ພູມໃຈທີ່ມີພັກນຳພາ ປະເທດຊາດນັບມື້ກ້າວສູ່ຄວາມສີວິໄລ

02/12/2022 11:13
Email Print 767
ຂປລ ເນື່ອງໃນໂອກາດວັນຊາດ 2 ທັນວາ ຄົບຮອບ 47 ປີ (2/12/1975-2/12/2022) ຜູ້ຂຽນໄດ້ມີໂອກາດສຳພາດ ຜູ້ຍິງຄົນໜຶ່ງ ທີ່ມີຮູບຮ່າງໜ້າຕາ ເບິ່ງຄືບໍ່ແມ່ນຄົນລາວ ແຕ່ທີ່ຈິງແລ້ວ ມີສາຍເລືອດລາວແທ້ໆ ໄຫລ ວຽນໃນຮ່າງກາຍ ພູມໃຈທີ່ເປັນຄົນລາວ ມີຖິ່ນກໍາເນີດຢູ່ຜືນ ແຜ່ນດິນ ລາວ, ສາຍແຮ່ກໍໄດ້ຝັງຢູ່ ຜືນແຜ່ນດິນແຫ່ງນີ້



ເນື່ອງໃນໂອກາດວັນຊາດ 2 ທັນວາ ຄົບຮອບ 47 ປີ (2/12/1975-2/12/2022) ຜູ້ຂຽນໄດ້ມີໂອກາດສຳພາດ ຜູ້ຍິງຄົນໜຶ່ງ ທີ່ມີຮູບຮ່າງໜ້າຕາ ເບິ່ງຄືບໍ່ແມ່ນຄົນລາວ ແຕ່ທີ່ຈິງແລ້ວ ມີສາຍເລືອດລາວແທ້ໆ ໄຫລ ວຽນໃນຮ່າງກາຍ ພູມໃຈທີ່ເປັນຄົນລາວ ມີຖິ່ນກໍາເນີດຢູ່ຜືນແຜ່ນດິນລາວ, ສາຍແຮ່ກໍໄດ້ຝັງຢູ່ ຜືນແຜ່ນດິນແຫ່ງນີ້; ຜູ້ຍິງຄົນນີ້ຮູ້ຄຸນແຜ່ນດິນ ແລະ ມີຈິດໃຈຮັກຊາດອັນດູດດື່ມ; ເປັນຜູ້ທີ່ໄດ້ຜ່ານລະບອບເກົ່າ ທີີ່ເ​ນົ່າເໝັນ ແລະ ພູມໃຈ ທີ່ໄດ້ເຫັນລະບອບໃໝ່ ໂດຍມີ ພັກປະຊາຊົນປະຕິວັດລາວນໍາພາ ເຮັດໃຫ້ປະເທດເຮົາ ພັດທະນາຢ່າງບໍ່ຢຸດຢັ້ງ ຊຶ່ງ​ຕ​ະຫລອດ​ໄລ​ຍະ 47 ປີ ແຫ່ງການ​ສະ​ຖາ​ປາ​ນາ ສປປ ລາວ ປວງຊົນລາວເຮົາ ມີເອກະລາດ ມີຄວາມຜາສຸກ ປະເທດຊາດ ຈະເລີນຮຸ່ງເຮື່ອງ ນັບມື້ກ້າວສູ່ຄວາມສີວິໄລ. ຜູ້ຍິງທີ່ກ່າວມານີ້ ມີຊື່ວ່າ: ອາດີນາ (ສິຣິຄຸນ) ມະຫາວົງ ປະທານ ບໍລິສັດເອັມວີເທເລວີເຊີນລາວ ຈໍາກັດ (ປະທານ ໂທລະພາບ ເອັມວີລາວ).

ທ່ານ ນາງ ອາດີນາ ໄດ້ເລົ່າໃຫ້ຟັງວ່າ: ຕົນເອງເປັນຄົນລາວແທ້ໆ ເປັນລູກສະຫວັນຫລານເຊໂປນ ແຕ່ຮູບຮ່າງໜ້າຕາຄື ຄົນຕ່າງປະເທດ ຫລື ທີ່ຄົນມັກເວົ້າກັນວ່າ ໜ້າລາວອິນເຕີນັ້ນກໍຍ້ອນພໍ່ນາຍ (ພໍ່ເຖົ້າ) ຂອງຕົນ ເອງມາຈາກທະວີບເອີຣົບ ເປັນທະຫານຂຽນແຜນທີ່ ມາແຕ່ງງານກັບແມ່ເຖົ້າ ທີ່ເປັນຄົນລາວແທ້ໆ ເປັນຄົນຊົນເຜົ່າຜູ່ໄທ (ເມືອງວັງອ່າງຄໍາ). ຕອນຍັງນ້ອຍ, ຕົນເອງໄດ້ຢູ່ນໍາພໍ່ນາຍແມ່ນາຍ (ພໍ່ເຖົ້າແມ່ເຖົ້າ) ທີ່ແຂວງສະຫວັນນະ ເຂດ; ເວລານັ້ນ ພໍ່ນາຍມີອາຍຸປະມານ 113 ປີ ເພິ່ນໄດ້ລ້ຽງແບ້ ຫລາຍຮ້ອຍໂຕ ແລະ ເພິ່ນກໍຮູ້ຈັກກັບ ປະທານ ໄກສອນ ພົມວິຫານ, ສ່ວນຕົນເອງ ກໍເຄີຍໄດ້ສົ່ງນົມແບ້ ໃຫ້ແມ່ຂອງປະທານ ໄກສອນ ຊຶ່ງເມື່ອຕອນ ປະທານ ໄກສອນ ມາຢາມແມ່ຂອງເພິ່ນນັ້ນ ປະທານ ໄກສອນ ກໍເຄີຍໄດ້ລູບຫົວ ແລະ ກ່າວສັ່ງສອນວ່າ ລູກເອີຍ, ຫລານເອີຍ ຈື່ໄວ້ເດີ! ຕາຍເປັນຜີ ກະດີກວ່າເປັນຂ້ອຍຕ່າງຊາດບວກກັບຄໍາສອນ ຂອງພໍ່ນາຍແມ່ນາຍ ທີ່ເຄີຍສັ່ງສອນວ່າ ປະ ເທດລາວ ຄືປະເທດທີໜຶ່ງ ຢ່າສູໜີໄປໄສເດີລູກຫລານ, ຄັນຢາກທຸກເປັນຂ້ອຍສອງຊາດ ລະໄປປະເທດເພື່ອນບ້ານ, ຄັນເປັນຂ້ອຍສາມຊາດ ລະໄປປະເທດທີ່ສາມນັບແຕ່ນັ້ນ ຄວາມຮັກຊາດ, ຮັກບ້ານເກີດເມືອງນອນ, ຮັກຜືນແຜນ ດິນເກີດຂອງຕົນເອງ ກໍນັບມື້ນັບຮັກຫລາຍຂຶ້ນ ແລະ ຄຳສັ່ງສອນນັ້ນ ກໍເປັນຈິງແທ້ ເພາະຫລັງປົດປ່ອຍໄດ້ຫລາຍສິບປີ ຕົນເອງເຄີຍໄດ້ໄປເຫັນໝູ່ຄູ່ ທີ່ລອຍນໍ້າໃນສະໄໝແຕ່ກີ້ພຸ້ນ ລ້ວນແຕ່ເປັນໜີ້, ຊື້ດິນ ແລະ ເຮືອນຫລັງດຽວ ກໍໃຊ້ໜີ້ ຮອດສາມເຊັ່ນຄົນ ກໍຍັງບໍ່ໝົດ.

ໃນປີ 1970, ທ່ານ ນາງ ອາດີນາ ມີອາຍຸ 8 ປີ ໄດ້ເຕີບໃຫຍ່ພໍທີ່ຮັບຮູ້ ເລື່ອງລາວຕ່າງໆແລ້ວ ແລະ ກໍມີຄວາມເອືອມລະອາ ກັບລະບອບເກົ່າ ຊຶ່ງທ່ານໄດ້ເລົ່າໃຫ້ຟັງວ່າ: ຕອນນັ້ນຕົນເອງ ໄດ້ຮູ້ຄວາມແລ້ວ ແລະ ໄດ້ເຫັນ ຄວາມເຊື່ອມໂຊມ, ຄວາມເປື່ອຍເຍື່ອຍ, ເນົ່າເໝັນຂອງລະບອບເກົ່າ ທີ່ເປັນຂ້ອຍຂ້າຂອງຈັກກະພັດລ່າເມືອງຂຶ້ນ; ໃນນັ້ນ, ຄົນທີ່ມີອຳນາດຢູ່ໃນມື ມີຄວາມເຊື່ອມຊາມ ໃຊ້ອຳນາດບາດໃຫຍ່ ເປັນຕົ້ນ ຖ້າມີບຸນຢູ່ໃສ ເພິ່ນໄປທ່ຽວແລ້ວ ບໍ່ມີໃຜມາເສີບນໍ້າໃຫ້ເພິ່ນກ່ອນ ກໍຈົກປືນຍິງຂຶ້ນຟ້າໂລດ. ພໍມີສັນຍາວຽງຈັນ 1973 ຫລື ທີ່ເອີ້ນກັນວ່າ ລາວລວມລາວທີ່ສະຫວັນນະເຂດ ກໍເລີ່ມຮ້ອນ ເກີດຄວາມວຸ້ນວາຍໃນສັງຄົມ ປຽບຄືວ່າ ຕອນນັ້ນສະຫວັນນະເຂດ ເປັນ ເມືອງທີ່ປາສະຈາກກົດໝາຍ ຊຶ່ງຝ່າຍລູກແຫລ້ງຕີນມື ຂອງຈັກກະພັດ ໄດ້ກໍ່ຄວາມວຸ້ນວາຍ ປຸ້ນຈີ້ຊິງຊັບປະຊາຊົນ ຊຶ່ງເຮືອນພໍ່ແມ່ໝູ່ ຂອງຕົນເອງກໍຖືກປຸ້ນ ແລະ ເອື້ອຍຄູຂອງຕົນ ກໍຖືກລູກຫລານ ຜູ້ມີອໍານາດອູ້ມໂຕໄປ; ເຫດການ ວຸ້ນວາຍພາຍໃນ ຍ້ອນຄົນພວກນັ້ນ ບໍ່ຮູ້ບຸນຄຸນຂອງແຜ່ນດິນ, ບໍ່ຮູ້ຮັກຊາດ, ຮັກບ້ານເກີດເມືອງນອນ, ຮັກແຜ່ນດິນແມ່. ສະພາບດັ່ງກ່າວ, ເຮັດໃຫ້ຫຼາຍຄົນແຕກໂຕນໜີໄປ ແຕ່ຕົນເອງກໍຍັງຈື່ຄໍາສອນ ທີ່ພໍ່ນາຍແມ່ນາຍສັ່ງໄວ້ ກໍບໍ່ໜີໄປ ຈາກປະເທດລາວ.

