18 ນໍ້າຕົກຕາດອັນລືຊື່ຢູ່ພາກໃຕ້ລາວ

23/01/2023 16:56
Email Print 1629
ຂປລ ປະເທດລາວເປັນປະເທດໜຶ່ງທີ່ມີສະຖານທີ່ທ່ອງທີ່ສວຍງາມຫລາຍບ່ອນບໍ່ວ່າຈະເປັນແຫລ່ງທ່ອງທ່ຽວທາງທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳທີ່ມີເອກະລັກໂດດເດັ່ນປະຈຳແຂວງ, ປະຈຳພາກ, ປະຈຳທ້ອງຖິ່ນແຕກຕ່າງກັນອອກໄປ, ບາງຄັ້ງຜູ້ຂຽນເອງກໍບໍ່ສາມາດຈື່ຈໍາ ແລະ ບໍ່ເຄີຍໄດ້ສໍາຜັດສະຖານທີ່ເຫລົ່ານັ້ນເລີຍໂດຍສະເພາະສະຖານທີ່ທ່ອງທ່ຽວທໍາມະຊາດພູຜາປ່າດົງໃນເຂດສະຫງວນ, ນໍ້າຕົກຕາດ, ເຂດອະນຸລັກສັດປ່ານາໆຊະນິດ ແລະ ອື່ນໆ.




ປະເທດລາວເປັນປະເທດໜຶ່ງທີ່ມີສະຖານທີ່ທ່ອງທີ່ສວຍງາມຫລາຍບ່ອນບໍ່ວ່າຈະເປັນແຫລ່ງທ່ອງທ່ຽວທາງທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳ ທີ່ມີເອກະລັກໂດດເດັ່ນ ປະຈຳແຂວງ, ປະຈຳພາກ, ປະຈຳທ້ອງຖິ່ນແຕກຕ່າງກັນອອກໄປ, ບາງຄັ້ງຜູ້ຂຽນເອງ ກໍບໍ່ ສາມາດຈື່ຈໍາ ແລະ ບໍ່ເຄີຍໄດ້ສໍາຜັດສະຖານທີ່ເຫລົ່ານັ້ນເລີຍ ໂດຍສະເພາະສະຖານທີ່ທ່ອງທ່ຽວ ທໍາມະຊາດພູຜາປ່າດົງ ໃນເຂດສະຫງວນ, ນໍ້າຕົກຕາດ,  ເຂດອະນຸລັກສັດປ່ານາໆຊະນິດ ແລະ ອື່ນໆ.

 ຄວາມຈິງນັ້ນເມື່ອເວົ້າເຖິງທຳມະຊາດແລ້ວສິ່ງທີ່ຄົນເຮົາທຸກຄົນຈະນຶກເຖິງ ແລະ ໜີບໍ່ພົ້ນຢາກໄປເຫັນ ແລະ ສໍາຜັດກໍຄົງຈະແມ່ນພູຜາສູງຊັນ, ນ້ຳໝອກໃນຍາມເຊົ້າ, ປ່າສະຫງວນທີ່ມີສັດປ່າ ຫາຍາກຫລາກຫລາຍຊະນິດອາໄສຢູ່ ລວມໄປເຖິງນ້ຳຕົກຕາດ ທີ່ເຮັດໃຫ້ເຮົາ ຕ້ອງ ການຢາກສໍາຜັດ ແລະ ພັກຜ່ອນຢ່ອນອາລົມ ເພື່ອຄາຍຄວາມຄຽດ ແລະ ສູດດົມກິນອາຍທໍາມະຊາດແທ້ໆ ກັບການໄດ້ຍິນສຽງສັດສາວາສິ່ງ ແລະ ນ້ຳຕົກໄຫລມາ ຈາກທີ່ສູງລົງສູ່ເຂດຕໍ່າ ເປັນຕາອອນຊອນເຟີດເຟີນ ໄປກັບອາລົມຢ່າງມີຄວາມສຸກ.





