ຂປລ
ຂປລ ໃນວັນທີ 18 ສິງຫາ 2022 ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະ ກຳ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມ ຂ່ຳນັບຂອງ ທ່ານ ຢາຊູຊິ ຄິຄຸຈິ (Yasushi KI KUCHI) ຫົວໜ້າອົງການ ສົ່ງເສີມການຄ້າຍີ່ປຸ່ນ ປະຈຳ ສປປ ລາວ
ຂປລ ໃນວັນທີ 18 ສິງຫາ 2022 ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະ ກຳ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມ ຂ່ຳນັບຂອງ ທ່ານ ຢາຊູຊິ ຄິຄຸຈິ (Yasushi KI KUCHI) ຫົວໜ້າອົງການ ສົ່ງເສີມການຄ້າຍີ່ປຸ່ນ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ໄດ້ຮັບ ການແຕ່ງຕັ້ງໃຫ້ ດຳລົງຕຳແໜ່ງ ລັດຖະມົນຕີ ອຄ ຄົນໃໝ່ ເພື່ອປຶກສາຫາລືກ່ຽວກັບ ການສົ່ງເສີມການຄ້າ ແລະ ການລົງທຶນ ລະຫວ່າງ ສປປ ລາວ ແລະ ຢີ່ປຸ່ນ.
ທ່ານ ມະໄລທອງ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ຢາຊູຊິ ຄິຄຸຈິ ທີ່ໄດ້ນຳພາຄະນະ ເດີນທາງເຂົ້າພົບປະຄັ້ງນີ້, ພ້ອມສະແດງຄວາມຂອບໃຈທີ່ອົງການ ສົ່ງເສີມການຄ້າຍີ່ປຸ່ນ ປະຈຳລາວ ທີ່ໃຫ້ການສະໜັບສະໜູນ ແລະ ສົ່ງເສີມການຄ້າຂອງລາວ, ທັງຊຸກຍູ້ ການລົງທຶນ ລະຫວ່າງສອງປະເທດ ໂດຍສະເພາະ ນັກລົງທຶນຍີ່ປຸ່ນມາລົງທຶນ ໃນ ສປປ ລາວ ທີ່ເພີ່ມຂຶ້ນໃນແຕ່ລະປີ; ຊົມເຊີຍທຸກໆ ການເຄື່ອນໄຫວ ຂອງອົງການ ສົ່ງເສີມການຄ້າຍີ່ປຸ່ນ ປະຈຳລາວ ທີ່ໄດ້ພັດທະນາ ແລະ ສະໜັບສະໜູນ ອຸດສາຫະກຳຂອງລາວ ເຮັດໃຫ້ຜະລິດຕະພັນ ຂອງລາວ ມີຄຸນນະພາບ ເພື່ອສົ່ງອອກສູ່ຕະ ຫລາດສາກົນ.
ໃນໂອກາດນີ້, ທ່ານ ຢາຊູຊິ ຄິຄຸຈິ ກໍໄດ້ສະແດງຄວາມຊົມເຊີຍ ຕໍ່ທ່ານ ມະໄລທອງ ກົມມະສິດ ທີ່ໄດ້ຮັບການດຳລົງຕຳແໜ່ງເປັນ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າຄົນໃໝ່ ແລະ ຢືນ ຢັນວ່າ ຈະສືບຕໍ່ໃຫ້ການຮ່ວມມື ສະໜັບສະໜູນ ໃນວຽກງານການຄ້າ, ການສົ່ງເສີມ ແລະ ສ້າງຄວາມເຂັ້ມ ແຂງວຽກງານການພັດທະນາ SME ແລະ Start up ໃນ ສປປ ລາວ ແລະ ອື່ນໆ.
ຂ່າວ: ກິດຕາ
KPL