ການຂົນສົ່ງທາງອາກາດຈີນ ກັບຄືນສູ່ສະພາບປົກກະຕິ

19/08/2022 17:12
Email Print 514
ຂປລ ທ່ານ ​ລຽນ​ນານ, ຫົວໜ້າ​ກົມ ​ຂົນ​ສົ່ງ ພາຍ​ໃຕ້​ ການ​ຄຸ້ມ​ຄອງ​ ການ​ບິນ​ ພົນລະ​ເຮືອນ ​ຂອງ​ຈີນ​ ​ເປີດ​ເຜີຍ​ວ່າ: ການ​ຂົນ​ສົ່ງ ​ທາງ​ອາກາດ ​ຂອງ​ຈີນ​ ກັບ​ຄືນ​ສູ່ ​ສະພາບ​ ປົກກະຕິ ໃນ​ໄລຍະ6​ ເດືອນ ຂອງປີນີ້.

ຂປລ.ຕາມ​ຂ່າວ​ຈາກ​ ຊິນ​ຮວາ,ວັນ​ທີ19 ​ສິງຫາ​ນີ້, ທ່ານ ​ລຽນ​ນານ, ຫົວໜ້າ​ກົມ ​ຂົນ​ສົ່ງພາຍ​ໃຕ້​ ການ​ຄຸ້ມ​ຄອງ​ ການ​ບິນ​ ພົນລະ​ເຮືອນ ​ຂອງ​ຈີນ​ ​ເປີດ​ເຜີຍ​ວ່າ: ການ​ຂົນ​ສົ່ງ ​ທາງ​ອາກາດ ​ຂອງ​ຈີນ​ ກັບ​ຄືນ​ສູ່ ​ສະພາບ​ ປົກກະຕິ ໃນ​ໄລຍະ6​ ເດືອນ ຂອງປີນີ້.ອຸດສາຫະກຳ ການບິນ ພົນລະເຮືອນ ຂົນ​ສົ່ງສິນຄ້າ ແລະ ໄປສະນີສະ​ເພາະ ​ເດືອນ​ກໍ​ລະ​ກົດ​ ຜ່ານ​ມາ​ ມີ​ນ້ຳໜັກ ທັງ​ໝົດ 539.000 ໂຕນ ເພີ່ມ​ຂຶ້ນ 28.3% ເມື່ອ​ທຽບ​ໃສ່​ ກັບ​ສະ​ຖິ​ຕິ​ ເດືອນ​ເມ​ສາ​ ທີ່​ຜ່ານ​ມາ 163.000 ຖ້ຽວ​ບິນ, ໃນ​ນັ້ນ 117.000 ຖ້ຽວ​ບິນ​ສາ​ກົນ./. (ພາກ​ຂ່າວ: ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

KPL

ຂ່າວອື່ນໆ

ads
ads

Top