ດ້ວຍເຫດນັ້ນ ມື້ນີ້ ຜູ້ຂຽນຈະຄັດເລືອກ ແລະ ພາທ່ານໄປຫລິ້ນນໍ້າຕົກຕາດທໍາມະຊາດທີ່ໜ້າສົນໃຈ ຜ່ານປາຍປາກກາໃນເຂດພາກໃຕ້ ຂອງປະເທດລາວວ່າ ມີນ້ຳຕົກຕາດຫຍັງແດ່ ທີ່ທ່ານຄິດວ່າຢາກໄປເບິ່ງ ແລະ ສໍາຜັດດ້ວຍຕົນເອງ. 1.ຕາດອີ່ຕູ່ (ຈຳປາສັກ): ຕັ້ງຢູ່ທີ່ຫລັກ 35  ກິໂລແມັດ ທາງທິດຕາເວັນຕົກ ຂອງປາກຊ່ອງ ກວມເອົາເນື້ອທີ່ພູພຽງບໍລະເວນ ຕາດແຫ່ງນີ້ເປັນຕາດ ທີ່ບໍ່ຄ່ອຍມີຄົນຮູ້ຈັກຫຼາຍ ແຕ່ເປັນຕາດທີ່ສາມາດ ເປັນບ່ອນທ່ອງທ່ຽວໄດ້ງ່າຍ ແລະ ຢູ່ໃກ້ກັບຕາດເຍືອງ, ນໍ້າຕົກຕາດອີ່ຕູ່ຕັ້ງ ຢູ່ໃນເຂດເມືອງປາກຊ່ອງ ເຊິ່ງຫ່າງຈາກ ຕົວເມືອງປາກເຊ 40 ກິໂລແມັດ ໃຊ້ເວລາພຽງ 1 ຊົ່ວໂມງໃນການເດີນທາງ; 2.ຕາດເຍືອງ (ຈຳປາສັກ): ສຳຜັດອາຍນ້ຳຕົກຈາກທຳມະຊາດ ແລະ ຈຸດຊົມວິວຍອດຮິດ ທີ່ຕ້ອງໄດ້ຍ່າງຂຶ້ນຂັ້ນໄດ ເພື່ອໄປສຳຜັດກັບວິວທີ່ງົດງາມ ບອກເລີຍວ່າຄຸ້ມຄ່າ ກັບການຍ່າງຢ່າງແນ່ນອນ; 3.ຕາດຟານ (ຈຳປາສັກ): ຕັ້ງຢູ່ທີ່ຫລັກ 38 ໃນເຂດດົງຫົວຊາວ ໃຊ້ເວລາຂັບລົດພຽງ 40 ນາທີຈາກປາກເຊ, ຕາດຟານອ້ອມຮອບ ດ້ວຍສວນຊາ ແລະ ສວນກາເຟທີ່ມີຊື່ສຽງ ນອກຈາກນັ້ນ, ຍັງມີກິດຈະກຳຂີ່ສະລິງຊົມວິວ ນ້ຳຕົກຕາດທີ່ສູງທີ່ສຸດ ໃນລາວອີກດ້ວຍ; 4.ຕາດ ຈຳປີ (ຈຳປາສັກ): ຢູ່ຫ່າງຈາກຕາດອີ່ຕູ່ພຽງ 3 ກິໂລແມັດ, ເປັນຕາດທີ່ສວຍງາມອີກຕາດໜຶ່ງ ເໝາະແກ່ການລົງຫຼິ້ນນ້ຳ ຫຼື ລ່ອງແພ ແລະ ເກັບຮູບພາບບັນທຶກຄວາມຊົງຈຳ ແລະ ເລື່ອງລາວຂອງການເດີນທາງໄວ້; 5.ນ້ຳຕົກຕາດຄອນພະເພັງ (ຈຳປາສັກ): ຕັ້ງຢູ່ໃນແຂວງຈຳ ປາສັກ, ເປັນນໍ້າຕົກທີ່ໃຫຍ່ທີ່ສຸດ ຂອງອາຊີຕາເວັນອອກສຽງໃຕ້ ທີ່ມີນ້ຳໄຫຼແຮງ ນ້ຳຕົກຢູ່ໃນບໍລິເວນທີ່ເອີ້ນວ່າ: ສີພັນດອນ ຫຼື ເກາະ 4.000 ຫ່າງຈາກຊາຍແດນ ກຳປູເຈຍພຽງ 7 ກິໂລແມັດ; 6.