ອອປສ ລາຍ​ງານ​ການ​ເຄື່ອນ​ໄຫ​ວວຽກ​ງານ ​ປີ 2022 ​ແລະ ສະ​ເໜີ​ແຜນການ​ປີ 2023  

23/11/2022 15:57
Email Print 542
ຂປລ ຂປລ. ​ໃນ​ໂອກາດເຂົ້າຮ່ວມກອງປະຊຸມ ຍົກສູງຄຸນນະພາບທາງດ້ານເນື້ອໃນ ໃຫ້ແກ່ກອງະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນບ່າຍວັນທີ 22 ພະຈິກ 2022, ທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ)


ຂປລ. ​ໃນ​ໂອກາດເຂົ້າຮ່ວມກອງປະຊຸມ ຍົກສູງຄຸນນະພາບທາງດ້ານເນື້ອໃນ ໃຫ້ແກ່ກອງະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນບ່າຍວັນທີ 22 ພະຈິກ 2022, ທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ໄດ້ລາຍງານການ ເຄື່ອນໄຫວວຽກງານຂອງອົງການໄອຍະການປະຊາຊົນ ໃນປີ 2022 ແລະ ທິດທາງແຜນການປີ 2023.
  ​ໂອກາດ​ນີ້, ທ່ານ ຄຳເພັດ ສົມວໍລະຈິດ ໄດ້ຍົກໃຫ້ເຫັນວ່າ: ໃນໜຶ່ງປີຜ່ນມາ ອົງການໄອຍະການປະຊາຊົນ ແລະ ອົງການໄອຍະການທະຫານ ໄດ້ເພີ່ມທະວີການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ
XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງ ຊາດ 5 ປີ ສະໄໝທີ IX, ມະຕິ ຂອງສະພາແຫ່ງຊາດ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ອົງການໄອຍະການປະຊາຊົນສູງສຸດ, ແຜນພັດທະນາວຽກງານໄອຍະການປະຊາຊົນ 5 ປີ (2021-2025)  ເຂົ້າສູ່ວຽກງານຕົວຈິງ ຢ່າງມີປະສິດທິຜົນ; ສຶກສາອົບຮົມ, ໂຄສະນາ, ເຜີຍແຜ່ແນວທາງນະໂຍບາຍ, ມະຕິຄໍາສັ່ງຂອງພັກ ແລະ ກົດໝາຍຂອງລັດ ໃຫ້ສະມາຊິກພັກ, ພະນັກງານ-ລັັດຖະກອນ; ປັບປຸງບູລະນະກົງຈັກການຈັດຕັ້ງ ແລະ ພັດທະນາບຸກຄະລາກອນ ແຕ່ສູນກາງລົງຮອດທ້ອງຖິ່ນ; ສ້າງຕັ້ງຫ້ອງການອົງການໄອຍະການປະຊາຊົນເຂດ II ປະຈໍາເມືອງປາກງື່ມ, ນະຄອນຫລວງວຽງຈັນ, ເຂດ III ປະຈໍາເມືອງເຟືອງ, ແຂວງວຽງຈັນ, ເຂດ I ປະຈໍາເມືອງຫີນບູນ, ແຂວງຄໍາມ່ວນ ແລະ ເຂດ III ປະຈໍາເມືອງຊໍາໃຕ້, ແຂວງຫົວພັັນ ແລະ ປະກາດສ້າງຕັ້ງອົງການໄອຍະການປະຊາຊົນເຂດ IV, ແຂວງຫລວງພະບາງ.
  ພ້ອມ​ນີ້, ຍັງຍົກສູງຄຸນນະພາບການຕິດຕາມກວດກາການເຄົາລົບ ແລະ ປະຕິບັດກົດໝາຍ ແລະ ການສັ່ງຟ້ອງຜູ້ຖືກຫາຂຶ້ນສານຕາມກົດໝາຍ
