ກະຊວງສຶກສາທິການ ແລະ ກິລາ ອະນຸມັດ ປຶ້ມແບບຮຽນ ປ5 ແລະ ຄູ່ມືຄູ ສະບັບປັບປຸງໃໝ່

30/01/2023 18:16
Email Print 4283
ຂປລ ຂປລ. ສະຖາບັນຄົ້ນຄວ້າ ວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ຈັດກອງປະຊຸມກວດຜ່ານ ແລະ ຮັບຮອງເນື້ອໃນຫລັກສູດ, ປຶ້ມແບບຮຽນ ແລະ ຄູ່ມືຄູ ຊັ້ນປະຖົມສຶກສາ ປີທີ 5, ຊຶ່ງປີນີ້ເປັນປີສຸດທ້າຍ ຂອງຄວາມພະຍາຍາມ ປັບປຸງຫລັກສູດ ຊັ້ນປະຖົມສຶກສາ ຫລັງຈາກທີ່ໄດ້ເລີ່ມຕົ້ນຈັດຕັ້ງ ປະຕິບັດນັບແຕ່ ປີ 2015 ໂດຍການສະໜັບສະໜູນ ຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານ ປັບປຸງຄຸນນະພາບ ແລະ ຂະຫຍາຍ ໂອກາດເຂົ້າຮຽນສໍາລັບ ການສຶກສາຂັ້ນພື້ນຖານ (BEQUAL/ບີຄວາ) ໃນສປປ ລາວ.

ຂປລ. ສະຖາບັນຄົ້ນຄວ້າ ວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ຈັດກອງປະຊຸມກວດຜ່ານ ແລະ ຮັບຮອງເນື້ອໃນຫລັກສູດ, ປຶ້ມແບບຮຽນ ແລະ ຄູ່ມືຄູ ຊັ້ນປະຖົມສຶກສາ ປີທີ 5, ຊຶ່ງປີນີ້ເປັນປີສຸດທ້າຍ ຂອງຄວາມພະຍາຍາມ ປັບປຸງຫລັກສູດ ຊັ້ນປະຖົມສຶກສາ ຫລັງຈາກທີ່ໄດ້ເລີ່ມຕົ້ນຈັດຕັ້ງ ປະຕິບັດນັບແຕ່ ປີ 2015 ໂດຍການສະໜັບສະໜູນ ຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານ ປັບປຸງຄຸນນະພາບ ແລະ ຂະຫຍາຍ ໂອກາດເຂົ້າຮຽນສໍາລັບ ການສຶກສາຂັ້ນພື້ນຖານ (BEQUAL/ບີຄວາ) ໃນສປປ ລາວ.

ກອງປະຊຸມດັ່ງກ່າວພາຍໃຕ້ ການເປັນປະທານຂອງ ທ່ານນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ແດນ ເຮວເດິນ ຮອງເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳລາວ, ມີ ທ່ານ ອ່ອນແກ້ວ ນວນນະວົງ ຜູ້ອໍານວຍການ ສະຖາບັນຄົ້ນຄວ້າ ວິທະຍາສາດການສຶກສາ,  ພ້ອມດ້ວຍບັນດາຄະນະ ອຳນວຍການສະຖາບັນ, ຄະນະກົມ, ຄະນະບໍດີ, ຄະນະກໍາ ມະການກວດຜ່ານ ແລະ ຮັບຮອງຫລັກສູດ, ຄະນະຊ່ຽວຊານ, ຄະນະຮັບຜິດຊອບແຜນງານບີຄວາ ແລະ ຕາງໜ້າຈາກ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ສີສຸກ ວົງວິຈິດ ໄດ້ກ່າວວ່າ: ຈຸດປະສົງຂອງ ກອງປະຊຸມຄັ້ງນີ້, ເພື່ອກວດ ແລະ ຮັບ ຮອງຕົ້ນສະບັບປຶ້ມແບບຮຽນ ແລະ ຄູ່ມືຄູ ປ5 ທີ່ຈະຈັດພິມແຈກຢາຍ ໃຫ້ບັນດາໂຮງຮຽນປະຖົມ ທັງໝົດໃນ ສປປ ລາວ ໃນສົກຮຽນ 2023-2024, ນີ້ເປັນຂີດໝາຍສຳຄັນ ເພາະວ່າເປັນປີສຸດທ້າຍ ຂອງການປັບປຸງຫຼັກສູດ ຂັ້ນປະຖົມ. ນັບແຕ່ປີ 2015 ເປັນຕົ້ນມາ, ກະຊວງສຶກສາທິການ ແລະ ກິລາ ໄດ້ມີການປັບປຸງຫລັກສູດໃໝ່ ໃນຂອດເຂດທົ່ວປະເທດ ພ້ອມກັບອຸປະກອນການ ຮຽນການສອນແບບໃໝ່ໃຫ້ແກ່ນັກຮຽນ ແລະ ຄູ.