ຕາດສົມພະມິດ (ຫລີ່ຜີ): ເປັນນ້ຳຕົກຂະໜາດໃຫຍ່ ແລະ ມີກະ ແສນ້ຳໄຫຼ ແຮງ, ນ້ຳຕົກມີສີຂຽວມໍລະກົດງົດງາມ ແລະ ປະກອບດ້ວຍໂງ່ນຫີນ ຂະໜາດນ້ອຍ ແລະ ໃຫຍ່ສະຫຼັບສັບປ່ຽນກັນ; 7.ຕາດຕາຢຶກເສືອ (ຈຳປາສັກ): ຫ່າງຈາກປາກຊ່ອງ 44 ກິໂລແມັດ, ປະກອບດ້ວຍນ້ຳຕົກ 7 ແຫ່ງ ທີ່ສາມາດເຂົ້າເຖິງໄດ້ ໂດຍການຍ່າງຜ່ານປ່າ ທີ່ເຕັມ ໄປ ດ້ວຍ ພືດພັນຫາຍາກ ນອກນັ້ນ, ພາຍໃນຕາດຍັງມີຮ້ານອາຫານ ແລະ ໂຮມສະເຕຊົງລາວ ທີ່ບົ່ງບອກເຖິງວັດທະນະທຳລາວ ຢ່າງແທ້ຈິງ ເພື່ອອຳນວຍຄວາມສະດວກ ໃຫ້ນັກທ່ອງທ່ຽວ ທີ່ມາທ່ຽວຕາດແຫ່ງນີ້; 8.ຕາດຮັງ (ສາລະວັນ): ຕັ້ງຢູ່ໃນແຂວງສາລະວັນ, ເປັນ 1 ໃນ 3 ຂອງຕາດ ທີ່ຢູ່ໃກ້ກັນຄື: ຕາດຮັງ, ຕາດເລາະ ແລະ ຕາດສູງ ປະກອບດ້ວຍເຮືອນພັກ 2-3 ຫລັງທີ່ຢູ່ເທິງສຸດ ຂອງນ້ຳຕົກຕາດ ພ້ອມກັບວິວທິວທັດທຳມະຊາດ ທີ່ເປັນເອກະລັກ; 9.ຕາດເລາະ (ສາລະວັນ): ຢູ່ຫ່າງຈາກຕາດຮັງພຽງ 2 ກິໂລແມັດ ເປັນຜາຫີນກຣານິດ ຂະ ໜາດໃຫຍ່ທີ່ ມີນໍ້າເຢັນໄຫຼຜ່ານລົງມາ ແລະ ມີກິດຈະກຳຍ່າງເທິງຂົວອູ່, ຂີ່ສະລິງ ຂ້າມນໍ້າຕົກຕາດເລາະ, ເພີດເພີນ, ຜ່ອນຄາຍໄປກັບອາກາດບໍລິສຸດ ແລະ ທຳມະຊາດອ້ອມຮອບ ຂອງຕາດເລາະ; 10.ຕາດສູງ (ສາລະວັນ): ນ້ຳຕົກ ຕາດທີ່ໄຫຼມາຈາກ ພູຜາສູງຊັນ ຢູ່ຫ່າງ ຈາກຕາດ ເລາະ ປະມານ 10 ກິໂລແມັດ ມີບັງກະໂລໄມ້ ທີ່ບົ່ງບອກເຖິງວິຖີການດຳລົງຊີວິດ ທີ່ຮຽບງ່າຍ; 11.ຕາດເທວະດາ (ສາລະວັນ): ເປັນອີກສະຖານທີ່ທ່ອງທ່ຽວເເຫ່ງໜຶ່ງ ທີ່ຕັ້ງຢູ່ເຂດບ້ານຫາງພູວຽງຄຳ, ເຊິ່ງມີໄລຍະທາງຫ່າງຈາກ ເມືອງສາລະວັນ ປະມານ 13 ກິໂລ ແມັດ, ເຂດນີ້ເປັນເຂດ ທີ່ອຸດົມສົມບູນ ເໝາະສຳລັບນັກທ່ອງທ່ຽວ ທີ່ຢາກມາສຳຜັດບັນຍາກາດ ເຢັນໆເເບບນີ້, ຖ້າໃຜມີໂອກາດໄປຫຼິ້ນ ເມືອງສາລະວັນ ພາດບໍ່ໄດ້ທີ່ຈະຕ້ອງໄປເເວ່ຊົມ;12. ຕາດຂະມຶດ (ຈຳປາສັກ): ຕັ້ງຢູ່ ບ້ານໜອງຫຼວງ, ເມືອງປາກຊ່ອງ, ແຂວງຈໍາປາສັກ ຢູ່ຫ່າງຈາກເທສະບານ ເມືອງປາກຊ່ອງ ໄປທາງພາກຕາເວັນອອກ 11 ກິໂລແມັດ ເປັນນໍ້າຕົກຕາດ ທີ່ມີຂະໜາດໃຫຍ່, ມີຄວາມສູງເຖິງ 7 ຊັ້ນ ແລະ ນັກທ່ອງທ່ຽວ ສາມາດຂີ່ສະລິງ ເພື່ອຊົມຄວາມຍິ່ງໃຫຍ່ ແລະ ຄວາມສວຍງາມ ຂອງສະຖານທີ່ດັ່ງກ່າວໄດ້; 13.ຕາດແຊສີດາ (ຈຳປາສັກ): ເປັນນ້ຳຕົກຕາດ ທີ່ມີຄວາມສວຍງາມ ໄດ້ຮັບການພັດທະນາ ເປັນແຫຼ່ງທ່ອງທ່ຽວອີກບ່ອນໜຶ່ງ ຂອງເມືອງບາຈຽງ,  ນ້ຳຕົກຕາດແຊສີດາແຫ່ງນີ້ ໃນເມື່ອກ່ອນປະຊາຊົນ ບ້ານທົ່ງອຸດົມ ໄດ້ເອີ້ນວ່າ: ຕາດໄຮ, ເພາະວ່າໃນເມື່ອກ່ອນ ນ້ຳຕົກຕາດແຫ່ງ ນີ້ໄດ້ມີຕົ້ນ ໄຮ ເກີດຂຶ້ນ ແລະ ມີສັດປ່າບາງຊະນິດເຊັ່ນ: ນົກໄປ ອາໄສຢູ່ ແລະ ກິນໝາກໄຮ ເປັນຈຳນວນຫຼວງຫຼາຍ;14.ຕາດຜາສ້ວມ (ຈຳປາສັກ): ຕັ້ງຢູ່ເມືອງບາຈຽງ ເປັນນ້ຳຕົກຕາດທີ່ສວຍງາມ, ຈຸດພິເສດນ້ຳຕົກຕາດແຫ່ງນີ້ ເປັນຜາຫີນທີ່ຕັ້ງລຽນກັນ ເປັນລະບຽບ, ມີຄວາມສູງປະມານ 6 ກິໂລແມັດ ເຊິ່ງໃນພາສາຊົນເຜົ່າ ຄຳວ່າ: ສ້ວມ ໝາຍເຖິງ ຫ້ອງນ້ຳທີ່ກັ້ນໄວ້ສຳລັບລູກສາວ, ລູກຊາຍ ສ່ວນຄຳວ່າ: ຜາ ຄາດວ່າໝາຍເຖິງ ລານຫີນເປັນຂັ້ນ. ດັ່ງນັ້ນ, ຄຳວ່າ: ຜາສ້ວມ ແມ່ນມີຄວາມໝາຍວ່າ ນ້ຳຕົກຕາດຫີນຕັ້ງ ທີ່ມີລັກສະນະສູງຊັນ ຄ້າຍຄືຫ້ອງ ຫໍທີ່ຂັ້ນ ເອົາໄວ້ ສຳລັບລູກສາວ-ລູກຊາຍສະເພາະ ສຳລັບຄວາມໝາຍນີ້ ຈະມີເລື່ອງເລົ່າປະຣຳປະລາເລົ່າຂານກັນມາ ແຕ່ດົນນານເລື່ອງນີ້ມີຊື່ວ່າ: ສາວລາວລຸ່ມ ແລະ ໜຸ່ມລາວເທິງ; 15. ຕາດເຊກະຕາມ (ຈຳປາສັກ): ຕັ້ງຢູ່ທາງທິດຕາເວັນອອກ ຂອງພູພຽງບໍລະເວນ ຫ່າງຈາກຕົວ ເມືອງປາກຊ່ອງ ປະມານ 44 ກິໂລແມັດ, ເກີດຈາກຫ້ວຍກະຕາມ ທີ່ຕົກລົງສູ່ຜືນປ່າເບື້ອງລຸ່ມ. ປະມານ 100 ແມັດ ເປັນນໍ້າຕົກຕາດຂະໜາດໃຫຍ່ ມີນໍ້າຕະຫລອດປີ. ໂດຍສະເພາະໃນລະຫວ່າງ ເດືອນທັນວາ ຫາ ເດືອນມັງກອນ ຈະມີດອກທຽນປ່າບານ ໃນບໍລິເວນລຸ່ມ ນໍ້າຕົກ ເຊິ່ງສາມາດແນມ ໄດ້ເຫັນແຕ່ໄກ ຈາກຈຸດຊົມວິວ, ຕົວນ້ຳຕົກຕາດຢູ່ຝັ່ງກົງກັນຂ້າມ ກັບຈຸດຊົມວິວ, ຈຸດຊົມວິວສາມາດເຫັນຕົວນ້ຳຕົກ ໄດ້ທັງຜາ ເພາະຕັ້ງຢູ່ສູງກວ່າຕົວນ້ຳຕົກ; 16.ຕາດຫົວຄົນ (ເຊກອງ): ຕັ້ງຢູ່ເຊນ້ຳນ້ອຍ ຕອນເທິງຂອງຕາດແຝກ, ເຂດບ້ານດ່ານ ເມືອງລະມາມ ແຂວງເຊກອງ, ເປັນແຫຼ່ງທ່ອງທ່ຽວ ນ້ຳຕົກຕາດທີ່ສວຍງາມ, ມີຄວາມສູງເຖິງ 8-10 ກິໂລແມັດ, ຍາວ 250 ກິໂລແມັດເປັນເຂດແດນ ລະຫວ່າງແຂວງເຊກອງ ແລະ ແຂວງອັດຕະປື. ຢູ່ຫ່າງຈາກເທສະບານແຂວງ 19 ກິໂລແມັດ, ຕາມການເລົ່າຂານ ຂອງຄົນ ເຖົ້າແກ່ໃນແຖວນັ້ນໄດ້ເລົ່າວ່າ: ກ່ອນຈະໃສ່ຊື່ຕາດຫົວຄົນນັ້ນ ຍ້ອນສະໄໝສົງຄາມ ໄດ້ມີຫົວຄົນຕາຍ ໄຫຼມາຕົກຄ້າງ ຢູ່ກ້ອງຕາດດັ່ງກ່າວຢູ່ເລື້ອຍໆ ເພິ່ນຈຶ່ງໄດ້ຮ້ອງຕາດນີ້ວ່າ: ຕາດຫົວຄົນ ຈົນມາເຖິງປັດຈຸບັນນີ້;17. ຕາດແຝກ (ເຊກອງ): ຕັ້ງຢູ່ເຊນໍ້ານ້ອຍ, ບ້ານດ່ານ, ເມືອງລະມາມ ແຂວງເຊກອງ ແຕ່ກ່ອນຢູ່ຫົວຕາດ ແລະ ກ້ອງຕາດ ມີດອນປົກຄຸມ ເຕັມໄປດ້ວຍຫຍ້າແຝກ, ມາຮອດປີ 1968 ເປັນປີນໍ້າຖ້ວມໃຫຍ່ ຈຶ່ງເຮັດໃຫ້ຫຍ້າດັງກ່າວ ຫາຍໄປນຳກະແສນໍ້າ, ເຊິ່ງເປັນທີ່ມາຂອງຄຳວ່າ: “ຕາດແຝກ” ນັ້ນເອງ. ຕາດມີຄວາມສູງ 10-15 ກິໂລແມັດ ແລະ ກວ້າງ 25 ກິໂລແມັດ ເປັນແຫຼ່ງທ່ອງທ່ຽວ ທຳມະຊາດອີກແຫ່ງໜຶ່ງທີ່ອາກາດດີ ແລະ ມີນໍ້າໄຫຼຜ່ານທຸກລະດູ; 18. ຕາດເຊປອງໄລ (ອັດຕະປື): ຄວາມງົດງາມທາງທຳມະຊາດ ອີກໜຶ່ງແຫ່ງທີ່ຕັ້ງຢູ່ພາກໃຕ້ຂອງລາວ ນັ້ນກໍຄື ແຂວງ ອັດຕະປື. ຢູ່ຫ່າງຈາກ ເທສະບານ ເມືອງສະໜາມໄຊ ທາງທິດຕາເວັນຕົກສຽງເໜືອ ປະມານ 60 ກິໂລແມັດ, ນໍ້າຕົກຕາດນີ້ ມີຄວາມສູງປະມານ 23m ແລະ ມີຄວາມຍາວ 120m ໄຫຼມາຈາກແມ່ນໍ້າເຊປຽນ.

