ເປີດງານເທສະການດົນຕີຝຣັ່ງ-ລາວ ຄັ້ງທີ 1

24/11/2022 12:40
Email Print 823
ຂປລ ເມື່ອມໍ່ໆມານີ້, ຢູ່ທີ່ຫໍວັດທະນະທໍາແຫ່ງຊາດ ໄດ້ເປີດງານເທສະການດົນຕີຝຣັ່ງ-ລາວ ຄັ້ງທີ 1 ຢ່າງເປັນທາງ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ຊີວແລັງ ຊູອອກ ເອກອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ ລາວ ແລະ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ), ນັກສິລະປິນລາວ-ຝຣັ່ງຮ່ວມ.




ເມື່ອມໍ່ໆມານີ້, ຢູ່ທີ່ຫໍວັດທະນະທໍາແຫ່ງຊາດ ໄດ້ເປີດງານເທສະການດົນຕີຝຣັ່ງ-ລາວ ຄັ້ງທີ 1 ຢ່າງເປັນທາງ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ຊີວແລັງ ຊູອອກ ເອກອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ ລາວ ແລະ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ), ນັກສິລະປິນລາວ-ຝຣັ່ງຮ່ວມ.
          ທ່ານ ນາງ ຊີວແລັງ ຊູອອກ ເອກອັກຄະລັດຖະທູດຝຣັ່ງໄດ້ກ່າວວ່າ: ຍາມໃດປະເທດຝຣັ່ງ ໄດ້ກຳນົດເອົາວຽກງານ ວັດທະນະທໍາ ເຂົ້າໃນການເຄື່ອນໄຫວ ວຽກງານການທູດຝຣັ່ງ. ສຳລັບການເປີດງານ ເທສະການຄັ້ງນີ້ ໄດ້ຮັບການສະໜັບສະ ໜູນ ຈາກນັກສິລະປະ, ສິລະປິນລາວ ແລະ ຝຣັ່ງ ຊຶ່ງງານຄັ້ງນີ້, ແມ່ນເໝາະກັບທຸກກຸ່ມຄົນ ທຸກເພດທຸກໄວອາຍຸ ແລະ ທຸກລົດສະນິຍົມດ້ານວັດທະນະທໍາ.

ຂະນະທີ່ ທ່ານ ວັນສີ ກົວມົວ ກໍໄດ້ຕາງໜ້າກະຊວງ ຖວທ ສະແດງຄວາມປິຕິຍິນດີ ທີ່່ໄດ້ຕ້ອນຮັບບັນດາ ນັກດົນຕີຊາວຝຣັ່ງ ທີ່ມີຊື່ສຽງລະດັບໂລກ ເຂົ້າຮ່ວມງານເທສະການດັ່ງກ່າວ ທີ່ ສປປ ລາວ ທັງໄດ້ສະແດງຄວາມຊົມເຊີຍ ຕໍ່ສະຖານ ເອກອັກຄະລັດຖະທູດຝຣັ່ງ ທີ່ໄດ້ປະກອບສ່ວນເຂົ້າ ໃນການຮັດແໜ້ນສາຍພົວພັນ ແລະ ຄວາມສາມັກຄີ ລະຫວ່າງປະຊາຊົນ ສອງຊາດລາວ-ຝຣັ່ງ ຜ່ານການຈັດງານ ດ້ານວັດທະນະທໍາລະດັບສູງນີ້ ແລະ ເຊື່ອໝັ້ນວ່າ ເທສະການລາວ-ຝຣັ່ງນີ້, ຈະປະ ກອບສ່ວນສໍາຄັນ ເຂົົ້າໃນການຮັດແໜ້ນສາຍພົວພັນ ແລະ ການຮ່ວມມື ທີ່ມີມູນເຊື້ອມາແຕ່ດົນນານ ລະຫວ່າງສອງຊາດລາວ-ຝຣັ່ງ.



ຫລັງຈາກນັ້ນ, ນັກສິລະປິນລາວຈາກຄະນະດົນຕີ Vientiane Chamber Orchestra ກໍໄດ້ທໍາການ ສະແດງດ້ວຍການບັນເລງບົດເພງຝຣັ່ງ ແລະ ລາວ ຊຶ່ງເປັນການສະແດງ ທີ່ເຕັມໄປດ້ວຍພອນສະຫວັນ ໃນການນໍາໃຊ້ເຄື່ອງດົນຕີ ຄລາດຊິກ ປະສົມປະສານກັບ ເຄື່ອງດົນຕີພື້ນເມືອງລາວ. ຂະນະທີ່ນັກເປຍໂນ ທ່ານ Maxime Zecchini ແລະ David Bismuth ທີ່ເດີນທາງມາແຕ່ປະເທດຝຣັ່ງ ເພື່ອເຂົ້າຮ່ວມງານນີ້ ກໍໄດ້ສະແດງຄອນເສດພິເສດ ທີ່ມີຊື່ວ່າ  “ເປຍໂນ ດ້ວຍ 1, 2, 3, 4 ມື  ທັງສອງຍັງໄດ້ບັນເລງ ບົດເພງລາວອີກດ້ວຍ ຊຶ່ງສ້າງຄວາມປະທັບໃຈໃຫ້ແກ່ຜູ້ຊົມ. ນອກຈາກນີ້, ຍັງມີກິດຈະກໍາການສະແດງ ດ້ານວັດທະນະທໍາອື່ນໆ ອີກຫລາຍຢ່າງ ທີ່ນະຄອນຫລວງວຽງຈັນ ຈົນເຖິງວັນທີ 27 ພະຈິກ 2022 ເຊັ່ນ: ສາຍຮູບເງົາ, ຄອນເສີດ, ງານວາງສະແດງ, ງານເດີນແບບແຟຊັນ ຊຶ່ງທ່ານສາມາດເຂົ້າເບິ່ງ ລາຍລະອຽດກິດຈະກຳ ໄດ້ທີ່ເພສຂອງສະສະຖານທູກຝຣັ່ງ ແລະ ສະຖານບັນຝຣັ່ງປະຈຳລາວ.



KPL

ຂ່າວອື່ນໆ

ads
ads

Top