ກຳປັ່ນຂ້າມຟາກຂວ້ຳກາງແມ່ນ້ຳໃນບັງກລາເທດ ເສຍຊີວິດ 30ກວ່າຄົນ

26/09/2022 16:38
Email Print 296
ຂປລ ເກີດ​ເຫດ​ ກຳ​ປັ່ນ​ຂ້າມ​ຟາກ ບັນທຸກ​ ຜູ້​ໂດຍສານ ຫລາຍ​ກວ່າ 70ຄົນ ຂວ້ຳຢູ່​ກາງ​ແມ່​ນ້ຳ ​ໃນ​ບັງ​ກລາ​ເທດ ​ເມື່ອ​ວັນ​ທີ25​ ກັນຍາ​ນີ້ ​ເຮັດ​ໃຫ້​ມີ ​ຜູ້​ເສຍ​ຊີວິດ ຢ່າງ​ໜ້ອຍ 31ຄົນ ​ແລະ ສູນ​ຫາຍ​ອີກ ​ຈຳນວນ​ໜຶ່ງ.

ຂປລ.ຕາມ​ຂ່າວ​ຈາກ ​ນະຄອນຫລວງ ດາ​ກາ, ເກີດ​ເຫດ​ ກຳ​ປັ່ນ​ຂ້າມ​ຟາກ ບັນທຸກ​ ຜູ້​ໂດຍສານ ຫລາຍ​ກວ່າ 70ຄົນ ຂວ້ຳຢູ່​ກາງ​ແມ່​ນ້ຳ ​ໃນ​ບັງ​ກລາ​ເທດ ​ເມື່ອ​ວັນ​ທີ25​ ກັນຍາ​ນີ້ ​ເຮັດ​ໃຫ້​ມີ ​ຜູ້​ເສຍ​ຊີວິດ ຢ່າງ​ໜ້ອຍ 31ຄົນ ​ແລະ ສູນ​ຫາຍ​ອີກ ​ຈຳນວນ​ໜຶ່ງ.ຂະນະ​ນີ້ ໜ່ວຍ​ງານ​ກູ້​ໄພ ພວມ​ປະຕິບັດ​ ການຄົ້ນຫາ ​ຜູ້​ສູນຫາຍ ຢ່າງ​ຮີບ​ດ່ວນ.​ໃນ​ເບື້ອງ​ຕົ້ນ ຄາດ​ວ່າ ກຳ​ປັ່ນ​ ລຳ​ດັ່ງກ່າວ ບັນທຸກ​ ຜູ້​ໂດຍສານ​ ເກີນ​ກຳນົດ ຈຶ່ງ​​ເກີດການ​ສູນ​ເສຍ​ ຢ່າງ​ຍິ່ງ​ໃຫຍ່ ໃນ​ຄັ້ງນີ້./. (ພາກ​ຂ່າວ: ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

KPL

ຂ່າວອື່ນໆ

ads
ads

Top