ທ່ານ ນາງ ອາດີນາ ກ່າວຕື່ມວ່າ: ເດືອນ 10 ປີ 1975, ຕົນເອງໄດ້ໄປຟ້ອນ ຕ້ອນຮັບທະຫານປົດປ່ອຍເຂົ້າມາ ຊຶ່ງໃນນັ້ນ ມີລຸງຂອງຕົນເອງ ຊື່ວ່າ ນາຍພົນ ອິນກອງ ມະຫາວົງ (ຕອນນັ້ນ, ເພິ່ນເປັນຮອງຜູ້ບັນຊາການ ໃນຄະນະບັນຊາການ ດ້ານຮົບຢູ່ພາກກາງ); ເພິ່ນໄດ້ເລົ່າໃຫ້ຟັງເຖິງ ຄວາມທຸກຍາກລໍາບາກ ຂອງປະຊາຊົນລາວບັນດາເຜົ່າ, ຂອງທະຫານປົດປ່ອຍຊາດ ທີ່ເສຍສະຫຼະເລືອດເນື້ອ ເສຍສະລະຊີວິດເພື່ອຊາດ ເປັນຕົ້ນ ໃນເວລາທະ ຫານຂອງຈັກກະພັດ ຖິ້ມອາຫານລົງມາ ອ້າຍນ້ອງໄປຈັບ ໂດຍບໍ່ຮູ້ວ່າມີກົນອຸບາຍ ກໍຖືກນໍ້າກົດ ເຮັດໃຫ້ມືເປື່ອຍໝົດ; ໃນເວລາຈະຫຸງເຂົ້າແຕ່ງກິນ ກໍຕ້ອງໄດ້ລະມັດລະວັງທີ່ສຸດ ບໍ່ໃຫ້ຄວັນຂຶ້ນຫລາຍ ຈົນເປັນທີ່ສັງເກດ ເພາະຖ້າທະ ຫານຈັກກະພັດເຫັນ ຈະມາຖິ້ມລະເບີດໃສ່ໂລດ. ຟັງແລ້ວຕົນເອງກໍຢາກໄຫ້ນໍາ ຍ້ອນມີຄວາມຊາບຊຶ້ງ ຕໍ່ຄວາມອົດທຸກອົດຍາກ ແລະ ຄວາມເສຍສະຫຼະຊີວິດ ເລືອດເນື້ອທີ່ພີ່ນ້ອງປະຊາຊົນລາວ ກໍຄື ນັກຮົບປະຕິວັດລາວ ໄດ້ອົດທົນ ສູ້ຊົນບໍ່ຍອມຈໍານົນ ຕາຍເປັນຜີ ດີກວ່າເປັນຂ້ອຍຕ່າງຊາດ”.

