ສາຂາ ທຫລ.ສຂ ປະກອບສ່ວນແກ້ໄຂ ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ

01/11/2022 14:16
Email Print 5594
ຂປລ ຂປລ.ສາຂາທະນາຄານແຫ່ງ ສປປ ລາວ ພາກ​ກາງ ແຂວງ​ສະ​ຫວັນ​ນະ​ເຂດ (ທ​ຫລ.ສ​ຂ) ມີ​ພາ​ລະ​ບົດ​ບາດ​ໜ້າ​ທີ່ ໃນ​ການ​ຄຸ້ມ​ຄອງ​ມະ​ຫາ​ພາ​ກ ເສດຖະກິດດ້ານ​ເງິນ​ຕາ; ​ການ​ຄຸ້ມ​ຄອງ​ທະ​ນາ​ຄານ ແລະ ສະ​ຖາ​ບັນ​ການ​ເງິນ ກໍ​ຄື​ເປັນ​ທີ່​ປຶກ​ສາ​ດ້ານ​ເງິນ​ຕາ ໃຫ້​ອົງ​ການ​ປົກ​ຄອງ ຢູ່ 3 ແຂວງ​ພາກ​ກາງ ປະກອບມີ ແຂວງ​ສະ​ຫວັນ​ນະ​ເຂດ, ຄຳ​ມ່ວນ ແລະ ແຂວງ​ບໍ​ລິ​ຄຳ​ໄຊ.

ຂປລ.ສາຂາທະນາຄານແຫ່ງ ສປປ ລາວ ພາກກາງ ແຂວງສະຫວັນນະເຂດ (ຫລ.) ມີພາລະບົດບາດໜ້າທີ່ ໃນການຄຸ້ມຄອງມະຫາພາກ ເສດຖະກິດດ້ານເງິນຕາ; ​ການຄຸ້ມຄອງທະນາຄານ ແລະ ສະຖາບັນການເງິນ ກໍຄືເປັນທີ່ປຶກສາດ້ານເງິນຕາ ໃຫ້ອົງການປົກຄອງ ຢູ່ 3 ແຂວງພາກກາງ ປະກອບມີ ແຂວງສະຫວັນນະເຂດ, ຄຳມ່ວນ ແລະ ແຂວງບໍລິຄຳໄຊ.