ໂອກາດດຽວກັນ, ທ່ານ ແດນ ເຮວເດິນ ໄດ້ກ່າວວ່າ: ອົດສະຕຣາລີ ມີຄວາມຍິນດີ ທີ່ໄດ້ຮ່ວມມືກັບ ສະຖາບັນຄົ້ນຄວ້າ ວິທະຍາສາດການສຶກສາ ແລະ  ກະຊວງ ສຶກສາທິການ ແລະ ກິລາ ເພື່ອສະໜັບສະໜູນການ ພັດທະນາຫລັກສູດສະບັບປັບປຸງໃໝ່, ຂ້າພະເຈົ້າເຊື່ອວ່າ ພວກເຮົາທຸກຄົນມີຄວາມຕື່ນ ເຕັ້ນທີ່ຈະໄດ້ເຫັນ ສື່ການຮຽນການສອນໃໝ່ ສໍາລັບຊັ້ນປະຖົມປີສຸດທ້າຍ ຂອງນັກຮຽນທຸກຄົນ ໃນ ສປປ ລາວ ແລະ ຫວັງວ່າຈະໄດ້ເຫັນການປັບປຸງ ການຮຽນຮູ້ຂອງນັກຮຽນຊັ້ນປະຖົມ ດ້ວຍຫລັກສູດ ໃໝ່ ແລະ ການຮຽນດ້ວຍການປະຕິບັດຕົວຈິງ.

ສໍາລັບ ຂັ້ນ ປ5, ລັດຖະບານອົດສະຕຣາລີ ໄດ້ສະໜັບສະໜູນ ການພັດທະນາຫລັກສູດ, ປຶ້ມແບບຮຽນ ແລະ ຄູ່ມືຄູ 3 ວິຊາ ຄື: ວິຊາພາສາລາວ, ວິທະຍາສາດ ແລະ ສິ່ງແວດລ້ອມ ແລະ ວິຊາພາ ສາອັງກິດ, ພ້ອມທັງໄດ້ຈັດພິມປຶ້ມແບບຮຽນ ແລະ ຄູ່ມືຄູ ຈະໄດ້ແຈກຢາຍທົ່ວປະເທດພ້ອມ ຈະໄດ້ຊ່ວຍເຫລືອ ໃນການຝຶກອົບຮົມ ຄູສອນວິຊາພາສາລາວ, ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ ແລະ ວິຊາພາສາອັງກິດ. ນອກຈາກນີ້, ຍັງໄດ້ໃຫ້ການສະໜັບສະໜູນ ວິຊາອື່ນໆອີກເຊັ່ນ: ການກວດຜ່ານຕົ້ນສະບັບບັນດາສື່ການຮຽນ ການສອນ ແລະ ສ້າງຂີດຄວາມອາດສາມາດໃຫ້ນັກວິຊາການ ໃນການອອກແບບ ແລະ ການພິມເຂົ້າໜ້າສື່ການຮຽນ-ການສອນ. ສ່ວນວິຊາຄຸນສົມບັດສຶກສາ, ສັງຄົມສຶກສາ, ພະລະສຶກສາ, ສິລະປະກໍາ ແລະ ຫັດຖະກໍາ, ສິລະປະດົນຕີ ແມ່ນລັດຖະບານ ສປປ ລາວ ໃຫ້ການສະໜັບສະໜູນ.

ການຈັດຕັ້ງປະຕິບັດຫລັກສູດ ຊັ້ນປະຖົມສະບັບປັບປຸງໃໝ່ ໃນໂຮງຮຽນ ໄດ້ເລີ່ມແຕ່ເດືອນ ກັນຍາ 2019 ໂດຍເລີ່ມຕົ້ນຈາກຂັ້ນ ປ1 ແລະ ສຳເລັດ 1 ຂັ້ນຕໍ່ປີ ຄວາມແຕກຕ່າງອັນສຳຄັນ ໃນຫລັກສູດໃໝ່ ແມ່ນວິທີການສອນແບບໃໝ່ ໂດຍເນັ້ນໃສ່ການຮຽນຮູ້ ດ້ວຍການປະຕິບັດຕົວຈິງ, ຊຶ່ງເປັນວິທີການທີ່ຖືເອົາ ນັກຮຽນເປັນໃຈກາງ.

