ມອບ-ຮັບ ອາຄານໂຮງຮຽນປະຖົມສົມບູນໄຊຍະບູລີ

20/09/2022 14:13
Email Print 2856
ຂປລ ຂປລ. ສະມາຄົມ ລາວ-ໄທ ແລະ ໄທ-ລາວ ເພື່ອມິດຕະພາບ ຮ່ວມກັບອົງການ ການປົກຄອງແຂວງໄຊຍະບູລີ ໄດ້ຈັດພິທີມອບ-ຮັບ ອາຄານໂຮງຮຽນ ປະຖົມສົມບູນໄຊຍະບູລີ, ເມືອງໄຊຍະບູລີ ໃນວັນທີ 19 ກັນຍາ 2022 ​ໂດຍ​ມີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ

ຂປລ. ສະມາຄົມ ລາວ-ໄທ ແລະ ໄທ-ລາວ ເພື່ອມິດຕະພາບ ຮ່ວມກັບອົງການ ການປົກຄອງແຂວງໄຊຍະບູລີ ໄດ້ຈັດພິທີມອບ-ຮັບ ອາຄານໂຮງຮຽນ ປະຖົມສົມບູນໄຊຍະບູລີ, ເມືອງໄຊຍະບູລີ ໃນວັນທີ 19 ກັນຍາ 2022 ​ໂດຍ​ມີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ທ່ານ ວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ, ທ່ານ ຫລີ ບຸນຄໍ້າ ປະທານສະມາຄົມ ລາວ-ໄທ ເພື່ອມິດຕະພາບ, ທ່ານ ກຽດຕິຄຸນ ຊາດປະເສີດ, ປະທານສະມາຄົມ ໄທ-ລາວ ເພື່ອມິດ ຕະພາບ, ທ່ານ ສົມບັດ ເພັງພະຈັນ,ກົງສຸນໃຫຍ່ແຫ່ງ ສປປ ລາວ ປະຈຳ ຂອນແກ່ນ ຣາຊະອານາຈັກໄທ, ມີເຈົ້າເມືອງໄຊຍະບູລີ ​ແລະ ພາກສ່ວນ​ກ່ຽວ​ຂ້ອງ ເຂົ້າຮ່ວມ.

ໃຫ້ກຽດກ່າວມອບໂຮງຮຽນດັ່ງກ່າວ ໂດຍ ທ່ານ ນາງ ວະຣາທິບ ສຸພະຊະວະໂຣດ, ອັກຄະຣາຊະທູດທີ່ປຶກສາ, ສະຖານເອກອັກຄະຣາຊະທູດແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ແລະ ຕາງໜ້າຮັບ ໂດຍ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ.

ໂຮງຮຽນປະຖົມສົມບູນໄຊຍະບູລີ ແມ່ນໂຮງຮຽນມິດຕະພາບ ລາວ-ໄທ, ໄທ-ລາວ  ແຫ່ງທີ 11, ທັງເປັນສັນຍາລັກ ຂອງການສ້າງຕັ້ງ ສາຍພົວພັນການທູດ ລາວ-ໄທ ຄົບ ຮອບ 70 ປີ ​ໂດຍໄດ້ຮັບການສະໜັບສະໜູນ ງົບປະມານການກໍ່ສ້າງ ຈາກກະຊວງການຕ່າງປະເທດ ແຫ່ງຣາຊະອານາຈັກໄທ (ສະມາຄົມ ໄທ-ລາວ ເພື່ອມິດຕະພາບ) ຈຳນວນ 2 ຫລັງ 10 ຫ້ອງຮຽນ, ຫ້ອງການຄູ 1 ຫລັງ, ຫ້ອງນ້ຳ 2 ຫລັງ (10 ຫ້ອງ) ປະ ກອບເຄື່ອງ ເຟີນິເຈີຄົບຊຸດ ແລະ ປັບປຸງເດີ່ນພາຍໃນໂຮງຮຽນ ລວມມູນຄ່າທັງໝົດ 7 ລ້ານບາດ ໂດຍມອບໃຫ້ສະມາຄົມ ລາວ-ໄທ ແລະ ໄທ-ລາວ ເພື່ອມິດຕະພາບ ຮ່ວມກັນຈັດຕັ້ງປະຕິບັດ ແລະ ສ້າງສຳເລັດແຕ່ທ້າຍປີ 2020, ແຕ່ເນື່ອງຈາກ ມີສະພາບການແຜ່ລະບາດ ຂອງພະຍາດໂຄວິດ-19 ຈຶ່ງບໍ່ສາມາດຈັດພິທີ ມອບ-ຮັບ ຕາມວັນເວລາທີ່ກຳນົດໄວ້.

