ຕວັກກີ ຈະຈັດການເລຶອກຕັ້ງທົ່ວໄປ ໃນເດືອນພຶດສະພານີ້

24/01/2023 18:23
Email Print 423
ຂປລ ທ່ານ ​ເຣ​ເຊບ ​​ໄທ​ຢິບ ​ເອີ​ໂດ​ກັນ (Recep Tayyip Erdogan), ປະທານາທິບໍດີ ຕວັກ​ກີ ປະກາດ ການ​ເລືອກ​ຕັ້ງ​ ທົ່ວ​ໄປ ຄັ້ງ​ໃໝ່ ຈະ​ຈັດ​ຂຶ້ນ ​ໃນ​ວັນ​ທີ14 ພຶດ​ສະ​ພານີ້, ​ໂດຍ​ຈະ​ເປັນ ​ການ​ເລືອກ​ຕັ້ງ ​ສະ​ມາ​ຊິກ​ ສະ​ພາ​ແຫ່ງ​ຊາດ​ ຊຸດ​ໃໝ່ ​ທັງ​ໝົດ 600 ຄົນ ແລະ ​ເລືອກ​ຕັ້ງ ​ປະ​ທາ​ນາ​ທິ​ບໍ​ດີ ຄົນ​ໃໝ່.

ຂປລ.ຕາມ​ຂ່າວ​ຈາກ ນະຄອນຫລວງ ອັງກາ​ລາ, ທ່ານ ​ເຣ​ເຊບ ​​ໄທ​ຢິບ ​ເອີ​ໂດ​ກັນ (Recep Tayyip Erdogan), ປະທານາທິບໍດີ ຕວັກ​ກີ ປະກາດ ການ​ເລືອກ​ຕັ້ງ​ ທົ່ວ​ໄປ ຄັ້ງ​ໃໝ່ ຈະ​ຈັດ​ຂຶ້ນ ​ໃນ​ວັນ​ທີ14 ພຶດ​ສະ​ພານີ້, ​ໂດຍ​ຈະ​ເປັນ ​ການ​ເລືອກ​ຕັ້ງ ​ສະ​ມາ​ຊິກ​ ສະ​ພາ​ແຫ່ງ​ຊາດ​ ຊຸດ​ໃໝ່ ​ທັງ​ໝົດ 600ຄົນ ແລະ ​ເລືອກ​ຕັ້ງ ​ປະ​ທາ​ນາ​ທິ​ບໍ​ດີ ຄົນ​ໃໝ່.ຊຶ່ງ​ຖ້າ​ຫາກ ບໍ່ມີຜູ້ສະໝັກ ຄົນ​ໃດ ​ໄດ້ຮັບຄະແນນສຽງ ສະໜັບ ສະໜູນ ຫລາຍກວ່າ 50% ຕັ້ງ​ແຕ່ ຮອບທຳອິດຈະມີການແຂ່ງຂັນ ໃນຮອບ ຕັດສິນ ທີ່​ຈະ​ເປັນ ​ການ​ແຂ່ງ​ຂັນ​ ລະ​ຫວ່າງ ​ຜູ້​ສະໝັກ 2ຄົນ ທີ່​ໄດ້ຄະ​ແນນ​ ສູງ​ສຸດ ຈາກ​ຮອບ​ ທຳ​ອິດ ​ໃນ​ວັນ​ທີ 28 ພຶດສະພາ​ນີ້./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top