ລົດໂດຍສານຕົກລົງເຫວໃນອິນເດຍ ມີຜູ້ເສຍຊີວິດ25ຄົນ

05/10/2022 17:59
Email Print 504
ຂປລ ເກີດອຸບັດ​ເຫດ​ ລົດ​ໂດຍສານ ບັນທຸກ​ແຂກ ​ມາ​ແຕ່​ ງານ​ແຕ່ງ​ດອງ ​ໄດ້​ເສຍ​ຫລັກ ຕົກລົງ​ເຫວ​ເລິກ 500​ແມັດ ​ໃນ​ລັດ ອຸດຕຣາຂັນ ທາງ​ພາກ​ເໜືອ ​ຂອງ​ອິນ​ເດຍ ​ເຮັດ​ໃຫ້​ມີ​ ຜູ້​ເສຍ​ຊີວິດ ຢ່າງ​ໜ້ອຍ 25ຄົນ ​ແລະ ບາດ​ເຈັບ 20ຄົນ

ຂປລ.ຕາມ​ຂ່າວ​ຈາກ​ ນີວ​ແດ​ນລີ,ວັນ​ທີ5 ​ຕຸລາ​ນີ້,​ເກີດອຸບັດ​ເຫດ​ ລົດ​ໂດຍສານ ບັນທຸກ​ແຂກ ​ມາ​ແຕ່​ ງານ​ແຕ່ງ​ດອງ ​ໄດ້​ເສຍ​ຫລັກ ຕົກລົງ​ເຫວ​ເລິກ 500​ແມັດ ​ໃນ​ລັດ ອຸດຕຣາຂັນ ທາງ​ພາກ​ເໜືອ ​ຂອງ​ອິນ​ເດຍ ​ເຮັດ​ໃຫ້​ມີ​ ຜູ້​ເສຍ​ຊີວິດ ຢ່າງ​ໜ້ອຍ 25ຄົນ ​ແລະ ບາດ​ເຈັບ 20ຄົນ ຈາກ​ຜູ້​ໂດຍສານ​ ທັງ​ໝົດ 45ຄົນ.ຂະນະ​ທີ່ ທ່ານ ​ເຣນທຣາ ​ໂມ​ດີ,ນາຍົກລັດຖະມນຕີ ອິນ​ເດຍ ລະບຸ​ຜ່ານ ​ທະວິ​ດ​ເຕີ​ວ່າ: ປັດຈຸບັນ ​​ໄດ້​ສັ່ງ​ໃຫ້​ ໜ່ວຍ​ງານ ທີ່​ກ່ຽວຂ້ອງ ລົງ​ພື້ນ​ທີ່ ຊ່ວຍ​​ເຫລືອ​ຜູ້​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ຮີບ​ດ່ວນ ​ແລະ ​ໄດ້​ສະ​ແດງ​ຄວາມ​ເສຍ​ໃຈ ຕໍ່​ຄອບຄົວ​ຂອງ​ຜູ້​ເສຍ​ຊີວິດ ຈາກ​ອຸບັດ​ເຫດ​ດັ່ງກ່າວ./. (ພາກ​ຂ່າວ: ​ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

KPL

ຂ່າວອື່ນໆ

ads
ads

Top