ທາງລົດໄຟລາວ-ຈີນ ເສັ້ນທາງຄໍາ ທີ່ເປັນແລວທາງເສດຖະກິດຂອງແຫລມອິນດູຈີນ

27/09/2022 13:42
Email Print 1693
ຂປລ ໃນເວລາ 16:45 ໂມງ ຂອງວັນທີ 3 ທັນວາ 2021, ຜູ້ນໍາ ສປປ ລາວ ແລະ ສປ ຈີນ ໄດ້ອອກຄໍາສັ່ງ, ລົດໄຟຜູ້ໂດຍສານ C82 ຂອງຝ່າຍລາວ ອອກເດີນທາງຈາກເສັ້ນທາງລົດໄຟເສັ້ນທີ 1 ຂອງສະຖານີນະຄອນຫລວງວຽງຈັນ ສປປ ລາວ ແລະ ລົດໄຟໂດຍສານ C3 ຂອງຝ່າຍຈີນ ກໍອອກເດີນທາງຈາກເສັ້ນທາງລົດໄຟເສັ້ນທີ1 ຂອງສະຖານີຄຸນໝິງ ຂອງ ສປ ຈີນ ໃນເວລາດຽວກັນ, ເປັນການເປີດເສັ້ນທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ, ຊຶ່ງໄດ້ດຶງດູດຄວາມສົນໃຈຈາກທົ່ວໂລກ.

ໃນເວລາ 16:45 ໂມງ ຂອງວັນທີ 3 ທັນວາ 2021, ຜູ້ນໍາ ສປປ ລາວ ແລະ ສປ ຈີນ ໄດ້ອອກຄໍາສັ່ງ, ລົດໄຟຜູ້ໂດຍສານ C82 ຂອງຝ່າຍລາວ ອອກເດີນທາງຈາກເສັ້ນທາງລົດໄຟເສັ້ນທີ 1 ຂອງສະຖານີນະຄອນຫລວງວຽງຈັນ ສປປ ລາວ ແລະ ລົດໄຟໂດຍສານ C3 ຂອງຝ່າຍຈີນ ກໍອອກ​ເດີນທາງຈາກເສັ້ນທາງລົດໄຟເສັ້ນທີ1 ຂອງສະຖານີຄຸນໝິງ ຂອງ ສປ ຈີນ ໃນເວລາດຽວກັນ, ເປັນການເປີດເສັ້ນທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ, ຊຶ່ງໄດ້ດຶງດູດຄວາມສົນໃຈຈາກທົ່ວໂລກ. ເສັ້ນທາງລົດໄຟສາຍນີ້ ເລີ່ມແຕ່ພາກເໜືອຮອດໃຕ້ຂອງນະຄອນຄຸນໝິງແຂວງຢຸນນານ ສປ ຈີນ ແລະ ເຊື່ອມຕໍ່ ສປປ ລາວຈົນເຖິງນະຄອນຫລວງວຽງຈັນ, ເປັນທາງລົດໄຟໄປຕ່າງປະເທດແຫ່ງທໍາອິດທີ່ໄດ້ຮັບການກໍ່ສ້າງ ແລະ ດໍາເນີນການຮ່ວມມືລະຫວ່າງລາວ-ຈີນ, ເຊື່ອມຕໍ່ໂດຍກົງກັບເສັ້ນທາງທາງລົດໄຟຂອງ ສປ ຈີນ ​ຊຶ່ງມີຄວາມຍາວທັງໝົດ 1.035 ກິໂລແມັດ, ມີສະຖານີໃໝ່ທັງໝົດ 50 ສະຖານີ, ສາມາດເດີນທາງຈາກນະຄອນຫລວງວຽງຈັນ ຫາ ນະຄອນຄຸນໝິງໃນເວລາປະມານ 10 ຊົ່ວໂມງ.

