ສົົ່ງເສີມຄວາມຮູ້້ ດ້ານເພດສຶກສາ ແບບມີສ່ວນຮ່ວມ ຢູ່ແຂວງອຸດົມໄຊ

22/12/2022 15:00
Email Print 10680
ຂປລ ຂປລ.ທີ່ນະຄອນຫລວງວຽງຈັນ, ໃນວັນທີ 22 ທັນວາ 2022, ທ່ານ ນາງ ລໍເຣຕາ ໂຮບັນ ຮັກ ສາການຜູ້ອໍານວຍການ ຂອງອົງການແພລນສາກົນ ປະຈໍາ ສປປ ລາວ ແລະ ທ່ານ ສົມສັກ ສຸພິໄລ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງອຸດົມໄຊ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ ໂຄງການສົົ່ງເສີມຄວາມຮູ້້ດ້ານເພດສຶກສາ ແບບມີສ່ວນຮ່ວມ ແລະ ປັບປຸງ ຂອດການບໍລິການ

ຂປລ.ທີ່ນະຄອນຫລວງວຽງຈັນ, ໃນວັນທີ 22 ທັນວາ 2022, ທ່ານ ນາງ ລໍເຣຕາ ໂຮບັນ ຮັກ ສາການຜູ້ອໍານວຍການ ຂອງອົງການແພລນສາກົນ ປະຈໍາ ສປປ ລາວ ແລະ ທ່ານ ສົມສັກ ສຸພິໄລ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງອຸດົມໄຊ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ ໂຄງການສົົ່ງເສີມຄວາມຮູ້້ດ້ານເພດສຶກສາ ແບບມີສ່ວນຮ່ວມ ແລະ ປັບປຸງ ຂອດການບໍລິການ ດ້ານສຸຂະພາບ ໃຫ້ເກີດປະໂຫຍດ ແກ່ໄວໜຸ່ມໃນໂຮງຮຽນມັດທະຍົມ ແລະ ໄວໜຸ່ມ ທີີ່ປະລະການຮຽນ ໃນສອງເມືອງຂອງແຂວງອຸດົມໄຊ ໂດຍມີທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງໆ ອຸດົມໄຊ ກໍ່ໄດ້ເຂົ້າຮ່ວມເປັນສັກຂີພະຍານ. ໂດຍໄດ້ຮັບການສະໜັບສະໜູນ ດ້ານການເງິນ ຈາກກະຊວງການຕ່າງປະເທດ ຂອງຟິນແລນ ແລະ ອົງ ການແພລນສາກົນ ປະຈຳ ປະເທດຟິນແລນ ໂດຍຜ່ານອົງການແພລນສາກົນ ປະຈຳ ສປປ ລາວ.

ໂຄງການດັ່ງກ່າວ ຈະເສີມສ້າງຄວາມສາມາດຂອງຄູ ໃນໂຮງຮຽນມັດທະຍົມທັງໝົດ ໃນເມືອງຮຸນ ແລະ ເມືອງປາກແບ່ງ ເພື່ອສະໜອງການຮຽນຮູ້ ກ່ຽວກັບເພດສຶກສາ ແບບຄົບວົງຈອນ (CSE). ນອກຈາກນັ້ນ, ເດັກຍິງທີ່ປະລະການຮຽນໃນ 30 ບ້ານ ຂອງສອງເມືອງເປົ້າໝາຍ ຈະໄດ້ຮັບການຮຽນຮູ້ກ່ຽວກັບ ເພດສຶກສາແບບຄົບວົງຈອນ ໂດຍຜ່ານກິດຈະກໍາ ທີ່ຊຸມຊົນເປັນເຈົ້າການ. ເພື່ອແກ້ໄຂ ຄວາມຕ້ອງການ ດ້ານສຸຂະພາບທາງເພດ ຂອງໄວໜຸ່ມຢ່າງເປັນຮູບປະທໍາ, ໂຄງການດັ່ງກ່າວ ຍັງຈະເສີມສ້າງຂອດບໍລິການ ດ້ານສຸຂະພາບ ທີ່ເປັນມິດກັບໄວໜຸ່ມ ຢູ່ສຸກສາລາທັງໝົດໃນ 2 ເມືອງດັ່ງກ່າວ. ນອກຈາກນີ້, ຜູ້ປົກຄອງ, ພໍ່-ແມ່ນັກຮຽນ ແລະ ອຳນາດການປົກຄອງຂັ້ນບ້ານ ຈະມີສ່ວນຮ່ວມ ໃນການສົນທະນາ ຫລື ປຶກສາຫາລືກ່ຽວກັບ ສິດທິເດັກ ແລະ ຄວາມເທົ່າທຽມທາງເພດ.

