ລາວ-ກໍາປູເຈຍຈະກາຍເປັນສູນກາງເສດຖະກິດ ແລະ ຄົມມະນາຄົມອາຊຽນແທ້ ຫລື ບໍ່?

23/01/2023 16:42
Email Print 810
ຂປລ ສປປ ລາວ ແລະ ກໍາປູເຈຍຈະກາຍເປັນສູນກາງເສດຖະກິດ ແລະ ຄົມມະນາຄົມຂອງອາຊຽນແທ້ ຫລື ບໍ່? ຂະນະທີ່ ສປ ຈີນພວມ ປະກາດເປີດປະເທດຜ່ານມາດຕະການຫລຸດຜ່ອນຢ່ອນ ໂຄວິດເປັນສູນເພື່ອເປີດປະເທດ, ຟື້ນຄືນເສດຖະກິດພາຍໃນ ແລະ ຍູ້ໜູນເສດຖະກິດໃຫ້ສືບຕໍ່ເຄື່ອນເໜັງຢ່າງໝັ້ນຄົງໃນອະນາຄົດຕໍ່ໜ້ານີ້.


ສປປ ລາວ ແລະ ກໍາປູເຈຍຈະກາຍເປັນສູນກາງເສດຖະກິດ ແລະ ຄົມມະນາຄົມຂອງອາຊຽນແທ້ ຫລື ບໍ່? ຂະນະທີ່ ສປ ຈີນ ພວມປະກາດເປີດປະເທດ ຜ່ານມາດຕະການຫລຸດຜ່ອນ ໂຄວິດເປັນສູນ ເພື່ອເປີດປະເທດ, ຟື້ນຄືນເສດຖະກິດພາຍໃນ ແລະ ຍູ້ໜູນເສດຖະກິດ ໃຫ້ສືບຕໍ່ເຄື່ອນເໜັງ ຢ່າງໝັ້ນຄົງ ໃນອະນາຄົດຕໍ່ໜ້ານີ້. ກ່ອນນັ້ນ ຜູ້ຂຽນໄດ້ອ່ານຫລາຍແຫລ່ງຂ່າວ ຂອງປະເທດເພື່ອນບ້ານໄກ້ຄຽງ ຕົວຢ່າງ ທີເອັນເອັນຂອງໄທລາຍງານວ່າ ສປ ຈີນ ອາດປັ້ນປະເທດກໍາປູເຈຍ ແລະ ປະເທດລາວ ເປັນຈຸດເຊື່ອມໂຍງ-ເຊື່ອມຈອດ ທີ່ເປັນສູນກາງເສດຖະກິດ ແລະ ຄົມມະນາຄົມຂົນ ສົ່ງທີ່ທັນສະໄໝຂອງໂລກພາຍໃຕ້ ຂອບການຮ່ວມມື “ ໜຶ່ງແລວໜຶ່ງເສັ້ນທາງ ” ເພາະ 2 ປະເທດນີ້ມີລັກສະນະກ້ຊິດ ແຕກຕ່າງຈາກປະເທດອື່ນໆ ໃນອາຊຽນໂດຍສະເພາະ ສປປ ລາວ ມີແຜ່ນດິນທີ່ເປັນຊາຍແດນ ຕິດຕໍ່ຈອດ ສປ ຈີນ, ມີແມ່ນໍ້າຂອງເຊື່ອມຈອດກັບຈີນ, ມີຮີດຄອງປະເພນີ ວັດທະນະທໍາດີງາມ ໃນບັນດາແຂວງຕ່າງໆຂອງຈີນ ທີ່ໄກ້ກັບປະເທດລາວຄ້າຍຄືກັນ ແລະ ລະບອບການເມືອງ ກໍຄ້າຍຄືກັນ ເຊິ່ງນັ້ນອາດເຮັດໃຫ້ ສປ ຈີນ ເພີ່ມງົບປະມານການລົງທຶນເຂົ້າ ສປປ ລາວເພີ່ມຂຶ້ນເລື້ອຍໆ.

