ນາຊາ ເລືອກ 8 ບໍລິສັດຮ່ວມພາລະກິດ ສົ່ງສຳພາລະຂຶ້ນໄປສູ່ດວງຈັນ

11/11/2026 13:22
ຂປລ ອົງການ ນາຊາ (NASA) ໄດ້ປະກາດ ຊຸດໂຄງການ ລິເລີ່ມ ເພື່ອຍົກລະດັບ ຂີດຄວາມສາມາດ ດ້ານການສຳຫລວດ, ການວິໄຈ ແລະ ພື້ນຖານ ໂຄງລ່າງ ຂອງຖານເທິງດວງຈັນ ລວມເຖິງ ການຄັດເລືອກ 8 ບໍລິສັດ ສຳລັບ ພາລະກິດ ການຂົນສົ່ງ ສຳພາລະ ຂຶ້ນໄປສູ່ ດວງຈັນ

ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ອົງການ ນາຊາ (NASA) ໄດ້ປະກາດ ຊຸດໂຄງການ ລິເລີ່ມ ເພື່ອຍົກລະດັບ ຂີດຄວາມສາມາດ ດ້ານການສຳຫລວດ, ການວິໄຈ ແລະ ພື້ນຖານ ໂຄງລ່າງ ຂອງຖານເທິງດວງຈັນ ລວມເຖິງ ການຄັດເລືອກ 8 ບໍລິສັດ ສຳລັບ ພາລະກິດ ການຂົນສົ່ງ ສຳພາລະ ຂຶ້ນໄປສູ່ ດວງຈັນ ໃນອະຄົດ ປະກອບມີ: ບລູ ອໍຣິຈິນ (Blue Origin), ໄຟເອີຟລາຍ ແອໂຣສະເປສ (Firefly Aerospace), ອິນຕູອິທີບ ມາຊິນ (Intuitive Machines), ໄອສະເປສ ຍູເອສ (iSpace US), ລັອກຮີດ ມາກຕິນ (Lockheed Martin), ນອດຣັອບ ກຣຳແມນ (Northrop Grumman), ສະເປສເອັສ໌ (SpaceX) ແລະ ໂວຢາເຈີ ເຕັກໂນໂລຊີ (Voyager Technologies).

ບັນດາບໍລິສັດ ເຫລົ່ານີ້ ຈະດຳເນີນງານ ພາຍໃຕ້ ຂອບໂຄງການ ບໍລິການຂົນສົ່ງ ອຸປະກອນ ຂຶ້ນໄປສູ່ດວງຈັນເຊີງການຄ້າ ໃນໄລຍະທີ 2 (CLPS 2) ໂດຍຈະໃຫ້ ບໍລິການ ຂົນສົ່ງສຳພາລະ ໄປຍັງ ດວງຈັນ ຊຶ່ງລວມເຖິງ ການບໍລິຫານ ຈັດການ, ການກໍ່ສ້າງ ແລະ ການດຳເນີນງານ ຍານລົງຈອດ ທີ່ເຮັດໜ້າທີ່ ຂົນສົ່ງ ອຸປະກອນ ທາງວິທະຍາສາດ, ເຕັກໂນໂລຊີ ແລະ ພື້ນຖານໂຄງລ່າງ ຂອງ ນາຊາ ຂຶ້ນໄປສູ່ດວງຈັນ.

ນອກຈາກນີ້, ນາຊາ ຍັງປະກາດ ສືບຕໍ່ພັດທະນາ ຍານສຳຫລວດ ດວງຈັນ ທີ່ ຂັບເຄື່ອນ ດ້ວຍພະລັງງານນິວເຄລຍ ແບບ 6 ລໍ້ ທີ່ມີ ຊື່ວ່າ: ຍານສຳຫລວດ ຂົ້ວດວງຈັນ ສຳລັບ ການສັງເກດການ, ການຈັດທຳແຜນທີ່ ແລະ ການສຳຫລວດພື້ນທີ່ ຕົວຈິງ (Polar Rover for Observation, Mapping, and In-Situ Exploration) ຊຶ່ງມີກຳນົດ ລົງຈອດ ບໍລິເວນ ຂົ້ວໃຕ້ ຂອງ ດວງຈັນ ເພື່ອສຶກສາ ພື້ນຜິວ ແລະ ຊັ້ນໃຕ້ພື້ນຜິວ, ປະເມີນ ສັກກາຍະພາບ ດ້ານຊັບພະຍາກອນ ພ້ອມທັງ ການຈັດຫາ ຂໍ້ມູນ ເພື່ອສະໜັບ ສະໜູນ ການຄັດເລືອກ ພື້ນທີ່ ລົງຈອດໃນອະນາຄົດ, ການພັດທະນາ ພື້ນຖານ ໂຄງລ່າງ ແລະ ກິດຈະກຳ ການສຳຫລວດຕ່າງໆ./

KPL

ຂ່າວອື່ນໆ

ads
ads

Top