ລົດແກ້ວ ຄວ້າຫລຽນຄຳ ງານກິລານາໆຊາດ ທີ່ປະເທດໄທ

02/12/2022 10:51
Email Print 1432
ຂປລ ລົດແກ້ວ ອິນທະກຸມມານ ສາວນັກກິລາແລ່ນປອດເຫລັກ ສາຍແວວອີກແລ້ວ ຄວ້າຫລຽນຄຳ ຈາກປະເພດແຂ່ງຂັນ 1500 ແມັດ ຍິງງານກິລານາໆຊາດ ຫຼື ລາຍການ Thailand Open 2022



ລົດແກ້ວ ອິນທະກຸມມານ ສາວນັກກິລາແລ່ນປອດເຫລັກ ສາຍແວວອີກແລ້ວ ຄວ້າຫລຽນຄຳ ຈາກປະເພດແຂ່ງຂັນ 1500 ແມັດ ຍິງງານກິລານາໆຊາດ ຫຼື ລາຍການ Thailand Open 2022 ດ້ວຍສະຖິຕິ 4 ນາທີ 43 ວິນາທີ ເປັນຜົນງານທີ່ສຸດຍອດ ສ້າງກຽດຊື່ສຽງ ໃຫ້ແກ່ປະເທດຊາດ ສ່ວນຫລຽນເງິນ ເປັນຂອງນັກກິລາ ຈາກສະໂມສອນອາກາດ (ໄທ) ເວລາ 4 ນາທີ 54 ວິນາທີ ແລະ ຫລຽນທອງ ແມ່ນນັກກິລາ ຈາກມຽນມາ ດ້ວຍເວລາ 5 ນາທີ 02 ວິນາທີ.

ນອກຈາກຜົນງານຂອງ ລົດແກ້ວແລ້ວ ກໍຍັງມີຜົນງານຈາກນັກແລ່ນຊາຍ ທ້າວ ສໍສີ ພົມພັກດີ ລາຍການ 100 ແມັດຊາຍ ໃນຮອບຄັດແມ່ນສາມາດ ເຮັດໄດ້ອັນດັບທີ 1 ເວລາ 10,81 ວິນາທີ, ໄດ້ຜ່ານ ເຂົ້າຮອບ ຮອງຊະນະເລີດໄດ້ ເວລາ 100 ແມັດຊາຍ 10,96 ວິນາທີ (ຄັດກັນສອງຮອບ ເຖິງຈະໄດ້ເຂົ້າໄປຊິງຫລຽນຄຳ) ແລະ ທ້າວ ໄຊດາວັນ ວົງສະຫວັນ ໃນລາຍການ 100 ແມັດຊາຍ ເຮັດເວລາ ໄດ້ 11,33 ວິນາທີ ຈາກນັ້ນ ແມ່ນລາຍການຍິງ 100 ແມັດ ນາງ ສີລິນາ ພະອາໄພ ເຮັດເວລາໄດ້ 12,68 ວິນາທີ, ລາຍການສຸດທ້າຍ ຂອງວັນທີ 28 ແມ່ນ ທ້າວ ໄຊດາວັນ ວົງສະຫວັນ ໄດ້ລົງແຂ່ງ ຂັນລາຍການເຕັ້ນຍາວ ຊາຍ ສາມາດເຮັດສະຖິຕິໄດ້ດີ 7,19 ແມັດຂໍກຳລັງໃຈໃຫ້ ລົດແກ້ວ, ສໍສີ ແລະ ສີລິນາແນ່ເດີ້

                            ຂໍ້ມູນ ແລະ ຮູບ: ສະຫະພັນແລ່ນ-ລານແຫ່ງຊາດລາວ







KPL

ຂ່າວອື່ນໆ

ads
ads

Top