ຂປລ
ທ່ານ ແອນໂທນີ ອານບາເນຊີ (Anthony Albanese) ນາຍົກ ລັດຖະມົນຕີ ອົດສະຕຣາລີ ເປີດເຜີຍວ່າ: ລັດຖະບານ ອົດສະຕຣາລີ ພວມ ກຽມອອກມາດຕະການ ຄູ້ມຄອງບໍລິສັດພັດທະນາ ແລະ ໃຫ້ບໍລິການ ປັນຍາປະດິດ (AI) ຕ້ອງປະຕິບັດຕາມ ພ້ອມທັງ ຈັດຕັ້ງໜ່ວຍງານ ສະເພາະເພື່ອບັງຄັບໃຊ້ ມາດຕະການດັ່ງກ່າວ.
ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ທ່ານ ແອນໂທນີ ອານບາເນຊີ (Anthony Albanese) ນາຍົກ ລັດຖະມົນຕີ ອົດສະຕຣາລີ ເປີດເຜີຍວ່າ: ລັດຖະບານ ອົດສະຕຣາລີ ພວມ ກຽມອອກມາດຕະການ ຄູ້ມຄອງບໍລິສັດພັດທະນາ ແລະ ໃຫ້ບໍລິການ ປັນຍາປະດິດ (AI) ຕ້ອງປະຕິບັດຕາມ ພ້ອມທັງ ຈັດຕັ້ງໜ່ວຍງານ ສະເພາະເພື່ອບັງຄັບໃຊ້ ມາດຕະການດັ່ງກ່າວ.
ໂດຍ ລັດຖະບານ ອົດສະຕຣາລີ ຈະຈັດຕັ້ງໜ່ວຍງານ ຄຸ້ມຄອງພາຍໃຕ້ ກົດໝາຍ ສະບັບໃໝ່ ເພື່ອກຳນົດມາດຕະຖານ ຄວາມປອດໄພ ແລະ ຄວາມໝັ້ນຄົງ ຢ່າງເຂັ້ມງວດ ສຳລັບ ບັນດາບໍລິສັດເອໄອ ຊັ້ນແນວໜ້າ ທຸກແຫ່ງ ທີ່ດຳເນີນງານ ໃນອົດສະຕຣາລີ.
ພາຍໃຕ້ ຂໍ້ກຳນົດໃໝ່, ບໍລິສັດເອໄອ ຈະຕ້ອງເປີດໂອກາດ ໃຫ້ໜ່ວຍງານ ອິດສະຫລະ ເຂົ້າປະເມີນໂມເດວເອໄອ ຂອງ ຕົນເອງ ພ້ອມທັງ ດຳເນີນ ມາດຕະການ ຮັກສາ ຄວາມປອດໄພ ຕະຫລອດ ຂະບວນການ ນັບຕັ້ງແຕ່ ການພັດທະນາ ຈົນເຖິງການນຳ ໄປໃຊ້ງານຕົວຈິງ, ລວມທັງ ຕ້ອງລາຍງານ ເຫດການ ດ້ານຄວາມປອດໄພ ທີ່ເກີດຂຶ້ນຕໍ່ລັດຖະບານ ໂດຍໄວ ຕາມຂໍ້ກຳນົດ. ຖ້າຫາກບໍລິສັດໃດ ບໍ່ປະຕິບັດຕາມ ອາດຈະຖືກ ໜ່ວຍງານ ຄຸ້ມຄອງ ລົງໂທດຢ່າງໜັກ./
KPL