ຜູ້ຂຽນມີໂອກາດເຂົ້າໄປອ່ານບົດຄວາມ ແລະ ຂໍ້ມູນຂ່າວໃນສື່ຕ່າງໆກ່ຽວໂຄງການຄົ້ນຄວ້າຮ່ວມລາວ-ຈີນ, ສະຖາບັນການຕ່າງປະເທດໄດ້ລາຍງານວ່າ: ຕະຫລອດໄລຍະ 61 ປີ ຫລັງຈາກສອງປະເທດ ໄດ້ມີການສ້າງຕັ້ງສາຍພົວພັນການທູດ ຮ່ວມກັນພັກ, ລັດຖະບານ ແລະ ປະຊາຊົນສອງຊາດ ໄດ້ ພະຍາຍາມຖະນຸບໍາລຸງ, ບຸລະນະຮັກສາມູນເຊື້ອການພົວພັນ ອັນດີງາມຖານບ້ານໃກ້ເຮືອນຄຽງ, ເພື່ອນມິດຮ່ວມອຸດົມການ ທາງການເມືອງດຽວກັນ, ກໍ່ຄືສ້າງສາພັດທະນາປະເທດຊາດ ຕາມເສັ້ນທາງສັງຄົມນິຍົມ ຕາມຮູບແບບລັກສະນະສີສັນ, ເງື່ອນໄຂ ແລະ ຈຸດພິເສດຂອງປະເທດໃຜລາວ, ບວກສາຍພົວພັນການຮ່ວມມື ລາວ-ຈີນ ພາຍໃຕ້ຄູ່ຮ່ວມມືຊະຕາກໍາດຽວກັນ ແລະ ຕາມທິດ 4 ດີນັ້ນ ເຊິ່ງໄດ້ປະກອບສ່ວນ ຢູ່ແຖວໜ້າຢ່າງໜັກແໜ້ນ ແລະ ສືບຕໍ່ສົ່ງເສີມ, ຖະນຸຖະໜອມ, ບໍາລຸງສ້າງສືບທອດ ຈາກບັນດາການນໍາ ຂອງສອງປະເທດ ຈາກ ຮຸ້ນສູ່ຮຸ້ນເຕັມໄປດ້ວຍ ໄມຕີຈິດມິດຕະ ພາບ, ການໄປມາຫາສູ່ກັນ ແລະ ການສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນໄລຍະຕໍ່ສູ້ປົດປ່ອຍຊາດ ກໍຄືໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ພາຍຫລັງການປະຕິບັດນະໂຍບາຍປ່ຽນແປງໃໝ່ເປັນຕົ້ນມາ ສົມທົບກັບການກ້າວເຂົ້າສູ່ຍຸກແຫ່ງ ໂລກາພິວັດທີ່ພາກພື້ນ ແລະ ສາກົນທີ່ມີທັງການແຂ່ງຂັນ ແລະ ເພິ່ງພາອາໄສເຊິ່ງກັນ ແລະ ກັນ, ມີການເຊື່ອມໂຍງກັນຫລາຍຂຶ້ນ. ບັນຍາກາດການພົວພັນຮ່ວມມື ລະຫວ່າງ ລາວ-ຈີນ ຍິ່ງ ມີການຂະ ຫຍາຍຕົວ ກວ້າງຂວາງຫລາຍຂຶ້ນ, ກວມເອົາທຸກຂົງເຂດວຽກງານ, ໂດຍສະເພາະດ້ານການຄ້າ, ການລົງທຶນ, ການພັດທະນາພື້ນຖານໂຄງລ່າງ ແມ່ນມີບາດກ້າວກະໂດດຂັ້ນ. ມາເຖິງປັດຈຸບັນ, ສປ ຈີນ ກາຍເປັນຄູ່ຄ້າ ອັນດັບແຖວໜ້າຂອງ ສປປ ລາວ ເຊິ່ງບໍລິມາດການຄ້າ ຂອງສອງປະເທດ ໄດ້ ເພີ່ມທະວີຂຶ້ນຢ່າງຕໍ່ເນື່ອງ, ໃນປີ 2021 ການຄ້າສອງຝ່າຍບັນລຸ 4,35 ຕື້ໂດລາ (ສປປ ລາວ ສົ່ງອອກ ປະມານ 2,68 ຕື້ໂດລາ).