ທ່ານ ວົງພະຈັນ ແສງສຸວັນ ຫົວໜ້າສາຂາ ທຫລ.ຂ ໃຫ້ຮູ້ວ່າ: ໃນຕະຫລອດ 9 ເດືອນ ປີ 2022 ຜ່ານມາ ໄດ້ເອົາໃຈໃສ່ຕິດຕາມ ການຈັດຕັ້ງປະຕິບັດ ການດໍາເນີນນະໂຍບາຍ ອັດຕາແລກປ່ຽນ ຕາມກົນໄກຕະຫລາດ ທີ່ມີການຄຸ້ມຄອງລັດ ແນໃສ່ເພື່ອໃຫ້ອັດຕາແລກປ່ຽນ ມີການເໜັງຕີງສອດຄ່ອງ ກັບລະດັບດຸນຍະພາບ ທາງດ້ານເສດຖະກິດ-ເງິນຕາຫລາຍຂຶ້ນ ແລະ ຫລຸດຜ່ອນສ່ວນຕ່າງລະຫວ່າງ ອັດຕາແລກປ່ຽນຂອງທະນາຄານ ແລະ ຕະຫລາດນອກລະບົບລົງ; ໄດ້ສືບຕໍ່ຕິດຕາມກວດກາ ການກໍານົດອັດຕາແລກປ່ຽນ ຂອງບັນດາສາຂາ ທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາ ທີ່ເປັນຕົວແທນ ຂອງທະນາຄານທຸລະກິດ ທີ່ຢູ່ພາຍໃນຂອບເຂດຮັບຜິດຊອບ ຂອງຕົນຢ່າງໃກ້ຊິດ ໂດຍອີງໃສ່ລະບຽບຫລັກການທີ່ ທຫລ ໄດ້ກໍານົດອອກໃນແຕ່ລະວັນ. ແຕ່ເຖິງແນວໃດກໍຕາມ, ສະພາບປັດໄຈພາຍນອກ ຍັງສ້າງແຮງກົດດັນຕໍ່ເນື່ອງ ໃນສະພາບເງື່ອນໄຂ ພາຍໃນຫລາຍດ້ານ ທີ່ຍັງບອບບາງ ເຮັດໃຫ້ສ່ວນຕ່າງ ລະຫ່ວາງອັດຕາແລກປ່ຽນ ຂອງທະນາຄານ ແລະ ຕະຫລາດນອກລະບົບ ໄດ້ກວ້າງອອກຫລາຍ ແຕ່ໄລຍະເດືອນມີນາເປັນຕົ້ນມາ ຈາກທີ່ເຄີຍໄດ້ແຄບ ເຂົ້າມາຢູ່ໃນລະດັບຕໍ່າກວ່າ 2%; ໄດ້ຕິດຕາມລາຄາສິນຄ້າຢ່າງໃກ້ຊິດ (ໂດຍການລົງເກັບກໍາ ລາຄາສິນຄ້າທີ່ກະທົບໄວຕໍ່ ຊີວິດການເປັນຢູ່ ຕາມທ້ອງຕະຫລາດປະຈໍາອາທິດ ໂດຍລາຍງານໃຫ້ກົມນະໂຍບາຍ ທຫລ ເພື່ອໃຫ້ສາມາດເຫັນໄດ້ເຖິງ ທິດທາງສາເຫດ ການປ່ຽນແປງຂຶ້ນລົງ ຂອງດັດຊະນີລາຄາ ເພື່ອຕິດຕາມສະພາບ ໂດຍປະສານສົມທົບກັບ ພາກສ່ວນກ່ຽວຂ້ອງຢ່າງໃກ້ຊິດ.

ພ້ອມດຽວກັນນັ້ນ; ຫລ.ຂ ໄດ້ເອົາໃຈໃສ່ໃນການຈໍາໜ່າຍພັນທະບັດ ທຫລ ສະກຸນເງິນກີບ ທີ່ສາຂາທະ ນາຄານທຸລະກິດ ເປັນຜູ້ຈຳໜ່າຍໃຫ້ແກ່ປະຊາຊົນ, ພະນັກງານ, ທະຫານ, ຕຳຫລວດ ເຊິ່ງມາຮອດປະຈຸບັນ ສາ ມາດບັນລຸໄດ້ທັງໝົດ 610,68 ຕື້ກີບ ໃນ 3 ແຂວງພາກກາງ. ພັນທະບັດ ທຫລ ແມ່ນໜຶ່ງໃນປະເພດ ຫລັກຊັບທີ່ມີຄວາມໝັ້ນຄົງ ແລະ ປອດໄພ ພ້ອມໃຫ້ຜົນຕອບແທນທີ່ດີທີ່ສຸດ, ເປັນເຄື່ອງມືນະໂຍບາຍເງິນຕາ ຂອງທະນາຄານກາງ ທີ່ນໍາໃຊ້ເພື່ອຄຸ້ມຄອງປະລິມານເງິນ ໃນຂອດຈໍລະຈອນໃຫ້ດຸ່ນດ່ຽງ ກັບລະບົບເສດຖະກິດ ປະກອບສ່ວນເຂົ້າໃນ ການຮັກສາສະຖຽນລະພາບ ທາງດ້ານເງິນຕາແຫ່ງຊາດ.

