ຂປລ
ຂປລ. ເມື່ອບໍ່ດົນມານີ້, ໂຮງຮຽນກຽດຕິສັກນາໆຊາດ ໄດ້ສະເຫລີມສະຫລອງ ວັນສ້າງຕັ້ງຄົບ ຮອບ 30 ປີ, ຈາກຈຸດເລີ່ມຂອງໂຮງຮຽນ ທີ່ເປີດການຮຽນ-ການສອນຄັ້ງທໍາອິດ ມີນັກຮຽນພຽງ 20 ກວ່າຄົນ, ແຕ່ປັດຈຸບັນ ມີນັກຮຽນລາວ ແລະ ຕ່າງປະເທດ ເຂົ້າມາຮໍ່າຮຽນ 1.000 ກວ່າຄົນ ເຊິ່ງໄດ້ກາຍເປັນໂຮງຮຽນ ນານາຊາດທີ່ມີຊື່ສຽງ, ໄດ້ຮັບຄວາມນິຍົມ ອັນດັບຕົ້ນຂອງປະເທດ ແລະ ເປັນທີ່ຮັບຮູ້ໃນແຖວໜ້າຂອງອາຊຽນ, ມາຮອດປັດຈຸບັນ

ຂປລ. ເມື່ອບໍ່ດົນມານີ້, ໂຮງຮຽນກຽດຕິສັກນາໆຊາດ ໄດ້ສະເຫລີມສະຫລອງ ວັນສ້າງຕັ້ງຄົບ ຮອບ 30 ປີ, ຈາກຈຸດເລີ່ມຂອງໂຮງຮຽນ ທີ່ເປີດການຮຽນ-ການສອນຄັ້ງທໍາອິດ ມີນັກຮຽນພຽງ 20 ກວ່າຄົນ, ແຕ່ປັດຈຸບັນ ມີນັກຮຽນລາວ ແລະ ຕ່າງປະເທດ ເຂົ້າມາຮໍ່າຮຽນ 1.000 ກວ່າຄົນ ເຊິ່ງໄດ້ກາຍເປັນໂຮງຮຽນ ນານາຊາດທີ່ມີຊື່ສຽງ, ໄດ້ຮັບຄວາມນິຍົມ ອັນດັບຕົ້ນຂອງປະເທດ ແລະ ເປັນທີ່ຮັບຮູ້ໃນແຖວໜ້າຂອງອາຊຽນ, ມາຮອດປັດຈຸບັນ, ມີນັກຮຽນສໍາເລັດ ການສຶກສາທັງໝົດ 14 ລຸ້ນ ໃນນັ້ນມີນັກຮຽນ ທີ່ຮຽນຈົບພາກພາສາອັງກິດ 500 ກວ່າຄົນ, ຍິງ 280 ກວ່າຄົນ, ໄດ້ຮັບທຶນການສຶກສາ ໄປຮຽນຕໍ່ຕ່າງປະເທດທັງໝົດ 400 ກວ່າຄົນໃນ 25 ປະເທດ.

