ນັກທ່ອງທ່ຽວຫລັ່ງໄຫລສູ່ເມືອງມໍລະດົກໂລກ

27/07/2022 12:52
Email Print 9525
ຂປລ ນັກທ່ອງທ່ຽວຫລັ່ງໄຫລຂ້າມຂົວມິດຕະພາບລາວ-ໄທ ແລະ ຜ່ານຊ່ອງທາງຕ່າງໆ ຕາມເຂດຊາຍປະເທດ ເພື່ອນບ້ານໄກ້ຄຽງ ເພີ່ມຂຶ້ນຢ່າງໜາແໜ້ນ ໂດຍນັກທ່ອງທ່ຽວສ່ວນໃຫຍ່ ຈະໃຊ້ຊ່ອງທາງຂີ່ລົດໄຟ ລາວ-ຈີນ ເພື່ອເດີນທາງ ໄປພາກເໜືອຂອງ ສປປ ລາວ ເຊິ່ງສອດຄ່ອງ ກັບຂໍ້ມູນຂອງຜູ້ໃຫ້ບໍລິການ ລົດຕູ້ສໍາລັບນັກທ່ອງທ່ຽວ ຢູ່ຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃຫ້ວ່າປັດຈຸບັນ ມີນັກທ່ອງທ່ຽວ ເດີນທາງ ເຂົ້າມາລາວເພີ່ມ 40%-50% ພາຍຫລັງລັດຖະບານ ໄດ້ເປີດປະເທດ ແລະ ມີມາດຕະການ ຜ່ອນ ຜັນຫລາຍອັນ.





ນັກທ່ອງທ່ຽວຫລັ່ງໄຫລຂ້າມຂົວມິດຕະພາບລາວ-ໄທ ແລະ ຜ່ານຊ່ອງທາງຕ່າງໆ ຕາມເຂດຊາຍປະເທດ ເພື່ອນບ້ານໃກ້ຄຽງ ເພີ່ມຂຶ້ນຢ່າງໜາແໜ້ນ ໂດຍນັກທ່ອງທ່ຽວສ່ວນໃຫຍ່ ຈະໃຊ້ຊ່ອງທາງຂີ່ລົດໄຟ ລາວ-ຈີນ ເພື່ອເດີນທາງ ໄປພາກເໜືອຂອງ ສປປ ລາວ ເຊິ່ງສອດຄ່ອງ ກັບຂໍ້ມູນຂອງຜູ້ໃຫ້ບໍລິການ ລົດຕູ້ສໍາລັບນັກທ່ອງທ່ຽວ ຢູ່ຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃຫ້ຮູ້ວ່າປັດຈຸບັນ ມີນັກທ່ອງທ່ຽວ ເດີນທາງເຂົ້າມາລາວ ເພີ່ມ 40%-50% ພາຍຫລັງລັດຖະບານ ໄດ້ເປີດປະເທດ ແລະ ມີມາດຕະການ ຜ່ອນ ຜັນຫລາຍອັນ.

ບັນຍາກາດການທ່ອງທ່ຽວຄຶກຄັກກັບມາຄືນໃໝ່ໃນບ້ານເຮົາເທົ່ານັ້ນ ແຕ່ສະພາບລວມ ໃນຂົງອາຊຽນ ແລະ ພາກພື້ນສາກົນ ກໍສົ່ງສັນຍານ ໄປໃນທິດທາງດີຂຶ້ນເປັນກ້າວໆ ເຊິ່ງພວມກາຍເປັນ ຫົວຈັກຂັບເຄື່ອນ ການພັດທະນາ ເສດຖະ ກິດ-ສັງຄົມ, ສ້າງວຽກເຮັດງານທໍາ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນອີກດ້ວຍ.