; ຫັນປ່ຽນວຽກງານຕິດຕາມກວດກາທົ່ວໄປ ຢ່າງແຂງແຮງ; ຄົ້ນຄວ້າ, ສ້າງກົນໄກປະສານງານກັບຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ກະຊວງ, ຂະແໜງການ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ກ່ຽວກັບການຕິດຕາມກວດກາທົ່ວໄປ ຄືການຕິດຕາມກວດກາການປະຕິບັດກົດໝາຍທົ່ວໄປ (ການຕິດຕາມກວດກາການເຄົາລົບ ແລະ ປະຕິບັດກົດໝາຍໃຫ້ມີຄວາມຖືກຕ້ອງ ແລະ ເປັນເອກະພາບ ຂອງບັນດາກະຊວງ, ຂະ ແໜງການ, ທ້ອງຖິ່ນ ແລະ ທົ່ວສັງຄົມ), ການປ້ອງກັນອາຊະຍາກໍາ (ການຕ້ານ ແລະ ສະກັດກັ້ນອາຊະຍາກໍາ), ການອອກນິຕິກຳຂອງອົງການຂອງອົງການດັ່ງກ່າວ (ນິຕິກໍາໃຕ້ກົດໝາຍທີ່ມີຜົນບັງຄັບທົ່ວໄປ ແລ ນິຕກຳທີ່ມີຜົນບັງຄັບສະເພາະ), ການຕິດຕາມກວດກາການປະຕິບັດຄຳຕັດສີນຂອງສານ ແລະ ການຕິດຕາມກວດກາການດໍາເນີນຄະດີປົກຄອງ; ຄົ້ນຄວ້າ ສ້າງນິຕິກຳ, ປື້ມຄູ່ມື ກ່ຽວກັບວຽກງານກວດກາທົ່ວໄປ; ກະກຽມກອງປະຊຸມສະຫຼຸບຕີລາຄາວຽກງານຕິດຕາມກວດກາທົ່ວໄປທົ່ວປະເທດ ໃນທ້າຍປີນີ້; ຮ່ວມກັບກະຊວງພາຍໃນ ແລະ ຂະແໜງການອື່ນ ຂັ້ນສູນກາງ ຮ່າງກົດໝາຍວ່າດ້ວຍການປົກຄອງ; ຕິດຕາມກວດກາການສືບສວນ-ສອບສວນ, ການດໍາເນີນຄະດີຢູ່ສານ ແລະ ການປະຕິບັດຄຳຕັດສີນຂອງສານ; ຮ່ວມມືກັບຕ່າງປະເທດ ຢ່າງເປັນເຈົ້າການ ໂດຍສະເພາະ ກັບອົງການໄອຍະການປະຊາຊົນ ສສ ຫວຽດນາມ, ສປ ຈີນ, ກູບາ; ຮ່ວມມືກັບປະເທດອື່ນ ແລະ ອົງການຈັດຕັ້ງສາກົນ; ຄົ້ນຄວ້າ, ເຈລະຈາສົນທິສັນຍາວ່າດ້ວຍການສ້າງຜູ້ຮ້າຍຂ້າມແດນ ລາວ-ຫວຽດນາມ; ຍົົກສູງວຽກງານກວດກາພັກ.
  ທັງໝົດນັ້ນ, ໄດ້ເຮັດໃຫ້ວຽກງານໄອຍະການປະຊາຊົນ ແຕ່ສູນກາງຮອດທ້ອງຖິ່ນ ມີການຫັນ ປ່ຽນດີຂຶ້ນ ໃນການປະຕິບັດພາລະບົດບາດ
, ສິດ ແລະ ໜ້າທີ່, ການປັບປຸງບູລະນະກົງຈັກການຈັດຕັ້ງ, ການພັດທະນາຖັນແຖວບຸກຄະລາກອນ, ການພັດທະນາພື້ນຖານໂຄງລ່າງ ແລະ ການປະຕິບັດໜ້າທີ່ວຽກງານວິຊາສະເພາະ ໃນການຄົ້ນຄວ້າແກ້ໄຂຄະດີ; ພະນັກງານອົງການໄອຍະການປະຊາຊົນ ແລະ ອົງການໄອຍະການທະຫານຂັ້ນຕ່າງໆ ມີຄວາມຮັບຜິດຊອບສູງ, ຮັບໃຊ້ປະຊາຊົນດ້ວຍຄວາມຊື່ສັດບໍລິ ສຸດ, ໂປ່ງໃສ ແລະ ຍຸຕິທຳ; ເຮັດໃຫ້ອົງການໄອຍະການປະຊາຊົນ ແລະ ອົງການໄອຍະການທະຫານ ນັບມື້ ເຕີບໃຫຍ່ ເຂັ້ມແຂງ, ກ້າວໜ້າ, ທັນສະໄໝ, ໂປ່ງໃສ ແລະ ຍຸຕິທໍາ.

KPL

ຂ່າວອື່ນໆ

ads
ads

Top