍາໄລຄູ ດົງຄຳຊ້າງ ຈັດ​ຂຶ້ນ​ໃນວັນທີ 27 ພຶດສະພາ 2023 ພາຍຫລັງລົງມືກໍ່ສ້າງ ນັບແຕ່ວັນທີ 1 ມີນາ 2022 ເປັນຕົ້ນມາ ຊຶ່ງມີໄລຍະເວລາ ໃນການກໍ່ສ້າງຕາມສັນຍາແມ່ນ 15 ເດືອນ, ​ແຕ່ຜ່ານ​ການຈັດ​ຕັ້ງປະຕິບັດ ​ໃຊ້​ເວລາ 12 ​ເດືອນ​ແມ່ນ​ໄດ້ກໍ່ສ້າງສຳເລັດແລ້ວ 100%.

ads
ads

Top