47 ປີ ປະເທດຊາດໄດ້ຮັບການພັດທະນາບໍ່ຢຸດຢັ້ງ

24/11/2022 12:31
Email Print 935
ຂປລ *ເປັນເວລາ 47 ປີ, ນັບແຕ່ປະເທດຊາດໄດ້ຮັບການປົດປ່ອຍແຕ່ປີ 1975 ມາເຖິງປັດຈຸບັນ ເຫັນວ່າພັກ-ລັດຖະບານ ໄດ້ເອົາໃຈ ໃສ່ຕໍ່ພັດທະນາ ມາທຸກໆດ້ານໂດຍຕະຫລອດ ຕິດພັນກັບການຊຸກຍູ້ ປະຊາຊົນບັນດາເຜົ່າ ເປັນເຈົ້າການຈັດຕັ້ງປະຕິບັດ ສອງ ໜ້າທີ່ຍຸດທະສາດ ປົກປັກ ຮັກສາ ແລະ ສ້າງສາພັດທະນາປະເທດ



*ເປັນເວລາ 47 ປີ, ນັບແຕ່ປະເທດຊາດໄດ້ຮັບການປົດປ່ອຍແຕ່ປີ 1975 ມາເຖິງປັດຈຸບັນ ເຫັນວ່າພັກ-ລັດຖະບານ ໄດ້ເອົາໃຈໃສ່ຕໍ່ພັດທະນາ ມາທຸກໆດ້ານໂດຍຕະຫລອດ ຕິດພັນກັບການຊຸກຍູ້ ປະຊາຊົນບັນດາເຜົ່າ ເປັນເຈົ້າການຈັດຕັ້ງ ປະຕິບັດ ສອງໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ເຮັດໃຫ້ບ້ານເມືອງ ມີການພັດທະນາ ນັບແຕ່ໂຕເມືອງຫາຊົນນະບົດ. ພົ້ນເດັ່ນແມ່ນຖະໜົນຫົນທາງ, ພື້ນຖານໂຄງລ່າງໂຮງຮຽນ, ສຸກສາລາ, ໄຟຟ້າ, ລະບົບນ້ຳສະອາດ ຕ່າງໆ ຢູ່ເຂດຫ່າງໄກສອກຫລີກ ໄດ້ຖືກພັດທະນາດີຂຶ້ນ, ຄວາມທຸກຍາກ ໄດ້ຮັບການແກ້ໄຂນັບມື້ຫລຸດລົງເປັນກ້າວໆ.





