ອົດສະຕຣາລີ-ໄທ ຮ່ວມມືກັນ ປາບປາມອາຊະຍາກຳຂ້າມຊາດ

20/08/2026 18:09
ຂປລ ທ່ານແອນໂທນີ ແອລບານີສ (Anthony Albanese) ນາຍົກ ລັດຖະມົນຕີ ອົດສະຕຣາລີ ແລະ ທ່ານ ອະນຸທິນ ຊາວກຸລ (Anutin Charnvirakul) ນາຍົກ ລັດຖະມົນຕີ ໄທ ໃນລະຫວ່າງ ເດີນທາງ ຢ້ຽມຢາມ ອົດສະຕຣາລີ ຢ່າງເປັນທາງການ

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 19 ສິງຫາ, ທ່ານແອນໂທນີ ແອລບານີສ (Anthony Albanese) ນາຍົກ ລັດຖະມົນຕີ ອົດສະຕຣາລີ ແລະ ທ່ານ ອະນຸທິນ ຊາວກຸລ (Anutin Charnvirakul) ນາຍົກ ລັດຖະມົນຕີ ໄທ ໃນລະຫວ່າງ ເດີນທາງ ຢ້ຽມຢາມ ອົດສະຕຣາລີ ຢ່າງເປັນທາງການ ໄດ້ຮ່ວມກັນ ຖະແຫລງວ່າ ອົດສະຕຣາລີ ແລະ ໄທ ເຫັນດີ ທີ່ ຈະຍົກລະດັບ ການຮ່ວມມື ເພື່ອປາບປາມ ສູນສໍ້ໂກງ ທາງອອນລາຍ ແລະ ເຄືອຂ່າຍອາຊະຍາກຳຂ້າມຊາດ.

ຜູ້ນຳທັງສອງ ໄດ້ສະແດງ ຄວາມກັງວົນ ກ່ຽວກັບ ຄວາມສັບສົນ ທີ່ເພີ່ມຂຶ້ນ ແລະ ການຂະຫຍາຍຕົວ ຂອງການສໍ້ໂກງ ທາງອອນລາຍພ້ອມທັງ ເຫັນດີ ທີ່ ຈະເສີມສ້າງ ການປະສານງານ ລະຫວ່າງ ໜ່ວຍງານ ບັງຄັບໃຊ້ກົດໝາຍ, ພາສີ, ກວດຄົນ ເຂົ້າເມືອງ ແລະ ຂ່າວລັບ ທາງການເງິນ ຂອງ ທັງສອງຝ່າຍ ເພື່ອສະກັດກັ້ນ ເຄືອຂ່າຍ ອາຊະຍາກຳ, ການໝູນວຽນເງິນ ແລະ ຕ່ອງໂສ້ການເຄື່ອນໄຫວ ທີ່ເອື້ອອຳນວຍ ຕໍ່ການສໍ້ໂກງ ທາງໄຊເບີ, ລວມທັງ ການລັກລອບ ຄ້າສິນຄ້າ ຜິດກົດໝາຍ ເຊັ່ນ: ຢາເສບຕິດ ແລະ ຢາສູບຜິດກົດໝາຍ./

KPL

ຂ່າວອື່ນໆ

ads
ads

Top