ທ່ານ ນາງ ປອ ຈັນສະຫງ່າ ວະລາກອນ ຜູ້ອໍານວຍການໂຮງຮຽນ ກຽດຕິສັກນາໆຊາດ ໄດ້ໃຫ້ຮູ້ວ່າ: ຜົນສຳເລັດຕະຫລອດໄລຍະ 30 ປີນີ້, ຈະເກີດຂຶ້ນບໍ່ໄດ້ຖ້າທຸກໆພາກສ່ວນ, ທຸກໆທ່ານ, ຄູອາ ຈານ, ພໍ່ແມ່ຜູ້ປົກຄອງ, ນັກຮຽນ ແລະ ພະນັກງານທີ່ກ່ຽວຂ້ອງ ບໍ່ໃຫ້ການສະໜັບສະໜູນ. ພ້ອມທັງ ຢືນຢັນວ່າ ຈະຕັ້ງໜ້າເອົາໃຈໃສ່ສ້າງບຸກຄະລາກອນ ແລະ ລູກຫລານຂອງ ສປປ ລາວ ໃຫ້ມີຄວາມຮູ້, ຄວາມສາມາດ ແລະ ມີທັກສະສູງທຽບເທົ່າກັບ ພາກພື້ນ ແລະ ສາກົນ; ຈະສືບຕໍ່ປະຕິບັດ 5 ຫລັກມູນ ຂອງກະຊວງສຶກສາທິການ ແລະ ກິລາ ວາງອອກ; ຈະນໍາພານັກຮຽນເຂົ້າຮ່ວມແຂ່ງຂັນລະດັບພື້ນ ແລະ ສາກົນໃຫ້ຫລາຍຂຶ້ນ ເພື່ອຍາດເອົາລາງວັນ ອັນຊົງກຽດມາສູ່ປະເທດຊາດ, ຍົກລະດັບ ແລະ ພັດທະນາຮອບດ້ານ ດ້ວຍປະລິມານ ແລະ ຄຸນພາບສູງກວ່າເກົ່າ, ເຮັດໃຫ້ມີຜົນສໍາເລັດໃຫຍ່ຫລວງ ກວ່າເກົ່າບໍ່ວ່າຈະຢູ່ເວທີພາຍໃນ, ພາກພື້ນ ແລະ ສາກົນ.
ໃນສົກປີ 2023-2024 ນີ້, ໂຮງຮຽນກຽດຕິສັກນາໆຊາດ ໄດ້ຮັບອະນຸຍາດຈາກ ກະຊວງສຶກສາທິການ ແລະ ກິລາ ເປີດສອນຫລັກສູດວິຊາຊີບຊັ້ນຕົ້ນ, ຊັ້ນກາງ ແລະ ຊັ້ນສູງພາສາລາວ ໃນ 3 ສາຂາຄື: ຄຸ້ມຄອງການຂົນສົ່ງ ແລະ ລະບົບການສະໜອງແບບຕ່ອງໂສ້, ການຄຸ້ມຄອງທຸລະກິດແບບ ຂາຍຍ່ອຍທີ່ທັນສະໄໝ ແລະ ເຕັກໂນໂລຊີທຸລະກິດດີຈິຕອນ. ນອກຈາກນັ້ນ, ໂຮງຮຽນຍັງໄດ້ຮ່ວມມືກັບວິທະຍາໄລ ແຄຣມບິດນາໆຊາດ ເປີດສອນຫລັກສູດລະດັບ ປະລິນຍາຕີ ໂດຍໃຊ້ຫລັກສູດ ຂອງວິທະຍາໄລແຄຣມບິດນາໆຊາດ ເຊິ່ງມີຫລາຍກວ່າ 25 ສາຂາວິຊາຮຽນ ໃຫ້ນັກຮຽນສາມາດເລືອກ ຮຽນຕາມສາຂາທີ່ມັກ.

ຄຽງຄູ່ກັບການຮຽນ-ການສອນ ໃນໄລຍະຜ່ານມານັ້ນ, ໂຮງຮຽນກຽດຕິສັກນາໆຊາດ ຍັງໄດ້ນຳພານັກຮຽນເຂົ້າຮ່ວມ ການແຂ່ງຂັນລະດັບອາຊຽນ, ສາກົນ ທັງໝົດ 12 ປະເທດຄື: ເຂົ້າຮ່ວມການແຂ່ງຂັນ ນັກວິທະຍາສາດ ຜູ້ໜຸ່ມນ້ອຍທັງໝົດ 5 ຄັ້ງ ຈັດຕັ້ງໂດຍ ອົງການລັດຖະມົນຕີ ອາຊີຕາເວັນອອກ ສຽງໃຕ້ (SEAMEO), ແລກປ່ຽນວັດທະນະທໍາ ແລະ ເຕັກນິກອາຊຽນ, ການສ້າງຫຸ່ນຍົນ, ການແຂ່ງຂັນຄະນິດສາດ ແລະ ວິທະຍາສາດໂອລິມປິກສາກົນ, ການແຂ່ງຂັນໂຕ້ວາທີ, ແຂ່ງຂັນຖາມ-ຕອບພາສາຍີ່ປຸ່ນ, ແຂ່ງຂັນສິລະປະກຳແຫ່ງຊາດ, ການແຂ່ງຂັນ Microsoft Office Specialist, ແຂ່ງຂັນຖາມ-ຕອບ ຄວາມຮູ້ກ່ຽວກັບອາຊຽນ ແລະ ອື່ນໆ. ໃນນັ້ນ, ນັກຮຽນຈາກໂຮງຮຽນກຽດຕິສັກນາໆຊາດ ກໍຍາດໄດ້ລາງວັນລະດັບ ພາກພື້ນອາຊຽນ ໃນວິຊາຄະນິດສາດ.
ສ່ວນກິດຈະກໍາປະກອບສ່ວນ ຊ່ວຍເຫລືອສັງຄົມ ແລະ ຜູ້ດ້ອຍໂອກາດ ໂຮງຮຽນກຽດຕິສັກ ນາໆຊາດ ກໍໄດ້ປະກອບສ່ວນ ທຶນຮອນຫລາຍຮ້ອຍລ້ານ ຮ່ວມກັບສະມາຄົມນັກຮຽນ, ຄູອາຈານ ແລະ ຜູ້ປົກຄອງ ໄດ້ຈັດງານຫາລາຍ ໄດ້ໃນທຸກໆປີ ເພື່ອປະກອບສ່ວນຊ່ວຍ ໂຮງຮຽນທີ່ຍັງຂາດເຂີນ ແລະ ຊ່ວຍສັງຄົມ ລວມເປັນເງິນທັງໝົດ 600 ກວ່າລ້ານກີບ.
KPL