ຫລ.ຂ ໄດ້ຍົກສູງບົດບາດ ໃນການຄຸ້ມຄອງ ແລະ ແກ້ໄຂຮ້ານແລກປ່ຽນເງິນຕາ ໃຫ້ຮັດກຸມຫລາຍຂຶ້ນ ແລະ ມີຜົນສັກສິດຢ່າງແທ້ຈິງ ດ້ວຍການຄຸ້ມຄອງທຸລະກິດ ແລກປ່ຽນເງິນຕາ ຜ່ານລະບົບທະນາຄານທຸລະກິດ ຕາມແຈ້ງການ ຂອງຫ້ອງການ ທຫລ ສະບັບເລກທີ 175/ຫກ, ລົງວັນທີ 17ກັນຍາ 2021 ຊຶ່ງເບື້ອງຕົ້ນ ມີທັງໝົດ 48 ຮ້ານ, ແຕ່ປັດຈຸບັນ 32 ຮ້ານແລກປ່ຽນຖືກຖອນ ໃບອະນຍຸາດ ບໍ່ໃຫ້ເປັນຕົວແທນ ຂອງທະນາຄານທຸລະກິດ. ນອກນັ້ນ, ທຫລ.ຂ ຍັງເອົາໃຈໃສ່ໃນການຊຸກຍູ້ ໃຫ້ທະນາຄານທຸກິດ ແລະ ສະເພາະກິດ ເພື່ອສະໜອງແຫລ່ງທຶນ ເຂົ້າໃນການສົ່ງເສີມ ວິສາຫະກິດຂະໜາດນ້ອຍ ແລະ ກາງ (SMEs) ແລະ ບ້ານສາມສ້າງ ໃນ 3 ແຂວງພາກກາງ ຊຶ່ງມາຮອດເດືອນ 09/2022 ປະຕິບັດໄດ້ທັງໝົດ 57 ຫົວໜ່ວຍທຸ ລະກິດ ໃນວົງເງິນອະນຸມັດທັງຈຳນວນ 100 ຕື້ກີບ ແລະ ມີຍອດເຫລືອ ຈຳນວນ 45,75 ຕື້ກີບ(SMEs 3%ແລະ ແຫລ່ງທຶນ SMEs ອື່ນໆ);

ສຳລັບການປ່ອຍສິນເຊື່ອ ເຂົ້າໃນບ້ານສາມສ້າງ ຂອງທະນາຄານນະໂຍບາຍ ສາຂາສະຫວັນນະເຂດ ມີຂອບເຂດເຄື່ອນໄຫວຢູ່ ແຂວງສະຫວັນນະເຂດ ແລະ ຄຳມ່ວນ ໂດຍສິນເຊື່ອໄດ້ເຂົ້າເຖິງ ປະຊາຊົນກວມເອົາ 11 ເມືອງ, 1 ນະຄອນ ເທົ່າກັບ 48%, ສາມສ້າງ 25 ເມືອງ, 55 ບ້ານ ກວມເອົາ 47,83% (115ບ້ານ) ໃນນີ້; ມີບ້ານທຸກຍາກ 2 ບ້ານ; ຈັດຕັ້ງກຸ່ມກູ້ຢືມໄດ້ 553 ກຸ່ມ, ປະຊາຊົນເຂົ້າເຖິງແຫລ່ງທຶນ 3.816 ຄອບຄົວ, ລາຍບຸກຄົນ 11 ຄົນ, ເທົ່າກັບ 13,30%, ຄອບຄົວທຸກຍາກ 213 ຄອບຄົວ ເທົ່າກັບ 22,45% ແລະ ໃນຂະນະນີ້ ທຫລ.ຂໄດ້ຍົກສູງຄວາມຮັບຜິດຊອບ ໃນຈັດຕັ້ງປະຕິບັດ ໜ້າທີ່ການເມືອງຂອງຕົນ ໄດ້ເປັນຢ່າງດີ ອັນເຮັດໃຫ້ສະພາບ ເສດຖະກິດ-ສັງຄົມ ຢູ່ສາມແຂວງພາກກາງ ມີສະເຖຍລະພາບ ແລະ ມີການຂະຫຍາຍຕົວ ໄປເທື່ອລະກ້າວ.

ຂ່າວ: ຣັດສະໝີ ດວງສັດ
KPL

ຂ່າວອື່ນໆ

ads
ads

Top