ການແຕ່ງງານກ່ອນໄວ ແລະ ການຖືພາໃນໄວໜຸ່ມ ຍັງເປັນອຸປະສັກອັນສຳຄັນຢູ່ໃນ ສປປ ລາວ ສໍາລັບໄວໜຸ່ມຍິງ, ອຸປະສັກດັ່ງກ່າວ ໄດ້ຂັດຂວາງການເຂົ້າເຖິງ ຄວາມສາມາດ ຂອງພວກເຂົາເຈົ້າ ແລະ ຂັດຂວາງບໍ່ໃຫ້ພວກເຂົາເຈົ້າ ສາມາດຊື່ນຊົມສິດທິ ຂອງພວກເຂົາ. ລັດຖະບານແຫ່ງ ສປປ ລາວ ໄດ້ຮັບຮູ້ເຖິງຄວາມສຳຄັນ ຂອງການຮຽນຮູ້ ກ່ຽວກັບເພດສຶກສາ ແບບຄົບວົງຈອນ (CSE) ເພື່ອຫລຸດຜ່ອນ ການອອກ ໂຮງຮຽນຂອງເດັກຍິງ ຊັ້ນມັດທະຍົມ ເຊິ່ງມັນເປັນສາເຫດເຮັດໃຫ້ ມີການແຕ່ງງານກ່ອນໄວ ແລະ ການຖື ພາໃນໄວໜຸ່ມ ແລະ ມັນໄດ້ຖືກບັນຈຸໄວ້ ໃນແຜນພັດທະນາ ຂະແໜງການ ສຶກສາທິການ ແລະ ກິລາ 2021-2025. ເຊັ່ນດຽວກັນກັບ ແຜນຍຸດທະສາດ ການພັດທະນາໄວໜຸ່ມ ລາວ 2021-2030 ແລະ ແຜນຍຸດທະສາດ ແລະ ແຜນປະຕິບັດງານແຫ່ງຊາດ ເພື່ອການບໍລິການ ແບບປະສົມປະສານ ກ່ຽວກັບສຸຂະ ພາບຈະເລີນພັນ, ແມ່, ເກີດໃໝ່, ເດັກ ແລະ ໄວໜຸ່ມ 2016–2025 ໄດ້ເນັ້ນໃສ່ການປັບປຸງສຸຂະພາບທາງເພດ ແລະ ສິດທິຂອງໄວໜຸ່ມ. ໂຄງການດັ່ງກ່າວຈະເສີມສ້າງ ຄວາມພະຍາຍາມເຫລົ່ານີ້ ຂອງລັດຖະບານ ແຫ່ງ ສປປ ລາວ ໂດຍຜ່ານການປັບປຸງ ສຸຂະພາບທາງເພດ ແລະ ຜົນໄດ້ຮັບດ້ານສິດທິ ຂອງໄວໜຸ່ມໃນແຂວງອຸດົມໄຊ.

ທ່ານ ນາງ ລໍເຣຕາ ໂຮບັນ ໄດ້ກ່າວວ່າ: ອົງການແພລນສາກົນ ໄດ້ພະຍາຍາມທີ່ຈະເຮັດໃຫ້ ໂລກເພື່ອໃຫ້ເດັກຍິງ ແລະ ຍິງໜຸ່ມ ມີຄວາມເທົ່າທຽມ ໃນຄວາມຫລາກຫລາຍ ໃນການຕັດສິນໃຈ ກ່ຽວກັບຊີວິດຂອງພວກເຂົາ ແລະ ມີຄວາມເທົ່າທຽມ ໃນການສ້າງໂລກອ້ອມຕົວພວກເຂົາ. ພວກເຮົາພູມໃຈທີ່ໄດ້ສືບຕໍ່ສະໜັບສະໜູນ ລັດຖະບານແຫ່ງ ສປປ ລາວ ເພື່ອເຮັດໃຫ້ໄວໜຸ່ມ ໂດຍສະເພາະ ແມ່ນໄວໜຸ່ມຍິງ ໄດ້ບັນ ລຸທ່າແຮງຂອງພວກເຂົາ ເພື່ອໃຫ້ເຂົາເຈົ້າສາມາດ ສະໜັບສະໜູນ ແລະ ປ່ຽນແປງຊີວິດໃນຊຸມຊົນ ແລະ ໃນທົ່ວປະເທດ.

