ສຶກສາຄວາມເປັນໄປໄດ້ ໂຄງການພັດທະນາ ລະບົບຖານຂໍ້ມູນ ສຳລັບວຽກງານສື່ມວນຊົນ

19/08/2022 15:38
Email Print 612
ຂປລ ຂປລ. ພິທີເຊັນບົດບັນທຶກ ຄວາມເຂົ້າໃຈ ລະຫວ່າງ ກະຊວງຖະ​ແຫລ​ງຂ່າວ, ວັດທະນະ​ນທຳ ​ແລະ ທ່ອງ​ທ່ຽວ (ຖວທ) ແລະ ບໍລິສັດ ແອວ ຈີ ເອ ເອັສ ທີ່ປຶກສາດ້ານການຄ້າ ແລະ ການລົງທຶນ ກ່ຽວກັບການສຶກສາ ຄວາມເປັນໄປໄດ້ ໂຄງການພັດທະນາລະບົບຖານຂໍ້ມູນ ສຳລັບການບໍລິການ ວຽກງານສື່ມວນຊົນ

ຂປລ. ພິທີເຊັນບົດບັນທຶກ ຄວາມເຂົ້າໃຈ ລະຫວ່າງ ກະຊວງຖະ​ແຫລ​ງຂ່າວ, ວັດທະນະ​ນທຳ ​ແລະ ທ່ອງ​ທ່ຽວ (ຖວທ) ແລະ ບໍລິສັດ ແອວ ຈີ ເອ ເອັສ ທີ່ປຶກສາດ້ານການຄ້າ ແລະ ການລົງທຶນ ກ່ຽວກັບການສຶກສາ ຄວາມເປັນໄປໄດ້ ໂຄງການພັດທະນາ ລະບົບຖານຂໍ້ມູນ ສຳລັບການບໍລິການ ວຽກງານສື່ມວນຊົນ ຈັດຂຶ້ນໃນວັນທີ 18ສິງຫາ ຜ່ານມາ ​ໂດຍ​ການ​ຮ່ວມ​ລົງ​ນາມ ລະຫວ່າງ ທ່ານ ສົມສະຫວາດ ພົງສາ  ຫົວໜ້າກົມສື່ມວນຊົນ ກະຊວງ ຖວທ ແລະ ທ່ານ ຊິນນະກອນ ພົມມະສິດ ປະທານ ບໍລິສັດ ແອວ ຈີ ເອ ເອັສ ທີ່ປຶກສາດ້ານການຄ້າ ແລະ ການລົງທຶນ ​ໂດ​ຍມີ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີຫົວໜ້າກົມ, ຮອງກົມ ແລະ ພາກສ່ວນ​ກ່ຽວຂ້ອງ ສອງຝ່າຍເຂົ້າຮ່ວມ.

ໂຄງການດັ່ງກ່າວ, ຈະໃຊ້ເວລາໃນການສຶກສາພາຍໃນ 12 ​ເດືອນ ​ເຊິ່ງຈະລົງເລິກສຶກສາໂຄງການ ພັດທະນາລະບົບຖານຂໍ້ມູນ ສຳລັບການບໍລິການ ວຽກງານສື່ມວນຊົນ, ທາງບໍລິສັດ ແອວ ຈີ ເອ ເອັສ ທີ່ປຶກສາດ້ານການຄ້າ ແລະ ການລົງທຶນ ແມ່ນຈະນຳເອົາປະ ສົບການ, ວິຊາການ-ເຕັກນິກ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາພັດທະນາລະບົບ ຖານຂໍ້ມູນໃຫ້ເປັນລະບົບ ໄດ້ມາດຕະຖານ, ມີຄວາມປອດໄພ ແລະ ຍືນຍົງ ​ໂດຍບໍລິສັດ ແອວ ຈີ ເອ ເອັສ ທີ່ປຶກສາດ້ານການຄ້າ ແລະ ການລົງທຶນ ຈະນຳໃຊ້ອຸປະກອນ ແລະ ເຕັກໂນໂລຊີທີ່ທັນສະໄໝ ຈາກບໍລິສັດຊັ້ນນຳ ມາ​ນໍາ​ໃຊ້ໃນການສຶກສາໂຄງການນີ້.

ວຽກງານພັດທະນາລະບົບຖານຂໍ້ມູນ ສໍາລັບການບໍລິການ ວຽກງານສື່ມວນຊົນ ໃນຂອບເຂດທົ່ວປະເທດ ແມ່ນໂຄງການໜຶ່ງ ທີ່ນອນຢູ່ໃນເປົ້າໝາຍ ຂອງກະຊວງ ຖວທ ເພື່ອເພີ່ມຄວາມສາມາດ ການຄຸ້ມຄອງວຽກງານ ສື່ມວນຊົນ ໃຫ້ມີຄວາມໂປ່ງໃສ, ທັນສະໄໝ, ວ່ອງໄວ ແລະ ມີຄວາມຍືນຍົງ, ເພີ່ມຄວາມສະດວກ ໃຫຜູ້ປະກອບການ ໃນລະບົບປະຕູດຽວທີ່ສະດວກສະບາຍ ແລະ ເພີ່ມຊ່ອງທາງຂຸດຄົົ້ນ ການເກັບລາຍຮັບໃໝ່ ຂອງຂະແໜງສື່ມວນຊົນ.

ຂ່າວ: ສຸກສະຫວັດ

ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

ads
ads

Top