ຂປລ
ຂປລ. ໂຄງການຊ່ວຍເຫລືອວຽກງານການຄ້າ ຂອງສະຫະພາບເອີຣົບ ພາຍໃຕ້ແຜນງານເຊື່ອມໂຍງ ພາກພື້ນອາຊຽນ-ສປປ ລາວ (ARISE Plus) ແລະ ກົມນະໂຍບາຍ ການຄ້າຕ່າງປະເທດ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດຊຸດຝຶກອົບຮົມ ຍົກລະດັບຄວາມຮູ້ກ່ຽວກັບ “ການສ້າງຄວາມເຂັ້ມແຂງ ໃຫ້ແກ່ນັກເຈລະຈາການຄ້າ ແລະ ການຈັດຕັ້ງປະຕິບັດ ສັນຍາການຄ້າ ດ້ານບໍລິການຂອງ ສປປ ລາວ”

ຂປລ. ໂຄງການຊ່ວຍເຫລືອວຽກງານການຄ້າ ຂອງສະຫະພາບເອີຣົບ ພາຍໃຕ້ແຜນງານເຊື່ອມໂຍງ ພາກພື້ນອາຊຽນ-ສປປ ລາວ (ARISE Plus) ແລະ ກົມນະໂຍບາຍ ການຄ້າຕ່າງປະເທດ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດຊຸດຝຶກອົບຮົມ ຍົກລະດັບຄວາມຮູ້ກ່ຽວກັບ “ການສ້າງຄວາມເຂັ້ມແຂງ ໃຫ້ແກ່ນັກເຈລະຈາການຄ້າ ແລະ ການຈັດຕັ້ງປະຕິບັດ ສັນຍາການຄ້າ ດ້ານບໍລິການຂອງ ສປປ ລາວ” ຂຶ້ນໃນລະຫວ່າງວັນທີ 1-2 ພະຈິກ 2022 ໂດຍມີຈຸດປະສົງປະກອບສ່ວນ ເຂົ້າໃນການຟື້ນຟູ ເສດຖະກິດຂອງລາວ ໂດຍການສະໜັບສະໜູນ ການເສີມສ້າງ ຄວາມສາມາດຂອງ ເຈົ້າໜ້າທີ່ການຄ້າ, ສ້າງຄວາມເຂັ້ມແຂງໃຫ້ພາກລັດ ແລະ ຈັດຕັ້ງປະຕິບັດບັນດາ ເຄື່ອງມືນະໂຍບາຍ, ພ້ອມດຽວກັນນັ້ນ ກໍ່ໃຫ້ພາກເອກະຊົນ ມີທັກສະໃນການຜະລິດ ທີ່ມີມູນຄ່າເພີ່ມສູງ ເພື່ອສົ່ງອອກຜະລິດຕະພັນ.
ການຝຶກອົບຮົມຄັ້ງນີ້, ໄດ້ກວມເອົາຫົວຂໍ້ ແລະ ການສົນທະນາ ທີ່ຫລາກຫລາຍເຊັ່ນ: ຄວາມເຂົ້າໃຈກ່ຽວກັບ ການຄ້າທາງດ້ານການບໍລິການ; ຫລັກການໃນຂໍ້ຕົກລົງ ຂອງຫລາຍຝ່າຍ ແລະ ສັນຍາພາກພື້ນກ່ຽວກັບ ການຄ້າດ້ານການບໍລິການ; ລະບຽບພາຍໃນ ກ່ຽວກັບການບໍລິການ; ປະຕິບັດຕາມຄໍາໝັ້ນສັນຍາລະດັບພາກພື້ນ, ແລະ ຫົວຂໍ້ອື່ນໆທີ່. ຄຽງຄູ່ກັນນັ້ນ, ການເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມອາດສາມາດ ຈະປະກອບສ່ວນເຂົ້າໃນ ການປະຕິບັດບັນດາຄຳໝັ້ນສັນຍາ ດ້ານການຄ້າ ການບໍລິການຢ່າງເປັນລະບົບ ແລະ ມີປະສິດທິຜົນໃນລະຫວ່າງ ແລະ ພາຍຫລັງການເຈລະຈາ.
ຂະແໜງບໍລິການ ມີບົດບາດສຳຄັນ ໃນດ້ານການຜະລິດ ແລະ ການຊົມໃຊ້ ແລະ ສ້າງມູນຄ່າທີ່ເດັ່ນ ໃນການເຄື່ອນໄຫວ ເສດຖະກິດສ່ວນໃຫຍ່ ນອກນັ້ນ, ຂະແໜງບໍລິການເຊັ່ນ: ອຸດສາຫະກຳການທ່ອງທ່ຽວ ຍັງມີບົດບາດສົ່ງເສີມ ໃຫ້ຂະແໜງການອື່ນໆ ກ້າວໄປເຖິງລະບົບຕ່ອງໂສ້ມູນຄ່າ, ເພື່ອເພີ່ມຊ່ອງທາງ ໃຫ້ແກ່ການສົ່ງອອກ ແລະ ການເຕີບໂຕຢ່າງກວ້າງຂວາງ. ການເພີ່ມທະວີ ຄວາມສາມາດ ແລະ ເພີ່ມທະວີຄວາມເຂົ້າໃຈ ຂອງນັກເຈລະຈາ ທາງດ້ານການຄ້າ ຈາກຂະແໜງການທີ່ກ່ຽວຂ້ອງ ແລະ ພາກສ່ວນ ທີ່ເຂົ້າຮ່ວມການເຈລະຈາ ດ້ານການຄ້າ ດ້ານການບໍລິການ ແມ່ນມີຄວາມຈຳເປັນ. ໂດຍສະເພາະ ແມ່ນການປະຕິບັດ ຕາມຄໍາໝັ້ນສັນຍາ ທາງດ້ານການຄ້າ ທີ່ ສປປ ລາວ ຮັບຮອງເອົາເຊັ່ນ: ອົງການການຄ້າໂລກ (World Trade Organization-WTO), ສັນຍາການຄ້າ ດ້ານການບໍລິການ ຂອງອາຊຽນ (ASEAN Trade in Service-ATISA) ແລະ ສັນຍາການຮ່ວມມື ເສດຖະກິດແບບຮອບດ້ານ ລະດັບພາກພື້ນ (Regional Comprehensive Economic Partnership-RCEP) ເປັນຕົ້ນ.
ຂ່າວ, ພາບ: ກະຊວງ ອຄ
KPL