ຂປລ
ຂປລ. ຕາມຂໍ້ມູນຂອງສູນຂໍ້ມູນ ຂ່າວສານທາງການຄ້າ ຂອງ ສປປ ລາວ ໃຫ້ຮູ້ວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ 7 ປີ 2022 ບັນລຸປະມານ 968 ລ້ານໂດລາສະຫະລັດ (ຍັງບໍ່ກວມເອົາມູນຄ່າ ການນຳເຂົ້າ ແລະ ສົ່ງອອກໄຟຟ້າ). ໃນນັ້ນ, ມູນຄ່າການສົ່ງອອກ ປະມານ 427 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າປະມານ 541 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າ ປະມານ 114 ລ້ານໂດລາສະຫາລັດ.

ສຳລັບ ສິນຄ້າສົ່ງອອກທັງໝົດ ສະເລ່ຍ 427 ລ້ານໂດລາສະຫະລັດ, ໃນນັ້ນສິນຄ້າສົ່ງອອກຫລັກ 10 ອັນດັບ ທີ່ມີມູນຄ່າສູງ ປະກອບມີ: ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ ມີມູນຄ່າປະມານ 54 ລ້ານໂດລາສະຫະລັດ, ຄຳປະສົມ, ຄຳແທ່ງ ປະມານ 44 ລ້ານໂດລາສະຫະລັດ, ເຫຍື່ອໄມ້ ແລະ ເສດເຈ້ຍ 34 ລ້ານໂດລາສະຫະລັດ, ແຮ່ທອງ 34 ລ້ານໂດລາສະຫະລັດ, ຢາງພາລາ 29 ລ້ານໂດລາສະຫະລັດ, ແຮ່ເຫລັກ 23 ລ້ານໂດລາສະຫະລັດ, ເຄື່ອງນຸ່ງຫົ່ມ 22 ລ້ານໂດລາສະຫະລັດ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ) 19 ລ້ານໂດລາສະຫະລັດ, ນໍ້າຕານ 17 ລ້ານໂດລາສະຫະລັດ ແລະ ເກີບ 13 ລ້ານໂດລາສະຫະລັດ. ສ່ວນສິນຄ້ານຳເຂົ້າຫລັກ 10 ອັນດັບ ທີ່ມີມູນຄ່າສູງ ປະກອບມີ: ນ້ຳມັນກາຊວນ ມີມູນຄ່າ 79 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) 56 ລ້ານໂດລາສະຫະລັດ, ເຫຍື່ອໄມ້ ແລະ ເສດເຈ້ຍ 35 ລ້ານໂດລາສະຫະລັດ, ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ) 34 ລ້ານໂດລາສະຫະລັດ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ) 22 ລ້ານໂດລາສະຫະລັດ, ນ້ຳມັນແອັດຊັງ, ແອັດຊັງພິເສດ 22 ລ້ານໂດລາສະຫະລັດ, ເຫລັກ ແລະ ເຄື່ອງທີ່ເຮັດດ້ວຍເຫລັກ, ເຫລັກກ້າ 21 ລ້ານໂດລາສະຫະລັດ, ສັດທີ່ມີຊີວິດ 18 ລ້ານໂດລາສະຫະລັດ, ສາຍໄຟຟ້າ, ເຄເບີ້ນ 18 ລ້ານໂດລາສະຫະລັດ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍ ພລາສະຕິກ 14 ລ້ານໂດລາສະຫະ ລັດ.
ສຳລັບສິນຄ້າທີ່ ສປປ ລາວ ສົ່ງອອກຫລັກ 5 ອັນດັບ ແມ່ນ ສປ ຈີນ ມູນຄ່າປະມານ 162 ລ້ານໂດລາສະຫະລັດ, ຫວຽດນາມ 105 ລ້ານໂດລາສະຫະລັດ, ໄທ 47 ລ້ານໂດລາສະຫະລັດ, ອົດສະຕາລີ 30 ລ້ານໂດລາສະຫະລັດ ແລະ ສິງກະໂປ 13 ລ້ານໂດລາສະຫະລັດ ແລະ ນໍາເຂົ້າສິນຄ້າຫລັກ ແມ່ນ ໄທ ມີມູນຄ່າປະມານ 264 ລ້ານໂດລາສະຫະລັດ, ສປ ຈີນ 142 ລ້ານໂດລາສະຫະລັດ, ຫວຽດນາມ 34 ລ້ານໂດລາສະ ຫະລັດ, ອາເມລິກາ 31 ລ້ານໂດລາສະຫະລັດ ແລະ ຍີ່ປຸ່ນ 13 ລ້ານໂດລາສະຫະລັດ.
KPL