12 ແຫລ່ງທ່ອງທ່ຽວທີ່ຄວນໄປສຳຜັດ ໃນແຂວງໄຊສົມບູນ

22/12/2022 10:18
Email Print 4908
ຂປລ *ແຂວງໄຊສົມບູນ ມີສະຖານທີ່ ທ່ອງທ່ຽວທີ່ໜ້າຄົ້ນຫາ ແລະ ໄປ ສໍາຜັດຫລາຍແຫ່ງທາງງດ້າຍປະ ຫວັດສາດ, ວັດທະນະທໍາ, ທໍາມະ ຊາດ ແລະ ວິຖີຊີວິດຂອງຄົນທ້ອງຖິ່ນ ທີ່ເຊື່ອງຊ້ອນ ຕາມປ່າດົງ, ຮ່ອມພູ ແລະ ທົ່ງຫຍ້າອັນກວ້າງໃຫຍ່.



*ແຂວງໄຊສົມບູນ ມີສະຖານທີ່ ທ່ອງທ່ຽວທີ່ໜ້າຄົ້ນຫາ ແລະ ໄປ ສໍາຜັດຫລາຍແຫ່ງ ທາງດ້າຍປະຫວັດສາດ, ວັດທະນະທໍາ, ທໍາມະຊາດ ແລະ ວິຖີຊີວິດ ຂອງຄົນທ້ອງຖິ່ນ ທີ່ເຊື່ອງຊ້ອນຕາມ ປ່າດົງ, ຮ່ອມພູ ແລະ ທົ່ງຫຍ້າອັນກວ້າງໃຫຍ່. ແຂວງໄຊສົມບູນ ຕັ້ງໃນພາກກາງຂອງ ສປປ ລາວ ໄດ້ຮັບການຂະໜານນາມ ຈາກປາກຂອງຜູ້ຄົນ ແລະ ນັກທ່ອງທ່ຽວວ່າ “ ນີວຊີແລນ ແຫ່ງ ປະເທດລາວ”, ມີເນື້ອທີ່ທັງໝົດປະມານ 8.500 ຕາລາງກິໂລແມັດ ຕັ້ງຢູ່ພາກກາງຂອງ ສປປ ລາວ, ມີຊາຍແດນຕິດກັບບັນດາ ແຂວງອ້ອມຂ້າງໃກ້ຄຽງ ດັ່ງນີ້: ທິດເໜືອຕິດກັບເມືອງ ພູຄູນ ແຂວງຫລວງພະບາງ, ເມືອງພູກູດ, ເມືອງຜາໄຊ ແລະ ເມືອງຄູນ ແຂວງຊຽງຂວາງ; ທິດໃຕ້ຕິດກັບ ເມືອງທຸລະຄົມ ແຂວງວຽງຈັນ ແລະ ເມືອງທ່າພະບາດ ແຂວງບໍລິຄໍາໄຊ; ທິດຕາ ເວັນຕົກຕິດກັບ ເມືອງກາສີ, ເມືອງວັງວຽງ, ແລະ ເມືອງແກ້ວອຸດົມ ແຂວງວຽງ ຈັນ; ທິດຕາເວັນອອກ ຕິດກັບເມືອງ ໝອກໃໝ່ ແຂວງຊຽງຂວາງ ແລະ ເມືອງບໍລິຄັນ ແຂວງບໍລິຄໍາໄຊ. ພາຍໃນແຂວງ ໄດ້ຈັດສັນພື້ນທີ່ອອກເປັນ 8 ປະເພດ ດັ່ງນີ້: ດິນກະສິກຳ 138. 000  ກວ່າເຮັກຕາ, ດິນປຸກສ້າງ 5.000 ກວ່າເຮັກຕາ, ດິນອຸດສາຫະກໍາ 17.000 ກວ່າເຮັກຕາ, ດິນປ່າ ໄມ້ 599. 000 ກວ່າເຮັກຕາ ແລະ ອື່ນໆ.

