ສ້າງເວທີຮ່ວມມືດ້ານການຄ້າ ໃຫ້ນະຄອນຊຽງໄຮ້ ເປັນຈຸດສູນກາງ ຮັບໃຊ້ ໜຶ່ງແລວ-ໜຶ່ງເສັ້ນທາງ

08/11/2022 14:23
Email Print 5315
ຂປລ ຂປລ. ພິທີ​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ ການ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ​ເສດຖະກິດ ລະຫວ່າງ ກົມ​ສົ່ງ​ເສີມ​ການ​ຄ້າ ກະຊວງ​ອຸດສາຫະກຳ ​ແລະ ການຄ້າ (ອຄ) ​ແຫ່ງ ສປປ ລາວ ​ແລະ ອົງການ​ປົດ​ຄອງ ປະຊາຊົນເຂດຢາງພູ ນະຄອນ​ຊຽງ​ໄຮ້ ສປ ຈີນ ຈັດ​ຂຶ້ນ​ໃນ​ວັນ​ທີ 6 ພະຈິກ 2022 ທີ່​ຫໍ​ວາງສະ​ແດງ​ ນໍາ​ເຂົ້າ​ສາກົນ​ແຫ່ງ​ຊາດ​ຈີນ

ຂປລ. ພິທີ​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ ການ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ​ເສດຖະກິດ ລະຫວ່າງ ກົມ​ສົ່ງ​ເສີມ​ການ​ຄ້າ ກະຊວງ​ອຸດສາຫະກຳ ​ແລະ ການຄ້າ (ອຄ) ​ແຫ່ງ ສປປ ລາວ ​ແລະ ອົງການ​ປົດ​ຄອງ ປະຊາຊົນເຂດຢາງພູ ນະຄອນ​ຊຽງ​ໄຮ້ ສປ ຈີນ ຈັດ​ຂຶ້ນ​ໃນ​ວັນ​ທີ 6 ພະຈິກ 2022 ທີ່​ຫໍ​ວາງສະ​ແດງ​ ນໍາ​ເຂົ້າ​ສາກົນ​ແຫ່ງ​ຊາດ​ຈີນ ໂດຍ​ການ​ຮ່ວມ​ລົງ​ນາມ ລະຫວ່າງ ເຊ ຟ່າງ ຮອງເຈົ້າເມືອງເຂດຢາງພູ ນະຄອນຊຽງໄຮ້ ​ແລະ ຕາງໜ້າ​ຝ່າຍ​ລາວ​ເຊັນ​ໂດຍ ທ່ານ ຂວັນໃຈ ອ່ຽນສຸທິ ທີ່ປຶກສາທູດເສດຖະກິດ-ການຄ້າລາວ ສະ ຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ ​ໂດຍ​ມີ​ພາດ​ສ່ວນ​ກ່ຽວຂ້ອງ ສອງ​ຝ່າຍ​ເຂົ້າ​ຮ່ວມ, ທັງ​ນີ້ ກໍ​ເພື່ອສືບຕໍ່ເສີມຂະຫຍາຍ ໝາກຜົນ ອັນຫລວງຫລາຍ ຂອງການວາງສະແດງ ສິນຄ້ານຳເຂົ້າສາກົນຈີນ, ສ້າງເວທີການຮ່ວມມືລະດັບສູງ ໃນດ້ານເສດຖະກິດ-ການຄ້າ, ຊ່ວຍໃຫ້ນະຄອນຊຽງໄຮ້ ເປັນຈຸດສູນກາງ ທີ່ຮັບໃຊ້ໃຫ້ແກ່ “ໜຶ່ງແລວ-ໜຶ່ງເສັ້ນທາງ”.

ເຂດຢາງພູ ​ໄດ້ປະຕິບັດຕາມທິດຊີ້ນຳຂອງປະທານ ສີ ຈີ້ນຜິງ ກ່ຽວກັບ “ການສືບຕໍ່ສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ທີ່ໜັກແໜ້ນ ບໍ່ສາມາດຕັດແຍກອອກຈາກກັນ”, ນຳໃຊ້ເວທີງານວາງສະແດງສິນຄ້າ ນຳເຂົ້າສາກົນຈີນ ເພື່ອຍົກສູງສາຍພົວພັນ ການຮ່ວມມືກັບ ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ຢ່າງຮອບດ້ານ ໃນການປະສານສົມທົບ, ປຶກສາຫາລືກັນຢ່າງສະໜິດແໜ້ນ, ຮ່ວມມືກັນຢ່າງເລິກເຊິ່ງ.

ຜົນສຳເລັດ ໃນການລົງນາມ ບົດບັນທຶກຄວາມເຂົ້າໃຈດັ່ງກ່າວ ແມ່ນການດຳ ເນີນການຕາມ “ສັນຍາຄູ່ ຮ່ວມມື ເສດຖະກິດພາກພື້ນຮອບດ້ານ” (RCEP). ການດຳເນີນການຕາມ RCEP ໄດ້ກະຕຸ້ນຄວາມຄາດຫວັງ ຂອງບັນດາປະເທດອາຊຽນ ໃນການແບ່ງປັນຜົນສຳເລັດຂອງການພັດທະນາ ແລະ ເປີດກ້ວາງຂອງຈີນ, ລວມທັງ ຄວາມຄາດຫວັງ ໃນການເພີ່ມທະວີການຮ່ວມມືໃນການສ້າງ “ໜຶ່ງແລວ-ໜຶ່ງເສັ້ນ ທາງ”. ການລົງນາມບົດບັນທຶກ ຄວາມເຂົ້າໃຈໃນຄັ້ງນີ້ ໂດຍພື້ນຖານແລ້ວ ກໍແມ່ນການປະຕິບັດງານຕົວຈິງ ຂອງເຂດຢາງພູ ເພື່ອຮັບໃຊ້ນະຄອນຊຽງໄຮ້ ແລະ ນະຄອນຊຽງໄຮ້ ຮັບໃຊ້ໃຫ້ແກ່ທົ່ວປະເທດຈີນ, ຊຶ່ງສະໜອງເວທີອັນໃໝ່ ແກ່ນະຄອນຊຽງໄຮ້ ໃນການສ້າງຈຸດສູນກາງ ຂອງຕະຫລາດທົ່ວປະເທດ ທີ່ເອກະພາບ ແລະ ການເຊື່ອມໂຍງ ທາງດ້ານຍຸດທະສາດລະຫວ່າງ ການໝູນວຽນແບບຄູ່ ພາຍໃນ ແລະ ຕ່າງປະເທດ, ພ້ອມທັງສ້າງແນວທາງປະຕິບັດໃໝ່ໃຫ້ ແກ່ນະຄອນຊຽງໄຮ້ ເປັນຈຸດສູນກາງ ທີ່ຮັບໃຊ້ໃຫ້ແກ່ “ໜຶ່ງແລວ-ໜຶ່ງເສັ້ນທາງ”, ພ້ອມດຽວກັນນັ້ນ ຍັງໄດ້ສະໜອງ “ແນວ ທາງຂອງຢາງພູ” ໃນການລົງເລິກຈັດຕັ້ງປະຕິບັດ ຂໍ້ລິເລີ່ມ “ໜຶ່ງແລວ-ໜຶ່ງເສັ້ນທາງ” ແລະ RCEP ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ຊຶ່ງຈະສະແດງໃຫ້ເຫັນເຖິງ ບົດບາດການເປັນແບບຢ່າງ ແລະ ການນຳພາ ອີກດ້ວຍ.

ທາງລົດໄຟ ຈີນ-ລາວ ສາມາດກາຍເປັນຂົວເຊື່ອມຕໍ່ ອັນສຳຄັນທີ່ມີທ່າແຮງ ໃນການເຊື່ອມໂຍງ ນະຄອນຊຽງໄຮ້ ກັບ ສປປ ລາວ, ເຮັດໃຫ້ຜະລິດຕະພັນກະສິກຳ ທີ່ມີຄຸນນະພາບສູງຂອງ ສປປ ລາວ ສາມາດຂົນສົ່ງມາ ເຖິງນະຄອນຊຽງໄຮ້ ພາຍໃນ 24 ຊົ່ວໂມງໄດ້ກາຍເປັນຄວາມຈິງ, ທັງເຮັດໃຫ້ທ່າແຮງ ດ້ານອຸດສາຫະກຳ, ເງິນທຶນ, ເຕັກໂນໂລຊີ, ຂໍ້ມູນຂ່າວສານ ແລະ ອື່ນໆ ຂອງກຸ່ມຕົວເມືອງ “ສາມຫລ່ຽມປາກແມ່ນ້ຳຢາງຊີ” ຊຶ່ງນຳໜ້າ ໂດຍຊຽງໄຮ້ ໄດ້ມີຊ່ອງທາງກ້າວອອກໄປສູ່ສາກົນ.

ຂໍ້​ມູນ​: ກົມສົ່ງເສີມການຄ້າ ກະຊວງ ອຄ

KPL

ຂ່າວອື່ນໆ

ads
ads

Top