ດ້ານການລົງທຶນ, ສປ ຈີນ ມີການລົງທຶນຫລາຍທີ່ສຸດຢູ່ ສປປ ລາວ, ຕົວເລກສະສົມນັບແຕ່ປີ 1989 ມາຮອດທ້າຍປີ 2021 ມີທັງໝົດ 821 ໂຄງການ ລວມມູນຄ່າການລົງທຶນ 16 ຕື້ກວ່າໂດລາ ເຊິ່ງຖືກຈັດຢູ່ໃນອັນດັບ 1 ຈາກ 53 ປະເທດທີ່ເຂົ້າມາລົງທຶນໃນລາວ.

ດ້ວຍຄວາມພະຍາຍາມໃນການຈັດຕັ້ງຜັນຂະຫຍາຍແຜນແມ່ບົດວ່າດ້ວຍການສ້າງ “ຄູ່ຮ່ວມຊະຕາກໍາລາວ-ຈີນ”, ທີ່ໄດ້ກໍານົດຫລັກການພົວພັນຮ່ວມມືລາວ-ຈີນໄລຍະ 5 ປີ (2021-2025), ໂດຍສະເພາະສອງຝ່າຍຈະຢຶດໝັ້ນ ການຮ່ວມມືແບບຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ ດ້ວຍ ການເຊື່ອມໂຍງ ລະຫວ່າງ ຍຸດທະສາດການຫັນປະເທດ ທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ເປັນປະເທດເຊື່ອມໂຍງເຊື່ອມຈອດ ຂອງລັດຖະບານລາວ ແລະ ຂໍ້ລິເລີ່ມ “ໜຶ່ງແລວ, ໜຶ່ງເສັ້ນທາງ” ຂອງລັດຖະບານຈີນ.

ເຖິງແນວໃດກໍດີ ການປະກາດເປີດປະເທດຂອງ ສປ ຈີນນັ້ນ ນັກລົງທຶນໃນອາຊຽນຕັ້ງຂໍ້ສັງເກດວ່າ ຈີນ ຊ່ວຍໃຫ້ບັນຍາກາດການລົງທຶນ, ການຄ້າຂາຍ, ການຂົນສົ່ງ ແລະ ການທ່ອງທ່ຽວຄຶກຄັກ ແບບກ້າວກະໂດດ ເຊິ່ງບໍ່ພຽງຈະກອບສ່ວນຊຸກຍູ້ ເສດຖະກິດອາຊຽນ ໃຫ້ຟື້ນຕົວເທົ່ານັ້ນຫາກ ຍັງ ຈະເປັນກໍາລັງຂັບເຂື່ອນ ເສດຖະກິດໂລກຟື້ນຕົວ ໄປພ້ອມໆກັນ ອັນສືບເນື່ອງມາຈາກຈີນ ມີປະຊາກອນຫລາຍ 1.4 ຕື້ຄົນ, ມີກໍາລັງບໍລິໂພກສິນຄ້າຫລາຍ, ເປັນໂຮງງານອຸດສາຫະກໍາໂລກ ແລະ ທຶນສໍາຮອງຫລາຍ.

ດັ່ງທີ່ຮັບຮູ້ນໍາກັນອາທິດຜ່ານມານີ້, ຕາມແຫລ່ງຂ່າວເດີສະຕາຂອງປະເທດມາເລເຊຍລາຍງານວ່າ ເມື່ອ ສປ ຈີນ ປະກາດເປີດປະເທດໃນວັນທີ 8 ມັງກອນ 2023 ມີຈໍານວນນັກທ່ອງທ່ຽວ ຫລັງໄຫລເຂົ້າ ສປປ ລາວຫລາຍກວ່າ 1.000 ຄົນ ແລະ ຄາດວ່າຈະມີນັກທ່ອງທ່ຽວ ເຂົ້າມາປະເທດລາວ ແລະ ໄທພາຍໃນປີ 2023 ນີ້ປະມານ 3-4 ລ້ານຄົນ ເຊິ່ງນັ້ນໄດ້ສົ່ງສັນຍານທາງບວກ ຕໍ່ອາຊຽນຄວນຈະກຽມຮັບມື ແລະ ໃຫ້ສິ່ງອໍານວຍຄວາມສະດວກແນວໃດ ເພື່ອສ້າງຄວາມປະທັບໃຈ, ຄວາມໜ້າເຊື່ອຖື ແລະ ດຶງດູດນັກທ່ອງທ່ຽວ, ນັກລົງທຶນ ແລະ ອື່ນໆ.


ໂດຍ: ເກີດຂວັນໃຈ ມາລີຈັນສີ


KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top