ບໍລິຄຳໄຊ- ຮ່າຕິ່ງ ເສີມຂະຫຍາຍການຮ່ວມມືຮອບດ້ານ

20/09/2022 15:44
Email Print 26918
ຂປລ ໂດຍປະຕິບັດຕາມບົດບັນທຶກກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ຄະນະຜູ້ແທນເມືອງປາກຊັນ ກັບ ຄະນະຜູ້ແທນນະຄອນຮ່າຕິງ ສສ ນິຍົມຫວຽນາມ, ຕາງໜ້າຄະນະພັກ ອົງການປົກຄອງ ເມືອງປາກຊັນ ນຳໂດຍທ່ານ ວົງສີ ທອງສີອິນທິປັນຍາ ຄະນະປະຈຳພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງປາກຊັນ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຂົ້າຮ່ວມ ກອງປະຊຸມພົບປະ ແລກປ່ຽນບົດຮຽນ ລະຫວ່າງ ຄະນະຜູ້ແທນ ເມືອງປາກຊັນ, ແຂວງບໍລິຄຳໄຊ ກັບ ຄະນະຜູ້ແທນ ນະຄອນຮ່າຕິງ, ແຂວງຮ່າຕິ່ງ ສສ ຫວຽດນາມ ຊຶ່ງໃນວັນທີ 16 ກັນຍາ 2022 ຢູ່ສວນສາທາລະນາ ປະທານໂຮຈີ່ມິງ.






ໂດຍປະຕິບັດຕາມບົດບັນທຶກກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ຄະນະຜູ້ແທນເມືອງປາກຊັນ ກັບ ຄະນະຜູ້ແທນນະຄອນຮ່າຕິງ ສສ ນິຍົມຫວຽນາມ, ຕາງໜ້າຄະນະພັກ ອົງການປົກຄອງ ເມືອງປາກຊັນ ນຳໂດຍທ່ານ ວົງສີ ທອງສີອິນທິປັນ ຍາ ຄະນະປະຈຳພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງປາກຊັນ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຂົ້າຮ່ວມ ກອງປະຊຸມພົບປະ ແລກປ່ຽນບົດຮຽນ ລະຫວ່າງ ຄະນະຜູ້ແທນ ເມືອງປາກຊັນ, ແຂວງບໍລິຄຳໄຊ ກັບ ຄະນະຜູ້ແທນ ນະຄອນຮ່າຕິງ, ແຂວງຮ່າຕິ່ງ ສສ ຫວຽດນາມ ຊຶ່ງໃນວັນທີ 16 ກັນຍາ 2022 ຢູ່ສວນສາທາລະນາ ປະທານໂຮຈີ່ມິງ, ຄະນະຜູ້ແທນເມືອງປາກຊັນ ແລະ ຄະນະຜູ້ແທນ ນະຄອນຮ່າຕິ່ງ ໄດ້ເຂົ້າວາງກະຕ່າດອກໄມ້ ລະນຶກເຖິງຜົນງານ ຄຸນງາມຄວາມດີ ຂອງທ່ານຜູ້ນຳ, ບັນພະບູລຸດ ແລະ ນັກຮົບປະຕິ ວັດ ໂດຍການຕ້ອນຮັບຂອງທ່ານ ເຢື່ອງເຕິດຖັງ ກຳມະການປະຈຳພັກແຂວງ, ເລຂາຄະນະພັກ, ປະທານສະພາປະຊາຊົນ ນະຄອນຮ່າຕິງ ສສ ຫວຽດນາມ ພ້ອມດ້ວຍຄະນະ ຈາກນັ້ນຄະນະຜູ້ແທນ ທັງສອງຝ່າຍຍັງໄດ້ ເດີນທາງໄປທັດສະນະສຶກສາ, ແລກປ່ຽນບົດ ຮຽນ ທາງດ້ານກະສິ ກຳຂອງຄອບຄົວຕົວແບບ ທີ່ເຮັດການຜະລິດ ປູກຝັງ ແລະ ລ້ຽງສັດ ເປັນສິນຄ້າ ຊຶ່ງຜູ້ແທນທັງສອງຝ່າຍ ໄດ້ຢ້ຽມຢາມທ່ຽວຊົມເບິ່ງສວນ, ວິທີການປູກໝາກແຕງຫວານ ໃນເຮືອນຮົ່ມ ແລະ ວິທີການລ້ຽງກຸ້ງນໍ້າຈືດ ໃສ່ອ່າງແບບປະ ຖົມປະ ຖານ, ແລະ ເປັນອາຊີບ ຂອງປະຊາຊົນຫວຽດນາມ, ທີ່ເຮັດໃຫ້ຄອບຄົວ ຂອງປະຊາຊົນ ມີລາຍຮັບທີ່ເຂັ້ມແຂງ ຕໍ່ມາວັນດຽວກັນ ຜູ້ແທນທັງສອງຝ່າຍ ໄດ້ເຂົ້າຮ່ວມກອງປະຊຸມ ພົບປະແລກປ່ຽນບົດຮຽນ.

ໂອກາດນີ້, ຜູ້ແທນທັງສອງຝ່າຍ ຍັງໄດ້ແລກປ່ຽນ, ຖອນບົດຮຽນໃນບາງດ້ານ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ ໃຫ້ມີບາດກ້າວ ເຕີບໃຫຍ່ຂະຫຍາຍຕົວ ແລະ ມີຜົນສໍາເລັດໃນຕໍ່ໜ້າ ພ້ອມດຽວກັນນີ້, ຍັງໄດ້ມີພິທີ ລົງນາມເຊັນບົດບັນທຶກ ກອງ ປະ ຊຸມພົບປະ ແລະ ປ່ຽນຮ່ວມກັນ ລະຫວ່າງ ເມືອງປາກຊັນຊັນ ກັບ ນະຄອນຮ່າຕິງ ເພື່ອຮັກສາຄວາມຮັກແພງ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແຂວງບໍລິຄໍາໄຊ ແລະ ແຂວງຮ່າຕິ້ງ ກໍຄື ເມືອງປາກຊັນ-ນະຄອນຮ່າຕິ້ງ ໃຫ້ນັບມື້ໜັກແໜ້ເຂັ້ມແຂງ ແລະ ໝັ້ນຄົງທະໜົງແກ່ນ ຕະຫລອດໄປ. ໃນພິທີຍັງໄດ້ມອບໃບຍ້ອງຍໍ ຂັ້ນແຂວງສັນລະເສີນ ໃຫ້ແກ່ກົມກອງ ແລະ ບຸກຄົນທີ່ມີຜົນງານດີເດັ່ນ ໃນ ການປະກອບສ່ວນວຽກງານ, ການພົວພັນຕ່າງປະເທດ ແລະ ພ້ອມທັງມອບຂອງຂວັນທີ່ລະນຶກ, ກ່າວຄຳຂອບໃຈ ໃຫ້ຄຳອວຍພອນອັນປະເສີດ ຊຶ່ງກັນ ແລະ ກັນ.

ໂດຍ: ລັດສະໝີ



KPL

ຂ່າວອື່ນໆ

ads
ads

Top