ວຽງຈັນເຊັນເຕີ ເຊັນສັນຍາຮ່ວມທຸລະກິດກັບ 8 ບໍລິສັດ

19/08/2022 15:41
Email Print 789
ຂປລ ຂປລ. ໃນວັນທີ 18 ສິງຫາ 2022 ນີ້, ສູນການຄ້າວຽງຈັນເຊັນເຕີ ໄດ້ເຊັນສັນ ຍາຮ່ວມທຸລະກິດ ກັບ 8 ບໍລິສັດ ປະກອບ​ມີ​ສິນຄ້າ​ຍີ້​ຫໍ້ດັງ 9 ຍີ້ຫໍ້ ເພື່ອເຂົ້າມາດໍາເນີນທຸລະກິດ ຢູ່ສູນການຄ້າວຽງຈັນເຊັນເຕີ ​ໂດຍ​ການ​ຮ່ວມ​ລົງ​ນາມ​ຂອງ ທ່ານ ເພິງເຖິງ (PengTeng) ຄະນະບໍລິຫານຝ່າຍປະຕິບັດ ການສູນການຄ້າວຽງຈັນເຊັນເຕີ ແລະ ຕຶກສຳນັກງານ ​ແລະ ຜູ້ຕາງໜ້າຈາກ 8 ບໍລິສັດ.

ຂປລ. ໃນວັນທີ 18 ສິງຫາ 2022 ນີ້, ສູນການຄ້າວຽງຈັນເຊັນເຕີ ໄດ້ເຊັນສັນ ຍາຮ່ວມທຸລະກິດ ກັບ 8 ບໍລິສັດ ປະກອບ​ມີ​ສິນຄ້າ​ຍີ້​ຫໍ້ດັງ 9 ຍີ້ຫໍ້ ເພື່ອເຂົ້າມາດໍາເນີນທຸລະກິດ ຢູ່ສູນການຄ້າວຽງຈັນເຊັນເຕີ ​ໂດຍ​ການ​ຮ່ວມ​ລົງ​ນາມ​ຂອງ ທ່ານ ເພິງເຖິງ (PengTeng) ຄະນະບໍລິຫານຝ່າຍປະຕິບັດ ການສູນການຄ້າວຽງຈັນເຊັນເຕີ ແລະ ຕຶກສຳນັກງານ ​ແລະ ຜູ້ຕາງໜ້າຈາກ 8 ບໍລິສັດ.

ພາກສ່ວນ​ທີ່ຮ່ວມເຊັນສັນຍາ ໃນຄັ້ງນີ້ປະກອບມີ: ຮ້ານອາຫານ Osaka Fusion Buffet ຈະເປີດສາຂາໃໝ່ ຢູ່ວຽງຈັນເຊັນເຕີ ຊັ້ນ 1; ບໍລິສັດໂຊກທະວີ ການຄ້າຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ຈະເປີດສາຂາໃໝ່ ທີ່ສູນການຄ້າ ວຽງຈັນເຊັນເຕີຊັ້ນ 1; ບໍລິສັດ ເດລີເວີຣີ ຮີໂຣ ລາວຈໍາກັດຜູ້ດຽວ (Food Panda) ເປັນ app/platform ການສັ່ງຊື້-ຈັດສົ່ງອາຫານ ແລະ ເຄື່ອງກິນ, ເຄື່ອງໃຊ້ ຊັ້ນນຳໃນເຂດອາຊີ; ສູນສຶກສາ B-You Chinese Education Consulting Center ເປັນສູນການສຶກສາ ທີ່ເນັ້ນໃຫ້ບໍລິການ ສອນພາສາຈີນເປັນຫລັກ ຈະເປີດສາຂາໃໝ່ ທີ່ວຽງຈັນເຊັນເຕີຊັ້ນ 2; ບໍລິສັດຕົວແທນຈໍາໜ່າຍ Calvin Klein ເປັນກະເປົາແຟຊັນ ສັນຊາດອາເມລິກາ  ຊື່ຫຍໍ້ທີ່ມັກຮ້ອງກັນວ່າ CK ຈະມາເປີດຈຳໜ່າຍ ຢູ່ສູນການຄ້າວຽງຈັນເຊັນເຕີ ຊັ້ນ 2; ບໍລິສັດ pop & ploy shop ເປັນຕົວແທນຈໍາໜ່າຍ ​ເສື້ອ​ຜ້າ ຍີ້ຫໍ້ JASPAL ແລະ LYN AROUND ເຂົ້າມາຈໍາໜ່າຍໃນປະເທດລາວ ທີ່ສູນການຄ້າວຽງຈັນເຊັນເຕີ ຊັ້ນ 2; ບໍລິສັດຕົວແທນຈໍາໜ່າຍ Suit 21stເປັນເສື້ອຜ້າສູດ ທີ່ຜະລິດ ແລະ ອອກແບບໂດຍຄົນລາວ ນຳມາຈຳໜ່າຍທີ່ ສູນການຄ້າວຽງຈັນເຊັນເຕີ ຊັ້ນ 2 ແລະ ບໍລິສັດຕົວແທນຈໍາໜ່າຍ KATE SPADE ເປັນກະເປົາສັນຊາດອາເມລິກາ ເຊິ່ງນຳມາຈຳໜ່າຍແລ້ວທີ່ສູນການຄ້າ ວຽງຈັນເຊັນເຕີ ຊັ້ນ 1.

ການເຊັນສັນຍາຮ່ວມທຸລະກິດ ໃນຄັ້ງນີ້, ແມ່ນເປັນຄັ້ງທີ 2 ເຊິ່ງໃນຕົ້ນປີ 2022 ສູນການຄ້າວຽງຈັນເຊັນເຕີ ໄດ້ເຊັນສັນຍາຮ່ວມທຸລະກິດກັບ 7 ບໍລິສັດ ລວມມື​ສິນຄ້າ​ຍີ້​ຫໍ້​ດັງ 15 ຍີ້ຫໍ້. ນອກຈາກນີ້, ສູນການຄ້າວຽງຈັນເຊັນເຕີ ຍັງໄດ້ດຳເນີນທຸລະກິດ ສູນອາຫານຮູບແບບໃໝ່ ໃນຊື່ ວຽງຈັນ FOODCENTER ຢູ່ທີ່ຊັ້ນ 3 ພ້ອມໃຫ້ບໍລິການດ້ວຍອາຫານ ຫລາກຫລາຍປະເພດ ມີທັງອາຫານລາວ ແລະ ອາຫານນາໆຊາດ ພ້ອມດ້ວຍກິດຈະກຳ ອີ່ມຕະຫລອດທຸກເດືອນ ໂດຍມີຄໍາ​ຂວັນທີ່ວ່າ: “ມາວຽງຈັນເຊັນເຕີອີ່ມແນ່ນອນ”.

ຂ່າວ-ພາບ: ທະນູ​ທອງ

KPL

ຂ່າວອື່ນໆ

ads
ads

Top