ດັ່ງທີ່ຮູ້ແລ້ວວ່າ, ອຸດສາຫະກໍາທ່ອງທ່ຽວແມ່ນວຽກງານບຸລິມະສິດ ສໍາຄັນໜຶ່ງຂອງພັກ-ລັດຖະບານ ໃນການປະກອບສ່ວນ ເຂົ້າໃນການພັດທະນາ, ສ້າງສາປະເທດຊາດ ແລະ ແກ້ໄຂຄວາມທຸກ ຂອງປະຊາຊົນລາວ ບັນດາເຜົ່າ, ຍິ່ງກວ່ານັ້ນ ເປັນຂະແໜງການ ສໍາຄັນອັນ ດັບທີ 2 ຂອງປະເທດ ທີ່ນໍາຜົນປະໂຫຍດ ແລະ ລາຍໄດ້ອັນມະຫາສານ ເຂົ້າປະເທດ ຕາມການລາຍງານ ຂອງກອງປະຊຸມ ລັດຖະບານ ແລະ ກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວຢືນຢັນວ່າ ລາວ ມີລາຍຮັບ ຈາກການທ່ອງທ່ຽວ ລະຫວ່າງປີ 2018-2019 ໂດຍສະເລ່ຍປະມານ 600-700 ລ້ານໂດລາສະຫະລັດ ກັບຈໍານວນນັກທ່ອງທ່ຽວ ເກືອບ 4 ລ້ານຄົນ ເຊິ່ງໄລຍະນັ້ນ ເປັນປີທີ່ ສປປ ລາວ ແລະ ສປ ຈີນ ໄດ້ເປີດປີທ່ອງທ່ຽວ ຮ່ວມກັນໂດຍມີ ນັກທ່ອງທ່ຽວ ຊາວຈີນ ເຂົ້າມາຢ້ຽມຢາມ ສປປ ລາວ ເກືອບ 1 ລ້ານຄົນ. ແຕ່ພໍເມື່ອມີການ ແພ່ລະບາດ ພະຍາດໂຄວິດ ເຂົ້າມາໃນທ້າຍປີ 2019 ແລະ ແກ່ຍາວມາເກືອບ 3 ປີ ເຊິ່ງຕະຫລອດໄລຍະ ເວລາປິດການສັນຈອນ ຂອງນັກທ່ອງທ່ຽວ ແລະ ຢຸດການໄປມາຫາ ສູ່ກັນຊົ່ວ ຄາວນັ້ນເຮັດ ໃຫ້ລະບົບເສດຖະກິດ ໂດຍລວມຫງຽບ ເຫງົາ ໃນນັ້ນບາງໂຮງແຮມ ກໍປິດໃຫ້ບໍລິການ ແບບຖາວອນ, ບາງໂຮງແຮມກໍປິດຊົ່ວຄາວ ແລະ ຫົວໜ່ວຍທຸລະກິດ ບໍລິການນັກທ່ອງທ່ຽວ ກະທົບທັງໝົດ ປັດຈຸບັນພາຍຫລັງ ລັດຖະບານເປີດປະເທດ ແລະ ມີນະໂຍບາຍຜ່ອນຜັນ ເຮັດໃຫ້ນັກທ່ອງທ່ຽວ ເລີ່ມຫລັງໄຫລ ໄປທ່ອງທ່ຽວຫລາຍຂຶ້ນ ໂດຍສະເພາະນັກທ່ອງທ່ຽວ ທີ່ເຂົ້າມາ ລາວ ເກືອບ 90% ແມ່ນນັກທ່ອງທ່ຽວຊາວໄທ.