ອົງການແພລນສາກົນ ໄດ້ເລີ່ມດໍາເນີນງານຢູ່ລາວ ໃນປີ 2007 ເພື່ອສົ່ງເສີມສິດທິເດັກ ແລະ ຄວາມສະເໝີພາບຂອງເດັກຍິງ ໂດຍໄດ້ເຮັດວຽກຮ່ວມກັບເດັກນ້ອຍ, ຄອບຄົວ, ແລະ ຊຸມຊົນທີ່ດ້ອຍໂອກາດ ເພື່ອໃຫ້ພວກເຂົາສາມາດ ສ້າງອະນາຄົດທີ່ດີທີ່ສຸດ ສໍາລັບຕົນເອງ; ພ້ອມທັງເຮັດວຽກຮ່ວມ ກັບຊຸມຊົນໃນພື້ນທີ່ທີ່ມີອັດຕາການເຂົ້າຮຽນ ແລະ ອັດຕາການຮຽນຈົບຊັ້ນຕໍ່າ, ສຸຂະນາໄມທີ່ຍັງບໍ່ໄດ້ມາດຕະຖານ, ການເຂົ້າເຖິງສຸຂະພິບານທີ່ບໍ່ຄ່ອຍດີ, ນໍ້າສະອາດທີ່ຈໍາກັດ, ແລະ ອັດຕາການຂາດສານອາຫານ ຍັງຢູ່ໃນລະດັບສູງ. ອົງການແພລນສາກົນ ຍັງເຮັດວຽກໂດຍກົງ ໃນແຂວງບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ, ວຽງຈັນ, ສາລະວັນ ແລະ ນະຄອນຫລວງວຽງຈັນ. ນອກນັ້ນ, ຍັງໄດ້ເຮັດວຽກຮ່ວມກັບ ອົງການຈັດຕັ້ງທາງສັງຄົມເຖິງ 20 ອົງການ ຢູ່ໃນ 10 ແຂວງທົ່ວປະເທດ.

KPL

ຂ່າວອື່ນໆ

    • ການຖືພາຂອງໄວໜຸ່ມໃນລາວ ຍັງກວມ ອັດຕາສ່ວນສູງ ໃນຂົງເຂດອາຊີ-ປາຊີຟິກສາທາລະນະສຸກ

      ການຖືພາຂອງໄວໜຸ່ມໃນລາວ ຍັງກວມ ອັດຕາສ່ວນສູງ ໃນຂົງເຂດອາຊີ-ປາຊີຟິກ

      5/7/2025 8:24:17 PM

      ຂປລ. ອັດຕາການເກີດລູກໃນໄວໜຸ່ມ ຍັງເປັນສິ່ງທີ່ໜ້າກັງວົນຫລາຍ ເຊິ່ງໃນປີ 2017 ສປປ ລາວ ມີອັດຕາການເກີດລູກໃນໄວໜຸ່ມ ເປັນອັນດັບທີ 2 ໃນຂົງເຂດປາຊີຟິກຕາເວັນຕົກ ທີ່ມີອັດຕາຢູ່ 83 ການເກີດຕໍ່ແມ່ຍິງໄວໜຸ່ມ ອາຍຸ 15-19 ປີ ສູງເຖິງ 1.000 ຄົນ.

