ໂຮງໝໍມະໂຫສົດ ຈັດກິດຈະກຳ ກວດ- ວັດແທກສາຍຕາ ສະຫລອງວັນສາຍຕາໂລກ

22/09/2022 16:11
Email Print 3495
ຂປລ ຂປລ. ​​ໂຮງໝໍ​ມະ​ໂຫສົດ ​ຈັດ​ກິດຈະກຳກວ​ດ-ວັດ​ແທກ​ສາຍ​ຕາ ​ໂດຍ​ບໍ່​ເສຍ​ຄ່າ ​ເພື່ອ​ສະ​ເຫລີ​ມສະຫລອງ​ ວັນ​ສາຍຕາ​ໂລກ 13 ຕຸລາ ໃນ​ວັນ​ທີ 22 ກັນຍາ 2022 ໂດຍ​ມີ​ບັນດາ​ຄະນະ​ອຳ​ນວຍ​ການ​, ຄະນະ​ພັກ​ຮາກ​ຖານ, ​ແພດ​-ໝໍ ພາຍ​ໃນ​ໂຮງໝໍ​ມະ​ໂຫສົດ ພ້ອມດ້ວຍ​ມວນ​ຊົນ​ ຊາວ​ນະຄອນຫລວງ​ວຽງ​ຈັນ ​ເຂົ້າ​ຮ່ວມ ​ແລະ ມີຄົນ​​ເຈັບທີ່​ມີ​ບັນຫາ​ທາງ​ສາຍຕາ ​ໄດ້​ເຂົ້າ​ກວ​ດ-ວັດ​ແທກ​ສາຍ​ຕາ, ພ້ອມ​ທັງ​ແຈກ​ຢາຍ​ແວ່ນຕາ​ໃຫ້​ແຕ່ລະຄົນ

ຂປລ. ​​ໂຮງໝໍ​ມະ​ໂຫສົດ ​ຈັດ​ກິດຈະກຳກວ​ດ-ວັດ​ແທກ​ສາຍ​ຕາ ​ໂດຍ​ບໍ່​ເສຍ​ຄ່າ ​ເພື່ອ​ສະ​ເຫລີ​ມສະຫລອງ​ ວັນ​ສາຍຕາ​ໂລກ 13 ຕຸລາ ໃນ​ວັນ​ທີ 22 ກັນຍາ 2022 ໂດຍ​ມີ​ບັນດາ​ຄະນະ​ອຳ​ນວຍ​ການ​, ຄະນະ​ພັກ​ຮາກ​ຖານ, ​ແພດ​-ໝໍ ພາຍ​ໃນ​ໂຮງໝໍ​ມະ​ໂຫສົດ ພ້ອມດ້ວຍ​ມວນ​ຊົນ​ ຊາວ​ນະຄອນຫລວງ​ວຽງ​ຈັນ ​ເຂົ້າ​ຮ່ວມ ​ແລະ ມີຄົນ​​ເຈັບທີ່​ມີ​ບັນຫາ​ທາງ​ສາຍຕາ ​ໄດ້​ເຂົ້າ​ກວ​ດ-ວັດ​ແທກ​ສາຍ​ຕາ, ພ້ອມ​ທັງ​ແຈກ​ຢາຍ​ແວ່ນຕາ​ ໃຫ້​ແຕ່ລະຄົນ, ​ໃນ​ກໍລະນີ ກວດ​ພົບ​ຜູ້​ທີ່​ເປັນ​ພະຍາດ​ຕາ​ຂຸ້ນ ຫລື ຕາ​ມີ​ບັນຫາ​ອື່ນໆ ກໍ​ຈະ​ໄດ້​ຮັບ​ການ​ຮັກສາ ​​ໂດຍ​ບໍ່​ໄດ້​ເສຍ​ຄ່າ​ໃຊ້​ຈ່າຍ​ ໂດຍ​ການໃຫ້ທຶນສະໜັບສະໜູນ ຈາກມູນນິທິເຟຣດໂຮໂລ ປະເທດອົດສະຕາລີ.

