ດານມາກ ເສຍງົບປະມານ ຈາກໂຄວິດ-19 ຢ່າງຫລວງຫລາຍ

05/10/2022 15:52
Email Print 506
ຂປລ ລັດຖະບານ ດານມາກ ໄດ້ໃຊ້ຈ່າຍ ງົບປະມານ ໃນໄລຍະການແພ່ລະບາດ ຂອງພະຍາດ ໂຄວິດ-19 ຈຳນວນ 1,19 ແສນລ້ານ ໂຄຣນດານມາກ

ຂປລ.ອ້າງ​ຕາມ​ ແຫ​ລ່ງຂ່າວ ຊິນ​ຮວາ​ຂອງ ຈີນ, ວັນທີ 4 ເດືອນຕຸລາ, ສຳນັກງານ ສະຖິຕິ ​ແຫ່ງ​ຊາດ ດານ​ມາກ ​ເປີດ​ເຜີຍ​ວ່າ: ລັດຖະບານ ດານ​ມາກ ​ໄດ້ໃຊ້​ຈ່າຍ​ ງົບປະມານ ​ໃນໄລຍະການ​ແພ່​ລະບາດ​ ຂອງ​ພະ​ຍາດ​ ໂຄ​ວິດ-19 ຈຳນວນ 1,19 ​ແສນ​ລ້ານ ​ໂຄຣນດານ​ມາກ, ຊຶ່ງ​ສ່ວນ​ໃຫຍ່ ​ໃຊ້​ເຂົ້າໃນ ການຈ່າຍ​ເງິນ ຄ່າ​ຊົດ​ເຊີຍ ໃນລະຫວ່າງ ​ຕົ້ນ​ໄຕ​ມາດ​ທຳ​ອິດ​ ຂອງ​ ປີ 2020 ​ເຖິງ ທ້າຍ​ໄຕ​ມາດ​ ທຳ​ອິດ ​ໃນປີ 2022, ພ້ອມກັນນັ້ນ ຍັງກວດພົບ​ວ່າ ງົບປະມານ 68% ຫລື​ ກວມ​ເອົາ​ ຈຳນວນ​ເງິນ 8,15 ໝື່ນ​ລ້ານ​ ໂຄຣນດານ​ມາກ ໄດ້ຖືກ​ນຳໃຊ້ເປັນ ​ເງິນ​ຊົດ​ເຊີຍ, ​ໂດຍ​ ການຈັດ​ສັນ​ຜ່ານ ​ແຜນ​ຊົດ​ເຊີຍ​ທົ່ວ​​ໄປ ຫລື ​ສະ​ເພາະ ອຸດສາຫະກຳ. ໂດຍ​ການ ໃຊ້​ຈ່າຍ​ໂດຍ​ກົງ ​ກ່ຽວ​ກັບ ​ເຫດ​ສຸກ​ເສີນ ​ດ້ານ​ສາທາ ລະນະ​ສຸກ ​ເຊັ່ນ​: ຄ່າ​ໃຊ້ ອຸປະກອນ​ ປ້ອງ​ກັນ, ການ​ທົດ​ລອງ ​ພະຍາດ, ການ​ສັກ​ວັກ​ຊິນ ​ແລະ ການ​ປິ່ນປົວ ໂດຍມີ​ມູນ​ຄ່າ​ລວມເຖິງ 3,37 ໝື່ນ​ລ້ານ​ໂຄຣນ ດານ​ມາກ ​ແລະ ​ຍັງໃຊ້​ຈ່າຍ ງົບປະມານ 1,78 ໝື່ນ​ລ້ານ ​ໂຄຣນດານ​ມາກ ກັບ​ ການ​ທົດ​ລອງ ​ພະຍາດ ​ໂດຍ​ສະ​ເພາະ ​ແລະ ອື່ນໆ./.

KPL

ຂ່າວອື່ນໆ

ads
ads

Top