ທາງລົດໄຟລາວ-ຈີນໄດ້​ເປີດ​ນໍ​າ​ໃຊ້ຢ່າງເປັນທາງການ ແລະ ດໍາເນີນການເພື່ອກ້າວເຂົ້າສູ່ຍຸກ ໃໝ່ຂອງການຂົນສົ່ງ ທາງລົດໄຟໃນລາວ

ໄດ້ປ່ຽນຮູບ​ແບບການຂົນສົ່ງໃນ ສປປລາວ ຢ່າງເລິກເຊິ່ງ ແລະ ຮັບຮູ້ຄວາມປາຖະໜາອັນຍາວນານຂອງລາວຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ມາເປັນປະເທດເຊື່ອມໂຍງກັບປະເທດອ້ອມຂ້າງ. ເສັ້ນທາງລົດໄຟລາວ-ຈີນ ບໍ່ພຽງແຕ່ອໍານວຍຄວາມສະດວກໃຫ້ແກ່ການເດີນທາງຂອງປະຊາຊົນເທົ່ານັ້ນ,ແຕ່ຍັງເປັນການສົ່ງເສີມການພັດທະນາ ແລະ ການຫັນເປັນຕົວເມືອງຂອງການທ່ອງທ່ຽວ, ກະສິກໍາ, ຊົນລະປະທານ ແລະ ອື່ນໆ ຕາມແລວເສັ້ນທາງ ແລະ ກໍ່ສ້າງ ກາຍເປັນໂຕເມືອງ. ຊ່ວຍເຫລືອການພັດທະນາເຂດເສດຖະກິດເຊັ່ນ: ເຂດພັດທະນາກວມລວມໄຊເສດຖານະຄອນຫລວງວຽງຈັນ ແລະ ເຂດຮ່ວມມືເສດຖະກິດບໍ່ຫານ-ບໍ່ເຕັນ. ພ້ອມດຽວກັນນັ້ນ, ຍັງມີຄວາມໝາຍຄວາມສໍາຄັນທີ່ສຸດ ໃນການຮັດແໜ້ນການຮ່ວມມືດ້ານເສດຖະກິດ-ສັງຄົມ ລະຫວ່າງສອງປະເທດຈີນ-ລາວ ແລະ ເລັ່ງລັດການກໍ່ສ້າງ ແລວທາງເສດຖະກິດລາວ - ຈີນໃນຖານະເປັນພາກສ່ວນທີ່ສໍາຄັນຂອງເສັ້ນທາງລົດໄຟທົ່ວອາຊີ. ທາງລົດໄຟລາວ- ຈີນຍັງຈະກາຍເປັນດັ່ງ “ກະແຈຄໍາ” ເຊື່ອມຕໍ່ລາວກັບຈີນໃນພາກເໜືອ ແລະ ປະເທດອາຊີ ​ເຊັ່ນ: ໄທ ແລະ ມາເລເຊຍ ໃນພາກໃຕ້, ຈະມີຜົນດີຕໍ່ການຮ່ວມມືດ້ານເສດຖະກິດຂອງອາຊີ ແລະ ອະນຸພາກພື້ນແມ່ນໍ້າຂອງທີ່ສຸດ. 

ອາຊີຕາເວັນອອກສຽງໃຕ້ສະໜັບສະໜູນທາງລົດໄຟລາວ-ຈີນ ຢ່າງໜັກແໜ້ນ

ຄວາມສໍາເລັດຂອງເສັ້ນທາງລົດໄຟລາວ-ຈີນໄດ້ເຮັດໃຫ້ສື່ມວນຊົນ ບາງປະເທດຕາເວັນຕົກ ແລະ ກຸ່ມຄົນທີ່ບໍ່ຫວັງດີ, ຍັງສືບຕໍ່ສ້າງ ແລະ ເຜີຍແຜ່ຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງ ແນໃສ່ໃສ່ຮ້າຍປ້າຍສີ​ໂຄງການ​ເສັ້ນທາງລົດໄຟລາວ-ຈີນ ຕ່າງໆນາໆ ອັນເປັນການກະທໍາທີ່ຂັດຂວາງຕໍ່ການພັດທະນາໃນພາກພື້ນ ກໍ່ຄືມຸ່ງທໍາລາຍສາຍພົວພັນລະຫວ່າງຈີນ-ລາວ. 