​ໂອກາດ​ນີ້, ທ່ານ ເຈົ້າແຂວງໄຊຍະບູລີ ໄດ້ຕາງໜ້າໃຫ້ຄູອາຈານ, ພໍ່ແມ່ປະຊາ ຊົນ ແລະ ນັກຮຽນ ສະແດງຄວາມຂອບໃຈມາຍັງ ກະຊວງການຕ່າງປະເທດ ແຫ່ງຣາຊະອານາຈັກໄທ ກໍຄື ລັດຖະບານ ແລະ ປະຊາຊົນໄທ ໂດຍສະເພາະສະມາຄົມ ໄທ-ລາວ ເພື່ອມິດຕະພາບ ທີ່ເຫັນຄວາມສໍາຄັນ ແລະ ສະໜັບສະໜູນຊ່ວຍເຫລືອ ດ້ານການສຶກສາ ຢູ່ ສປປ ລາວ ຢ່າງຈິງໃຈຕະຫລອດມາ ເຮັດໃຫ້ນັກຮຽນໄດ້ຮັບ ການສຶກສາໃນເງື່ອນໄຂທີ່ດີ, ຖືເປັນການ ປະກອບສ່ວນສຳຄັນ ເຂົ້າໃນການພັດທະນາພື້ນຖານ ໂຄງລ່າງດ້ານການສຶກສາ ຢູ່ແຂວງໄຊຍະບູລີ. ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະນຳໃຊ້, ປົກປັກຮັກສາອາຄານ ໂຮງຮຽນດັ່ງກ່າວ ໃຫ້ໝັ້ນຄົງຍາວນານ ແລະ ມີປະສິດ ທິພາບສູງສຸດ.

ການຊ່ວຍເຫລືອດັ່ງກ່າວ ຍັງເປັນການປະກອບສ່ວນເຂົ້າໃນ ການເສີມຂະຫຍາຍ ສາຍພົວພັນອັນດີງາມຂອງ ສອງປະເທດ ແລະ ປະຊາຊົນສອງຊາດ ລາວ-ໄທ ໃຫ້ນັບມື້ໄດ້ຮັບ ການພັດທະນາ ແລະ ເສີມຂະຫຍາຍ ສູ່ບາດກ້າວໃໝ່.

KPL

ຂ່າວອື່ນໆ

    • ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມສຶກສາ-ກິລາ

      ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມ

      6/6/2025 7:32:37 AM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ຈັດກອງປະຊຸມປຶກສາຫາລືກ່ຽວກັບຮ່າງຄຳແນະນຳ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສຳລັບຄູສອນຊັ້ນປະຖົມສຶກສາ ແບບເຊິ່ງໜ້າ ແລະ ແບບອອນລາຍ ເພື່ອທົບທວນຄືນ ແລະ ປັບປຸງຄຳແນະນຳດັ່ງກ່າວ ແລະ ເພື່ອຮັບປະກັນໃຫ້ການພັດທະນາ ວິຊາຊີບມີຄວາມເຂັ້ມແຂງ ເພື່ອຄູທຸກຄົນໃນທົ່ວປະເທດ

    • ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວສຶກສາ-ກິລາ

      ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວ

      5/27/2025 3:29:10 PM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ສະຖານເອກອັກຄະລັດຖະທູດອົດສະຕຣາລີ ປະ​ຈໍາ​ລາວ ຈັດ​ພິທີສະເຫລີມສະຫລອງ ການຈັດຕັ້ງປະຕິບັດແຜນງານ ປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ (ບີຄວາ) ຄົບຮອບ 10 ປີ ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ 2025 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບການສຶກສາ ແລະ ປັບປຸງການເຂົ້າເຖິງ ການສຶກສາຊັ້ນປະຖົມສຶກສາ ທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍໃນ ສປປ ລາວ ໂດຍສະເພາະ ຜູ້ທີ່ຢູ່ເຂດຫ່າງໄກສອກຫລີກ ແລະ ມີຄວາມຫຍຸ້ງຍາກ.

    • ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນສຶກສາ-ກິລາ

      ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນ

      5/13/2025 9:50:19 AM

      ຂປລ. ໃນທ້າຍອາທິດຜ່ານມານີ້, ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບ ຝ່າຍຂາຍ ແລະ ການຕະຫລາດ ບໍລິສັດ ເບຍລາວ ຈໍາກັດ ຈັດ ການແຂ່ງຂັນບານເຕະມິດຕະພາບ ໃນຮູບແບບ 4 ສາມັກຄີ ຊີງຂັນຜູ້ອຳນວຍການຝ່າຍຂາຍ ບໍລິສັດ ເບຍລາວ ຈຳກັດ ປະຈຳປີ 2025 ເພື່ອສ້າງຂະບວນການຮັດແໜ້ນຄວາມສາມັກຄີ, ທັງເປັນການສ້າງສາຍພົວພັນມິດຕະພາບລະຫວ່າງ 4 ພາກສ່ວນ ທັງພາກລັດ ແລະ ເອກະຊົນ ໃຫ້ແໜ້ນແຟ້ນ, ທັງໄດ້ແລກປ່ຽນບົດຮຽນ, ປະສົບການຕ່າງໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

    • ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IVສຶກສາ-ກິລາ

      ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV

      5/5/2025 8:04:19 PM

      ຂປລ. ງານແຂ່ງຂັນສີມືແຮງງານ ແຫ່ງຊາດ ຄັ້ງທີ 4 ພາຍໃຕ້ຄໍາຂວັນ ‘‘ສີມືແຮງງານລາວ ກ້າວສູ່ພາກພື້ນ ແລະ ສາກົນ’’ ໄດ້ສຳເລັດລົງເມື່ອບໍ່ດົນມານີ້, ທີ່ນະຄອນຫລວງວຽງຈັນ ໂດຍເຂົ້າຮ່ວມ ແລະ ມອບລາງວັນໃຫ້ຜູ້ຊະນະການແຂ່ງຂັນ ຂອງ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ນັກແຂ່ງຂັນເຂົ້າຮ່ວມ.

ads
ads

Top