    • ສະຫລອງວັນສຸຂະພາບໂລກ ຢູ່ນະຄອນຫລວງວຽງຈັນສາທາລະນະສຸກ

      ສະຫລອງວັນສຸຂະພາບໂລກ ຢູ່ນະຄອນຫລວງວຽງຈັນ

      4/30/2025 12:59:18 PM

      ຂປລ. ລັດຖະບານລາວ ແລະ ບັນດາຄູ່ຮ່ວມພັດທະນາ ຈັດງານສະເຫລີມສະຫລອງ ວັນສຸຂະພາບໂລກ 2025 ໃນວັນທີ 29 ເມສາ 2025 ຢູ່​ນະຄອນຫລວງ​ວຽງຈັນ ພາຍໃຕ້ຫົວຂໍ້ “ການເລີ່ມຕົ້ນສຸຂະພາບທີ່ດີ ເພື່ອອະນາຄົດທີ່ສົດໃສ” ແນໃສ່ເພື່ອເພີ່ມທະວີ ຄວາມພະຍາຍາມ ຢຸດຕິການເສຍຊີວິດຂອງແມ່ ແລະ ເດັກເກີດໃໝ່ ຈາກສາເຫດທີ່ສາມາດປ້ອງກັນໄດ້ ແລະ ການໃຫ້ຄວາມສຳຄັນກັບສຸຂະ ພາບແມ່ຍິງໃນໄລຍະຍາວ.

    • ກະຊວງສາທາລະນະສຸກ ສະຫລຸບ 	ວຽກງານແຜນການ ແລະ ການເງິນ	ສາທາລະນະສຸກ

      ກະຊວງສາທາລະນະສຸກ ສະຫລຸບ ວຽກງານແຜນການ ແລະ ການເງິນ

      4/4/2025 3:58:55 PM

      ຂປລ. ກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດວຽກງານແຜນການ ແລະ ການເງິນປະຈຳປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ຂອງກະຊວງສາທາລະນະສຸກ ພາຍໃຕ້ຄໍາຂວັນ "ຕັ້ງໜ້າພັດທະນາວຽກງານ ສາທາລະນະສຸກໃຫ້ມີຄຸນນະພາບ, ທົ່ວເຖິງ ແລະ ທັນສະໄໝ ເທື່ອລະກ້າວ" ຈັດຂຶ້ນໃນວັນທີ 3 ເມສາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີຮອງລັດຖະມົນຕີ, ຫົວໜ້າຫ້ອງການ ພ້ອມ ​ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    • ສື່ມວນຊົນລາວ ຢ້ຽມຢາມໂຄງການ ຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ ຢູ່ ນວສາທາລະນະສຸກ

      ສື່ມວນຊົນລາວ ຢ້ຽມຢາມໂຄງການ ຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ ຢູ່ ນວ

      3/20/2025 2:52:37 PM

      ຂປລ. ສະຖານທູດຢີ່ປຸ່ນປະຈໍາລາວ ຈັດກິດຈະກຳໃຫ້ສື່ມວນຊົນລາວ ໄປຢ້ຽມຢາມບັນດາໂຄງການທີ່ລັດ ຖະບານຢີ່ປຸ່ນ ໃຫ້ການຊ່ວຍເຫລືອ ຢູ່ ສປປ ລາວ ໃນຂະແໜງການຮ່ວມມືດ້ານເສດຖະກິດ ຢູ່ໃນນະຄອນຫລວງວຽງຈັນ (ນວ) ໃນວັນທີ 19 ມີນາ 2027 ເນື່ອງໃນໂອກາດ ສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນ ທາງການທູດລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ (ວັນທີ 5 ມີນາ 1955 ຫາ 5 ມີນາ 2025) ນໍາໂດຍ ທ່ານ ໂທຊິມິຈິ ໂຄກະ ເລຂາເອກ, ຫົວໜ້າພະແນກເສດຖະກິດ ແລະ ການຮ່ວມມື ແລະ ທ່ານ ນາງ ໂຢຊິຮະລຊິ ອະຊຸກະ ຫົວໜ້າພະແນກ ວັດທະນະທຳ ສະຖານທູດຢີ່ປຸ່ນປະຈໍາລາວ.

    • ສະຫລຸບການຈັດຕັ້ງປະຕິບັດວຽກງານ ກັນ-ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024ສາທາລະນະສຸກ

      ສະຫລຸບການຈັດຕັ້ງປະຕິບັດວຽກງານ ກັນ-ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024

      2/13/2025 2:51:34 PM

      ຂປລ. ກອງປະຊຸມສະຫລຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024 ແລະ ແຜນການປະຈຳປີ 2025 ຈັດຂຶ້ນໃນວັນທີ 13-14 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າຫ້ອງການ ກະຊວງສາທາລະນະສຸກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top