ຕໍ່ໜ້າຄວາມສົງໄສຂອງສື່ຝ່າຍຕາເວັນຕົກ, ກໍ່ຄືກຸ່ມຄົນທີ່ບໍ່ຫວັງດີນັ້ນ, ບັນດາປະເທດບ້ານໃກ້ເຮືອນຄຽງອື່ນໆຂອງ ລາວຊໍ້າພັດອ່າວໜ້າມາສະໜັບສະໜູນທາງລົດໄຟລາວ-ຈີນຢ່າງໜັກແໜ້ນ. ທ່ານ ບູຣິນ ອະ​ດູ​ລວັດທະນະ (Burin Adulwattana) ຫົວໜ້ານັກເສດຖະສາດທະນາຄານ ກຸງເທບ ຂອງ​ໄທ ມີຄໍາເຫັນວ່າ: ໂຄງການທາງລົດໄຟລາວ-ຈີນມີໂອກາດ ທີ່ຈະເປັນ “ ຕົວປ່ຽນກົດລະບຽບຂອງເສດຖະກິດໂລກ, ນີ້ຈະເປັນສະຖານະການທີ່ທັງສອງຝ່າຍໄດ້ຮັບຜົນປະໂຫຍດ. ໃນຂະນະດຽວກັນ,  Bangkok Post ” ຂອງໄທກໍເຄີຍອອກ​ຂ່າວ​ວ່າ: “ຫວັງວ່າໄທ ຈະເຊື່ອມຕໍ່ທາງລົດໄຟຈີນ-ລາວໂດຍໄວ” ຊຶ່ງມີເນື້ອໃນສໍາຄັນຈໍານວນໜຶ່ງວ່າ: “ການເປີດເສັ້ນທາງລົດໄຟຈີນ-ລາວ ຈະສົ່ງຜົນສະທ້ອນຢ່າງເລິກເຊິ່ງ ຕໍ່ເສດຖະກິດ ແລະ ການຄ້າຂອງສອງຝ່າຍ. ຫວັງວ່າ ລັດຖະບານໄທ ຈະເລັ່ງການກໍ່ສ້າງທາງລົດໄຟ ເພື່ອເຊື່ອມຕໍ່ທາງລົດໄຟຈີນ-ລາວ ”. ສື່ບາງສໍານັກຂອງສິງກະໂປ ກໍ່ໄດ້ອອກຂ່າວວ່າ: “ ການກໍ່ສ້າງ ແລະ ເປີດທາງ ລົດໄຟລາວ-ຈີນ ຈະດຶງດູດການລົງທຶນຈາກປະເທດຈີນ ແລະ ປະເທດອື່ນໆ ຫລາຍຂຶ້ນ, ສ້າງຄວາມໝັ້ນໃຈໃຫ້ແກ່ການຟື້ນຕົວທາງດ້ານເສດຖະກິດຂອງປະເທດລາວ ”. 

ທາງລົດໄຟລາວ-ຈີນ ໄດ້ກາຍເປັນເສັ້ນທາງຄໍາຂອງແລວທາງເສດຖະກິດແຫລມອິນດູຈີນ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວໄດ້ຕີລາຄາສູງບັນດາຜົນງານທີ່ບັນລຸໄດ້ນັບແຕ່ການເປີດເສັ້ນທາງລົດໄຟລາວ- ຈີນ, ທ່ານກ່າວວ່າ:  “ ນັບແຕ່ມີທາງລົດໄຟລາວ- ຈີນເປັນຕົ້ນມາ, ປະຊາຊົນລາວມີຄວາມພາກພູມໃຈທີ່ສຸດ, ຫວັງວ່າປະຊາຊົນລາວຈະຂຶ້ນລົດໄຟໄດ້. ພ້ອມກັນນັ້ນ, ການເປີດເສັ້ນທາງລົດໄຟລາວ-ຈີນ ຍັງໝາຍຄວາມວ່າ ການແລກປ່ຽນ ແລະ ການຄ້າລະຫວ່າງສອງປະເທດຈະສະດວກກວ່າ​ເກົ່າ ”. ສະຫາຍເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ຍັງໄດ້ຍົກຄໍາສຸພາສິດລາວທີ່ວ່າ: ບ່ອນໃດມີເສັ້ນທາງ ບ່ອນ​ນັ້ນມີໂອກາດພັດທະນາ, ທັງໄດ້ຢືນຢັນຢ່າງເຕັມສ່ວນເຖິງບົດບາດຄວາມສໍາຄັນຂອງເສັ້ນທາງລົດໄຟລາວ-ຈີນໃນການຊຸກຍູ້ການພັດທະນາຂອງລາວ.