ທັງ 18 ນ້ຳຕົກຕາດນີ້ ແຕ່ລະບ່ອນຕ່າງກໍມີປະຫວັດຄວາມເປັນມາທີ່ບໍ່ຄືກັນ ລວມທັງຄວາມງົດງາມ ແລະ ເອກະລັກທີ່ແຕກຕ່າງກັນໄປ ແຕ່ລະນ້ຳຕົກຕາດ ເຊິ່ງໃຜທີ່ມັກໃນການຫລິ້ນນ້ຳ, ມັກທຳມະຊາດ, ການປະຈົນໄພ ແລະ ຕັ້ງແຄມນອນແຮມຄືນ ຖ້າໄດ້ມາທ່ຽວແຂວງ ຕ່າງໆທີ່ຢູ່ພາກໃຕ້ກໍຢ່າລືມຖ່າຍຮູບໃຫ້ໄດ້ຄົບທຸກຕາດເດີ.

ເຖິງແນວໃດກໍດີ ສໍາລັບແຫລ່ງທ່ອງທ່ຽວນໍ້າຕົກຕາດທີ່ຜູ້ຂຽນໄດ້ນໍາສະເໜີໄປນັ້ນເປັນພຽງຕົວຢ່າງທີ່ໄດ້ຢິບຍົກ ແລະ ເກັບຂໍ້ມູນຕົວຈິງ ທີ່ໄດ້ໄປສໍາຜັດມາ ເພື່ອນໍາສະເໜີທ່ານໃຫ້ສຶກສາ ແລະ ເປັນຂໍ້ມູນເບື້ອງຕົ້ນ ຖ້າທ່ານມີແຜນຢາກພາຄອບຄົວ, ຄົນຮັກ, ພໍ່ແມ່ ແລະ ຍາດ ພີ່ນ້ອງໄປທ່ຽວສາມາດສຶກສາ ແລະ ເບິ່ງຂໍ້ມູນຕາມນີ້ໄດ້ ແຕ່ຜູ້ຂຽນເຊື່ອວ່າຍັງມີອີກຫລາຍສະຖານ ທີ່ທ່ອງທ່ຽວນໍ້າຕົກຕາດສວຍສົດງົດງາມ ທີ່ຍັງບໍ່ຮູ້ເທື່ອ ຖ້າທ່ານໃດຮູ້ ຫລື ເຄີຍໄດ້ສໍາຜັດ ມາແລ້ວສາມາດເພີ່ມຕື່ມໄດ້ ແລະ ຊ່ວຍແນະນໍາຄົນ ອື່ນໆດ້ວຍ ເພື່ອເປັນຊ່ອງທາງ ໃນການສົ່ງເສີມການທ່ອງທ່ຽວລາວ, ປະຊາສໍາພັນ ໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຮູ້ຕື່ມ ເຊິ່ງທ່ານຈະເປັນສ່ວນໜຶ່ງ ໃນການປະກອບສ່ວນຊ່ວຍຊາດ ເຮັດໃຫ້ເສດຖະກິດເຂັ້ມແຂງ, ສ້າງວຽກເຮັດງານທໍາໃຫ້ຫລາຍຂຶ້ນ ແລະ ຍົກລະດັບຊີວິດ ການເປັນ ຢູ່ຂອງປະຊາຊົນລາວ ບັນດາເຜົ່າຢ່າງໜັກແໜ້ນ.

ໂດຍ: ເກີດຂວັນໃຈ ມາລີຈັນ


KPL

ຂ່າວອື່ນໆ

ads
ads

Top