ຣັດເຊຍ ຈະເພີ່ມການສົ່ງອອກປຸຍສູ່ຕະຫລາດໂລກໃຫ້ຫລາຍຂຶ້ນ

24/11/2022 17:52
Email Print 285
ຂປລ ທ່ານ ວາລາດີເມຍ ປູຕິນ, ປະທານາ ທິບໍດີ ຣັດເຊຍ ເປີດເຜີຍວ່າ: ຣັດເຊຍ ພ້ອມຂະຫຍາຍ ການຈັດຫາປຸຍ ແລະ ເຮັດວຽກ ຮ່ວມກັບ ພັນທະມິດ ທັງໝົດ ໃນດ້ານດັ່ງກ່າວ ເພື່ອສະໜອງປຸຍ ​ອອກ​ສູ່ ຕະຫລາດໂລກ ໃຫ້ຫລາຍຂຶ້ນ

ຂປລ.ຕາມຂ່າວຈາກ ຊິນຮວາ,ວັນທີ23 ພະຈິກນີ້,ທ່ານ ວາລາດີເມຍ ປູຕິນ, ປະທານາ ທິບໍດີ ຣັດເຊຍ ເປີດເຜີຍວ່າ: ຣັດເຊຍ ພ້ອມຂະຫຍາຍ ການຈັດຫາປຸຍ ແລະ ເຮັດວຽກ ຮ່ວມກັບ ພັນທະມິດ ທັງໝົດ ໃນດ້ານດັ່ງກ່າວ ເພື່ອສະໜອງປຸຍ ​ອອກ​ສູ່ ຕະຫລາດໂລກ ໃຫ້ຫລາຍຂຶ້ນ ຫລັງຈາກ ປັດຈຸບັນ ມີປຸຍ ຫລາຍກວ່າ 400.000ໂຕນ ຜະລິດໂດຍ ບໍລິສັດ ຣັດເຊຍ ຫລາຍແຫ່ງ ຖືກກັກ ທີ່ທ່າກຳປັ່ນ ຂອງເອີຣົບ ເນື່ອງຈາກ ມາດຕະການ ຂວ້ຳບາດ.ຂະນະນີ້ ຣັດເຊຍ ພະຍາຍາມ ແກ້ໄຂບັນຫານີ້ ດ້ວຍວິທີຕ່າງໆ ເພື່ອໃຫ້ສາມາດ ດຳເນີນການ ສົ່ງອອກປຸຍ ຕາມ​ທີ່ຕ້ອງການ ໄປຕ່າງປະເທດ ພວມພັດທະນາ ໂດຍສະເພາະ ກຸ່ມປະເທດ ອາຟຣິກາ./. (ບັນນາ ທິການຂ່າວ: ຕ່າງ ປະເທດ), ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top