ຂ່າວ-ພາບ: ສຸກ​ທະວີ

KPL

ຂ່າວອື່ນໆ

    • ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາສຶກສາ-ກິລາ

      ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາ

      7/1/2025 1:26:32 PM

      ຂປລ. ສະມາຄົມການສຶກສາພາກເອກະຊົນ ຈັດຝຶກອົບຮົມການນໍາໃຊ້ ປັນຍາປະດິດ ຫລື AI ເພື່ອພັດທະ ນາວຽກງານການສຶກສາ ໃນວັນທີ 28 ມິຖຸນາ 2025 ຜ່ານມາ ຢູ່ນະຄອນຫລວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາແສນ ສີສະວົງ ປະທານສະມາຄົມ ການສຶກສາພາກເອກະຊົນ ແລະ ທ່ານ ສົມກຽດ ຜິວດໍາ ປະທານຜູ້ບໍລິຫານ ບໍລິສັດທີ່ປຶກສາທາງດ້ານ AI ປະເທດໄທ,

    • ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມສຶກສາ-ກິລາ

      ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມ

      6/6/2025 7:32:37 AM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ຈັດກອງປະຊຸມປຶກສາຫາລືກ່ຽວກັບຮ່າງຄຳແນະນຳ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສຳລັບຄູສອນຊັ້ນປະຖົມສຶກສາ ແບບເຊິ່ງໜ້າ ແລະ ແບບອອນລາຍ ເພື່ອທົບທວນຄືນ ແລະ ປັບປຸງຄຳແນະນຳດັ່ງກ່າວ ແລະ ເພື່ອຮັບປະກັນໃຫ້ການພັດທະນາ ວິຊາຊີບມີຄວາມເຂັ້ມແຂງ ເພື່ອຄູທຸກຄົນໃນທົ່ວປະເທດ

    • ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວສຶກສາ-ກິລາ

      ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວ

      5/27/2025 3:29:10 PM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ສະຖານເອກອັກຄະລັດຖະທູດອົດສະຕຣາລີ ປະ​ຈໍາ​ລາວ ຈັດ​ພິທີສະເຫລີມສະຫລອງ ການຈັດຕັ້ງປະຕິບັດແຜນງານ ປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ (ບີຄວາ) ຄົບຮອບ 10 ປີ ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ 2025 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບການສຶກສາ ແລະ ປັບປຸງການເຂົ້າເຖິງ ການສຶກສາຊັ້ນປະຖົມສຶກສາ ທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍໃນ ສປປ ລາວ ໂດຍສະເພາະ ຜູ້ທີ່ຢູ່ເຂດຫ່າງໄກສອກຫລີກ ແລະ ມີຄວາມຫຍຸ້ງຍາກ.

    • ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນສຶກສາ-ກິລາ

      ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນ

      5/13/2025 9:50:19 AM

      ຂປລ. ໃນທ້າຍອາທິດຜ່ານມານີ້, ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບ ຝ່າຍຂາຍ ແລະ ການຕະຫລາດ ບໍລິສັດ ເບຍລາວ ຈໍາກັດ ຈັດ ການແຂ່ງຂັນບານເຕະມິດຕະພາບ ໃນຮູບແບບ 4 ສາມັກຄີ ຊີງຂັນຜູ້ອຳນວຍການຝ່າຍຂາຍ ບໍລິສັດ ເບຍລາວ ຈຳກັດ ປະຈຳປີ 2025 ເພື່ອສ້າງຂະບວນການຮັດແໜ້ນຄວາມສາມັກຄີ, ທັງເປັນການສ້າງສາຍພົວພັນມິດຕະພາບລະຫວ່າງ 4 ພາກສ່ວນ ທັງພາກລັດ ແລະ ເອກະຊົນ ໃຫ້ແໜ້ນແຟ້ນ, ທັງໄດ້ແລກປ່ຽນບົດຮຽນ, ປະສົບການຕ່າງໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

ads
ads

Top