ທະນາຄານກາງ ອັງກິດ ຈະປັບອັດຕາດອກເບ້ຍ ເພີ່ມຂຶ້ນ

03/02/2023 17:03
Email Print 506
ຂປລ ທະນາຄານກາງ ຂອງ ອັງກິດ ຫລື ບີໂອອີ (BOE) ຈະປັບອັດຕາດອກເບ້ຍ ເພີ່ມຂຶ້ນ ເປັນຄັ້ງທີ 10 ຢ່າງຕິດຕໍ່ກັນ ແລະ ຈະເປັນ ອັດຕາດອກເບ້ຍ ເພີ່ມຂຶ້ນສູງທີ່ສຸດ ໃນຮອບ 14 ປີ ເພື່ອສືບຕໍ່ ຮັບມືກັບ ພາວະເງິນ ເຟີ້ສູງ.

ຂປລ.ອ້າງຕາມຂ່າວ ລອນດອນຂອງ ອັງກິດ, ວັນທີ 2 ກຸມພາ, ທະນາຄານກາງ ຂອງ ອັງກິດ ຫລື ບີໂອອີ (BOE) ຈະປັບອັດຕາດອກເບ້ຍ ເພີ່ມຂຶ້ນ ເປັນຄັ້ງທີ 10 ຢ່າງຕິດຕໍ່ກັນ ແລະ ຈະເປັນ ອັດຕາດອກເບ້ຍ ເພີ່ມຂຶ້ນສູງທີ່ສຸດ ໃນຮອບ 14 ປີ ເພື່ອສືບຕໍ່ ຮັບມືກັບ ພາວະເງິນ ເຟີ້ສູງ. ທ່ານ ແອນດຣູ ເບລີ ຜູ້ວ່າທະນາຄານກາງ ອັງກິດ ແລະ ຄະນະກຳມະການ ບໍລິຫານ ຈະຕ້ອງ ຕັດສິນໃຈ ວ່າ ການປັບຂຶ້ນ ດອກເບ້ຍ ຢ່າງຕໍ່ເນື່ອງ ມາຕັ້ງແຕ່ ເດືອນທັນວາ ປີ 2020 ຈະສົ່ງຜົນກະທົບແບບໃດ ຕໍ່ເສດຖະກິດ ອັງກິດ ໂດຍຄາດໝາຍວ່າ ປີນີ້ ຈະເຂົ້າສູ່ ພາວະ ຫລຸດລົງ ກວ່າປະເທດອື່ນໆ, ໂດຍອັດຕາ ການວ່າງງານ ໃນປັດຈຸບັນ ໃກ້ຈະເຂົ້າສູ່ພາວະຕໍ່າສຸດ ນັບແຕ່ປີ 1974./

KPL

ຂ່າວອື່ນໆ

ads
ads

Top