ການຄຸ້ມຄອງລາ​ຄາສິນຄ້າ ໃນເງື່ອນໄຂ ເສດຖະກິດ-ການເງິນ ມີຄວາມຫຍຸ້ງຍາກ

06/09/2022 15:04
Email Print 4277
ຂປລ ຂປລ.ກະຊວງອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ໃນຫົວຂໍ້: “ການຄຸ້ມຄອງລາ​ຄາສິນຄ້າ ໃນເງື່ອນໄຂທີ່ເສດຖະກິດ-ການເງິນ ມີຄວາມຫຍຸ້ງຍາກ” ຂຶ້ນໃນວັນທີ 6 ກັນຍາ ນີ້ ທີ່ຫ້ອງປະຊຸມຂອງກະຊວງ ອຄ ໂດຍການເປັນປະທານຮ່ວມຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລົດຖະມົນຕີ

ຂປລ.ກະຊວງອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ໃນຫົວຂໍ້: ການຄຸ້ມຄອງລາ​ຄາສິນຄ້າ ໃນເງື່ອນໄຂທີ່ເສດຖະກິດ-ການເງິນ ມີຄວາມຫຍຸ້ງຍາກຂຶ້ນໃນວັນທີ 6 ກັນຍາ ນີ້ ທີ່ຫ້ອງປະຊຸມຂອງກະຊວງ ອຄ ໂດຍການເປັນປະທານຮ່ວມຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລົດຖະມົນຕີ ແລະ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຄ; ມີບັນດາຮອງລັດຖະມົນຕີ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
  ທ່ານ ມະໄລທອງ ກົມມະສິດ ໄດ້ກ່າວວ່າ: ບັນຫາລາຄາສິນຄ້າ ແລະ ຄ່າບໍລິການທີ່ມີການເພີ່ມຂຶ້ນໃນປັດຈຸບັນ ແມ່ນໄດ້ຮັບຜົນກະທົບຈາກທັງປັດໄຈພາຍໃນ ແລະ ປັດໄຈພາຍນອກ ຊຶ່ງປັດໄຈພາຍນອກເຮົາບໍ່ສາມາດຄວບຄຸມໄດ້ ແຕ່ປັດໄຈພາຍໃນ ເປັນສິ່ງທີ່ເຮົາສາມາດປະກອບສ່ວນທາງດ້ານນະໂຍ ບາຍສະເພາະ ເພື່ອຊຸກຍູ້
, ສົ່ງເສີມ ແລະ ແກ້ໄຂໄດ້ໃນລະດັບໜຶ່ງ. ໃນໄລຍະຜ່ານມາ, ກະຊວງ ອຄ ໄດ້ເຮັດສອງບົດບາດ ຫລັກ ຄື: ການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການທີ່ຂຶ້ນກັບຂະແໜງການຕົນ ແລະ ເປັນໃຈກາງ ປະສານງານວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ທີ່ຂຶ້ນກັບຂະແໜງ ການອື່ນ. ເຖິງແນວໃດກໍຕາມ, ກະຊວງ ອຄ ໄດ້ແກ້ໄຂບັນຫາລາຄາສິນຄ້າ ທີ່ເພີ່ມຂຶ້ນສູງໃນປັດຈຸບັນ ໂດຍໄດ້ຜັນຂະຫຍາຍ ດໍາລັດ 474/ນຍ (2010), ຂໍ້ຕົກລົງ 71/ນຍ (2017) ແລະ ຂໍ້ຕົກລົງ 36/ນຍ (2022) ອອກເປັນນິຕິກໍາລູກໃນການຊີ້ນໍາ ແລະ ເປັນບ່ອນອີງໃຫ້ພະແນກການ ໃນສາຍຕັ້ງຂອງຕົນຢູ່ຂັ້ນແຂວງ.
  ກອງປະຊຸມຄັ້ງນີ້
, ນອກຈາກໄດ້ຮັບຟັງບົດຄົ້ນຄວ້າ ການຄຸ້ມຄອງລາຄາສິນຄ້າໃນເງື່ອນໄຂທີ່ເສດຖະກິດ-ການເງິນ ມີຄວາມຫຍຸ້ງຍາກ ຈາກສະຖາບັນອຸດສາຫະກຳ ແລະ ການຄ້າແລ້ວ; ຜູ້ເຂົ້າຮ່ວມຍັງໄດ້ຮ່ວມກັນຕີລາຄາ ເພື່ອຖອດຖອນໄດ້ ຈຸດດີ, ຈຸດອ່ອນ ແລະ ຂໍ້ຄົງຄ້າງ ໃນວຽກງານການຄຸ້ມຄອງລາຄາສິນຄ້າໃນໄລຍະຜ່ານມາ ແລະ ຮ່ວມກັນຊອກຫາແນວທາງ, ວາງມາດຕະການໃນການແກ້ໄຂໃນຕໍ່ໜ້າ; ປຶກສາຫາລືກັນ ເພື່ອປັບປຸງກົນໄກການປະສານງານ ໃນການຈັດຕັ້ງຜັນຂະຫຍາຍບັນດານິຕິກໍາ ແລະ ເອກະສານຕ່າງໆ ທີ່ມີຮ່ວມກັນໃນການຄຸ້ມຄອງລາຄາສິນຄ້າ ໃຫ້ໄດ້ຮັບປະສິດ​ທິຜົນສູງສຸດ; ນອກນີ້, ຍັງຮ່ວມກັນປຶກສາຫາລື ແລະ ຄົ້ນຄວ້າ ສ້າງເງື່ອນໄຂສະດວກ ໃຫ້ແກ່ວຽກງານການຄຸ້ມຄອງລາຄາສິນ ຄ້າ ເພື່ອເຮັດໃຫ້ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນໜ້ອຍທີ່ສຸດ.
  ທ່ານ ມະໄລທອງ ກົມມະສິດ ກ່າວຕື່ມວ່າ: ເພື່ອສືບຕໍ່ຊີ້ນຳ-ນໍາພາ
, ຄຸ້ມຄອງຈັດຕັ້ງປະຕິບັດໜ້າທີ່ວຽກງານ ຕາມພາລະບົດບາດຂອງຂະແໜງ ອຄ ໃນຕໍ່ໜ້າໃຫ້ມີຜົນສຳເລັດ, ມີໝາກຜົນເປັນຮູບປະທຳ ແລະ ສ້າງບາດກ້າວການຫັນປ່ຽນໃໝ່ ຕ້ອງໄດ້ເອົາໃຈໃສ່ບັນຫາຕົ້ນຕໍ ທີ່ທ່ານອະດີດຮອງນາຍົກໄດ້ມີຄຳເຫັນ ຄືດັ່ງນີ້: ໃນການປະຕິບັດພາລະບົດບາດການຄຸ້ມຄອງລາຄາ, ການປົກປ້ອງຜູ້ຊົມໃຊ້ ແລະ ການສ້າງສະພາບແວດລ້ອມໃນການແຂ່ງຂັນທຸລະກິດ ຄວນຖືເປັນບັນຫາສຳຄັນ ເຮັດໃຫ້ຕໍ່ເນື່ອງ ປົກກະຕິ ແລະ ແກ້ໄຂໄດ້ບັນຫາຕົວຈິງ; ດ້ານກົນໄກການປະສານງານ ທີ່ຊ່ວຍສະໜັບສະໜູນກັນຢ່າງເປັນລະບົບ ແລະ ໄປໃນທິດທາງດຽວກັນ ລະຫວ່າງກົມຕ່າງໆ ພາຍໃນກະຊວງ ອຄ ກໍຄື ການປະສານສົມທົບລະ ຫວ່າງ ບັນດາຂະແໜງການທີ່ປິ່ນອ້ອມວຽກງານການຄຸ້ມຄອງລາຄາ; ສືບຕໍ່ບຸກທະລຸຢ່າງແຂງແຮງ ແລະ ຕໍ່ເນື່ອງ ເພື່ອແກ້ໄຂຂອດຂັ້ນລະບອບ ລະບຽບການບໍລິຫານຄຸ້ມຄອງຂອງລັດ ແລະ ສືບຕໍ່ແກ້ໄຂບັນຫາຂອດການກະຕຸກຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າພາຍໃນ ແລະ ອື່ນໆ.

