ເຟດ ປັບຂຶ້ນດອກເບ້ຍຮອບໃໝ່ອີກ 0,75%

22/09/2022 19:36
Email Print 416
ຂປລ ທ່ານ Jerome Powell,ປະທານ ທະນາຄານ​ກາງ ສ.ອາ​ເມ​ລິ​ກາ(​Fed) ປະກາດ ​ປັບ​ຂຶ້ນ ​ອັດຕາ​ ດອກ​ເບ້ຍ 0,75% ​ເຮັດ​ໃຫ້​ ອັດຕາ​ ດອກ​ເບ້ຍ ​ປັບ​ຂຶ້ນ​ ມາ​ຢູ່ ​ລະຫວ່າງ 3%-3,25% ຊຶ່ງ​ເປັນ​ລະດັບ ​ສູງສຸດ ນັບ​ຕັ້ງ​ແຕ່​ ປີ2008 ​ເປັນຕົ້ນມາ

ຂປລ.ຕາມ​ຂ່າວ​ຈາກ​ ວໍ​ຊີງ​ຕັນ,ວັນ​ທີ22​ ກັນຍາ​ນີ້,ທ່ານ Jerome Powell,ປະທານ ທະນາຄານ​ກາງ ສ.ອາ​ເມ​ລິ​ກາ(​Fed) ປະກາດ ​ປັບ​ຂຶ້ນ ​ອັດຕາ​ ດອກ​ເບ້ຍ 0,75% ​ເຮັດ​ໃຫ້​ ອັດຕາ​ ດອກ​ເບ້ຍ ​ປັບ​ຂຶ້ນ​ ມາ​ຢູ່ ​ລະຫວ່າງ 3%-3,25% ຊຶ່ງ​ເປັນ​ລະດັບ ​ສູງສຸດ ນັບ​ຕັ້ງ​ແຕ່​ ປີ2008 ​ເປັນຕົ້ນມາ ​​ແລະ ​ເປັນ​ການ ​ປັບ​ຂຶ້ນ ​ດອກ​ເບ້ຍ ​ເປັນຄັ້ງທີ3 ຕິດ​ຕໍ່​ກັນ ​ໃນ​ໄລຍະ​ ບໍ່ຫລາຍ​ເດືອນ ​ຜ່ານ​ມາ ​ເພື່ອ​ຫວັງ​ ສະກັດ​ ໄພ​ເງິນ​ເຟີ້​ ຂອງ ສ.ອາ​ເມ​ລິ​ກາ ຍັງ​ຢູ່​ໃນ​ລະດັບ​ສູງ.ນອກ​ນີ້ ​ຍັງ​ມີ ​ທ່າ​ອ່ຽງ ຈະ​ປັບ​ຂຶ້ນ4,4% ​ແລະ ຈະ​ສູງ​ເຖິງ 4,65%​ໃນ​ປີໜ້າ. ຂະນະ​ທີ່ ການ​ເຕີບ​ໂຕ ​ເສດຖະກິດ ຂອງ​ ສ.ອາ​ເມ​ລິ​ກາ ຈະ​ຍັງ​ຄົງ​ ອ່ອນ​ແອ ​ໃນ​ໄລຍະ2-3ປີ ​ຕໍ່ໜ້າ ​ແລະ ຈະ​ມີ​ອັດຕາ ​ຫວ່າງ​ງານ ​ສູງ​ຂຶ້ນ​./. (ພາກ​ຂ່າວ: ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ
KPL

ຂ່າວອື່ນໆ

ads
ads

Top