ທ່ານ ຄໍາຫລ້າ ຜູ້ໃຫ້ບໍລິການລົດຕູ້ຢູ່ຈຸດຂົວມິດຕະພາບ ລາວ-ໄທແຫ່ງທີ 1ຂ້ອຍຄືກັບຕາຍແລ້ວ ເກີດໃໝ່ກໍວ່າໄດ້, ຕະຫລອດໄລຍະເກືອບ 3 ປີ ຂ້ອຍບໍ່ໄດ້ແລ່ນລົດຕູ້ ພາຍຫລັງພະຍາດ ໂຄວິດລະບາດ ແລະ ລົດກໍຈອດໄວ້ ຈົນເກືອບເຂົ້າຂີ້ໝ້ຽງ ໃນໄລຍະ ທີ່ ບໍ່ແລ່ນ ລົດບໍລິການນັກທ່ອງທ່ຽວນັ້ນ ບາງເວລາກໍຂັບລົດ ໄປໄຮ່ໄປນາເຮັດການຜະລິດ ລໍຖ້າເພີ່ນເປີດປະເທດມາຮອດມື້ນີ້ ຮູ້ສຶກວ່າຊໍາຕາຍເກີດໃໝ່ ເມື່ອລັດຖະບານເປີດປະເທດ ແລະ ຕົນເອງ ກໍໄດ້ມາຈອດຢູ່ຄີວນີ້ຄືເກົ່າ ແຕ່ລະມື້ເຫັນວ່າມີ ນັກທ່ອງທ່ຽວ ຫລັ່ງໄຫລ ເຂົ້າ ສປປ ລາວ ຜ່ານຈຸດຂົວມິດຕະພາບລາວ-ໄທແຫ່ງທີ 1 ນີ້ເພີ່ມຂຶ້ນຈໍານວນສະເລ່ຍບໍ່ຕໍ່າກວ່າ 40%-50% ແຕ່ສ່ວນໃຫຍ່ແມ່ນນັກທ່ອງທ່ຽວໄທ ຈະໃຫ້ໄປສົ່ງ ຢູ່ສະຖານີລົດໄຟ ລາວ-ຈີນ ເພື່ອຂຶ້ນໄປທາງ ພາກເໜືອລາວ ໂດຍ ສະເພາະເມືອງ ມໍລະດົກໂລກ ຫລວງພະ ບາງ ແລະ ວັງວຽງ.

ຂ້າພະເຈົ້າໄດ້ຍິນນັກທ່ອງທ່ຽວໄທລົມກັນຕອນຂັບລົດໄປ ສົ່ງເຂົາເຈົ້າວ່າແບບນີ້ ຄວາມຈິງຢາກຂີ່ລົດໄຟ ຄວາມໄວຂອງລາວ ເພື່ອເບິ່ງບັນຍາກາດ ທໍາມະຊາດ ສອງຂ້າງທາງແລ້ວຂຶ້ນ ໄປພາກເໜືອລາວ, ຕອນຂາກັບຈິ່ງຈະມາ ນອນຄ້າງຄືນ ຢູ່ເມືອງວັງວຽງ ແລະ ຢູ່ນະຄອນຫລວງວຽງຈັນ. ໄລຍະນີ້ຄ່າເງິນກີບອອ່ນຄ່າ ຖ້າທຽບກັບເງິນບາດ ຈິ່ງເຮັດໃຫ້ ການໃຊ້ຈ່າຍກຸ້ມຄ່າບໍ່ແພງ ແລະ ອີກຢ່າງໜຶ່ງ ເປັນບ້ານໄກ້ເຮືອນຄຽງກັນ, ວັດທະນະທໍາຄ້າຍກັນ,  ພາສາປາກເວົ້າ ເຂົ້າໃຈງ່າຍ ແລະ ບໍ່ຈໍາເປັນຕ້ອງໃຊ້ ລ່າມແປກໍໄດ້.