KPL

ຂ່າວອື່ນໆ

    • ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າເສດຖະກິດ

      ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າ

      7/10/2025 11:27:52 AM

      ຊຳຊຸງ ອີເລັກໂທຣນິກ ໄດ້ນຳສະເໜີ Galaxy ຊຸດໃໝ່ ໃນວັນທີ 09 ກໍລະກົດ 2025 ທີ່ອອກແບບ ເພື່ອໃຫ້ຜູ້ຊົມໃຊ້ປ່ຽນວິທີການເຊື່ອມຕໍ່, ເຮັດວຽກ ແລະ ເບິ່ງແຍງສຸຂະພາບ ໃຫ້ດີຍິ່ງຂຶ້ນ.

    • ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ Vເສດຖະກິດ

      ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ V

      7/9/2025 3:44:20 PM

      ຂປລ. ກອງປະຊຸມໃຫຍ່ຜູ້ແທນ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ຄັ້ງທີ V ຈັດຂຶ້ນ ໃນວັນທີ 8 ກໍລະກົດ 2025 ໂດຍການເປັນປະທານຂອງ ສະຫາຍ ຄໍາແສນ ສີສະວົງ ປະທານສະມາ ຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ (ສທໜຊ)

    • ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນເສດຖະກິດ

      ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນ

      7/8/2025 12:16:42 PM

      ຂປລ. ພິທີພົບປະລະຫວ່າງ ນັກທຸລະກິດ ລາວ-ຈີນ ໄດ້ຈັດຂຶ້ນ ໃນວັນທີ 3 ກໍລະກົດ 2025 ຜ່ານມານີ້, ຢູ່ນະຄອນຫລວງວຽງຈັນ ໃນໂອກາດງານວາງສະແດງສິນຄ້າ ອຸດສາຫະກໍາ ແລະ ການຮ່ວມມືດ້ານການຄ້າລາວ-ຈີນ ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • 6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%ເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%

      6/24/2025 9:29:45 AM

      ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

ads
ads

Top