ມື້ນີ້ຜູ້ຂຽນຈະແນະແຫລ່ງທ່ອງທ່ຽວມະຫັດສະຈັນ ແລະ ຍອດນິຍົມ ໃຫ້ທ່ານໄດ້ຮັບຮູ້ ແລະ ເຂົ້າໃຈພໍຄ້າວໆ ເພື່ອເປັນຂໍ້ມູນສຶກສາ ໃນການເດີນທາງ ໂດຍສະເພາະທ່ານໃດ ພວມຊອກຫາບ່ອນ ໄປພັກຜ່ອນ ຢ່ອນອາລົມຢູ່ໃກ້ ກັບທໍາມະຊາຕົວ ຈິງກັບບັນຍາກາດ ພວມນັບຖອຍຫລັງ ສົ່ງທ້າຍປີເກົ່າ 2022 ແລະ ຕ້ອນຮັບປີໃໝ່ 2023, ເພື່ອເສຍເວລາໄປນໍາກັນເລີຍ 12 ສະຖານທີ່ ທ່ອງທ່ຽວ ຄວນຄົ້ນຫາຄື: ນ້ຳຕົກຕາດດ່ານຜາແຊບ ຕັ້ງຫ່າງຈາກເທສະບານ ເມືອງລ້ອງຊານ ໄປທາງທິດເໜືອ ປະມານ 18 ກິໂລແມັດ, ມີຄວາມສູງປະມານ 20 ກວ່າແມັດ, ກວ້າງປະ ມານ 40  ແມັດ, ປະກອບມີ 2 ຊັ້ນ, ແຕ່ລະຊັ້ນມີຄວາມສູງ ປະມານ 10 ແມັດ, ຊັ້ນລຸ່ມຂອງນ້ຳຕົກຕາດ ມີນ້ຳໄຫລອດພື້ນອອກມາ, ມີລັກສະນະເຈີ້ຍເລິກ ເຂົ້າໄປທາງໃນ ເຊິ່ງມີຄວາມ ກວ້າງຈົນສາມາດ ເປັນບ່ອນນອນໄດ້ ປະມານ 100 ກວ່າຄົນ; 2.ນ້ຳຕົກຕາດຍອງ ຕັ້ງຢູ່ບ້ານປາກຍອງ ເມືອງທ່າໂທມ, ຫ່າງຈາກເທສະບານເມືອງ ປະມານ 22 ກິໂລແມັດ, ນອນຢູ່ເຂດປ່າ ສະຫງວນຂອງເມືອງ ມີເນື້ອທີ່ທັງໝົດ ປະມານ 276 ເຮັກຕາ ແລະ ເນື້ອທີ່ແຫລ່ງທ່ອງທ່ຽວ ປະມານ 98 ເຮັກຕາ. ເປັນນ້ຳຕົກຕາດ 3 ຊັ້ນລຽນຕິດກັນ ເຊິ່ງມີຄວາມສູງ ປະມານ 30 ແມັດ, ເປັນນ້ຳຕົກຕາດ ທີ່ສວຍງາມ ເຊິ່ງມີອຸດົມສົມບູນ ໄປດ້ວຍຊັບພະຍາກອນທຳມະຊາດ, ພາຍໃນບໍລິເວນ ນ້ຳຕົກຕາດປົກຫຸ້ມ ໄປດ້ວຍຕົ້ນໄມ້ນ້ອຍໄມ້ໃຫຍ່ ຫລາຍຊະນິດທີ່ຫາເບິ່ງຍາກ ແລະ ມີອາກາດທີ່ເຢັນຕະຫລອດປີ.