          ຕໍ່ການພັດທະນາດັ່ງກ່າວ ກໍມີຫລາຍຂໍ້ຄິດເຫັນ, ຫລາຍທັດສະນະຈາກບຸກຄົນສົງຄົມ ປະກອບຄຳຄິດເຫັນ ເພື່ອແນໃສ່ການສ້າງສາ ພັດທະນາປະເທດຊາດເຮົາ ຍິ່ງນັບມື້ຈະເລີນຮຸ່ງເຮືອງ, ດັ່ງທີ່ ທ່ານ ຄຳສິງ ສີຫາເທບ ຜູ້ອຳນວຍການສູນສົ່ງເສີມ ຜະລິດພັນລາວປອດສານພິດ ໄດ້ໃຫ້ສຳພາດທັດສະນະ ການພັດທະນາປະເທດຊາດ ໄລຍະ 47 ປີ ຕໍ່ນັກຂ່າວສຳນັກປະເທດລາວວ່າ: ການພັດທະນາປະເທດຊາດບ້ານເມືອງ ໂດຍສະເພາະແມ່ນ ນັບແຕ່ປີ 1975 ຫາປີ 2022 ຊຶ່ງຄົບຮອບ 47 ປີ ຖືວ່າ ການພັດທະນາ ມີການປ່ຽນແປງຫລາຍທີ່ສຸດ ຈາກໜ້າມືເປັນຫລັງມື ຈາກເມື່ອກ່ອນເປັນປະເທດ ທີ່ບໍ່ມີຖະໜົນຫົນທາງ ໄປຮອດໄປເຖິງ, ບໍ່ມີເຂື່ອນໄຟຟ້າ ແຕ່ມາຮອດດຽວນີ້ ກໍມີຫົນທາງ, ມີເຂື່ອນໄຟຟ້າຫລາຍແຫ່ງ ຊຶ່ງສາມາດກະຈາຍ ກະແສໄຟຟ້າ ໄປສູ່ຊົນນະບົດ ທັງຂາຍໄປຕ່າງປະເທດ, ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງດີຂຶ້ນ ຊຶ່ງສະແດງໃຫ້ ຈາກແຕ່ກ່ອນບໍ່ມີເຮືອນຢູ່ຖາວອນ, ບໍ່ມີລົດລານພາຫະນະ ຮັບໃຊ້ຄອບຄົວ ແຕ່ມາຮອດປັດຈຸບັນ ມີເຮືອນຢູ່ຖາວອນ, ມີລົດ ມີລານຮັບໃຊ້ຄອບຄົວ ເກືອບວ່າເຄິ່ງໜຶ່ງ ຂອງຄອບຄົວໃນທົ່ວປະເທດ ມີລົດໃຫຍ່ຮັບໃຊ້ຄອບຄົວ ຫລື ປະມານ 80-90% ຂອງຈຳນວນຄອບຄົວ ໃນທົ່ວ ປະເທດ ມີລົດຈັກຮັບໃຊ້ຄອບຄົວ ແລະ ດ້ານອື່ນໆ ກໍມີການພັດທະນາ ໄປພ້ອມໆກັນ. ອັນນີ້ ແມ່ນຜົນງານ ໃນການນຳພາຊີ້ນຳ ຂອງພັກ-ລັດຖະບານເຮົາ ຕະຫລອດໄລຍະ 47 ປີ ຕໍ່ການພັດທະນາປະເທດຊາດ ນັບແຕ່ 1975 ມາເຖິງປັດຈຸບັນນີ້.

         ເຖິງຢ່າງໃດກໍຕາມ ທ່ານ ຄຳສິງ ສີຫາເທບ ກ່າວຕື່ມວ່າ: ໂດຍລວມແລ້ວ ການພັດທະນາຢູ່ໃນປະເທດໄລຍະ 47 ປີມານີ້ ເຫັນວ່າມີການພັດທະນາດີຂຶ້ນກໍຈິງ, ແຕ່ກໍຂໍແລກປ່ຽນ ຄວາມຄິດຄວາມເຫັນ ຕໍ່ການພັດທະນາບາງບັນຫາ ທີ່ຕ້ອງໄດ້ເອົາ ໃຈໃສ່ ພັດທະນາຕື່ມອີກ. ໜຶ່ງໃນນີ້, ກໍແມ່ນທາງຫລວງແຫ່ງຊາດ ເຫັນວ່າການພັດທະນາ ຍັງບໍ່ທັນໄດ້ມາດຕະຖານ ຊຶ່ງໃນແຕ່ລະປີຍັງມີການເປ່ແພ ເປັນຂຸມ ເປັນບວກ ເຮັດໃຫ້ການສັນຈອນ ໄປມາພົບຄວາມຫຍຸ້ງຍາກ, ທາງຫລວງແຫ່ງຊາດ ຕ້ອງພັດ ທະນາໃຫ້ກວ້າງ ຫລື ເປັນທາງທີ່ໄດ້ມາດຕະຖານ ແຕ່ເໜືອຮອດໃຕ້. ການພັດທະນາ ຢູ່ປະເທດເຮົາສ່ວນໃຫຍ່ ແມ່ນຍັງອາໄສທຶນຕ່າງປະເທດ ທີ່ກູ້ຢືມມາພັດທະນາ ຫລື ວ່ານັກລົງທຶນຕ່າງປະເທດ ເຂົ້າມາລົງທຶນເອງ ແລ້ວໃຫ້ສຳປະທານ ໂດຍລວມເບິ່ງ ຮູບນອກແລ້ວ ປະເທດເຮົາຈະເລີນແທ້, ແຕ່ເນື້ອແທ້ປະຊາຊົນ ຈຳນວນໜຶ່ງໄດ້ເງິນ ມາຈາກການຂາຍດິນຂາຍດອນ ແລ້ວ ໄປຊື້ລົດມາຮັບໃຊ້ຄອບຄົວ ບໍ່ແມ່ນເຮັດ ການຜະລິດອອກມາຂາຍ, ຈຳນວນໜຶ່ງ ແມ່ນໄປອອກແຮງ ຢູ່ຕ່າງປະເທດ ແລ້ວເອົາ ເງິນມາ ກໍ່ສ້າງເຮືອນຊານຕ່າງໆ. ການຜະລິດເປັນສິນຄ້າ ຄິດວ່າມີຈຳນວນໜ້ອຍ ທີ່ສາມາດເຮັດໄດ້. ນອກຈາກນີ້, ບັນຫາອື່ນໆ ທີ່ເປັນໃບໜ້າໃບຕາ ໂດຍສະເພາະແມ່ນບໍ່ແຮ່, ບໍ່ຄຳຕ່າງໆ ເຫັນວ່າໄດ້ມີການຂຸດຄົ້ນຫລາຍ, ແຕ່ການລົງທຶນ ແມ່ນຂອງຕ່າງ ປະເທດ ເຂົາເຈົ້າເອົາໄປໝົດເຮົາ ໄດ້ພຽງ 20-30% ເທົ່ານັ້ນ. ຢາກໃຫ້ຫລຸດພົ້ນອອກຈາກ ຄວາມທຸກຍາກຈາກບໍ່ເງິນ, ບໍ່ຄຳ ຖ້າເຮົາບໍ່ລົງມືເຮັດເອງ ຍັງໃຫ້ຕ່າງປະເທດມາສຳປະທານ ແມ່ນເປັນໄປບໍ່ໄດ້.