ທ່ານ ຈັນສອນ ແກ້ວມະນີວົງ ຜູ້ໃຫ້ບໍລິການລົດຕູ້ປະຈໍາຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ອາຊີບດຽວກັນກັບ ທ່ານ ຄໍາຫລ້າ ກໍເວົ້າໃນທໍານອງ ດຽວກັນວ່າ: ໃນໄລຍະວັນເສົາ-ວັນທິດ, ຕົນເອງເກືອບ ບໍ່ໄດ້ກິນເຂົ້າເລີຍ ເພາະຫຍຸ້ງວຽກຮັບສົ່ງ ລູກຄ້ານັກທ່ອງ ທ່ຽວປະມານ 400-500 ຄົນຕໍ່ມື້ ແລະ ບາງຄັ້ງກໍໂທລະສັບ ເອີ້ນໝູ່ມາຮັບເອົາແຂກ ຊ່ວຍໂດຍສ່ວນໃຫຍ່ ແມ່ນນັກທ່ອງທ່ຽວໄທ ເດີນທາງໄປພາກເໜືອລາວ ນອກຈາກນັ້ນ ຍັງມີນັກທ່ອງທ່ຽວ ມາສອບຖາມຂໍ້ມູນ ຈໍານວນຫລາຍ ໂດຍມີຈຸດປະສົງ ຢາກຂີ່ລົດໄຟຈາກ ລາວ ເຂົ້າໄປທ່ອງທ່ຽວຈີນ, ໄປທ່ອງທ່ຽວ ປະເທດມົງໂກນ ແລະ ເອີຣົບອີກດ້ວຍ ແຕ່ດ້ວຍຄວາມຂໍ້ມູນ ມີຈໍາກັດ ແລະ ຄວາມຮູ້ບໍ່ກວ້າງຂວາງປານ ໃດຈິ່ງແນະນໍາໃຫ້ໄປສອບຖາມ ຂໍ້ມູນຕື່ມນໍາຂະແໜງ ການກ່ຽວຂ້ອງ.

ແນວໃດກໍດີ ນາງ ປຣານີ ນັກທ່ອງທ່ຽວຊາວໄທໄດ້ໃຫ້ຮູ້ວ່າ: ການມາທ່ອງທ່ຽວປະເທດລາວ ຄ້າຍຄືກັບເຮືອນ ຫລັງໜຶ່ງຂອງຂ້ອຍ ກ່ອນໜ້ານັ້ນ ຍັງບໍ່ມີພະຍາດໂຄວິດລະບາດ ຂ້ອຍມາເດີນທາງ ມາທ່ຽວປະເທດລາວ ຕະຫລອດສະເລ່ຍ ປີໜຶ່ງ 3 ຄັ້ງ ເພາະ ການມາທ່ຽວ ປະເທດລາວ ເຫັນວ່າຄ່າໂຮງແຮມ,ບາງປະເພດອາຫານ ແລະ ບໍລິການຂ້ອນຂ້າງບບໍ່ແພງ ນອກຈາກນັ້ນ ຄົນລາວ ຄົນໄທ ເວົ້າພາສາດຽວກັນ ເຂົ້າໃຈກັນງ່າຍ ແຕ່ມາເທື່ອນີ້ຕັ້ງໃຈ ມາຂີ່ລົດໄຟ ຄວາມໄວສູງ ລາວ-ຈີນ ແລະ ຮູ້ສຶກວ່າດີໃຈຫລາຍ ໄດ້ນັ່ງລົດໄຟສໍາ ຜັດ ບັນຍາກາດຕົວຈິງ ເຊິ່ງສາມາດເຮັດໃຫ້ ເດີນທາງວ່ອງໄວ, ປະຢັດເງິນ ແລະ ມີຄວາມປອດໄພສູງ.





