ຂປລ
ໃນໄລຍະ 2 ເດືອນຜ່ານມາ, ການຜະລິດ ຖ່ານຫີນດິບຂອງ ຈີນ ບັນລຸ 730 ລ້ານໂຕນ, ເພີ່ມຂຶ້ນ 5,8% ເມື່ອທຽບໃສ່ປີຕໍ່ປີ.

ຂປລ.ສຳນັກຂ່າວ ຊິນຮວາຂອງ ສປຈີນ, ວັນທີ 15 ມີນາ, ສຳນັກງານ ສະຖິຕິ ແຫ່ງຊາດ ຈີນ ລາຍງານວ່າ: ໃນໄລຍະ 2 ເດືອນຜ່ານມາ, ການຜະລິດ ຖ່ານຫີນດິບຂອງ ຈີນ ບັນລຸ 730 ລ້ານໂຕນ, ເພີ່ມຂຶ້ນ 5,8% ເມື່ອທຽບໃສ່ ປີຕໍ່ປີ. ນີ້ຖືເປັນຕົວເລກ ເພີ່ມສູງຂຶ້ນ ເມື່ອທຽບໃສ່ ເດືອນທັນວາ ປີ 2022 ຜ່ານມາ. ນອກນັ້ນ, ປະລິມານ ການນໍາເຂົ້າ ຖ່ານຫີນຂອງ ຈີນ ລວມມີ 60,64 ລ້ານໂຕນ. ເມື່ອປີກາຍນີ້, ປະລິມານ ການນໍເຂົ້າ ຖ່ານຫີນ ລວມມີ 290 ລ້ານໂຕນ./
KPL