ເມື່ອເລົ່າເຖິງອະດີດ, ທ່ານ ນາງ ເອດີນາ ກໍຍັງຮູ້ສຶກຊາບຊຶ້ງ ແລະ ກ່າວວ່າ: ຢາກໃຫ້ລູກຫລານເຮົາຮູ້ນຳກັນ ກ່ອນພວກເຮົາຈະມີທຸກວັນນີ້ ປວງຊົນລາວເຮົາ ໃນຕອນນັ້ນ ໄດ້ຜ່ານຜ່າໄລຍະທີ່ແສນລໍາບາກ ແລະ ທຸກວັນນີ້ ຍັງປະເຊີນກັບລະເບີດບໍ່ທັນແຕກ ທີ່ຍັງເປັນຜົນກະທົບ ຕໍ່ກັບປະຊາຊົນລາວເຮົາ ໃນເຂດທີ່ມີລະເບີດ ຂອງຈັກກະພັດຝັງໃນດິນຢູ່. ເຖິງຢ່າງໃດກໍຕາມ, ກໍຢາກເວົ້າໃຫ້ລູກໆຫລານໆຮູ້ວ່າ ເຮົາມີທຸກມື້ນີ້ ກໍຍ້ອນມີພັກເຮົາ ທີ່ມີຄວາມ ສະຫຼາດສ່ອງໃສ ໃນການຊີ້ນໍາ-ນໍາພາ”. ສະເພາະຕົນເອງ ກໍໄດ້ຮັບການຊີ້ນໍາ-ນໍາພາ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ, ພັກ-ລັດ ໄດ້ໃຫ້ໂອກາດເປັນປະທານ ໂທລະພາບ ເອັມວີລາວ ສື່ສານກວ້າງໄກໄພສານຊຶ່ງທຸກສິ່ງທຸກ ຢ່າງນີ້ ບໍ່ປາສະຈາກ ການນໍາພາຂອງພັກ-ລັດ; ບໍ່ຮູ້ເລີຍວ່າ ຖ້າບໍ່ມີພັກ ປະເທດຊາດເຮົາຈະເປັນແນວໃດ, ຖ້າບໍ່ໄດ້ຮັບການປົດປ່ອຍ ປະຊາຊົນລາວບັນດາເຜົ່າ ຈະມີຊີວິດເປັນຢູ່ແນວໃດ ຈະມີຄວາມສະຫງົບສຸກ ຄືທຸກມື້ນີ້ບໍ່”. ສະ ນັ້ນແລ້ວ, ຕົນເອງມີຄວາມພ້ອມສະເໝີ ທີ່ຈະເປັນສ່ວນໜຶ່ງ ໃນການພັດທະນາ ປະເທດຊາດ ພາຍໃຕ້ການຊີ້ນຳ-ນຳພາຂອງພັກ, ຂອງລັດ ຊຶ່ງພຽງແຕ່ຕົນເອງຜູ້ດຽວ ກໍບໍ່ສາມາດເຮັດຫຍັງໄດ້ຫຼາຍ ຈໍາເປັນຕ້ອງມີພັກ-ລັດ ນໍາພາ, ປະ ຊາຊົນຊຸກຍູ້ ໂດຍຕົນເອງຂໍປະກອບສ່ວນ ໃນດ້ານສື່ມວນຊົນ ແລະ ໃນຫລາຍໆດ້ານ ພາຍໃຕ້ກົດໝາຍ ເພື່ອຕອບແທນຄຸນແຜ່ນດິນ ເພື່ອຈະກາຍເປັນກຳລັງແຮງໜຶ່ງ ໃຫ້ແກ່ພັກ-ລັດ ໃນການປະຕິບັດ ສອງໜ້າທີ່ຍຸດທະສາດ ໃຫ້ ສປປ ລາວ ໄດ້ຮັບການພັດທະນາ ຢ່າງບໍ່ຢຸດຢັ້ງ, ມີຄວາມຈະເລີນຮຸ່ງເຮືອງ, ນັບມື້ກ້າວສູ່ຄວາມສີວິໄລ.

ໃນໂອກາດວັນຊາດ ຄົບຮອບ 47 ປີ ນີ້, ທ່ານ ນາງ ອາດີນາ ກໍໄດ້ອວຍພອນແດ່ບັນດາທ່ານ ການນໍາພັກ-ລັດ ຈົ່ງມີສຸຂະພາບແຂງແຮງ ນໍາພາປະເທດຊາດ ຮັ່ງມີສີສຸກ ມີຄວາມຈະເລີນຮຸ່ງເຮືອງ ມີຄວາມສີວິໄລ ສູ່ຈຸດ ໝາຍສັງຄົມນິຍົມ ຕາມທີ່ໄດ້ກຳນົດໄວ້; ພ້ອມທັງຮຽກຮ້ອງປວງຊົນລາວທັງຊາດ ຈົ່ງຮ່ວມແຮງຮ່ວມໃຈກັນ ຕັ້ງໜ້າປະກອບສ່ວນ ເຮັດແທ້ທໍາຈິງ ເພື່ອປະເທດຊາດຂອງ​ພວກເຮົາທຸກໆຄົນ.


ໂດຍ: ສ.ບຸດປະຊາ

KPL

ຂ່າວອື່ນໆ

ads
ads

Top