ນາງ ປຣານີຍັງຍິ້ມແລ້ວບອກວ່າ: ສະຖານີລົດໄຟລົດລາວ-ຈີນ ອອກແບບໄດ້ງາມຫລາຍເຂົ້າ ກັບວັດທະນະທໍາ ອາຊຽນ-ຈີນ, ການບໍລິການເທີງກໍດີ ແລະ ການຮັກສາຄວາມປອດໄພ ເລື່ອງພະຍາດ ລະບາດກໍດີ ແຕ່ໃນອະນາຄົດ ຖ້າເປັນໄປໄດ້ ຢາກສົ່ງຂ່າວ ແລກ ປ່ຽນປະສົບການແບບນີ້: ຢາກໃຫ້ມີຫ້ອງນໍ້າ ແຕ່ລະສະຖານີສະດວກສະບາຍ, ຢາກໃຫ້ມີແອບຊື້-ຂາຍ ປີ້ແບບອອນລາຍ ຈິ່ງສະດວກຈ່ອງໄດ້ງ່າຍ, ບໍ່ເສຍເວລາ, ບໍ່ສັບສົນ ແລະ ບໍ່ໄດ້ລຽນຄີວຕາກແດດ, ນອກຈາກນັ້ນຢາກໃຫ້ເພີ່ນພິຈາ ລະນາເຮັດບ່ອນນັ່ງພັກຜ່ອນ ຫລື ບ່ອນ ນັ່ງລໍຖ້າຂອງຜູ້ ໂດຍສານຢູ່ດ້ານນອກຕື່ມອີກ ເພື່ອວ່າຈະໄດ້ຊົ້ນແດດ ຊົ້ນຝົນເວລາສຸກເສີນ ພ້ອມດຽວກັນນີ້ ກໍຍັງຢາກໃຫ້ພັດທະນາ ບ່ອນບໍລິການ ຂາຍອາຫານຈານດ່ວນ  ຫລື ເຄື່ອງດື່ມ ບາງປະເພດ ຕາມສະຖານີລົດໄຟ ລາວ-ຈີນ ເພື່ອໃຫ້ຄວາມສະດວກ ຂອງ ຜູ້ ໂດຍສານ ໃນອະນາຄົດ.

ນາງ ປຣານີເຊື່ອວ່າ: ສປປ ລາວຈະບໍ່ພຽງກາຍ ເປັນສູນກາງບໍລິການ ທາງຜ່ານ ອາຊຽນ ຫາກຍັງຈະກາຍ ເປັນຈຸດເຊື່ອມຕໍ່ຈີນ, ຕາເວັນອອກກາງ, ເອີຣົບ ແລະ ປະເທດອື່ນໆ ຫາກ ສປປ ລາວ ສາມາດດຶງ ທ່າແຮງບົ່ມຊ້ອນ ຂອງຕົນອອກມາໃຊ້ ເປັນລະບົບ ແລະ ເປັນມືອາຊີບ ສປປ ລາວຈະໄປໄວເຊັ່ນກັນ.

ຫລ້າສຸດ, ທ່ານ ວົງດາວອນ ວົງໄຊຍະລາດ ຫົວໜ້າຂະແຫນງ ໂຄສະນາການທ່ອງທ່ຽວ ແຂວງຫລວງພະບາງ ລາຍງານວ່າໃນໄລຍະ ບຸນເຂົ້າພັນສາ ຜ່ານມາພົບວ່າ ມີນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເຂົ້າມາຫລິ້ນແຂວງ ຫລວງພະບາງໜາແໜ້ນ ໃນນັ້ນ ບັນດາ ນັກທ່ອງທ່ຽວ ໄດ້ມາຈ່ອງໂຮງແຮມ, ເຮືອນພັກ, ຮ້ານອາຫານຖືກຈອງ ລວ່ງໜ້າເປັນ ຈໍານວນຫລາຍ ແລະ ປະມານ 90% ແມ່ນນັກທ່ອງທ່ຽວຊາວໄທ ເດີນທາງຜ່ານທາງ ຂົວມິດຕະພາບລາວ-ໄທແຫ່ງທີ 1ແລ້ວຂີ່ລົດໄຟ ມາຫລວງພະບາງ ໂດຍກົງ ແລະ ຈໍານວນ ໜຶ່ງຂີ່ເຮືອບິນ.

ໂດຍ: ເກີດຂວັນໃຈ ມາລີຈັນສີ


KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ຂປລ. ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top