ແມ່ຍິງກະຊວງການຕ່າງປະເທດ ອວຍພອນແມ່ຍິງກະຊວງປ້ອງກັນປະເທດ

20/01/2023 15:08
Email Print 608
ຂປລ ຂປລ. ສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ນໍາໂດຍ ທ່ານ ນາງ ໄກມະນີ ອໍລະບູນ ປະທານສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ສະຫະພັນແມ່ຍິງ ກະຊວງປ້ອງກັນປະເທດ ໃນວັນທີ 19 ມັງກອນ 2023 ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ

ຂປລ. ສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ນໍາໂດຍ ທ່ານ ນາງ ໄກມະນີ ອໍລະບູນ ປະທານສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ສະຫະພັນແມ່ຍິງ ກະຊວງປ້ອງກັນປະເທດ ໃນວັນທີ 19 ມັງກອນ 2023 ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ (20 ມັງກອນ 1949-20 ມັງກອນ 2023) ໂດຍການຕ້ອນຮັບ ຂອງທ່ານ ພັນເອກ ນາງ ໄພວອນ ອິນທະບຸດ ປະທານສະຫະພັນແມ່ຍິງ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ, ພ້ອມ​ທັງ ໄດ້ມອບປັດໄຈ ແລະ ເຄື່ອງອຸປະໂພກ-ບໍລິໂພກ ຈໍານວນໜຶ່ງ ລວມມູນຄ່າທັງໝົດ 10 ລ້ານກວ່າກີບ ເພື່ອປະກອບ ສ່ວນຊຸກຍູ້ ແລະ ເປັນກຳລັງໃຈ ໃຫ້ແກ່ອ້າຍເອື້ອຍນ້ອງ, ນາຍ ແລະ ພົນທະຫານ ທີ່ກໍາລັງປະຕິບັດ ໜ້າທີ່ຢູ່ແນວໜ້າ ເຂດຊົນນະບົດ, ທຸລະກັນດານ ແລະ ຫ່າງໄກສອກຫລີກ.

ໂອກາດນີ້, ທ່ານ ນາງ ໄກມະນີ ອໍລະບູນ ໄດ້ຕາງໜ້າສະຫະພັນແມ່ຍິງ ກະຊວງການຕ່າງປະ ເທດ ສະແດງຄວາມຊົມເຊີຍ ຕໍ່ຜົນງານອັນໃຫຍ່ຫລວງ ຂອງກອງທັບປະຊາຊົນລາວ ​ໂດຍສະເພາະ ສະຫະພັນແມ່ຍິງ ກະຊວງປ້ອງກັນປະເທດ ທີ່ຍາດມາໄດ້ ຕະຫຼລດໄລຍະ 74 ປີຜ່ານມາ, ລວມທັງ ຍົກໃຫ້ເຫັນມູນເຊື້ອ ຄວາມສາມັກຄີຮັກແພງ ແລະ ການພົວພັນຮ່ວມມືກັນຢ່າງໃກ້ຊິດ ລະຫວ່າງ ສະ ຫະພັນແມ່ຍິງຂອງສອງກະຊວງ ໃນການປະຕິບັດໜ້າທີ່ ການເມືອງຂອງຕົນ ກໍຄື ສອງໜ້າທີ່ຍຸດທະສາດ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພ້ອມນີ້, ຍັງໄດ້ສົ່ງກໍາລັງໃຈ ແລະ ຄວາມຫ່ວງໃຍເຖິງອ້າຍນ້ອງ ທະຫານບັນດາເລົ່າລົບ ຢູ່ ເຂດທຸລະກັນດານ, ຫ່າງໄກສອກຫລີກ ແລະ ທະຫານຊາຍແດນ ໂດຍຜ່ານສະຫະພັນແມ່ຍິງ ກະຊວງປ້ອງກັນປະເທດ, ພ້ອມທັງໄດ້ອວຍພອນ ສະຫະພັນແມ່ ຍິງກະຊວງປ້ອງປະເທດ ແລະ ຜ່ານສະຫະພັນແມ່ຍິງ ໄປຍັງ ຄະນະພັກ-ຄະນະນໍາກະຊວງປ້ອງກັນປະເທດ ແລະ ກອງທັບປະຊາຊົນລາວ ຈົ່ງມີພະລານາໄມສົມບູນ,  ສືບຕໍ່ປະຕິບັດໜ້າທີ່ອັນມີກຽດສະ ຫງ່າ ແລະ ປ້ອງກັນຊາດໄດ້ຢ່າງມີໄຊຕະຫລອດໄປ.

ພ້ອມ​ນີ້, ທ່ານ ພັນເອກ ນາງ ໄພວອນ ອິນທະບຸດ ກໍໄດ້ຕາງໜ້າສະຫະພັນແມ່ຍິງ ກະຊວງປ້ອງກັນປະເທດ ສະແດງຄວາມຂອບໃຈ ຕໍ່ການຊົມເຊີຍ ແລະ ມອບເຄື່ອງຊ່ວຍເຫລືອໃນຄັ້ງນີ້, ເຄື່ອງຊ່ວຍເຫລືອດັ່ງກ່າວ ເປັນການປະກອບສ່ວນສຳຄັນ ໃຫ້ແກ່ກອງທັບປະຊາຊົນລາວ ໂດຍສະເພາະ ຜູ້ທີ່ຢູ່ແນວໜ້າ ແລະ ໄດ້ສະແດງຄວາມຢືນຢັນວ່າ ຈະນຳເອົາ​ເຄື່ອງຊ່ວຍເຫລືອດັ່ງກ່າວ ໄປແຈກຢາຍໃຫ້ທົ່ວເຖິງ. ພ້ອມນີ້, ໄດ້ສະແດງຄວາມຊົມເຊີຍ ແລະ ຢື້ຢາມຖາມຂ່າວ ເຖິງ ຄະນະພັກ-ຄະນະນໍາ ກະຊວງການຕ່າງປະເທດ ໂດຍຜ່ານສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ຕື່ມ​ອີກ.

ຂ່າວ: ກະ​ຊວງ​ການ​ຕ່າງ​ປະ​ເທດ

KPL

ຂ່າວອື່ນໆ

ads
ads

Top