​ໂອກາດນີ້, ທ່ານ ​ໄຊຊະນະ ສົມ​ບັນ​ດິດ ຮອງ​ຜູ້ອຳນວຍການ​ ໂຮງໝໍ​ມະ​ໂຫສົດ ກ່າວ​ວ່າ: ວັນສາຍຕາໂລກ ແມ່ນງານໜຶ່ງ ທີ່​ໄດ້ຈັດຂຶ້ນ​ທຸກໆປີ ໃນອາທິດທີ 2 ຂອງເດືອນຕຸລາ ໃນປີນີ້ ກົງກັບວັນທີ 13 ຕຸລາ 2022 ​ແນໃສ່ໃຫ້ທຸກພາກສ່ວນ ມີສ່ວນຮ່ວມ ໃນການແກ້ໄຂບັນຫາຕາບອດ ຂອງແຕ່ລະປະເທດໃນທົ່ວໂລກ. ສຳລັບ ສປປ ລາວ ​ໃນການ​ຈັດ​ກິດຈະກຳ​ໃນ​ຄັ້ງ​ນີ້ ເພື່ອໃຫ້ທົ່ວສັງຄົມ ຍົກສູງຄວາມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບການປ້ອງກັນ ແລະ ການປິ່ນປົວພະຍາດຕາບອດ, ຊຶ່ງຈະນຳໄປສູ່ການໃຫ້ຄວາມສໍາຄັນ ຕໍ່ສິດທິໃນການເບິ່ງເຫັນ.

ຕະຫລອດໄລຍະຜ່ານມາ ໂດຍປະຕິບັດ ຕາມພາລະບົດບາດໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງຂະແໜງຕາ ພາຍໃຕ້ການຊີ້ນຳໂດຍກົງ ຈາກໂຮງໝໍມະໂຫສົດ ແລະ ກະຊວງສາທາລະນະສຸກ ໄດ້ດຳເນີນ ແລະ ພັດທະນາວຽກງານ ຮັກສາສຸຂະພາບຕາ ໂດຍມີການພັດທະນາ ພື້ນຖານໂຄງລ່າງ ເຄື່ອງມື-ອຸປະກອນ, ສ້າງຄວາມເຂັ້ມແຂງ ທາງດ້ານວິຊາການຕາ, ເອົາໃຈໃສ່ກວດ ແລະ ປິ່ນປົວພະຍາດຕາ ໃຫ້ແກ່ພໍ່ແມ່ປະຊາຊົນ ຢູ່ທາງໃນໂຮງໝໍ ແລະ ເຄື່ອນໄຫວນອກໂຮງໝໍ ເຮັດໃຫ້ພໍ່ແມ່ປະຊາຊົນ ທຸກຖ້ວນໜ້າ ໄດ້ຮັບການບໍລິການຢ່າງໜ້າເພິ່ງພໍໃຈ.

ຕາມການຄາດຄະເນ ຂອງອົງການອະນາໄມໂລກ ໃຫ້ຮູ້ວ່າ ໃນທົ່ວໂລກມີປະ ຊາກອນປະມານ 2.2 ພັນລ້ານຄົນ ມີສາຍຕາບົກຜ່ອງ ແລະ 40-45 ລ້ານຄົນ ເປັນຄົນຕາບອດ, ​ໃນ​ນັ້ນ 90% ຂອງຄົນຕາບອດ ແມ່ນອາໄສຢູ່ປະເທດ ທີ່ກໍາລັງພັດທະນາ, ອີງໃສ່ການເພີ່ມຂຶ້ນ ຂອງຈໍານວນປະຊາກອນ ແລະ ຈຳນວນຜູ້ສູງອາຍຸ ໃນທົ່ວໂລກ ຈຶ່ງມີການຄາດການວ່າ ຈໍານວນປະຊາກອນ ທີ່ມີສາຍຕາບົກຜ່ອງ ແລະ ຕາບອດ ມີຈຳນວນເພີ່ມຂຶ້ນ ເປັນສອງເທົ່າຕົວ ໃນປີ 2025, ຊຶ່ງກໍ່ໃຫ້ເກີດເລື່ອງອັນບໍ່ເພິ່ງປາຖະໜາ, ມັນສົ່ງຜົນກະທົບ ຕໍ່ສິດທິຂອງບຸກຄົນ ລວມທັງສົ່ງຜົນກະທົບຕໍ່ ການພັດທະນາ ເສດຖະກິດ-ສັງຄົມ ຢ່າງປາສະຈາກບໍ່ໄດ້.

ຂ່າວ: ທະນູ​ທອງ

KPL

ຂ່າວອື່ນໆ

ads
ads

Top