ອາຄານຖະຫລົ່ມໃນຊີຣີ ມີຜູ້ເສຍຊີວິດ 16ຄົນ

24/01/2023 18:27
Email Print 331
ຂປລ ເກີດ​ເຫດ​ ອາຄານ​ ຖະຫລົ່ມ ​ໃນ​ເມືອງ​ອາ​ເລ​ບ​ໂປ (Aleppo) ຂອງ​ຊີຣີ ​ເຮັດ​ໃຫ້​ມີ ​ຜູ້​ເສຍ​ຊີວິດ ຢ່າງ​ໜ້ອຍ 16ຄົນ ​ແລະ ບາດ​ເຈັບ​ອີກ ​ຈຳນວນ​ໜຶ່ງ .

ຂປລ.ສຳນັກ​ຂ່າວ ​ຊາ​ນາ (SANA) ລາຍ​ງານ ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ:​ ​ ເກີດ​ເຫດ​ ອາຄານ​ ຖະຫລົ່ມ ​ໃນ​ເມືອງ​ອາ​ເລ​ບ​ໂປ (Aleppo) ຂອງ​ຊີຣີ ​ເຮັດ​ໃຫ້​ມີ ​ຜູ້​ເສຍ​ຊີວິດ ຢ່າງ​ໜ້ອຍ 16ຄົນ ​ແລະ ບາດ​ເຈັບ​ອີກ ​ຈຳນວນ​ໜຶ່ງ .ຂະນະ​ທີ່ ​ໜ່ວຍ​ກູ້​ໄພ ​ເລັ່ງຄົ້ນຫາ ​ຜູ້​ລອດ​ຊີວິດ.ສຳລັບ ອາຄານ​ ດັ່ງກ່າວ ມີ​ຄວາມ​ສູງ 5ຊັ້ນ ​ເປັນ​ສະຖານທີ່ ຢູ່​ອາ​ໄສ​ ຂອງ ​ຊາວ​ຊີຣີ 7ຄອບຄົວ ມີ​ຄົນ​ອາ​ໄສ​ຢູ່ ​ໃນ​ອາຄານ ​ທັງ​ໝົດ 35ຄົນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top