ຂະນະດຽວກັນ ເມື່ອໃດທີ່ບໍ່ມີສິນຄ້າສົ່ງອອກເປັນຜະລິດຕະພັນຂອງຊາວບ້ານ ກໍຄືຂອງສັງຄົມເອງ ໃຫ້ໄດ້ເງິນ ມາພັດທະນາ ເຮັດໃຫ້ເງິນເຮົາແຂງຄ່າ ແລະ ມີຄຸນຄ່າ ໃນການສ້າງສາພັດທະນາ ທັງມີເງິນເດືອນ ໃຫ້ພະນັກງານສັງກັດລັດ ຫລື ຂະແໜງ ການຕ່າງໆ. ພ້ອມນີ້, ການສຶກສາ, ສາທາລະນະສຸກຮຽນຈົບມາ ທັງເຮັດວຽກຢູ່ສາຂາອາຊີບ ທີ່ຮຽນມາຫລາຍພັນຄົນ ບໍ່ມີເງິນເດືອນ ໂດຍສະເພາະແມ່ນຄູສອນ ແລະ ດ້ານອື່ນໆ. ແນວໃດກໍດີ ຍ້ອນມີພັກນຳພາຊີ້ນຳ ປະເທດຊາດ ຈຶ່ງໄດ້ຮັບການພັດທະ ນາດີຂຶ້ນ ມາເທົ່າປັດຈຸບັນນີ້ ຊຶ່ງບັນຫາຕ່າງໆດັ່ງກ່າວ ເປັນພຽງຂໍ້ຄິດເຫັນ ແລະ ຈຳເປັນ ທີ່ສຸດທີ່ທຸກພາກສ່ວນ, ທຸກຊັ້ນຄົນຕ້ອງໄດ້ເປັນເຈົ້າການ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງພວກເຮົາ ໃຫ້ນັບມື້ກ້າວໜ້າສີວິໄລໃນອະນາຄົດ.

ໂດຍ: ຢ່າຕົ່ງ




KPL

ຂ່າວອື່ນໆ

ads
ads

Top