ມຽນມາ ສົ່ງອອກນໍ້າເຜິ້ງ ຫລາຍກວ່າ 1.500 ໂຕນ

18/03/2023 09:53
Email Print 390
ຂປລ ປະລິມານ ການສົ່ງອອກນໍ້າເຜີ້ງ ໃນໄລຍະ 11 ເດືອນ ຂອງ ສົກປີງົບປະມານ 2022-2023 ລວມມີ 1.541,08 ໂຕນ ຊຶ່ງສ້າງລາຍໄດ້ ກວ່າ 2,3 ລ້ານໂດລາ ສະຫະລັດ.

ຂປລ.ສຳນັກຂ່າວ ຊິນ​ຮວາ​ຂອງ ສປຈີນ, ວັນທີ 16 ເດືອນມີນາ, ສຳນັກ​ງານ ຝ່າຍຮັບຜິດຊອບ ຂະແໜງການລ້ຽງສັດ ​ແລະ ສັດຕະ​ວະ​ແພດ ​ຂອງ ມຽນມາ ລາຍ​ງານ​ວ່າ: ປະລິມານ ການ​ສົ່ງ​ອອກ​ນໍ້າ​ເຜີ້ງ​ ໃນໄລຍະ​ 11 ​ເດືອນ​ ຂອງ ສົກ​ປີ​ງົບປະມານ 2022-2023 ລວມມີ 1.541,08 ​ໂຕນ ​ຊຶ່ງສ້າງ​ລາຍ​ໄດ້ ​ກວ່າ 2,3 ລ້ານ​ໂດ​ລາ​ ສະຫະລັດ. ສ່ວນປະລິມານ ການ​ສົ່ງ​ອອກ​ ນໍ້າ​ເຜີ້ງ ​ຂອງ ມຽນມາ ​ໃນເ​ດືອນ ​ເມສາ​ ປີ 2022 ຫາ ເດືອນ​ກຸມພາ​ປີ 2023. ໃນນັ້ນ ການສົ່ງອອກທາງ ​​ທະ​ເລ ລວມມີ 1.527,74 ​ໂຕນ ​ແລະ ທາງບົກ 13,34 ​ໂຕນ, ​ໂດຍ​ຈຸດໝາຍ ກາ​ນ ສົ່ງອອກ​ຫລັກ ​ໄດ້​ແກ່ ສ.​ເກົາຫລີ, ຍີ່ປຸ່ນ, ສ.ອາ​ເມ​ລິ​ກາ ​ແລະ ສິງກະ​ໂປ.​/.

KPL

ຂ່າວອື່ນໆ

ads
ads

Top