ທາງລົດໄຟຈີນ-ລາວ ຈະກາຍເປັນກໍາລັງແຮງຊຸກຍູ້ການຮ່ວມມືລະຫວ່າງປະເທດລາວ ກັບ ປະເທດຈີນ, ອາຊຽນ-ຈີນ ຈະເພີ່ມທະວີການຮ່ວມມື ແລະ ການແລກປ່ຽນດ້ານເສດຖະກິດ, ການຄ້າ,ການລົງທຶນ, ການທ່ອງທ່ຽວ, ການຈ້າງງານ, ວັດທະນະທໍາ ແລະ ການແລກປ່ຽນບຸກຄະລາກອນ, ນໍາມາ ຊຶ່ງຜົນປະໂຫຍດຕົວຈິງ ແລະ ເຫັນໄດ້ຢ່າງ​ຈະ​ແຈ້ງ. ສະແດງ​ເຖິງ ການຂົນສົ່ງທາງບົກຂອງປະເທດລາວທີ່ຖອຍຫລັງໄດ້ຫັນໄປສູ່ການຄົມມະນາຄົມທັນສະໄໝ, ປະເທດລາວໄດ້ຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ກາຍເປັນປະເທດເຊື່ອມໂຍງກັບປະເທດອ້ອມຂ້າງ”. ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ສປປ ລາວ ກ່າວວ່າ: “ເສັ້ນທາງລົດໄຟລາວ-ຈີນເປັນການສົ່ງ​ເສີມການພັດທະນາເສດຖະກິດ-ສັງຄົມຂອງປະເທດລາວ ແລະ ກາຍເປັນເສັ້ນທາງ ເຊື່ອມຕໍ່ທີ່ສໍາຄັນລະຫວ່າງລາວກັບ​ບັນດາປະເທດໃນພາກພື້ນ”.

ມາຮອດວັນທີ 3 ກັນຍານີ້, ເສັ້ນທາງລົດໄຟລາວ-ຈີນໄດ້ດໍາເນີນມາເປັນເວລາ 9 ເດືອນ, ໄດ້ບໍລິການ​ຂົນສົ່ງຜູ້ໂດຍສານທັງໝົດ 6,71 ລ້ານເທື່ອຄົນ, ໃນນັ້ນ ຢູ່ລາວ 700.000 ​ເທື່ອຄົນ ແລະ ຢູ່ຈີນ 5,87 ລ້ານເທື່ອຄົນ; ການຂົນສົ່ງສິນຄ້າທັງໝົດ 7,17 ລ້ານໂຕນ, ໃນນັ້ນ ມີສິນຄ້າຂ້າມຊາຍແດນ 1,28 ລ້ານໂຕນ, ການຂົນສົ່ງສິນຄ້າຂ້າມຊາຍແດນຂອງທາງລົດໄຟໄດ້ກວມເອົາປະເທດລາວ,ຈີນ,ໄທ,ມຽນມາ,ມາເລເຊຍ,ກໍາປູເຈຍ,ສິງກະໂປ ແລະ ຫລາຍກວ່າ 10 ປະເທດ ແລະ ພາກພື້ນ. ຜ່ານພູເຂົາ, ຂ້າມແມ່ນໍ້າ ແລະ ທະເລ, ການເປີດ​ເສັ້ນທາງລົດໄຟລາວ-ຈີນ ໄດ້ສ້າງຂົວຕໍ່ທີ່ມີຜົນປະໂຫຍດຮ່ວມກັນ ເພື່ອເປີດກວ້າງການຮ່ວມມືພາກພື້ນແຫລມອິນດູຈີນ. ໃນປັດຈຸບັນ, ການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າຂອງທາງລົດໄຟລາວ-ຈີນ ​ເປັນ​ການຮ່ວມກັນສົ່ງເສີມຄວາມຈະເລີນຮຸ່ງເຮືອງ ແລະ ການພັດທະນາເສດຖະກິດ-ການຄ້າສາກົນ, ໄດ້ກາຍເປັນເສັ້ນທາງທອງຄໍາເພື່ອຊຸກຍູ້ການພັດທະນາຂອງແຫລມອິນດູຈີນ.

 

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top