ອັດຕາເງິນເຟີ້ສີລັງກາ ເພີ່ມສູງຂຶ້ນກວ່າ 70%ໃນເດືອນສິງຫານີ້

22/09/2022 19:36
Email Print 489
ຂປລ ອັດຕາ​ ເງິນ​ເຟີ້ ສີ​ລັງກາ ​ເພີ່ມ​ສູງ​ຂຶ້ນ 70,2%​ໃນ​ເດືອນ ​ສິງຫາ​ນີ້ ​ແລະ ລາຄາ​ ອາຫານ ​ເພີ່ມ​ສູງ​ຂຶ້ນ 84,6% ​ເມື່ອ​ທຽບ​ໃສ່ ​ປີ​ກາຍ.

ຂປລ.ຕາມ​ຂ່າວ​ຈາກ​BBC,ວັນ​ທີ22​ກັນຍາ​ນີ້ ອັດຕາ​ ເງິນ​ເຟີ້ ສີ​ລັງກາ ​ເພີ່ມ​ສູງ​ຂຶ້ນ 70,2%​ໃນ​ເດືອນ ​ສິງຫາ​ນີ້ ​ແລະ ລາຄາ​ ອາຫານ ​ເພີ່ມ​ສູງ​ຂຶ້ນ 84,6% ​ເມື່ອ​ທຽບ​ໃສ່ ​ປີ​ກາຍ.ຂະນະ​ນີ້ ສີ​ລັງກາ ຍັງ​ບໍ່​ສາມາດ ​ນຳ​ເຂົ້າ ສິນຄ້າ ຈຳ​ເປັນ ຈາກ​ຕ່າງປະ​ເທດ​ ໄດ້​ເຊັ່ນ:ນ້ຳມັນ​ ເຊື້ອ​ໄຟ,ປຸຍ​ເຄມີ ​ແລະ ຢາ​ປິ່ນປົວ​ ພະຍາດ ​ເນື່ອງ​ຈາກ​ຜະ​ເຊີນ​ກັບ ​ວິ​ກິດ ​ທາງ​ການ​ເງິນ ​ແລະ ການ​ເມືອງ​ ຄັ້ງ​ໃຫຍ່​ ສຸດ​ໃນ​ຮອບ 70ກວ່າ​ປີ ຜ່ານມາ ລວມທັງ ​ບັນຫາ​ ການ​ຂາດ​ແຄນ ​ເງິນຕາ ​ຕ່າງປະ​ເທດ.ກ່ອນ​ເກີດ​ ການ​ແຜ່​ລະບາດ ​ໂຄ​ວິດ-19 ສີ​ລັງກາ ​ໄດ້ອີງ​ໄສ່ ຂະ​ແໜງ ​ອຸດສາຫະກຳ ​ການທ່ອງທ່ຽວ ​ເປັນ​ຫລັກ ​ເຊິ່ງ​ເປັນ​ແຫ​ລ່ງ ທີ່​ມາ​ຂອງ​ເງິນຕາ ​ຕ່າງປະ​ເທດ ​ໂດຍ​ສະ​ເພາະ ​ສະ​ກຸນ​ເງິນ​ ໂດ​ລາ​ ສະຫະລັດ​ ແຕ່​ຫລັງ​ຈາກ ​ເກີດ​ການ ​ແຜ່ລະບາດ ​ໂຄ​ວິດ-19 ​ເຮັດ​ໃຫ້​ ຫລາຍ​ປະ​ເທດ​ ຕ້ອງ​ໃຊ້​ ມາດ​ຕະການ​ ປິດ​ຊາຍ​ແດນ ​ເພື່ອ​ຄວບ​ຄຸມ ​ການ​ແຜ່ລະບາດ ຈົນ​ເຮັດ​ໃຫ້​ ເສດຖະກິດ​ ຂອງ​ສີ​ລັງກາ ​ໄດ້​ຮັບ​ຜົນ​ກະທົບ ຢ່າງ​ຮຸນ​ແຮງ.ປັດຈຸບັນ ສີ​ລັງກາ ມີ​ປະຊາກອນ 22ລ້ານ​ຄົ​ນ ຍັງ​ຕ້ອງ​ ຜະ​ເຊີນ​ກັບ ​ວິ​ກິດ​ການ​ ​ເສດຖະກິດ ພາຍ​ໃນ​ປະ​ເທດ​ ຢ່າງ​ຕໍ່​ເນື່ອງ./. (ພາກ​ຂ່າວ: ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

KPL

ຂ່າວອື່ນໆ

ads
ads

Top