ຕາມການບອກເລົ່າຂອງຜູ່ເຖົ້າຜູ້ແກ່ບ້ານປາກຍອງເລົ່າໃຫ້ຟັງວ່າ ສະຖານທີ່ນໍ້າຕົກແຫ່ງນີ້ ເປັນສະຖານທີ່ສັກສິດ ແລະ ເປັນບ່ອນສັກກະລະບູຊາ ຂອງປະຊາຊົນ ບ້ານປາກຍອງ ເພາະວ່າໃນ ທຸກໆວັນສິນ 15 ຄ່ຳ ຈະມີສຽງຄ້ອງສຽງກອງດັງສະໜັ່ນ ຢູ່ຕາມຮ່ອມນ້ຳຕົກຕາດ, ນອກນັ້ນ ອີກປະການໜຶ່ງ ຍັງໄດ້ພົບເຫັນ ຮອຍຕີນຄົນບູຮານ ແລະ ຮອຍຕີນໝາ ຕິດຢູ່ພະລານຫີນ ຂອງ ຕາດຊັ້ນທີ 2 ອີກ ດ້ວຍ; 3. ພູຫົວໂລ້ນ ຕັ້ງຢູ່ບ້ານພູຫົວຊ້າງ ເມືອງອະນຸວົງ ຫ່າງຈາກເທສະບານເມືອງ ໄປທາງທິດຕາເວັນຕົກ ປະມານ 2 ກິໂລແມັດ ເຊິ່ງເປັນພູທີ່ມີຄວາມໂດດເດັ່ນ ແລະ ສວຍງາມ ປະກອບໄປດ້ວຍ ພູຫນ້ອຍພູໃຫຍ່ຢັ່ງຢາຍກັນ ຢ່າງສະຫລັບຊັ້ນຊ້ອນ ແລະ ປົກຄຸມໄປດ້ວຍ ທົ່ງຫຍ້າທີ່ຂຽວງາມ. ນອກນັ້ນ ໃນຍາມເຊົ້າ ບໍລິເວນພູແຫ່ງນີ້ ຈະຖືກປົກຫຸ້ມໄປດ້ວຍ ນໍ້າໝອກຄ້າຍກັບ ທະເລໝອກ, ທັງເປັນຈຸດຊົມທິວທັດ ທຳທັດທຳມະຊາດ ແລະ ຊົມຕາເວັນຕົກດິນ ໃນຍາມຄ້ອຍຄຳລົງແລງ ອີກດ້ວຍ; 4. ແຫລ່ງທ່ອງທ່ຽວ ປ່າດອກກຸຫລາບພັນປີ, ຊາກ ຕົ້ນໄມ້ບູຮານ ທີ່ຍັງມີຊີວິດຢູ່ເຊື່ອງຊ້ອນໄວ້ ຢູ່ຈອມພູເບ້ຍ; 5. ເຮືອນເກົ່າວາງປາວ ຕັ້ງຢູ່ເທສະບານ ເມືອງລ້ອງແຈ້ງ ແຂວງໄຊສົມບູນ; 6. ສິມເກົ່າວັດຈອມແຈ້ງ ຕັ້ງຢູ່ບ້ານລ້ອງແຈ້ງ ເມືອງ ລ້ອງແຈ້ງ ແຂວງໄຊສົມບູນ; 7. ນໍ້າຕົກຕາດຫ້ວຍນົກ ຕັ້ງຢູ່ບ້ານທົ່ງຮັກ ເມືອງອະນຸວົງ ແຂວງໄຊສົມບູນ;8. ນ້ຳຕົກຕາດພະແຈແຫລ້ ເປັນນ້ຳຕົກໜຶ່ງ ທີ່ມີຄວາມສວາຍງາມ ແລະ ໄດ້ຮັບ ຄວາມນິຍົມຈາກນັກທ່ອງທ່ຽວ ພາຍໃນເຂົ້າໄປທ່ຽວຊົມ ແລະ ມີການຈັດກິດຈະກຳ ກິນເຂົ້າປ່າສາມັກຄີ ໃນວັນພັກລັດຖະການ.; 9. ເຮືອນພັກອະດີດເຈົ້າຊີວິດ ສີສະຫວ່າງ ວັດທະນາ ຕັ້ງຢູ່ ບ້ານລ້ອງແຈ້ງ ເມືອງລ້ອງແຈ້ງ ແຂວງໄຊສົມບູນ;10. ນ້ຳຕົກຕາດປຸ່ງ ຕັ້ງຢູ່ບ້ານນ້ຳຄຸຍ ເມືອງລ້ອງຊານ ແຂວງໄຊສົມບູນ; 11. ເດີ່ນບິນເກົ່າບ້ານລ້ອງແຈ້ງ ເມືອງລ້ອງແຈ້ງ ແຂວງໄຊສົມ ບູນ ເປັນເດີ່ນບິນທີ່ນ້ອຍທີ່ສຸດ ແຕ່ມີຍົນຂຶ້ນລົງຫລາຍທີ່ສຸດ ໃນອະດີດມີຍົນ ຂຶ້ນລົງຫລາຍກວ່າ 400 ທ້ຽວຕໍ່ວັນ; 12. ຄົ້ນພົບຊາກໄຫຫີນ ຢູ່ເຂດບ້ານຊຽງຄົງ ເມືອງທ່າໂທມ ແຂວງໄຊສົມ ບູນ ເຊິ່ງຫ່າງຈາກເທ ສະບານ ເມືອງທ່າໂທມ ໄປທາງທິດຕາເວັນອອກ ປະມານ 65 ກິໂລແມັດ ແລະ ຫ່າງຈາກບ້ານຊຽງຄົງ ປະມານ 15 ກິໂລແມັດ, ໃຊ້ເວລາຍ່າງເຂົ້າເຖິງ ປະມານ 3 ຊົ່ວ ໂມງ ເຊິ່ງພົບເຫັນໂດຍທ່ານ ຄຳຫລ້າຊົ່ງ ແລະ ຕູ້ວ່າງ ປະຊາຊົນບ້ານຊຽງຄົງ. ໄຫຫີນທີ່ພົບເຫັນມີ ປະມານ 30ໄຫ, ສ່ວນຫລາຍເປັນໄຫນ້ອຍ ຖືກທຳລາຍ ແລະ ເປເພເປັນສ່ວນໃຫຍ່, ມີບາງ ໄຫ ເທົ່ານັ້ນ ທີ່ຍັງຄົງສະພາບເດີມ. ຕາມການໃຫ້ຂໍ້ມູມ ຂອງຜູ້ພົບເຫັນໃຫ້ຮູ້ວ່າ ຍັງມີໄຫຫີນ ອີກຫລາຍຈຸດ, ແຕ່ທີມງານບໍ່ສາມາດເຂົ້າເຖິງໄດ້.

ແນວໃດກໍດີ ເຖິງແມ່ນວ່າແຂວງ ໄຊສົມບູນ ເປັນແຂວງຕັ້ງໃໝ່ພື້ນຖານໂຄງລ່າງ ດ້ານຕ່າງໆພວມໄດ້ຮັບ ການພັດທະນາເປັນກ້າວໆ. ແຕ່ຫາກເມື່ອເວົ້າເຖິງ ແຫລ່ງທ່ອງທ່ຽວທໍາມະຊາດ, ວັດທະນະທໍາ, ປະຫວັດສາດ, ກະສິກໍານັ້ນບໍ່ເປັນສອງ ຮອງແຂວງໃນ ສປປ ລາວ. ພ້ອມນີ້, ບັນດາສະຖານທີ່ເຫລົ່ານີ້ ກໍພວມໄດ້ຮັບ ການພັດທະນາເປັນກ້າວໆ ແລະ ກາຍເປັນແຫລ່ງດຶງດູດ ນັກທ່ອງທ່ຽວໃ ຫ້ນັບມື້ຫລາຍຂຶ້ນ ປະກອບສ່ວນໃຫ້ແຂວງດັ່ງກ່າວ ມີການພັດທະນາຢ່າງບໍ່ຢຸດຢັ້ງ.

ໂດຍ: ເກີດຂັວນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top